ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ການຕັດສິນໃຈ ຂອງ ປ. ທຣໍາ ກ່ຽວກັບ ເຈຣູຊາແລັມ ບໍ່ໄດ້ທຳລາຍ ຂັ້ນຕອນສັນຕິພາບ


ບັນດາຜູ້ສະໜັບສະໜູນ ພັກສາສໜາປາກິສຖານ ເດີນປະທ້ວງ ຕໍ່ຕ້ານສະຫະລັດ ຢູ່ນະຄອນລາຮໍ ປາກິສຖານ.
ບັນດາຜູ້ສະໜັບສະໜູນ ພັກສາສໜາປາກິສຖານ ເດີນປະທ້ວງ ຕໍ່ຕ້ານສະຫະລັດ ຢູ່ນະຄອນລາຮໍ ປາກິສຖານ.

ທຳນຽບຂາວ​ ໃນ​ວັນ​ພະຫັດ​ວານ​ນີ້​ໄດ້​ປະຕິ​ເສດ​ວ່າ ຄຳ​ປະກາດ​ຂອງ​ປະທານາທິບໍດີ
ກ່ຽວ​ກັບ​ການ​ຍ້າຍ​ສະຖານທູດ​ສະຫະລັດ ​ໄປນະຄອນ​ເຈຣູຊາແລັມ ໝາຍ​ຄວາມ​ວ່າ
​ລັດຖະບານ​ຂອງ​ທ່ານ​ກຳລັງ ​ຖອນຕົວ​ ອອກ​ຈາກຂັ້ນຕອນສັນຕິພາບ​ ຢູ່​ໃນພາກຕາ​
ເວັນ​ອອກ​ກາງ.

​ໂຄສົກ​ທຳນຽບຂາວ ທ່ານ​ນາງ​ຊາຣາ ຮັກ​ກາ​ບີ ​ແຊນ​ເດີ ກ່າວ​ຕໍ່​ບັນດາ​ນັກ​ຂ່າວ​ວ່າ
“ຄວາມ​ຈິງ​ແລ້ວ ​ໃນ​ຄຳ​ຖະ​ແຫລ​ງຂອງ​ປະທານາທິບໍດີ​ ທ່ານ​ກ່າວ​ວ່າ ພວກ​ເຮົາມີຄວາມ
​ໝັ້ນ​ໝາຍຕໍ່ຂັ້ນຕອນ​ສັນຕິພາບດັ່ງທີ່ເຄີຍມີມາ ​ແລະ​ພວກ​ເຮົາຍັງສືບ​ຕ້ອງການຢາກ​ຊຸກ
ຍູ້​ເພີ້ມຕື່ມ​ໃນ​ກາ​ນ​ໂອ້​ລົມ ແລະການ​ສົນທະ​ນາ​ຫາລືເຫລົ່າ​ນັ້ນ ​ແລະ​ຫວັງ​ວ່າ​ເປົ້າ​ໝາຍ
ຂັ້ນສຸດທ້າຍ ຂ້າພະ​ເຈົ້າຄິດ​ວ່າ ສຳລັບ​ທຸກ​ພັກ​ຝ່າຍແລ້ວ​ກໍແມ່ນເພື່ອໃຫ້​ບັນລຸ​ຂໍ້​ຕົກລົງ​
ສັນຕິພາບ. ​ແລະ​ນັ້ນ​ກໍຄື​ສິ່ງ​ນຶ່ງ​ທີ່​ສະຫະລັດ​ມີ​ຄວາມ​ໝັ້ນ​ໝາຍຫລາຍ​ທີ່​ສຸດ.”

ບໍ່​ມີ​ປະ​ເທດ​ໃດ​ໄດ້​ປະຕິບັດຕາມ​ ການ​ນຳພາ​ຂອງປະທາ​ນາ​ທິບໍດີ​ທຣໍາ ​ໃນ​ການວາງ
​ແຜນ​ທີ່​ຈະ​ຍ້າຍ​ສະຖານທູດ​ຂອງ​ຕົນ​ຈາກນະຄອນ ແທລ ອາ​ວີ​ຟ ​ໄປ​ຍັງນະຄອນເຈຣູ
ຊາ​ແລັມ ​ທີ່ທຳນຽບຂາວໃຫ້ການ​ຮັບຮູ້ນັ້ນ.

Protests Against US Recognition of Jerusalem as Israel's Capital Continue Friday
please wait

No media source currently available

0:00 0:02:18 0:00

ທ່ານ​ນາງ​ຮັກ​ກາ​ບີ ​ແຊນ​ເດີ ກ່າວ​ວ່າ “ຂ້າພະ​ເຈົ້າ​ບໍ່​ຊາບວ່າ ມີປະ​ເທດ​ໃດໆ ທີ່​ພວກ​ເຮົາ
​ໄດ້​ກ່າວ​ວ່າ ​ເຂົາ​ເຈົ້າ​ຈະ​ບໍ່ເຮັດ ​ແຕ່​ວ່າ ”ຂ້າພະ​ເຈົ້າ​ບໍ່​ຮູ້​ຈັກ.”

ຄົນພາກັນຮ້ອງໂຮປະທ້ວງ ໃນຂະນະທີ່ຈູດທຸງອິສຣາແອລ ລະຫວ່າງການປະກາດຂອງ ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣໍາ ໃຫ້ເຈຣູຊາແລັມ ເປັນເມືອງຫລວງຂອງອິສຣາແອລ.
ຄົນພາກັນຮ້ອງໂຮປະທ້ວງ ໃນຂະນະທີ່ຈູດທຸງອິສຣາແອລ ລະຫວ່າງການປະກາດຂອງ ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣໍາ ໃຫ້ເຈຣູຊາແລັມ ເປັນເມືອງຫລວງຂອງອິສຣາແອລ.

​ນຶ່ງ​ມື້​ຫລັງ​ຈາກ​ປະທານາທິບໍດີ​ໄດ້​ປະກາດ​ໃຫ້​ເຈຣູຊາ​ແລັມ ​ເປັນ​ນະຄອນຫລວງ​ຂອງ​
ອິສຣາ​ແອ​ລ ​ເອກ​ອັກຄະ​ລັດຖະທູດຣັດ​ເຊຍ​ໃນ​ອິສຣາ​ແອ​ລ ທ່ານ​ອາ​ເລັກ ຊາ​ນເດີ ​ເຊ​ນ
ກ່າວ​ວ່າ​ ມົສກູ​ອາດ​ຍ້າຍ​ສະຖານທູດ​ຂອງ​ຕົນ​ໄປເຂດພາກຕາ​ເວັນ​ຕົກເຈຣູຊາ​ແລັມ
“ຫລັງ​ຈາກ​ປາ​ແລສ​ໄຕ​ນ໌ ​ແລະ​ອິສຣາ​ແອ​ລຕົກລົງກັນໃນ​ທຸກໆ​ບັນຫາ ກ່ຽວກັບ​ຖານະ
ຂັ້ນ​ສຸດ​ທ້າຍ​ຂອງ​ດິນ​ແດນ​ປາ​ແລ​ສ​ໄຕນ໌.”

ຊາວໜຸ່ມປາແລສໄຕນ໌ ຄົນນຶ່ງຖືກຕຳຫລວດອິສຣາແອລຈັບໄວ້ ໃນຂະນະທີ່ມີການປະທ້ວງ.
ຊາວໜຸ່ມປາແລສໄຕນ໌ ຄົນນຶ່ງຖືກຕຳຫລວດອິສຣາແອລຈັບໄວ້ ໃນຂະນະທີ່ມີການປະທ້ວງ.

ກະຊວງ​ຕ່າງປະ​ເທດຣັດ​ເຊຍ ຢູ່​ໃນ​ຖະ​ແຫ​ລງການ ​ທີ່​ຖືກເບິ່ງກັນວ່າ ເປັນຄວາມເຫັນທີ່
ໜ້າ​ຕື່ນ​ຕົກ​ໃຈ ສຳລັບ​ອິສຣາ​ແອ​ລ ກ່າວ​ວ່າ ​ຕົນຖື​ວ່າ “​ພາກຕາເວັນອອກ ຂອງເຈຣູຊາ
​ແລັມ ເປັນ​ນະຄອນຫລວງ​ຂອງ​ປະ​ເທດ​ປາ​ແລັສ​ໄຕນ໌​ໃນ​ອະນາ​ຄົດ. ​ໃນ​ຂະນະ​ດຽວ​ກັນ
ພວກ​ເຮົາ​ຕ້ອງ​ກ່າວວ່າ ​ຢູ່​ໃນ​ເນື້ອ​ເລື້ອງນີ້ ພວກ​ເຮົາເຫັນວ່າ ພາກຕາເວັນຕົກຂອງເຈຣູ
ຊາ​ແລັມຕາ​ເວັນ​ຕົກ ​ເປັນ​ນະ​ຄອນ​ຫລວງ​ຂອງ​ອິສຣາ​ແອ​ລ.”

ຜູ້ສະໜັບສະໜູນຄົນນຶ່ງ ທາງສາສໜາ ແລະພັກການເມືອງ ຈາມາຕ-ອີ-ອິສລາມີ ຮ້ອງໂຮປະທ້ວງ ຢືນຢຽບທຸງອິສຣາແອລ.
ຜູ້ສະໜັບສະໜູນຄົນນຶ່ງ ທາງສາສໜາ ແລະພັກການເມືອງ ຈາມາຕ-ອີ-ອິສລາມີ ຮ້ອງໂຮປະທ້ວງ ຢືນຢຽບທຸງອິສຣາແອລ.

​ໃນ​ການ​ຕອບ​ໂຕ້​ຕໍ່​ຄຳ​ປະກາດ​ຂອງ​ປະທານາທິບໍດີ​ທຣໍາ ບັນດາພັກຝ່າຍຕ່າງໆຂອງ​ປາ
​ແລັສ​ໄຕ​ນ໌ ​ໄດ້​ປະກາດ​ວ່າ ​ວັນ​ສຸກ​ມື້ນີ້ ຈະ​ເປັນ “​ວັນແຫ່ງຄວາມໂກດແຄ້ນ” ໃນ​ຂະນະ​ທີ່
​ກຸ່ມ​ຮາ​ມັສ ​ຮ້ອງ​ໃຫ້​ລຸກ​ຮື​ຂຶ້ນຕໍ່​ຕ້ານ​ອິສຣາ​ແອ​ລ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG