ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ຊາວອີຣ່ານ ທີ່ສະຫະລັດ ອາດຈະປ່ອຍໂຕ ໃນການແລກປ່ຽນນັກໂທດ ແມ່ນຜູ້ໃດ?


ຊາວອີຣ່ານຢ່າງໜ້ອນ 9 ຄົນໃນຈຳນວນ 13 ຄົນທີ່ຖືກຄຸມຂັງຢູ່ໃນສະຫະລັດ ພາຍໃຕ້ຄຳສັ່ງຂອງສານສະຫະລັດ ທີ່ຫ້າມບໍ່ໃຫ້ເຄື່ອນໄຫວ ຊຶ່ງພວກເຂົາອາດເປັນສ່ວນນຶ່ງຂອງການແລກປ່ຽນນັກໂທດ ກັບອີຣ່ານໃນອະນາຄົດ. (Courtesy Reuters)
ຊາວອີຣ່ານຢ່າງໜ້ອນ 9 ຄົນໃນຈຳນວນ 13 ຄົນທີ່ຖືກຄຸມຂັງຢູ່ໃນສະຫະລັດ ພາຍໃຕ້ຄຳສັ່ງຂອງສານສະຫະລັດ ທີ່ຫ້າມບໍ່ໃຫ້ເຄື່ອນໄຫວ ຊຶ່ງພວກເຂົາອາດເປັນສ່ວນນຶ່ງຂອງການແລກປ່ຽນນັກໂທດ ກັບອີຣ່ານໃນອະນາຄົດ. (Courtesy Reuters)

ໃນຂະນະທີ່ສະຫະລັດ ແລະອີຣ່ານ ຈັດການເຈລະຈາໃນທາງອ້ອມກ່ຽວກັບການພົວພັນແລກປ່ຽນນັກໂທດກັນ ທີ່ບໍ່ຄ່ອຍເຫັນກັນ ຊຶ່ງບັນດານັກສັງເກດການໄດ້ແບ່ງປັນຄວາມເຂົ້າໃຈຢ່າງເລິງເຊິ່ງໃໝ່ ກ່ຽວກັບພວກຊາວອີຣ່ານທີ່ບໍ່ຄ່ອຍຮູ້ຈັກມາກ່ອນ ທີ່ຢູ່ພາຍໃຕ້ການກັກຂັງ ຫຼືການດຳເນີນຄະດີຂອງສະຫະລັດ ຊຶ່ງພວກເຂົາອາດຖືກລວມເຂົ້າໃນການແລກປ່ຽນດັ່ງກ່າວ.

ສະຫະລັດແລະບັນດາເຈົ້າໜ້າທີ່ອີຣ່ານ ໄດ້ກ່າວວ່າ ທັງສອງຝ່າຍໄດ້ປຶກສາຫາລື ໃນເລື້ອງຂອງການແລກປ່ຽນພວກນັກໂທດ ໂດຍຜ່ານບັນດາຜູ້ໄກ່ເກ່ຍໃນບໍ່ເທົ່າໃດອາທິດຜ່ານມານີ້ ຊຶ່ງເປັນຊ່ວງເວລາ ທີ່ທັງສອງຝ່າຍເປັນຄູ່ປໍລະປັກກັນມາຍາວນານນີ້ ກໍຍັງໄດ້ຈັດການເຈລະຈາໃນທາງອ້ອມ ຢູ່ໃນນະຄອນວຽນນາ ໂດຍມີຈຸດປະສົງເພື່ອຟື້ນຟູຂໍ້ຕົກລົງນິວເຄລຍ ປີ 2015 ລະຫວ່າງອີຣ່ານ ກັບບັນດາປະເທດມະຫາອຳນາດຂອງໂລກ.

ເມື່ອເດືອນແລ້ວນີ້ ໂຄສົກລັດຖະບານອີຣ່ານ ທ່ານອາລີ ຣາບີ (Ali Rabiei) ໄດ້ຮຽກຮ້ອງຕໍ່ສະຫະລັດ ໃຫ້ປ່ອຍໂຕພວກນັກໂທດຊາວອີຣ່ານທັງໝົດ ຜູ້ທີ່ທ່ານໄດ້ກ່າວວ່າ ໄດ້ຖືກຄວບຄຸມໂຕ ໂດຍບໍ່ເປັນທຳສຳລັບການລະເມີດມາດຕະການລົງໂທດຂອງສະຫະລັດຕໍ່ອີຣ່ານ. ທ່ານບໍ່ໄດ້ລະບຸຊື່ຂອງພວກນັກໂທດ ຫຼື ກ່າວວ່າມີຈຳນວນເທົ່າໃດຄົນ ຫາກພຽງແຕ່ໃຫ້ຂໍ້ສັງເກດວ່າ ມີຈຳນວນຫຼວງຫຼາຍໆກວ່າຊາວອາເມຣິກັນສີ່ຄົນ ທີ່ອີຣ່ານໄດ້ຄຸມຂັງຢູ່ນັ້ນ.

ລິ້ງ: https://www.tehrantimes.com/news/460339/Tehran-says-Iran-and-U-S-inspecting-ways-to-swap-prisoners

ໃນຖະແຫລງການທີ່ອອກໃນວັນຈັນຜ່ານມາ ທີ່ຖືກສົ່ງໄປໃຫ້ວີໂອເອພະແນກພາ ສາເປີເຊຍ ໂຄສົກກະຊວງການຕ່າງປະເທດ ໄດ້ກ່າວວ່າ ສະຫະລັດ ແມ່ນຢູ່ໃນ “ການພົວພັນ, ປຶກສາຫາລືໂດຍທາງອ້ອມ” ເພື່ອຫາທາງປ່ອຍໂຕຊາວອາເມຣິກັນເຊື້ອສາຍອີຣ່ານ ສີ່ຄົນທີ່ຖືສອງສັນຊາດ ຜູ້ທີ່ເຈົ້າໜ້າທີ່ ໄດ້ກ່າວຫາອີຣ່ານວ່າ ຄຸມຂັງພວກເຂົາເ ພື່ອເປັນເຄື່ອງຕໍ່ລອງທາງດ້ານການເມືອງ.

ພວກຄົນທັງສີ່ນັ້ນ ປະກອບດ້ວຍນັກທຸລະກິດ ໄຊມາກຄ໌ ນາມາຊີ (Siamak Namazi) ຜູ້ທີ່ໄດ້ຖືກຈັບກຸມ ໃນເດືອນຕຸລາ 2015; ພໍ່ຂອງຜູ້ກ່ຽວ ທີ່ເປັນອະດີດເຈົ້າໜ້າທີ່ອົງການສະຫະປະຊາຊາດ ທ່ານບາເຄີຣ ນາມາຊີ ຜູ້ທີ່ໄດ້ຖືກຄວບຄຸມໂຕ ໃນເດືອນກຸມພາ 2016 ແລະນັກອະນຸລັກສິ່ງແວດລ້ອມ ຜູ້ທີ່ໄດ້ຖືກຈັບກຸມ ໃນເດືອນມັງກອນ 2018 ແລະນັກທຸລະກິດອີມາດ ຊາຣຈີ (Emad Sharghi) ຜູ້ທີ່ໄດ້ຖືກຄວບຄຸມໂຕ ໃນເດືອນທັນວາ 2020.

ເຈົ້າໜ້າທີ່ສະຫະລັດ ໄດ້ກ່າວວ່າ ລັດຖະບາານທ່ານໄບເດັນ ແມ່ນຖືເອົາເລື້ອງບັນຫາພວກທີ່ຖືກຄຸມຂັງນີ້ ແຍກອອກຕ່າງຫາກ ຈາກການເຈລະຈາຢູ່ນະຄອນວຽນນາ ກ່ຽວກັບຂໍ້ຕົກລົງນິວເຄລຍ ປີ 2015 ແລະຕ້ອງການທີ່ຈະແກ້ໄຂມັນ ໄວທີ່ສຸດເທົ່າທີ່ເປັນໄປໄດ້. ແຕ່ເຈົ້າໜ້າທີ່ທ່ານນີ້ ບໍ່ໄດ້ໃຫ້ຄຳຕອບໂດຍກົງຕໍ່ຄຳຖາມຂອງວີໂອເອ ກ່ຽວກັບວ່າ ໂດຍຫຼັກການແລ້ວ ສະຫະລັດເຕັມໃຈທີ່ຈະປ່ອຍໂຕພວກຊາວອີຣ່ານໃນການແລກປ່ຽນກັບຊາວອາເມຣິກັນສີຄົນດັ່ງກ່າວນັ້ນຫຼືບໍ່.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG