ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທຳນຽບຂາວ ປົກປ້ອງ ນະໂຍບາຍເຂດຊາຍແດນ ທ່າມກາງ ການຕ້ອງຕິ ຈາກຝ່າຍຄ້ານ ແລະ ຝ່າຍສະໜັບສະໜຸນ


ຜູ້ຍົກຍ້າຍຖິ່ນຖານຈາກຮອນດູຣາສ ນາງມາເຣຍ ຄາຣີນາ ບາລລາດາເຣສ ອຸ້ມລູກຊາຍຂອງລາວ ຢູ່ທີ່ແຄມຝັ່ງແມ່ນ້ຳຣີໂອ ກຣານເດ ຟາກຂອງເມັກຊິໂກ ບ່ອນທີ່ພວກຍົກຍ້າຍຖິ່ນຖານຄົນອື່ນໆ ໄດ້ພາກັນຂ້າມເຂົ້າໄປໃນສະຫະລັດ ເພື່ອມອບໂຕແກ່ ເຈົ້າໜ້າທີ່ກວດຄົນເຂົ້າເມືອງ, ໃນເມືອງມາຕາໂມໂຣສ ຂອງເມັກຊິໂກ, ວັນທີ 11 ພຶດສະພາ 2023.
ຜູ້ຍົກຍ້າຍຖິ່ນຖານຈາກຮອນດູຣາສ ນາງມາເຣຍ ຄາຣີນາ ບາລລາດາເຣສ ອຸ້ມລູກຊາຍຂອງລາວ ຢູ່ທີ່ແຄມຝັ່ງແມ່ນ້ຳຣີໂອ ກຣານເດ ຟາກຂອງເມັກຊິໂກ ບ່ອນທີ່ພວກຍົກຍ້າຍຖິ່ນຖານຄົນອື່ນໆ ໄດ້ພາກັນຂ້າມເຂົ້າໄປໃນສະຫະລັດ ເພື່ອມອບໂຕແກ່ ເຈົ້າໜ້າທີ່ກວດຄົນເຂົ້າເມືອງ, ໃນເມືອງມາຕາໂມໂຣສ ຂອງເມັກຊິໂກ, ວັນທີ 11 ພຶດສະພາ 2023.

ທຳນຽບຂາວ ໃນວັນພະຫັດວານນີ້ ໄດ້ຫາທາງເພື່ອຫລຸດຜ່ອນຄວາມເປັນຫ່ວງຕ່າງໆທີ່ວ່າ ຝຸງຄົນຍົກຍ້າຍຖິ່ນຖານທີ່ສິ້ນຫວັງ-ຄືກັບພວກຄົນທີ່ໄດ້ເຫັນໃນອາ ທິດນີ້ ຢູ່ຕາມເຂດຊາຍແດນຍາວ 3,100 ກິໂລແມັດທີ່ແບ່ງແຍກສະຫະລັດກັບເມັກຊິໂກນັ້ນ ອາດກາຍເປັນເລື້ອງປົກກະຕິ ຫຼັງຈາກການຍົກເລີກ ນະໂຍບາຍທີ່ກ່ຽວຂ້ອງກັບໂຣກລະບາດ ໃນການຂັບໄລ່ພວກຍົກຍ້າຍຖິ່ນຖານ ຊຶ່ງຮູ້ຈັກກັນໃນ​ຊື່ Title 42.

“ຄວາມພະຍາຍາມຂອງພວກເຮົາ ພາຍໃນຂໍ້ຈຳກັດຂອງລະບົບຄົນເຂົ້າເມືອງທີ່ລົ້ມແຫຼວຂອງພວກເຮົານັ້ນ ແມ່ນສຸມໃສ່ເລື້ອງການຮັບປະກັນວ່າ ຂັ້ນຕອນດຳ ເນີນການ ແມ່ນປອດໄພ, ເປັນລະບຽບ ແລະມີມະນຸດສະທຳ, ໃຫ້ທັງໝົດ ໃນຂະນະດຽວກັນ ປົກປ້ອງກຳລັງແຮງງານທີ່ລະອຽດອ່ອນຂອງພວກເຮົາ ແລະຊຸມຊົນທັງຫຼາຍ ຂອງພວກເຮົາ” ນັ້ນແມ່ນຄຳເວົ້າຂອງ ທ່ານອາເລຮານໂດຣ ມາຢອກກາສ ລັດຖະມົນຕີຮັກສາຄວາມປອດໄພພາຍໃນ ຫຼື DHS ທີ່ໄດ້ກ່າວຢູ່ທຳນຽບຂາວ.

ນະໂຍບາຍທີ່ກ່ຽວຂ້ອງກັບໂຣກລະບາດ ໃນການຂັບໄລ່ພວກຍົກຍ້າຍຖິ່ນຖານ ໄດ້ໝົດອາຍຸລົງ ໃນຕອນກາງຄືນວັນພະຫັດວານນີ້ ແລະບັນດາເຈົ້າໜ້າທີ່ ໄດ້ເຫັນພວກຍົກຍ້າຍຖິ່ນຖານ ເພີ້ມຂຶ້ນຢ່າງຫຼວງຫຼາຍ ຢູ່ເຂດຊາຍແດນ ທີ່ພະຍາຍາມຂ້າມເຂົ້າມາສະຫະລັດ ກ່ອນທີ່ກົດລະບຽບໃໝ່ ຈະຖືກບັງຄັບໃຊ້. ຫຼັງຈາກເວລາຕອນກາງຄືນຜ່ານໄປ ພວກຍົກຍ້າຍຖິ່ນຖານຜູ້ທີ່ຂ້າມຊາຍແດນຢູ່ທີ່ດ່ານກວດຄົນເຂົ້າເມືອງ ກໍຈະຖືກສົ່ງກັບຄືນໄປ ແລະຈະບໍ່ສາມາດຂໍລີ້ໄພໄດ້ ຍົກເວັ້ນແຕ່ໃນບາງກໍລະນີ. ພວກຄົນເຫຼົ່ານັ້ນ ທີ່ໄດ້ຂໍນັດພົບໂດຍຜ່ານລະບົບແອັບປລີເຄຊັນ CBPO ຈະຍັງຄົງສາມາດສະແຫວງຫາການປົກປ້ອງເພື່ອຂໍລີ້ໄພໄດ້.

ເມື່ອເວລາກາງຄືນກ້າວເຂົ້າສູ່ຕອນເຊົ້າມືດ ໃນວັນພະຫັດວານນີ້ ຢູ່​ທີ່ເມືອງແອລ ປາໂຊ ລັດເທັກຊັສ ພວກສະມາຊິກກຳ​ລັງ​ຮັກ​ສາ​ດິນ​ແດນຂອງສະຫະລັດ ກໍໄດ້ນຳພາຫຼາຍໆຄອບຄົວທີ່ແບກຖົງເຄື່ອງ ແລະພວກເດັກນ້ອຍ ກັບຄືນເຂົ້າໄປໃນເມັກຊິໂກ ຜ່ານຮົ້ວເຫຼັກກີດຂວາງທີ່ແຫຼມຄົມ.

The White House on Thursday sought to soothe concerns that throngs of desperate migrants — like those seen this week along the 3,100-kilometer border separating the United States from Mexico — could become the norm after the lifting of the pandemic-related migrant expulsion policy known as Title 42.

“Our efforts, within the constraints of our broken immigration system, are focused on ensuring that the process is safe, orderly and humane, all while protecting our dedicated workforce and our communities,” said Alejandro Mayorkas, secretary of the Department of Homeland Security, at the White House.

The pandemic-related migrant expulsion policy expires at midnight Thursday, and officials have seen a border surge as migrants try to enter before a new rule goes into effect. After midnight, migrants who cross between ports of entry will quickly be removed and ineligible for asylum, except in some cases. Those who make an appointment through the CBPOne app will still be able to seek asylum protection.

As night gave way to dawn on Thursday in El Paso, Texas, U.S. National Guard members escorted families laden with backpacks and young children back into Mexico through a gap in the razor-wire barrier.

XS
SM
MD
LG