ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທຳນຽບຂາວ ບໍ່ໃຫ້ຄວາມສຳຄັນ ກ່ຽວກັບ ອັດຕາການຕິດເຊື້ອໄວຣັສໂຄໂຣນາ ທີ່ເພີ້ມຫຼາຍຂຶ້ນນັບມື້


ໂຄສົກທຳນຽບຂາວ ທ່ານນາງ ເຄລີ ແມັກເອັນນານີ ກ່າວຖະແຫລງໃນລະຫວ່າງກອງປະຊຸມຖະແຫລງຂ່າວ ຢູ່ທີ່ທຳນຽບຂາວ, ວັນທີ 22 ມິຖຸນາ 2020, ໃນນະຄອນຫຼວງ ວໍຊິງຕັນ.
ໂຄສົກທຳນຽບຂາວ ທ່ານນາງ ເຄລີ ແມັກເອັນນານີ ກ່າວຖະແຫລງໃນລະຫວ່າງກອງປະຊຸມຖະແຫລງຂ່າວ ຢູ່ທີ່ທຳນຽບຂາວ, ວັນທີ 22 ມິຖຸນາ 2020, ໃນນະຄອນຫຼວງ ວໍຊິງຕັນ.

ທຳນຽບຂາວບໍ່ໃຫ້ຄວາມສຳຄັນກ່ຽວກັບຈຳນວນຕົວເລກຂອງກໍລະນີຕິດເຊື້ອໄວ ຣັສທີ່ເພີ້ມຂຶ້ນຢູ່ໃນສະຫະລັດ.

“ພວກເຮົາກໍາລັງໄດ້ຮັບຄວາມສົນໃຈໄປໃນທິດທາງທີ່ຖືກຕ້ອງ” ນັ້ນແມ່ນຄໍາເວົ້າຂອງໂຄສົກທຳນຽບຂາວ ທ່ານນາງ ເຄລີ ແມັກເອັນນານີ ທີ່ໄດ້ກ່າວຕໍ່ບັນດານັກຂ່າວໃນວັນຈັນວານນີ້.

ສະຫະລັດ ຄິດສະເລ່ຍແລ້ວມີຈຳວນກໍລະຕິດເຊື້ອໄວຣັສໂຄໂຣນາໃນອັດຕາ 20 ເປີເຊັນຂອງກໍລະນີທັງໝົດໃນທົ່ວໂລກ.

ປະຊາຊົນເກືອບ 2 ລ້ານ 3 ແສນຄົນໄດ້ຖືກກວດພົບວ່າມີ ໂຄວິດ-19 ຢູ່ໃນສະຫະລັດ.

ໄວຣັສດັ່ງກ່າວ ໄດ້ເອົາຊີວິດປະຊາຊົນໃນສະຫະລັດ ຫຼາຍກວ່າ 120,000 ຄົນແລ້ວ.

“ພວກເຮົາຍິນດີທີ່ເຫັນວ່າ ຈໍານວນຕົວເລກກໍາລັງຫລຸດລົງ” ທ່ານນາງແມັກເອັນນານີ ໄດ້ກ່າວໄປກ່ຽວກັບຫົວຂໍ້ທີ່ມີຄວາມສົນໃຈຫຼາຍ ສຳລັບການສູນເສຍຊີວິດ.

ເຖິງຢ່າງໃດກໍຕາມ ບົດລາຍງານຈາກ 31 ລັດ ໃນຈຳນວນທັງໝົດ 50 ລັດ ສະແດງໃຫ້ເຫັນວ່າ ອັດຕາຜົນການຕິດເຊື້ອໄວຣັສແມ່ນເກີນກວ່ານຶ່ງຄົນ ໝາຍຄວາມວ່າ ບຸກຄົນຜູ້ນຶ່ງແຜ່ກະຈາຍເຊື້ອໄວຣັສໄປ ໃຫ້ຫຼາຍກວ່ານຶ່ງຄົນ ຊຶ່ງເປັນຕົວຊີ້ບອກທາງດ້ານວິທະຍາສາດ ໃນການແຜ່ຜາຍ ຂອງໂຣກລະບາດດັ່ງກ່າວ.

ປະທານາທິບໍດີ ດໍໂນລ ທຣຳ ຢູ່ທີ່ການໂຮມຊຸມນຸມດ້ານການເມືອງ ໃນລັດໂອ- ກລາໂຮມາ ເມື່ອແລງວັນເສົາທີ່ຜ່ານມານີ້ ໄດ້ເອີ້ນການກວດຫາໄວຣັສໂຄໂຣນານັ້ນ “ເປັນດາບສອງຄົມ” ເພາະວ່າໃນເມື່ອການກວດໄດ້ຂະຫຍາຍອອກໄປ “ເຈົ້າກໍຈະພົບເຫັນຄົນຕິດເຊື້ອໄວຣັສຫຼາຍຂຶ້ນ. ເຈົ້າກໍຈະພົບເຫັນກໍລະນີຕິດເຊື້ອໄວຣັສຫຼາຍຂຶ້ນ. ສະນັ້ນແລ້ວ ຂ້າພະເຈົ້າໄດ້ກ່າວຕໍ່ພວກຄົນຂອງຂ້າພະເຈົ້າວ່າ ‘ໃຫ້ກວດຊ້າລົງແດ່, ກາລຸນາເຖາະ.’”

“ມັນເປັນຄວາມເຫັນທີ່ທ່ານກ່າວຫລິ້ນໄປ” ທ່ານນາງແມັກເອັນນານີ ໄດ້ກ່າວຕໍ່ບັນດານັກຂ່າວໃນກອງປະຊຸມຖະແຫລງຂ່າວຢູ່ທຳນຽບຂາວ ໃນວັນຈັນວານນີ້. ທ່ານນາງກ່າວຕື່ມວ່າ “ທ່ານປະທານາທິບໍດີ ເປັນຜູ້ນຳພາໃນການເຮັດໃຫ້ພວກເຮົາເປັນຜູ້ນຳຂອງໂລກ” ໃນການກວດຫາພະຍາດໂຄວິດ-19.

ທ່ານທຣຳ ໄດ້ຖືກສອບຖາມໃນການສຳພາດຜ່ານໂທລະພາບເມື່ອວັນຈັນວານນີ້ ວ່າ ຖ້າຫາກທ່ານໄດ້ຂໍໃຫ້ກວດຊ້າລົງຫຼືບໍ່. ທ່ານທຣຳ ກໍບໍ່ໄດ້ຕອບຕໍ່ຄຳຖາມໂດຍກົງ ແຕ່ທ່ານກ່າວແທນວ່າ “ຖ້າພວກເຮົາໄດ້ກວດຊ້າລົງ ພວກເຮົາກໍຈະບໍ່ສະແດງໃຫ້ເຫັນກໍລະນີຕິດເຊື້ອໄວຣັສຫຼາຍປານນີ້.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

The White House is downplaying the rising number of cases of the coronavirus in the United States.

“We are trending in the right direction,” White House press secretary Kayleigh McEnany told reporters on Monday.

The United States accounts for 20% of new coronavirus cases globally.

Nearly 2.3 million people have tested positive for COVID-19 in the country.

The virus killed more than 120,000 people in the United States.

“We’re pleased to see that number coming down,” McEnany said of the trend for fatalities.

Reports from 31 of the 50 U.S. states, however, show reproduction rates of infection of going above one, meaning each person is passing on the virus to more than one person, a scientific indicator of an epidemic expansion.

President Donald Trump speaks during a campaign rally at the BOK Center, in Tulsa, Oklahoma, June 20, 2020.

President Donald Trump, at a political rally in the state of Oklahoma late Saturday, called coronavirus testing a “double-edged sword” because when testing is enhanced, “you're going to find more people. You're going to find more cases. So, I said to my people, ‘Slow the testing down, please.’”

“It was a comment that he made in jest,” McEnany told reporters at Monday’s White House briefing. “The president has led the way in making us the world leader” in COVID-19 testing.

Trump was asked in a Scripps television interview Monday if he had indeed asked for testing to be slowed. He did not directly answer the question, instead saying, “If we did slow it down, we wouldn’t show nearly as many cases.”

XS
SM
MD
LG