ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທໍານຽບຂາວ ສະເໜີການເລີ້ມຕົ້ນໃໝ່ໃຫ້ແກ່ ອາຟຣິກາ ດ້ວຍນະໂຍບາຍ ຄວາມເທົ່າທຽມກັນ


White House Offers Africa a New Start With Equality-Minded Policy
please wait

No media source currently available

0:00 0:02:22 0:00

ລາຍງານກ່ຽວກັບ ທໍານຽບຂາວສະເໜີນະໂຍບາຍໃໝ່ ດ້ວຍຄວາມເທົ່າທຽມໃນທະວີບອາຟຣິກາ.

ລັດ​ຖະ​ບານຂອງທ່ານໄບເດັນ ກ່າວວ່າ ນະໂຍບາຍໃໝ່ຂອງສະຫະລັດ​ຕໍ່ອາຟຣິກາ ແມ່ນຢູ່ບົນພື້ນຖານຂອງການສ້າງຄວາມເທົ່າທຽມກັນ, ສົ່ງເສີມສັງ ຄົມທີ່ເປີດກວ້າງ ແລະປະຊາທິປະໄຕ, ພ້ອມທັງການດໍາເນີນງານ ເພື່ອຟື້ນຟູຈາກການລະບາດໃຫຍ່ ຂອງພະຍາດໂຄວິດ-19, ແລະການປັບໂຕຕໍ່ການປ່ຽນ ແປງຂອງດິນ​ຟ້າອາກາດ. ໃນຂະນະທີ່ການເດີນທາງເມື່ອ​ບໍ່​ດົນ​ມານີ້ຂອງລັດຖະ ມົນຕີກະຊວງການຕ່າງປະເທດສະຫະລັດ ທ່ານແອນໂທນີ ບລິງເກັນ ໄດ້ຍົກ ຍ້ອງສັນລະເສີມວັດຖຸປະສົງຕ່າງໆເຫຼົ່ານີ້ ແລະຄວາມສໍາພັນອັນໃໝ່ລະຫວ່າງສະຫະລັດກັບພັນທະມິດຫຼາຍກວ່າ 50 ປະເທດຢູ່ໃນທະວີບດັ່ງກ່າວ. ອານິຕາ ພາວ (Anita Powell) ນັກຂ່າວ VOA ມີລາຍງານກ່ຽວກັບເລື້ອງນີ້ ຈາກນະ ຄອນຫຼວງວໍຊິງຕັນ, ເຊິ່ງ ທິບສຸດາ ມີລາຍລະອຽດມາສະເໜີທ່ານໃນອັນດັບຕໍ່ໄປ.

ໃນທີ່ສຸດ ແມ່ນຄວາມເທົ່າທຽມກັນ, ນັ້ນຄືສິ່ງທີ່ປະທານາທິບໍດີສະຫະລັດ ໄດ້ໃຫ້ຄໍາໝັ້ນສັນຍາ ໃນການກໍານົດຍຸດທະສາດ​ຕໍ່ທະວີບອາຟຣິກາ ທີ່ກໍາລັງຂະ ຫຍາຍໂຕຢ່າງໄວວາຄືນໃໝ່.

ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ ທ່ານແອນໂທນີ ບລິງເກັນ ໄດ້ສະຫຼຸບກ່ຽວກັບເລື້ອງນີ້ ໃນລະຫວ່າງການເດີນທາງໄປປະເທດຕ່າງໆ ໃນຂົງເຂດອາຟຣິກາ ແບບຮີບດ່ວນເມື່ອອາທິດທີ່ຜ່ານມາ ໂດຍກ່າວວ່າ:

“ໃນສິ່ງທີ່ພວກເຮົາພະຍາຍາມຊອກຫາທັງໝົດ ແມ່ນຮຸ້ນສ່ວນພັນທະມິດ ທີ່ແທ້ຈິງ ລະຫວ່າງສະຫະລັດ ແລະອາຟຣິກາ. ພວກເຮົາບໍ່ຕ້ອງການຄວາມສໍາພັນທີ່ບໍ່ສົມດຸນຫຼືທາງດ້ານການດໍາເນີນງານ, ແລະຄວາມມຸ້ງໝັ້ນຂອງພວກເຮົາ ເພື່ອ ສ້າງສາຍສໍາພັນ​ກັບຄູ່ຮ່ວມພາ​ຄີທີ່ເຂັ້ມແຂງກັບອາຟຣິກາ ບໍ່ແມ່ນເພື່ອຄວາມພະ ຍາຍາມທີ່ຈະເອົາຊະນະຜູ້ອື່ນໆ.”

ຍົກເວັ້ນ, ຜູ້ສັງເກດການຂອງອາຟຣິກາກ່າວວ່າ ສອງປະເທດປະກອບເຂົ້າກັນໃຫ້ໃຫຍ່ຂຶ້ນ. ຈີນ, ເຊິ່ງມີຄວາມຄິດລິເລີ້ມກ່ຽວກັບໂຄງລ່າງພື້ນຖານນຶ່ງແລວທາງ ນຶ່ງເສັ້ນທາງ ໄດ້ຂະຫຍາຍໄປທົ່ວທະວີບດັ່ງກ່າວແລ້ວ, ແລະ ຣັດເຊຍ ເຊິ່ງລັດຖະມົນຕີກະຊວງການຕ່າງປະເທດຂອງພວກເຂົາເຈົ້າກໍໄດ້ມີການເດີນ ທາງໄປໃນທະວີບດັ່ງກ່າວເຊັ່ນກັນ ເພື່ອເຮັດໃຫ້ປະເທດຕ່າງໆຢູ່ໃນຂົງເຂດທະ ວີບອາຟຣິກາ ຄິດເຫັນຄວາມສໍາພັນອັນດົນນານໃນຍຸກຫຼັງການປົດປ່ອຍ.

ທ່ານນາງຄຣິສຕີນ ແມັກກີ (Kristin McKie), ຮອງສາດສະດາຈານທາງດ້ານການສຶກສາກ່ຽວກັບລັດຖະບານ ແລະປະຊາຊົນຊາວອາຟຣິກາແຫ່ງມະຫາວິທະ ຍາໄລ ເຊັນລໍເຣັນສ໌ ກ່າວກັບ VOA ຜ່ານຊູມວ່າ:

“ຂ້າພະເຈົ້າຄິດວ່າ ການປ່ຽນແປງສໍານວນການເວົ້າເພື່ອຈູງໃຈຄົນອື່ນ ແມ່ນມີຄວາມໝາຍສໍາຄັນອັນນຶ່ງ, ແລະຍັງເປັນສິ່ງນຶ່ງທີ່ແນເປົ້າໝາຍໃສ່ເພື່ອຕໍ່ຕ້ານການນໍາໃຊ້ເງື່ອນໄຂ ‘ຄູ່ຮ່ວມພັນທະມິດ,’ ແລະຄູ່່ຮ່ວມພັດທະນາທາງດ້ານເສດຖະ ກິດຂອງຈີນ ທີ່ໄດ້ຮັບການຕອບຮັບເປັນຢ່າງດີທົ່ວຂົງເຂດທະວີບອາຟຣິກາ ໃນລັກສະນະຂອງການໃຫ້ຄວາມເຄົາລົບຫຼາຍຂຶ້ນ.”

ທໍານຽບຂາວກ່າວວ່າ ນີ້ຈະເປັນການຍົກຕົວຢ່າງທ້າຍປີ ໃນການປັບປຸງກອງປະຊຸມສຸດຍອດສະຫະລັດ ແລະອາຟຣິກາປະຈໍາປີ 2014.

ໃນກອງປະຊຸມສຸດຍອດໃນຄັ້ງນັ້ນ, ໃນເວລາທີ່ປະທານາທິບໍດີ ບາຣັກ ໂອບາມາ ໄດ້ສ້າງຈຸດສໍາຄັນ ດ້ວຍການບໍ່ເຊີນຜູ້ນໍາປະເທດຂອງຊິມບັບເວ ທ່ານໂຣເບີທ ມູກາບີ (Robert Mugabe), ເຊິ່ງທີ່ມີອໍານາດຜະເດັດການເພີ້ມຂຶ້ນເລື້ອຍໆ ກ່ອນທີ່ທ່ານຊິເສຍຊີວິດ ໃນປີ 2019. ແລະທ່ານເອງກໍບໍ່ແມ່ນຜູ້ນໍາຂອງອາຟຣິກາພຽງຄົນດຽວ ທີ່ດໍາລົງຕໍາແໜ່ງ ມາຫຼາຍທົດສະວັດ, ເຊິ່ງເປັນ ຄວາມທ້າທາຍຕໍ່ນະໂຍບາຍສະຫະລັດ ໃນການຊຸກຍູ້ປະຊາທິປະໄຕ.

ທ່ານແອັບເບເນເຊີ ໂອບາແດ (Ebenezer Obadare), ເຊິ່ງເປັນສະມາຊິກອາວຸໂສ ແຫ່ງສະພາຄວາມສໍາພັນການຕ່າງປະເທດ ກ່າວກັບ VOA ຜ່ານຊູມວ່າ:

“ຂ້າພະເຈົ້າຄິດວ່າ ນະທີ່ນີ້ ສະຫະລັດແມ່ນຢູ່ໃນຈຸດເຊື່ອມຕໍ່ທີ່ໜ້າສົນໃຈຫຼາຍ, ເຊິ່ງພວກເຈົ້າຕ້ອງໄດ້ໃຊ້ຄວາມພະຍາຍາມ ແລະຢ່າງໜ້ອຍກໍເບິ່ງຄືວ່າ ຕ້ອງ ການໃຫ້ທຸກໆຄົນເຂົ້າຮ່ວມການສົນທະນາ, ເຖິງແມ່ນວ່າຜູ້ຄົນເຫຼົ່ານັ້ນທີ່ພວກເຈົ້າຮູ້ວ່າບໍ່ຕ້ອງການຢູ່ຮ່ວມກັບພວກເຂົາ. ດັ່ງນັ້ນ ຂ້າພະເຈົ້າຈຶ່ງມີຄວາມສົງໄສວ່າ ຈະຕ້ອງມີຜູ້ນໍາອາຟຣິກາຈໍານວນຫຼາຍຢູ່ທີ່ນັ້ນ.”

ແລະທ່ານກ່າວວ່າ, ມັນມີຄວາມຮູ້ສຶກທີ່ແທ້ຈິງວ່ານະໂຍບາຍນີ້ ໃນລະຫວ່າງທີ່ຄວາມສໍາຄັນຂອງນະໂຍບາຍນັ້ນ ບໍ່ໄດ້ແຕກຕ່າງຈາກນະໂຍບາຍໃນກ່ອນໜ້ານັ້ນ, ໂດຍເປັນການສື່ເຖິງຄວາມຈິງ ແລະການປະນີປະນອມກັນ, ເຊິ່ງທ່ານແອັບເບເນເຊີ ໂອບາແດ ກ່າວວ່າ:

“ສິ່ງທີ່ຂ້າພະເຈົ້າມັກໃນສິ່ງນີ້ກໍຄື ລັກສະນະສະເພາະຂອງພາສາ ທີ່ກ່າວກ່ຽວສະ ຫະລັດ” ວ່າ ‘ພວກເຮົາເຫັນວ່າ ພວກເຮົາມີການສະແດງອອກທີ່ບໍ່ສຸພາບ, ພວກເຂົາເຈົ້າບໍ່ໄດ້ໃຊ້ຄໍານັ້ນ ແຕ່ໃຊ້ຄໍາອື່ນທີ່ຄ້າຍຄືກັນໃນອະດີດ. ພວກເຮົາບໍ່ເຄີຍຊື່ສັດຕໍ່ຄໍາເວົ້າຂອງພວກເຮົາເອງ, ແຕ່ພວກເຮົາຕ້ອງການລຶບລ້າງ ຄໍາຕໍາໜິວິຈານຕ່າງໆໃຫ້ໝົດໄປ.’”

ສະນັ້ນ, ນີ້ແມ່ນການເລີ້ມຕົ້ນທີ່ດີບໍ? ໃນຊ່ວງໄລຍະເວລາທີ່ບໍ່ແນ່ນອນເຫຼົ່ານີ້, ສະຫະລັດ ໄດ້ມີຄວາມຄາດຫວັງໄວ້ຢ່າງແຈ່ມແຈ້ງ.

The Biden administration says its new Africa policy is based on establishing equality, promoting open societies and democracy, and working toward pandemic recovery and climate change adaptation. During his recent tour, the U.S. secretary of state touted these objectives and the new relationship between the U.S. and its 50-plus partners on the continent. VOA’s Anita Powell reports from Washington. ]]

Equality at last. That is what U.S. President Joe Biden’s reframed Africa strategy pledges to the fastest-growing continent.

Secretary of State Antony Blinken summed it up thusly during his whirlwind trip to Africa last week.

Antony Blinken, US Secretary of State

"What we seek most of all is a true partnership between the United States and Africa. We don't want an imbalanced or transactional relationship, and our commitment to a stronger partnership with Africa is not about trying to outdo anyone else."

Except, Africa watchers say, two countries loom large: China, whose Belt and Road infrastructure initiative has crossed the continent, and Russia, whose foreign minister also took a recent tour of the continent to remind African nations of old ties from the post-liberation era.

Kristin McKie is an associate professor of government and African studies at St. Lawrence University. She spoke to VOA on Zoom.

“I think the shift in rhetoric is an important one, and also one that is really aimed at countering China's use of the term ‘partnership,’ economic development partners, that has been well received across the African continent in terms of being more respectful.”

The White House says this will be exemplified later this year at a revamp of 2014's U.S.- Africa Summit.

At that summit, then-President Barack Obama made a point of not inviting Zimbabwean leader Robert Mugabe, who grew increasingly authoritarian before his death in 2019. And he is not the only African leader to have served for several decades — a challenge to the U.S. policy of pushing democratization.

Ebenezer Obadare is a senior fellow at the Council on Foreign Relations. He spoke to VOA on Zoom

“I think the United States is in a very interesting juncture here, where you have to try and at least appear to want to have everybody around the table – even people that, you know, you'd rather not have around. // So I suspect there'll be a lot of African leaders there.”

And, he said, there is a real sense that this policy – while materially not too different from previous policies – carries a note of truth and reconciliation.

Ebenezer Obadare, Council on Foreign Relations

“What I like about it is there's this particular language about the United States saying, 'We think we may have acted dishonorably' – it doesn't use that word, but something similar – 'in the past. We've not always been true to our word, but we want to wipe the slate clean.'”

XS
SM
MD
LG