ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ກຸ່ມຕາລີບານແມ່ນໃຜ? ມີປະຫວັດຄວາມເປັນມາຢ່າງໃດ?


ນັກລົບຂອງຕາລີບານແລ່ນໄປຫາຝູງຊົນທີ່ຢູ່ນອກສະໜາມບິນກາບູລຂອງອັຟາການິສຖານ, ວັນທີ 16 ສິງຫາ, 2021 (ພາບຖ່າຍມາຈາກວີດິໂອ)
ນັກລົບຂອງຕາລີບານແລ່ນໄປຫາຝູງຊົນທີ່ຢູ່ນອກສະໜາມບິນກາບູລຂອງອັຟາການິສຖານ, ວັນທີ 16 ສິງຫາ, 2021 (ພາບຖ່າຍມາຈາກວີດິໂອ)

ອັນດັບຕໍ່ໄປ ບົວສະຫວັນຈະມາລົມສູ່ທ່ານຟັງ ກ່ຽວກັບວ່າ ກຸ່ມຕາລີບານແມ່ນໃຜ? ພວກເຂົາມີຄວາມເຊື່ອແບບໃດ? ແລະມີປະຫວັດຄວາມເປັນມາຢ່າງໃດ?


ກ່ອນໜ້ານີ້ ກຸ່ມຕາລີບານໄດ້ປົກຄອງອັຟການິສຖານນັບແຕ່ປີ 1996 ຫາ 2001 ແລະໄດ້ວາງກົດໝາຍອິສລາມແບບທີ່ເຄັ່ງຄັດຕໍ່ປະເທດ. ຕໍ່ໄປນີ້ຄືຂໍ້ມູນເທັດຈິງຫຼັກບາງຢ່າງກ່ຽວກັບຄວາມເຊື່ອ ແລະປະຫວັດຄວາມເປັນມາຂອງກຸ່ມດັ່ງກ່າວ.

ກຸ່ມຕາລີບານສ້າງຕັ້ງຂຶ້ນແນວໃດ?

ກຸ່ມຕາລີບານແມ່ນຝ່າຍນຶ່ງທີ່ຕໍ່ສູ້ກັນຢູ່ໃນສົງຄາມກາງເມືອງຂອງອັຟການິສຖານໃນຊຸມປີ 1990 ຫຼັງຈາກການຖອນຕົວອອກຂອງສະຫະພາບໂຊວຽດ. ກຸ່ມດັ່ງກ່າວເກີດຂຶ້ນໃນປີ 1994 ຢູ່ອ້ອມແອ້ມ ເມືອງການດາຮາ (Kandahar) ທາງພາກໃຕ້ຂອງອັຟການິສຖານ. ຜູ້ກໍ່ຕັ້ງຂອງເຂົາເຈົ້າແມ່ນມູລລາ ໂມຮໍາມັດ ໂອມາ (Mullah Mohammad Omar) ທີ່ເປັນອີໝຳ ຫຼືນັກສອນສາສະໜາໃນທ້ອງຖິ່ນຂອງເມືອງດັ່ງກ່າວ ທີ່ນຳພາພວກຫົວຮຸນແຮງ ຈົນກວ່າວ່າລາວໄດ້ ເສຍຊີວິດໄປໃນປີ 2013.

ມີການກ່ຽວພັນກັບສະຫະລັດແນວໃດ?

ໃນເບື້ອງຕົ້ນກຸ່ມຕາລີບານໄດ້ດຶງເອົາສະມາຊິກຂອງເຂົາເຈົ້າມາຈາກອະດີດນັກລົບຕ້ານກັບລັດຖະບານອັຟການິສຖານທີ່ເອີ້ນວ່າ ມູຈາຮີດີນ (mujahedeen) ທີ່ໄດ້ຮັບການສະໜັບສະໜູນຈາກສະຫະລັດໃນການຕໍ່ສູ້ກັບກອງກຳລັງຂອງໂຊວຽດໃນຊຸມປີ 1980.

ພວກຕາລີບານໄດ້ຮັບອຳນາດແນວໃດ?

ພາຍຫລັງການຖອນໂຕຂອງສະຫະພາບໂຊວຽດອອກຈາກອັຟການິສຖານໃນປີ 1989 ແລະການລົ້ມລະລາຍ ໃນເວລາຕໍ່ມາ ຂອງລັດຖະບານອັຟການິສຖານ, ປະເທດດັ່ງກ່າວ ໄດ້ຕົກໄປຢູ່ໃນສະພາບ ທີ່ມີສົງຄາມກາງເມືອງ. ກຸ່ມຕາລີບານໄດ້ຮັບການສະໜັບສະໜູນໂດຍການໃຫ້ຄຳໝັ້ນສັນຍາວ່າ ຈະຟື້ນຟູຄວາມເປັນລະບຽບຮຽບຮ້ອຍ ແລະຄວາມຍຸດຕິທຳ. ໃນປີ 1994, ພວກເຂົາໄດ້ເຂົ້າຄວບຄຸມເມືອງການດາຮາ (Kandahar) ໂດຍມີການຕໍ່ຕ້ານພຽງໜ້ອຍດຽວແລະໃນ ປີ 1996, ພວກເຂົາກໍໄດ້ເຂົ້າຍຶດເອົານະຄອນຫຼວງກາບູລ.

ຄວາມເຊື່ອຂອງຕາລີບານຄືຫຍັງ?

ພວກຕາລິບານໄດ້ປົກຄອງປະເທດໂດຍອີງຕາມ ການຕີຄວາມໝາຍທີ່ເຄັ່ງຄັດ ຂອງກົດໝາຍຊາເຣຍ (Shariah) ຂອງສາສະໜາອິສລາມ. ການປະຫານຊີວິດ ແລະການຂ້ຽນຕີຢູ່ຕໍ່ໜ້າປວງຊົນ ແມ່ນເປັນເລື້ອງປົກກະຕິ, ແລະແມ່ຍິງສ່ວນຫຼາຍແມ່ນຖືກຫ້າມບໍ່ໃຫ້ເຮັດວຽກ ຫຼືຮຽນໜັງສື ແລະຖືກບັງຄັບໃຫ້ໃສ່ຜ້າຄຸມຫົວ ຫລື ເບີກາ (burqa) ໃນສະຖານທີ່ສາທາລະນະຊົນ. ກຸ່ມຕາລີບານຫ້າມບໍ່ໃຫ້ອ່ານໜັງສື ແລະເບິ່ງຮູບເງົາຂອງຊາວຕາເວັນຕົກ ແລະທຳລາຍວັດຖຸໂບຮານທີ່ເປັນວັດທະນະທຳຈາກປະເພນີອື່ນ, ລວມທັງຮູບປັ້ນພະພຸດທະຮູບຍັກທີ່ມີອາຍຸ 1,500 ປີຢູ່ໃນຮ່ອມພູບາມີຢານ (Bamiyan) ໃນພາກກາງອັຟການິສຖານ.

ການເຊື່ອມໂຍງຂອງພວກເຂົາກັບເຄືອຂ່າຍອາລ-ຄາຍດາ (al-Qaida) ຄືແນວ ໃດ?

ກຸ່ມຕາລີບານໄດ້ສະໜອງບ່ອນລີ້ໄພ ໃຫ້ແກ່ກຸ່ມຫົວຮຸນແຮງອາລ-ຄາຍດາ (al-Qaida), ໂດຍໃນຕອນນັ້ນແມ່ນນໍາພາໂດຍໂອຊາມາ ບິນ ລາເດັນ (Osama bin Laden). ກຸ່ມອາລ-ຄາຍດາ (Al-Qaida) ໄດ້ຕັ້ງຄ້າຍຝຶກແອບທະຫານຢູ່ໃນອັຟການິສຖານ, ເຊິ່ງມັນໄດ້ໃຊ້ເພື່ອກຽມການໂຈມຕີກໍ່ການຮ້າຍໃນທົ່ວໂລກ, ລວມທັງການໂຈມຕີສະຫະລັດ ໃນວັນທີ 11 ກັນຍາ 2001.

ເຂົາເຈົ້າເສຍອຳນາດໄປໄດ້ແນວໃດ?

ໃນເວລາບໍ່ຮອດເດືອນນຶ່ງ ຫຼັງຈາກການໂຈມຕີໃນວັນທີ 11 ກັນຍາ, ສະຫະລັດແລະພັນທະມິດ ໄດ້ບຸກເຂົ້າໄປໃນອັຟການິສຖານ. ຮອດຕົ້ນເດືອນທັນວາຂອງປີ ນັ້ນ, ລັດຖະບານຂອງກຸ່ມຕາລີບານໄດ້ພັງທະລາຍລົງ, ແລະສະຫະລັດໄດ້ເລີ່ມ ເຮັດວຽກຮ່ວມກັບອັຟການິສຖານເພື່ອສ້າງຕັ້ງລັດຖະບານປະຊາທິປະໄຕຂຶ້ນມາ.

ສິ່ງທີ່ເກີດຂຶ້ນໃນເວລາຕໍ່ມາຄືຫຍັງ?

ຫຼັງຈາກການພ່າຍແພ້ຂອງພວກເຂົາ, ຜູ້ນຳຂອງກຸ່ມຕາລີບານ ໄດ້ຫລົບໜີໄປຢູ່ ຖານທີ່ໝັ້ນຂອງພວກເຂົາຢູ່ທາງພາກໃຕ້ ແລະພາກຕາເວັນອອກຂອງອັຟການິສຖານຫຼືຂ້າມຊາຍແດນເຂົ້າໄປຢູ່ໃນປາກິສຖານ. ຈາກນັ້ນກຸ່ມຫົວຮຸນແຮງດັ່ງກ່າວກໍໄດ້ນຳພາການກໍ່ກະບົດ ຕໍ່ຕ້ານລັດຖະບານຊຸດໃໝ່ ຂອງອັຟການິສຖານທີ່ສະ
ໜັບສະໜູນໂດຍສະຫະລັດ, ໂດຍໃຊ້ການວາງລະເບີດທີ່ເຮັດຂຶ້ນເອງ ແລະການໂຈມຕີສະຫຼະຊີບ.

ປີກາຍນີ້, ລັດຖະບານສະຫະລັດ ໄດ້ເຈລະຈາຂໍ້ຕົກລົງກັບພວກຕາລີບານ ພາຍ ຫຼັງມີການກ່ຽວຂ້ອງທາງດ້ານການທະຫານມາຫຼາຍກວ່າສອງທົດສະວັດຢູ່ໃນອັຟການິສຖານ. ຂໍ້ຕົກລົງດັ່ງກ່າວ ໄດ້ກໍານົດຕາຕະລາງເວລາ ສໍາລັບການຖອນທະ ຫານສະຫະລັດອອກຈາກປະເທດແຫ່ງນັ້ນ ເພື່ອເປັນການແລກປ່ຽນກັບການໃຫ້ພວກຕາລີບານ ຢຸດຕິການໂຈມຕີຊາວອາເມຣິກັນ ແລະເຂົ້າສູ່ການເຈລະຈາກັບລັດຖະບານອັຟການິສຖານ. ແຕ່ຢ່າງໃດກໍ່ຕາມ, ການເຈລະຈາທີ່ແກ່ຍາວເປັນເວລາຫຼາຍເດືອນ ລະຫວ່າງກຸ່ມຕາລີບານ ແລະລັດຖະບານອັຟການິສຖານບໍ່ໄດ້ບັນລຸຂໍ້ຕົກລົງສັນຕິພາບໃດເລີຍ.

ປະເທດໃດແດ່ທີ່ໄດ້ຮັບຮູ້ກຸ່ມຕາລີບານ?

ມີພຽງບໍ່ເທົ່າໃດປະເທດເທົ່ານັ້ນທີ່ໄດ້ຮັບຮູ້ລັດຖະບານຂອງກຸ່ມຕາລີບານເມື່ອກຸ່ມດັ່ງກ່າວປົກຄອງປະເທດແຕ່ປີ 1996 ຫາ 2001, ຊຶ່ງລວມມີປາກິສຖານ, ສະ ຫະລັດອາຣັບເອມີເຣສ ແລະ ຊາອຸດີ ອາຣາເບຍ. ຍັງບໍ່ເປັນທີ່ຈະແຈ້ງເທື່ອວ່າ ປະເທດສ່ວນໃຫຍ່ຈະຮັບຮູ້ລັດຖະບານໃໝ່ຂອງກຸ່ມຕາລີບານຫຼືບໍ່; ແຕ່ຢ່າງໃດກໍ່ຕາມ, ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ, ທ່ານແອນໂທນີ ບລິງ-ເກັນ (Antony Blinken) ກ່າວໃນເດືອນແລ້ວນີ້ວ່າ ອັຟການິສຖານ ຈະກາຍ ເປັນລັດຖະບານ ທີ່ບໍ່ໄດ້ຮັບການຍອມຮັບຂອງປະຊາຄົມນາໆຊາດ ຖ້າຫາກວ່າກຸ່ມຕາລີບານ ເຂົ້າກຳອຳນາດດ້ວຍການໃຊ້ກຳລັງ ແລະກະທຳຄວາມໂຫດຮ້າຍປ່າເຖື່ອນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດຢູ່ລຸ່ມນີ້

The Taliban previously ruled Afghanistan from 1996 to 2001 and imposed a strict form of Islamic law on the country. Here are some key facts about the group's beliefs and history.

How were the Taliban formed?

The Taliban were one of the factions fighting in Afghanistan's civil war in the 1990s after the withdrawal of the Soviet Union. The group emerged in 1994 around the southern Afghan city of Kandahar. Their founder was Mullah Mohammad Omar, a local imam in the city, who led the militants until his death in 2013.

What is the connection with the U.S.?

The Taliban originally drew their members from former Afghan resistance fighters, called mujahedeen, who were supported by the United States in their fight against Soviet forces in the 1980s.

How did the Taliban gain power?

Following the withdrawal of the Soviet Union from Afghanistan in 1989 and the subsequent collapse of Afghanistan's government, the country descended into civil war. The Taliban drew support with promises to restore order and justice. In 1994, they took control of the city of Kandahar with little resistance, and by 1996, they had captured the capital, Kabul.

What do the Taliban believe?

The Taliban ruled according to a strict interpretation of Islamic Shariah law. Public executions and floggings were common, and women were mostly barred from working or studying and forced to wear an all-covering burqa in public. The Taliban banned Western books and films and destroyed cultural artifacts from other traditions, including 1,500-year-old giant statues of the Buddha in the central Bamiyan valley.

What is their connection to al-Qaida?

The Taliban provided sanctuary for the al-Qaida militant group, led then by Osama bin Laden. Al-Qaida set up training camps in Afghanistan, which it used to prepare for terrorist attacks around the world, including the September 11, 2001, attacks on the United States.

How did they lose power?

Less than a month after the September 11 attacks, the United States and its allies invaded Afghanistan. By early December, the Taliban government had fallen, and the United States began working with Afghans to establish a democratic government.

What came next?

Following their defeat, Taliban leaders fled to their strongholds in the south and east of Afghanistan or across the border into Pakistan. The militant group then led an insurgency against the new U.S.-backed Afghan government, using improvised bombings and suicide attacks.

Last year, the U.S. government negotiated a deal with the Taliban after more than two decades of military involvement in Afghanistan. The accord set a timetable for the withdrawal of U.S. troops from the country in return for the Taliban ending attacks on Americans and entering into talks with the Afghan government. However, months of talks between the Taliban and the Afghan government failed to produce any peace agreement.

Which countries have recognized the Taliban?

Only a handful of countries recognized the Taliban government when it ruled from 1996-2001, including Pakistan, the United Arab Emirates and Saudi Arabia. It is not clear whether most countries will recognize a new Taliban government; however, U.S. Secretary of State Antony Blinken said last month that Afghanistan would become a pariah state if the Taliban took power by force and committed atrocities.

Some information for this report came from Reuters and Agence France-Presse.

XS
SM
MD
LG