ຄວາມກັງວົນກ່ຽວກັບສົງຄາມຢູ່ໃນພາກຕາເວັນອອກກາງກໍາລັງເພີ່ມຂຶ້ນ, ໃນຂະນະທີ່ ສະຫະລັດ ກຳລັງຈັດສົ່ງຍຸດໂທປະກອນຂອງກອງທັບຕື່ມອີກ ແລະເຕືອນເຖິງໄພຂົ່ມຂູ່ທີ່ສຳຄັນຕໍ່ຊາວອາເມຣິກັນ ພ້ອມດ້ວຍໜ່ວຍງານຕ່າງໆຂອງສະຫະລັດຢູ່ໃນພາກພື້ນ. ນັກຂ່າວການທູດອາວຸໂສຂອງ VOA ຊິນດີ ເຊນ ມີລາຍງານຈາກກະຊວງການຕ່າງປະເທດ, ທິບສຸດາ ມີລາຍລະອຽດ.
ກອງທັບອິສຣາແອລ ໄດ້ເພີ່ມການໂຈມຕີທາງອາກາດໃສ່ຂົງເຂດກາຊາ, ໂດຍໄດ້ທຳລາຍບ່ອນຢູ່ອາໄສເປັນວົງກວ້າງ ທ່າມກາງຄວາມຄາດໝາຍຂອງການບຸກໂຈມຕີທາງພາກພື້ນດິນຂອງອິສຣາແອລ.
ທ່າມກາງຄວາມຢ້ານກົວທີ່ຈະເກີດສົງຄາມເປັນວົງກວ້າງຂຶ້ນ, ຜູ້ປະສານງານສະພາຄວາມໝັ້ນຄົງແຫ່ງຊາດຂອງທຳນຽບຂາວ ທ່ານຈອນ ເຄີບີ ກ່າວວ່າ ການໂຈມຕີຕໍ່ຜົນປະໂຫຍດຂອງສະຫະລັດຢູ່ໃນພາກພື້ນ ໄດ້ເພີ່ມຂຶ້ນ.
ທ່ານກ່າວວ່າ:
"ພວກເຮົາຮູ້ວ່າ ອີຣ່ານ ຍັງສືບຕໍ່ສະຫນັບສະຫນູນ ກຸ່ມຮາມາສ ແລະ ກຸ່ມເຮັສໂບລລາ. ແລະພວກເຮົາກໍຮູ້ວ່າ ອີຣ່ານ ກໍາລັງຕິດຕາມເຫດການຕ່າງໆເຫຼົ່ານີ້ຢ່າງໃກ້ຊິດ, ໃນບາງກໍລະນີ, ອໍານວຍຄວາມສະດວກໃນການໂຈມຕີຕ່າງໆເຫຼົ່ານີ້ ຢ່າງຈິງຈັງ ແລະຊຸກຍູ້ສົ່ງເສີມພວກອື່ນໆ ຜູ້ທີ່ອາດຈະຕ້ອງການສວຍໂອກາດໃນບັນຫາຂັດແຍ້ງດັ່ງກ່າວ ເພື່ອຜົນປະໂຫຍດຂອງພວກເຂົາເອງ ຫຼື ນັ້ນເພື່ອ ອີຣ່ານ. ພວກເຮົາຮູ້ວ່າ ເປົ້າຫມາຍຂອງອີຣ່ານ ແມ່ນເພື່ອຮັກສາບາງລະດັບຂອງການປະຕິເສດຢູ່ທີ່ນີ້, ແຕ່ພວກເຮົາຈະບໍ່ອະນຸຍາດໃຫ້ພວກເຂົາເຮັດແນວນັ້ນໄດ້. ແລະພວກເຮົາກໍຍັງຈະບໍ່ອະນຸຍາດໃຫ້ມີໄພຂົ່ມຂູ່ໃດໆຕໍ່ຜົນປະໂຫຍດຂອງພວກເຮົາ ຢູ່ໃນພາກພື້ນ ໂດຍປາສະຈາກຄວາມທ້າທາຍ."
ໃນວັນອາທິດແລ້ວນີ້, ລັດຖະມົນຕີກະຊວງປ້ອງກັນປະເທດສະຫະລັດ ທ່ານລອຍ ອອສຕິນ ໄດ້ກ່າວຕໍ່ອົງການຂ່າວ ABC ໃນລາຍການ "This Week” ວ່າ ສະຫະລັດ ກໍາລັງເພີ່ມການປະຈໍາການຂອງກອງກໍາລັງທະຫານຕົນ ຢູ່ໃນພາກຕາເວັນອອກກາງ.
ທ່ານກ່າວວ່າ:
“ດັ່ງທີ່ພວກທ່ານຮູ້, ເມື່ອບໍ່ດົນມານີ້ ພວກເຮົາໄດ້ເຫັນລູກຈະຫຼວດ ແລະ ເຮືອບິນບໍ່ມີຄົນຂັບ ຫຼື UAV ໂຈມຕີເຂົ້າໃສ່ເຮືອນພັກທາງທະຫານ ຢູ່ໃນຖານທັບຂອງພວກເຮົາ ຢູ່ໃນ ອີຣັກ ແລະ ຊີເຣຍ. ພວກເຮົາມີຄວາມກັງວົນເຫຼາຍຂຶ້ນ ກ່ຽວກັບຄວາມເປັນໄປໄດ້ ທີ່ອາດຈະເກີດຂຶ້ນ. ໃນຄວາມຈິງແລ້ວ, ສິ່ງທີ່ພວກເຮົາກໍາລັງມອງເຫັນ ແມ່ນການຄາດການຂອງການເພີ້ມຂຶ້ນທີ່ສໍາຄັນ ກ່ຽວກັບການໂຈມຕີຕໍ່ທະຫານຂອງພວກເຮົາ ແລະປະຊາຊົນຂອງພວກເຮົາໃນທົ່ວພາກພື້ນ. ແລະຍ້ອນສິ່ງດັ່ງກ່າວນັ້ນ, ພວກເຮົາຕ້ອງໄດ້ດໍາເນີນການ ໃນສິ່ງທີ່ຈໍາເປັນ ເພື່ອເຮັດໃຫ້ໝັ້ນໃຈວ່າ ກອງກໍາລັງທະຫານຂອງພວກເຮົາ ແມ່ນຢູ່ໃນສະຖານະການທີ່ປອດໄພ ແລະໄດ້ຮັບການປ້ອງກັນ."
ນັບຕັ້ງແຕ່ການໂຈມຕີໃນວັນທີ 7 ຕຸລາ ໃສ່ພາກໃຕ້ຂອງອິສຣາແອລໂດຍກຸ່ມຫົວຮຸນແຮງປາແລັສໄຕນ໌ຮາມາສ, ເຊິ່ງໄດ້ສັງຫານຊາວອິສຣາແອລຫຼາຍກວ່າ 1,400 ຄົນ, ການບຸກໂຈມຕີທາງອາກາດຂອງອິສຣາແອລ ໃສ່ຂົງເຂດກາຊາ ໄດ້ເຮັດໃຫ້ຊາວປາແລັສໄຕນ໌ ເສຍຊີວິດຢ່າງໜ້ອຍ 5,000 ຄົນ.
ອົງການສະຫະປະຊາຊາດ ແລະບັນດາກຸ່ມມະນຸດສະທຳ ໄດ້ຮຽກຮ້ອງໃຫ້ “ໂຈະການຕໍ່ສູ້ດ້ານມະນຸດສະທຳ.” ໂຄສົກກະຊວງການຕ່າງປະເທດ ທ່ານແມັດທິວ ມີລເລີ ກ່າວໃນວັນຈັນແລ້ວນີ້.
ທ່ານກ່າວວ່າ:
“ການຢຸດຍິງໃດໆກໍຕາມ ຈະຕ້ອງເຮັດໃຫ້ ກຸ່ມຮາມາສ ມີໂອກາດພັກຜ່ອນ, ມີການປັບປຸງກະກຽມ ແລະ ກຽມພ້ອມທີ່ຈະສືບຕໍ່ດໍາເນີນການໂຈມຕີກໍ່ການຮ້າຍຕໍ່ອິສຣາແອລ.”
ຫົວໜ້ານະໂຍບາຍການຕ່າງປະເທດຂອງສະຫະພາບຢູໂຣບ ທ່ານໂຈເຊັບ ບໍເຣລ ກ່າວໃນວັນຈັນແລ້ວນີ້ວ່າ ທ່ານເຊື່ອວ່າ ບັນດາຜູ້ນຳຂອງກຸ່ມດັ່ງກ່າວຈະສະໜັບສະໜູນການຮຽກຮ້ອງໃຫ້ “ໂຈະການຕໍ່ສູ້ດ້ານມະນຸດສະທຳ” ເພື່ອອະນຸຍາດໃຫ້ການຊ່ວຍເຫຼືອເຂົ້າເຖິງເຂດກາຊາ.
ການຊ່ວຍເຫຼືອທາງດ້ານມະນຸດສະທໍາ ຍັງສືບຕໍ່ຫລັ່ງໄຫລເຂົ້າໄປໃນແຫຼມກາຊາ, ໃນຂະນະທີ່ລົດບັນທຸກການຊ່ວຍເຫຼືອ 20 ຄັນໄດ້ເຂົ້າໄປແລ້ວ. ແຕ່ ເມື່ອ ຂາດນ້ຳມັນເຊື້ອໄຟໃນການຂົນສົ່ງ ມັນກໍແມ່ນໄພຄຸກຄາມທີ່ຈະຢຸດຕິການປະຕິບັດງານດັ່ງກ່າວ, ໂດຍມີຊາວປາແລັສໄຕນ໌ທີ່ຖືກປິດລ້ອມຫຼາຍກວ່າ 2 ລ້ານຄົນ ກໍາລັງລໍຖ້າການຊ່ວຍເຫຼືອຢູ່.
Concerns of a wider war in the Middle East are growing, as the United States is dispatching more military assets and warning of significant threats to Americans and U.S. facilities in the region. VOA senior diplomatic correspondent Cindy Saine reports from the State Department.
Israel’s military has increased its airstrikes on Gaza, destroying entire neighborhoods amid expectations of an Israeli ground offensive.
Amid fears of a wider war erupting, White House National Security Council coordinator John Kirby said attacks on U.S. interests in the region have increased.
((John Kirby, National Security Council))
"We know Iran continues to support Hamas and Hezbollah. And we know that Iran is closely monitoring these events, in some cases, actively facilitating these attacks and spurring on others who may want to exploit the conflict for their own good or for that of Iran. We know Iran’s goal is to maintain some level of deniability here, but we're not going to allow them to do that. We also are not going to allow any threat to our interests in the region to go unchallenged."
On Sunday, U.S. Defense Secretary Lloyd Austin spoke to ABC “This Week,” saying the United States is boosting its military presence in the Middle East.
Lloyd Austin, Defense Secretary
“As you know, recently we've seen rocket and UAV [unmanned aerial vehicle] attacks against bases housing our troops in Iraq and Syria. We're concerned about potential escalation. In fact, what we're seeing is the prospect of a significant escalation of attacks on our troops and our people throughout the region. And because of that, we're going to do what's necessary to make sure that our troops are in a good position, and they're protected."
Since the October 7th attack on southern Israel by the Palestinian militant group Hamas, killing more than 1,400 Israelis, Israel’s strikes on Gaza have killed at least 5,000 Palestinians.
The United Nations and humanitarian groups are calling for a “humanitarian pause” in the fighting. State Department spokesperson Matthew Miller had this to say on Monday.
Matthew Miller, State Department Spokesperson
“Any cease-fire would give Hamas the ability to rest, to refit and to get ready to continue launching terrorist attacks against Israel."
European Union foreign policy chief Josep Borrell said Monday he believed the group’s leaders would back a call for a "humanitarian pause" to allow aid to enter Gaza.
Humanitarian aid continued to trickle into the Gaza Strip, as 20 more aid trucks entered. But a lack of fuel for deliveries is threatening to halt the operation, with more than 2 million besieged Palestinians awaiting help.