ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ທຳ​ນຽບ​ຂາວ ເປັນ​ຫ່ວງວ່າ ມີເດັກ​ນ້ອຍ​ ອາ​ເມ​ຣິ​ກັນ ຮຽນ​ວິ​ຊາ ວິ​ທະ​ຍາ​ສາດ ແລະ ຄະ​ນິດ​ສາດ​ໜ້ອຍ​ໂພດ


White House Worries Too Few American Kids Study Science & Math
please wait

No media source currently available

0:00 0:02:23 0:00

ເຊີນ​ຊົມ​ວິ​ດີ​ໂອ ກ່ຽວ​ກັບ ລາຍ​ງານນີ້​.

ບັນ​ດາ​ເຈົ້າ​ໜ້າ​ທີ່​ທຳ​ນຽບ​ຂາວ ມີ​ຄວາມ​ເປັນ​ຫ່ວງວ່າ ນອກ​ຈາກ​ພວກ​ນັກ​ຮຽນ​ ອາ​ເມ​ຣິ​
ກັນ ຈະຮຽນວິຊາເລກ ແລະ ວິທະຍາສາດຫຼາຍຂຶ້ນນັ້ນ ສະຫະລັດ ຈະບໍ່ສາມາດແຂ່ງ
ຂັນກັບ ຈີນ, ອິນເດຍ ແລະ ປະເທດອື່ນໆໄດ້. ລັດຖະບານ ສະຫະລັດ ຫາກໍ່ເປີດເຜີຍ
ແຜນການ ທີ່ຈະຂະຫຍາຍຈຳນວນ ຂອງພວກເດັກນ້ອຍ ຜູ້ທີ່ຈະໄປຮຽນວິທະຍາສາດ,
ເທັກໂນໂລຈີ, ວິສະວະກຳ ແລະ ຄະນິດສາດ ຫຼືທີ່ເອີ້ນຫຍໍ້ວ່າວິຊາ STEM. ນັກຂ່າວ
ວີໂອເອ ຊາຮາ ມາຈິດ ມີລາຍງານ ເຊິ່ງ ພຸດທະສອນ ຈະນຳລາຍອຽດ ມາສະເໜີທ່ານ
ໃນອັນດັບຕໍ່ໄປ.

ທ້າວ ຊາ​ຍ​ຣີ ເບັກ​ເຄັດ (Cyree Beckett) ແມ່​ນ​ນັກ​ສຶກ​ສາ​ປີ​ທຳ​ອິດ​ຢູ່​ມະ​ຫາ​ວິ​ທະ​ຍາ​
ໄລ District of Columbia, ຮຽນໃນຂະແໜງວິສະວະກຳໄຟຟ້າ.

ທ້າວ ຊາຍຣີ ນັກ​ສຶກ​ສາ STEM ກ່າວ​ວ່າ “ຂ້າ​ພະ​ເຈົ້າ​ເລືອກ​ຮຽນ STEM ເພາະ​ມັນ​
ເບິ່ງຄືວ່າ ຈະເປັນຊ່ອງທາງທີ່ດີສຳລັບຂ້າພະເຈົ້າ ອີງຕາມມູນເຊື້ອຂອງຂ້າພະເຈົ້າ
ແລະ ເປັນທາງທີ່ດີທີ່ສຸດທີ່ຈະໄປຮຽນໃນແງ່ຂອງການໄດ້ຮັບການສຶກສາ ແລະ ເຮັດ
ສິ່ງທີ່ສຳຄັນຕໍ່ໂລກ.”

ບໍ່​ຄືທ້າວ ເບັກ​ເຄັດ, ນັກ​ສຶກ​ສາ ອາ​ເມ​ຣິ​ກັນ ສ່ວນ​ໃຫຍ່ ​ທີ່​ມີ​ອາ​ຍຸລຸ້ນ​ລາວ​ຄາວ​ດຽວ​ກັນ​
ກັບລາວ ເລືອກທີ່ຈະຮຽນທຸກຢ່າງແຕ່ບໍ່ແມ່ນ STEM ເຊິ່ງແມ່ນວິຊາວິທະຍາສາດ,
ເທັກໂນໂລຈີ, ວິສະວະກຳ ແລະ ຄະນິດສາດ.

ອີງ​ຕາມ​ການ​ລາຍ​ງານ​ຄັ້ງຫຼ້າ​ສຸດ​ໂດຍ​ວາ​ລະ​ສານ ຟອບ​ສ໌ ນັ້ນ, ພາກວິ​ຊາ STEM ທີ່​
ວິທະຍາໄລຕ່າງໆຂອງ ສະຫະລັດ ມີນັກສຶກສາຫຼາຍພໍ, ແຕ່ຫຼາຍຄົນໃນນັ້ນ ແມ່ນຄົນ
ຕ່າງປະເທດ ແລະ ນັກຊ່ຽວຊານດ້ານການສຶກສາເປັນຫ່ວງວ່າ, ຄົນ ອາເມຣິກັນ ນັ້ນ
ແມ່ນບໍ່ພຽງພໍ.

ຜູ້​ອຳ​ນວຍ​ການ​ໂຄງ​ການ​ການ​ສຶກ​ສາ ​ສຳ​ລັບ​ອາ​ຈານ​ສອນ​ວິ​ທະ​ຍາ​ໄລຂອງ​ມະ​ຫາ​ວິ​
ທະຍາໄລ ອາເມຣິກັນ ທ່ານນາງ ຄາໂຣລິນ ພາເກີ, ກ່າວວ່າ ຮູບພາບຕ່າງໆທີ່ພັນລະ
ນານັກວິທະຍາສາດ ແລະ ນັກຄະນິດສາດວ່າເປັນພວກ ເນີດ (Nerd) ຫຼືເປັນຄົນໂງ່
(ເຊິ່ງແມ່ນຄົນສະຫຼາດໃນການສຶກສາ ແຕ່ໂງ່ໃນສັງຄົມນັ້ນ) ໄດ້ເປັນສິ່ງກີດກັ້ນພວກ
ໄວລຸ້ນ, ໃນຊ່ວງເວລາຂອງຊີວິດ ທີ່ວ່າພາບພົດຂອງຕົນແມ່ນສິ່ງທີ່ສຳຄັນ.

ທ່າ​ນນາງ ຄາ​ໂຣ​ລິນ ກ່າວ​ວ່າ “ມັນ​ບໍ່​ໄດ້​ຊັກ​ຊວນ​ໃຫ້​ພວກ​ນັກ​ສຶກ​ສາ​ຢາກ​ເຂົ້າ​ມາ​ມີ
ສ່ວນຮ່ວມ. ທ່ານເບິ່ງລາຍການຕ່າງໆຄື Big Bang Theory ແມ, ພວກນັກວິທະຍາ
ສາດ ແມ່ນພວກເນີດໝົດ.”

ເພື່ອ​ທີ່​ຈະ​ຮັບ​ສະ​ໝັກ​ນັກ​ສຶ​ກ​ສາ ອາ​ເມ​ຣິ​ກັນ ເຂົ້າ​ຮຽນ​ໃນ​ຂະ​ແໜງ STEM ນັ້ນ, ແຜນ​
ຍຸດທະສາດ 5 ປີຂອງທຳນຽບຂາວ ໄດ້ພະຍາຍາມທີ່ຈະທຳລາຍສິ່ງກີດຂວາງດ້ານສັງ
ຄົມ ແລະ ການເງິນ ເພື່ອມອບໃຫ້ການສຶກສາ ໃນຂະແໜງດ້ານເທັກນິກຕ່າງໆ.

ຫົວ​ໜ້າ​ສະ​ຖາ​ບັນ​ວິ​ສະ​ວະ​ກຳ​ ຂອງ​ມະ​ຫາ​ວິ​ທະ​ຍາ​ໄລ District of Columbia ທ່ານ
ເດຟດາສ ເຊັດຕີ (Devdas Shetty) ເຊື່ອວ່າ ນັກສຶກສາຫຼາຍຄົນ ຫຼີກລ່ຽງ STEM
ຍ້ອນເຂົາເຈົ້າຄິດວ່າ ເຂົາເຈົ້າມີທາງເລືອກທີ່ດີກວ່າ.

ທ່ານ ເດັ​ຟ​ດາ​ສ ກ່າວ​ວ່າ “ເຂົາ​ເຈົ້າ​ເຫັນໂອ​ກາດ​ຕ່າງໆ​ໃນ​ກິ​ລາ, ໂອ​ກາດໃນປັດ​ຊະ​ຍາ,
ປະຫວັດສາດ ຫຼື ສິລະປະ ແລະ ເຂົາເຈົ້າເອົາແບບຢ່າງຕ່າງໆຂອງຄົນເຮັດໄດ້ດີນັ້ນ.
ໂທລະພາບມີອິດທິພົນຫຼາຍໆ.”

ທ່ານ ພາ​ເກີ ເຊື່ອ​ວ່າ ເພື່ອ​ທີ່​ຈະ​ແຂ່ງ​ຂັນ​ກັບ​ປະ​ເທດ​ຕ່າງໆ​ຄື ຈີນ ແລະ ອິນ​ເດຍ ນັ້ນ,
ປະເທດຕ້ອງສຳໜັບສະໜູນການສຶກສາ STEM ຕອນອາຍຸຍັງນ້ອຍ.

ທ່ານ​ນາງ ຄາ​ໂຣ​ລິນ ພາ​ເກີ ກ່າວ​ວ່າ “ພວກ​ເຮົາ​ຕ້ອງ​ຮັບ​ປະ​ກັນ​ວ່າ ພວກ​ນັກ​ສຶກ​ສາ​
ລຸ້ນດຽວກັບເຂົາເຈົ້າໃນຕອນຍັງນ້ອຍ ຈາກໂຮງຮຽນປະຖົມ, ມັດທະຍົມຕົ້ນ, ມັດທະ
ຍົມປາຍ ຫາວິທະຍາໄລ ແລະ ອອກໄປຮຽນໃນລະດັບທີ່ສູງກວ່າ ແລະ ເປັນກຳລັງ
ແຮງງານນັ້ນ, ມີປະສົບການດ້ານ STEM ທີ່ແຂງແກ່ນ ແລະ ເປັນແງ່ບວກ ສະນັ້ນ
ພວກເຮົາຈຶ່ງສາມາດຮັກສາ ຄວາມສາມາດໃນການແຂ່ງຂັນ ກັບປະເທດອື່ນໆໄດ້ ຄື
ຈີນ ກັບ ອິນເດຍ.”

ທ້າວ ຊາຍ​ຣີ ເບັກ​ເຄັດ ເຊື່ອ​ວ່າ ການ​ສະ​ໜັບ​ສະ​ໜູນ ແລະ ການ​ໃຫ້​ກຳ​ລັງ​ໃຈ​ຈາກ​
ຄອບຄົວຂອງລາວ ແມ່ນສິ່ງທີ່ໄດ້ຜັກດັນໃຫ້ລາວ ເລືອກຮຽນ STEM. ແລະ ມັນແມ່ນ
ສິ່ງທີ່ລາວໄດ້ປາຖະໜາ ໃຫ້ນັກສຶກສາທຸກຄົນທີ່ເລືອກຂະແໜງການສຶກສາ.

White House officials are worried that unless more American students study math and science the United States won't be able to compete with China, India, and other nations.The U.S. administration has just published a five-year plan to boost the number of kids who go into Science, Technology, Engineering, and Math or STEM subjects.VOA's Sahar Majid has more in this report narrated by Bezhan Hamdard.

Cyree Beckett is a junior at the University of District of Columbia studying electrical engineering.

"I chose STEM because it seems to be the right path for me based on my family values and really the best way to go in terms of gaining an education and doing something relevant in the world."

Unlike Beckett, most American students of his age prefer to study anything but STEM-- Science, Technology Engineering and Math.

According to a recent report by Forbes, STEM departments in U.S. colleges have plenty of students, but many are foreign and education experts worry, not enough are Americans.

American University's Director of Graduate Teacher Education Program, Carolyn Parker, says images that portray scientists and mathematicians as nerds ((eds: smart but socially inept people)) discourage teenagers, at a time of life when self-image is important.

"They don't entice students to want to become involved. You look at programs like the Big Bang Theory' and scientists are nerds."

To recruit more American students in STEM fields, the White House five-year strategic plan tries to remove social and financial barriers to a rewarding education in technical fields.

University of District of Columbia's Engineering School's Dean Devdas Shetty believes many students avoid STEM because they think they have better options.

"They see opportunities in sports, opportunities in philosophy, history or arts and they see examples of people excelling. The TV influences a lot."

Parker believes that to compete with countries like China and India, the country needs to encourage STEM education at young age.

"… [we have] make sure that the students from their time in their early childhood - to elementary school - to middle school - to high school - through college and going out into higher education and the workforce, have strong and positive STEM experience so that we can remain competitive with countries like China and India."

Cyree Beckett believes that support and encouragement from his family is what pushed him to chose STEM. And it is something he wishes for every student selecting a field of study.

XS
SM
MD
LG