ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໙ ພຶດສະພາ ໒໐໒໔

ທຳນຽບຂາວ ພິຈາລະນາ ການເດີນທາງ ຢ້ຽມຢາມ ຈີນ ຂອງທ່ານ ກິມ ຈົງ ອຶນ ເປັນບາດກ້າວ ໃນແງ່ບວກ


White House Sees Kim Jong Un Visit to China as Positive Step
please wait

No media source currently available

0:00 0:02:48 0:00

ທຳນຽບຂາວໄດ້ສະແດງຄວາມຍິນດີ ກັບການພົບປະກັນຢ່າງບໍ່ເປີດເຜີຍ ລະຫວ່າງຜູ້
ນຳ ເກົາຫຼີເໜືອ ທ່ານ ກິມ ຈົງ ອຶນ ແລະ ປະທານປະເທດ ຈີນ ທ່ານ ສີ ຈິ່ນຜິງ ດັ່ງກັບ
ການບຸກເບີກໃນແງ່ດີຕໍ່ການເຈລະຈາ ທີ່ມີຄວາມເປັນໄປໄດ້ລະຫວ່າງ ວໍຊິງຕັນ ແລະ
ພຽງຢາງ. ແນວໃດກໍຕາມ, ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ໄດ້ຢືນຢັດ
ວ່າ ການປຸກລະດົມ ເພື່ອສ້າງຄວາມກົດດັນສູງສຸດຕໍ່ ເກົາຫຼີເໜືອແມ່ນຍັງຈະດຳເນີນ
ຕໍ່ໄປ. ໃນການໃຫ້ສຳພາດກັບວີໂອເອ ພະແນກພາສາ ເກົາຫຼີ ນັ້ນ, ຜູ້ຊ່ຽວຊານ ດ້ານ
ເອເຊຍຕາເວັນອອກ ກ່າວວ່າການຢ້ຽມຢາມດັ່ງກ່າວ ກໍເປັນຄວາມພະຍາຍາມຂອງ
ທ່ານ ກິມ ຈົງ ອຶນ ທີ່ຈະເສີມສ້າງຄວາມເຂັ້ມແຂງ ໃຫ້ແກ່ທ່າທີຂອງທ່ານ ກ່ອນການ
ເຈລະຈາລະຫວ່າງ ເກົາຫຼີ ທີ່ມີກຳນົດຈັດຂຶ້ນໃນເດືອນເມສານີ້ເຊັ່ນກັນ. ນັກຂ່າວວີໂອ
ເອ ເຮຊຸສເມັນ ໂອນີ “Jesusmen Oni” ມີລາຍງານເພີ່ມເຕີມ, ເຊິ່ງ ພຸດທະສອນ ຈະ
ນຳລາຍລະອຽດ ມາສະເໜີທ່ານໃນອັນດັບຕໍ່ໄປ.

ການພົບປະແບບທີ່ບໍ່ຄາດຄິດ ລະຫວ່າງ ຜູ້ນຳເກົາຫຼີເໜືອ ທ່ານ ກິມ ຈົງ ອຶນ ແລະ
ປະທານປະເທດ ຈີນ ທ່ານ ສີ ຈິ່ນຜິງ ໄດ້ຖືກພິ ຈາລະນາກັນວ່າ ເປັນບາດກ້າວໃນແງ່
ບວກຢູ່ ວໍຊິງຕັນ.

ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ໄດ້ກ່າວໃນ Twitter ວ່າ “ຕອນນີ້ມັນມີ
ໂອກາດດີທີ່ທ່ານ ກິມ ຈົງ ອຶນ ຈະເຮັດສິ່ງທີ່ຖືກຕ້ອງສຳລັບປະຊາຊົນຂອງລາວ ແລະ
ສຳລັບມວນມະນຸດ.”

ໂຄສົກທຳນຽບຂາວທ່ານນາງ ຊາຣາ ຮັກຄາບີ ແຊນເດີສ ໄດ້ກ່າວວ່າ ເປັນຫຼັກຖານ
ເພີ່ມເຕີມທີ່ພິສູດໃຫ້ເຫັນວ່າ ການກົດດັນຂອງ ສະຫະລັດ ຕໍ່ ເກົາຫຼີເໜືອ ແມ່ນກຳລັງ
ໄດ້ຜົນ.

ທ່ານນາງ ຊາຣາ ຮັກຄາບີ ແຊນເດີສ ກ່າວວ່າ “ພວກເຮົາຍັງຈະມີຄວາມເປັນຫ່ວງຢູ່,
ແຕ່ພວກເຮົາຮູ້ສຶກວ່າສິ່ງຕ່າງໆນັ້ນ ແມ່ນກຳລັງເຄື່ອນໄຫວໄປໃນທິດທາງທີ່ຖືກຕ້ອງ.”

ສະຫະລັດ ໄດ້ເພີ່ມຄວາມກົດດັນຕໍ່ ເກົາຫຼີເໜືອ ຜ່ານມາດຕະການລົງໂທດຕ່າງໆ,
ແມ່ນກະທັ້ງເພັ່ງເລັງໃສ່ບໍລິສັດຕ່າງໆໃນທົ່ວໂລກທີ່ຄ້າຂາຍແບບຜິດກົດໝາຍກັບ
ເກົາຫຼີເໜືອ.

ທຳນຽບຂາວ ແມ່ນກຳລັງໃຊ້ວິທີແບບລໍຖ້າແລະເບິ່ງການເຄື່ອນໄຫວຕ່າງໆ ກ່ອນທີ່
ຈະເປີດການເຈລະຈາ ລະຫວ່າງ ສະຫະລັດ ແລະ ເກົາຫຼີເໜືອ ຢ່າງເປັນທາງການ,
ແຕ່ການເປີດຕົວທາງການທູດຂອງທ່ານ ກິມ ໃນ ຈີນ ໄດ້ສະແດງໃຫ້ເຫັນວ່າ ເກົາຫຼີ
ເໜືອ ແມ່ນພ້ອມແລ້ວທີ່ຈະທຳການເຈລະຈາ.

ທ່ານນາງ ຊາຣາ ຮັກຄາບີ ແຊນເດີສ ກ່າວວ່າ “ພວກທ່ານໄດ້ເຫັນລາວເດີນທາງອອກ
ປະເທດເປັນຄັ້ງທຳອິດ, ນັບຕັ້ງແຕ່ລາວໄດ້ເປັນຜູ້ນຳຂອງ ເກົາຫຼີເໜືອ, ລາວໄດ້ເດີນ
ທາງອອກປະເທດຂອງລາວເປັນຄັ້ງທຳອິດ, ສຳລັບການພົບປະນັ້ນ, ແລະ ພວກເຮົາ
ພິຈາລະຈາວ່ານັ້ນແມ່ນສັນຍານທີ່ດີ ເຊິ່ງຂະບວນການກົດດັນສູງສຸດ ແມ່ນຍັງສືບຕໍ່
ເຮັດວຽກໄດ້ຜົນ ແລະ ພວກເຮົາກໍຈະສືບຕໍ່ດຳເນີນໄປໜ້າໃນຂະບວນການນີ້ ແລະ
ຫວັງວ່າຈະມີການພົບປະກັນໃນອະນາຄົດ.”

ການເດີນທາງໄປຕ່າງປະເທດຄັ້ງທຳອິດຂອງທ່ານ ກິມ ຈົງ ອຶນ ນັບຕັ້ງແຕ່ໄດ້ເຂົ້າກຳ
ອຳນາດໃນປີ 2011, ໄດ້ມີຂຶ້ນທ່າມກາງຄວາມເຄັ່ງຕຶງທີ່ເພີ່ມຂຶ້ນ ກັບ ຈີນ ກ່ຽວກັບ
ໂຄງການນິວເຄລຍຂອງ ພຽງຢາງ ແລະ ພຽງບໍ່ເທົ່າໃດສັບປະດາ ກ່ອນການພົບປະ
ກັບ ເກົາຫຼີໃຕ້.

ທ່ານ ດັກກລາສ ພາລ, ຈາກສູນວິໄຈຄາເນກີ ເພື່ອສັນຕິພາບ ກ່າວວ່າ “ມັນເປັນ
ເລື່ອງທຳມະຊາດທີ່ເຈົ້າມີກອງປະຊຸມໃຫຍ່ຈະຈັດຂຶ້ນໃນໝໍ່ໆນີ້, ເຈົ້າຢາກສະແດງ
ໃຫ້ເຫັນວ່າ ເຈົ້າມີແຜນການທາງການທູດ ແລະ ການສະໜັບສະໜູນໃນວິໄສທັດຂອງ
ເກົາຫຼີໃຕ້. ຈີນ ມີທຳນອງວ່າແມ່ນຄູ່ຂາກັບ ເກົາຫຼີເໜືອ ແລະ ເຖິງແມ່ນວ່າການເປັນ
ພັນທະມິດນັ້ນຈະມີຄວາມຕຶງຄຽດ ໃນເວລານີ້ກໍຕາມ, ມັນແມ່ນວິທີນຶ່ງຂອງການ ສະ
ແດງໃຫ້ເຫັນວ່າ ທ່ານ ກິມ ຈົງ ອຶນ ແມ່ນບໍ່ໄດ້ໂດດດ່ຽວໃນການພົບປະດັ່ງກ່າວນັ້ນ.

ລາຍງານຂອງສື່ມວນຊົນ ຈີນ ໄດ້ສະເໜີແນະວ່າ ທ່ານ ກິມ ຈົງ ອຶນ ແມ່ນເປີດກວ້າງ
ຕໍ່ການເຈລະຈາປົດອາວຸດນິວເຄລຍ, ກໍຕໍ່ເມື່ອຖ້າ ເກົາ ຫຼີໃຕ້ ແລະ ສະຫະລັດ ຕອບ
ຮັບ ຕໍ່ຄວາມພະຍາຍາມຂອງ ພຽງຢາງ ດ້ວຍ “ຄວາມປາຖະໜາດີ.”

ທ່ານ ຣິຈາດ ບຸຊ ແມ່ນນັກຄົ້ນຄວ້າ ກ່ຽວກັບ ບັນຫາເຂດເອເຊຍຕາ ເວັນອອກທີ່ສະ
ຖາບັນບຣຸກຄິງສ ກ່າວວ່າ “ອີງຕາມວິທີທີ່ ເກົາຫຼີເໜືອ ໄດ້ອະທິບາຍເງື່ອນໄຂ ຂອງ
ເຂົາເຈົ້າໃນເມື່ອກ່ອນນັ້ນ, ເຂົາເຈົ້າຄົງຈະ ມີຄວາມໝາຍວ່າ ໃນຈຸດໃດນຶ່ງ ການສິ້ນ
ສຸດຂອງການເປັນພັນທະມິດກັນລະຫວ່າງ ສະຫະລັດ ແລະ ສາທາລະນະລັດ ເກົາຫຼີ,
ການຖອນຕົວຂອງກອງກຳລັງ ອາເມຣິກັນ ຈາກແຫຼມ ເກົາຫຼີ, ການຢຸດປົກປ້ອງ ປະ
ເທດທີ່ບໍ່ມີອາວຸດນິວເຄລຍຂອງ ສະຫະລັດ, ບໍ່ມີສິ່ງໃດໃນທັງໝົດນັ້ນແມ່ນສິ່ງທີ່ລັດ
ຖະບານ ອາເມຣິກັນ ຫຼື ລັດຖະບານ ເກົາຫຼີໃຕ້ ຈະຍິນດີນຳມາພິຈາລະນາ.”

ການເຈລະຈາລະຫວ່າງ ເກົາຫຼີ ທີ່ມີແຜນຈະຈັດຂຶ້ນໃນທ້າຍເດືອນເມ ສານີ້ ອາດຕິດ
ຕາມມາດ້ວຍການປະຊຸມຊ້ອງໜ້າກັນ ລະຫວ່າງ ທ່ານ ກິມ ຈົງ ອຶນ ແລະ ປະທານາ
ທິບໍດີ ທຣຳ. ກວ່າເຖິງເວລານັ້ນ, ທ່ານ ທຣຳ ໄດ້ຂຽນໃນ Twitter ວ່າ “ຂະບວນ
ການກົດດັນສູງສຸດ” ຂອງທ່ານ ແມ່ນຍັງຈະດຳເນີນຕໍ່ໄປ.


The White House has welcomed a secret meeting between North Korea's Kim Jong Un and China's Xi Jinping as a positive prelude to potential talks between Washington and Pyongyang. U.S. President Donald Trump however maintains a maximum pressure campaign against North Korea will continue. Speaking with VOA's Korean Service, an East-Asia expert says the visit was also Kim Jong Un's effort to fortify his position before Inter-Korean talks scheduled in April. Jesusemen Oni has more.

The surprise meeting between North Korea's Kim Jong Un and China's Xi Jinping is seen as a positive step in Washington.

U.S. President Donald Trump said in a tweet-- "Now there is a good chance that Kim Jong Un will do what is right for his people and for humanity."

More proof, says White House press secretary Sarah Huckabee Sanders, that U.S. pressure on North Korea is working.

"We are going to be cautiously optimistic, but we feel like things are moving in the right direction."

The United States has ramped up pressure on North Korea through sanctions, even going after companies across the globe that trade in illicit goods with North Korea.

The White House is taking a wait-and-see approach before it commits to formal US/North Korea talks, but says Kim's diplomatic debut in China shows North Korea is ready to negotiate.

"You saw him leave for the first time, since becoming the leader of North Korea, leaving his country for the first time, for that meeting, and we consider that to be a positive sign that the maximum pressure campaign is continuing to work, and we are going to continue moving forward in this process and hopes for a meeting down the road."

Kim Jong Un's first foreign trip since assuming power in 2011, comes amid rising tensions with China over Pyongyang's nuclear ambitions.. and just weeks before a scheduled meeting with South Korea.

"It's natural that when you've got big meetings coming up, you want to show that you've got diplomatic maneuvering and support in the eyes of South Korea. China is a sort of alliance partner with North Korea and even if that alliance is strained now, it's a way of showing that Kim Jong Un is not isolated going into the meeting.

Chinese media reports suggest Kim Jong Un is open to denuclearization talks, but only if South Korea and the United States respond to Pyongyang's efforts with "goodwill."

Richard Bush is senior fellow on East Asia Affairs at the Brookings Institution.

"Based on how North Korea has elaborated its conditions in the past, it probably means at some point the end of the US-ROK alliance, the withdrawal of American troops from the Korean peninsula, the end of the U.S. nuclear umbrella, none of those things is something that any American government or any South Korean government would be willing to contemplate."

The Inter-Korea talks planned for late April could be followed by a face-to-face meeting between Kim Jong un and President Trump.Until then, Trump tweeted that his "Maximum Pressure" campaign will continue.

XS
SM
MD
LG