ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໘ ມິຖຸນາ ໒໐໒໓

ທຳນຽບຂາວ​ ປະກາດ ​ຈະຮັບເອົາ ອົບ​ພະຍົບ ໃນຈຳນວນ ໜ້ອຍທີ່ສຸດ


ນາງ Nadia Hanan Madalo (ກາງ) ກອດນ້ອງຊາຍຂອງລາວ ທ້າວ Gassan Kakooz ຢູ່ສະໜາມບິນ ທີ່ເດີນທາງ ມາຈາກ ປະເທດ Iraq, ວັນທີ 15 ມີນາ 2017 ທີ່ນະຄອນ San Diego.

ທຳນຽບຂາວ​ໄດ້​ປະກາດ​ຢ່າງ​ເປັນ​ທາງ​ການ​ກ່ຽວ​ກັບ​ຈຳນວນອົບ​ພະຍົບທີ່​ສະຫະລັດ
ຈະ​ຮັບ​ເອົາ ສຳລັບ​ສົກ​ປີ 2018 ຈະ​ມີ​ຢູ່ 45,000 ຄົນ ​ໂດຍຮ້ອງ​ວ່າເປັນ “​ໂຄງການ​ອົບ
ພະຍົບ​ເທື່ອ​ທຳ​ອິດ​ ຂອງອາ​ເມຣິກາ” ​ໃນ​ຕອນ​ແລງ​ວັນສຸກວານ​ນີ້ ​ໂດຍ​ເວົ້າ​ວ່າ “​ເປັນ​
ລະດັບ​ທີ່​ໃຫ້ຄວາມ​ປອດ​ໄພແກ່​ປະຊາຊົນ​ອາ​ເມຣິກັນ.”

ຂໍ້ຈຳກັດ​ໃໝ່ ທີ່​ໄດ້​ສົ່ງ​ໄປໃຫ້ລັດຖະສະພາ ​ໃນ​ຕົ້ນ​ອາທິດ​ນີ້ ຈະ​ເຮັດ​ໃຫ້​ສະຫະ ລັດ​ຢູ່
ໃນ​ເສັ້ນທາງ​ຮັບເອົາ​ອົບ​ພະຍົບໜ້ອຍ​ລົງສຳລັບ​ສົກ​ປີ 2018 ຄື​ໜ້ອຍກວ່າ ​ໃນ​ຮອບ 37
ປີ​ທີ່​ຜ່ານ​ມາ ທີ່​ໂຄງການ​ອົບ​ພະຍົບ​ໃນປັດຈຸບັນ​ທີ່​ຮູ້​ກັນ​ໃນ​ຊື່ ​ໂຄງ ການຮັບ​ເອົາອົບ​ພະ
ຍົບ​ເຂົ້າມາ​ໃນສະຫະລັດທີ່ເອີ້ນຫຍໍ້​ວ່າ USRAP ທີ່​ມີ​ມາ​ຈົນເທົ່າ​ທຸກ​ມື້ນີ້.

ທຳນຽບຂາວ​ກ່າວ​ໃນ​ວັນ​ສຸກ​ວານ​ນີ້​ວ່າ ການ​ຕັດສິນ​ໃຈດັ່ງກ່າວ ມີ​ຂຶ້ນຫລັງ​ຈາກໄດ້ປືກ
ສາ​ກັບລັດຖະມົນ​ຕີ​ຕ່າງປະ​ເທ​ດ ລັດຖະມົນຕີກະ​ຊວງ​ຮັກສາ​ຄວາມ​ປອດ​ໄພພາຍ​ໃນ​ຂອງສະຫະລັດ ​ແລະ​ທີ​ມງານ​ດ້ານຄວາມ​ປອດ​ໄພ​ແຫ່ງ​ຊາດ​ຂອງ​ປະ ທານາທິບໍດີ.

ທຳນຽບຂາວ​ກ່າວ​ວ່າ​ ຂໍ້​ຈຳກັດ​ໃໝ່ນີ້ “ແມ່ນ​ແນ​ໃສ່ ​ເພື່ອ​ຮັບເພີ້​ມເອົາການກວດ​ສອບ​
ເພີ້ມຕື່ມ” ​ທີ່​ໄດ້​ອອກ​ແບບ “ເພື່ອ​ໃຫ້​ມີ​ການກວດ​ກາຢ່າງ​ລະອຽດ​ ໃນ​ດ້ານ​ຄວາມ​ປອດ​
ໄພ ຂອງ​ພວກ​ທີ່​ຍື່ນຄຳ​ຮ້ອງກ່ຽວ​ກັບ​ໄພ​ຂົ່ມຂູ່​ທີ່​ອາດ​ເປັນ​ໄປ​ໄດ້ ຕໍ່​ຄວາມ​ປອດ​ໄພສາ
ທາລະນະ ​ແລະ​ຄວາມ​ໝັ້ນຄົງ​ຂອງ​ປະ​ເທດ.”

ການ​ປະກາດ​ຍັງ​ກ່າວວ່າ “ພ້ອ​ມດ້ວຍ​ຂໍ້​ຈຳກັດ​ໃໝ່​ນີ້ ສະຫະລັດ​ຈະ​ສືບ​ຕໍ່​ຮັບ​ເອົາພວກ​
ອົບ​ພະຍົບ​ ໃຫ້​ເຂົ້າມາຕັ້ງ​ຖິ່ນ​ຖານຢ່າງ​ຖາວອນ ​ຫລາຍ​ກວ່າປະ​ເທດ​ໃດໆ ​ແລະ​ພວກ
​ເຮົາ​ຈະສືບ​ຕໍ່​ໃຫ້ການ​ປົກ​ປ້ອງ​ ແກ່​ຜູ້​ທີ່​ມີ​ຄວາມ​ຫຼໍ່​ແຫຼມທີ່ສຸດ ຮວມທັງ​ພວກຜູ້​ທີ່ຖືກປະ
​ຫັດ​ປະ​ຫານ ​ຍ້ອນ​ເຊື້ອຊາດ​ເຜົ່າ​ພັນ ​ແນວ​ຄິດ​ທາງ​ການ​ເມືອງ ສັນຊາດ ສາສະໜາ ຫລືເປັນສະມາຊິກໃນ​ກຸ່ມ​ສັງ​ຄົມ​ໃດ​ສັງຄົມ​ນຶ່ງ.”

ທຳນຽບຂາວ​ຍັງ​ກ່າ​ວວ່າ ການ​ຕັດສິນ​ໃຈນີ້ຍັງ “ສະທ້ອນ​ໃຫ້​ເຫັນ ​ເຖິງ​ຄວາມ​ຕ້ອງການ
​ທີ່ຈະ​ສຸມ​ຊັບພະຍາກອນ ທີ່​ມີ​ຢູ່​ຢ່າງຈຳກັດ​ ​ໃສ່​ຜູ້​ຍື່ນ​ຄຳຮ້ອງປະມານ 270,000 ຄົນ ທີ່​
ໄດ້​ຂໍ​ລີ້​ໄພ ​ແຕ່​ຍັງບໍ່​ໄດ້ມີ​ການກວດ​ສອບຢ່າງ​ເໝາະ​ສົມ ​ແລະ​ໄດ້​ມາ​ຢູ່​ໃນ​ສະຫະລັດ
ເປັນ​ທີ່ຮຽບຮ້ອຍ​ແລ້ວນັ້ນ.​

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG