ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ທຳນຽບຂາວ ຕ້ອງຕິ ຜູ້ພິພາກສາ ທີ່ສັ່ງໃຫ້ໂຈະ ດຳລັດ ຫ້າມເດີນທາງ


ເຄື່ອງໝາຍຊີ້ບອກ ທີ່ສະໜາມບິນສາກົນ Tacoma ໃນນະຄອນ Seattle ລັດວໍຊິງຕັນ. (ວັນທີ 26 ມິຖຸນາ 2017)​
ເຄື່ອງໝາຍຊີ້ບອກ ທີ່ສະໜາມບິນສາກົນ Tacoma ໃນນະຄອນ Seattle ລັດວໍຊິງຕັນ. (ວັນທີ 26 ມິຖຸນາ 2017)​

ທຳນຽບຂາວໄດ້ສະແດງປະຕິກິລິຍາຕອບໂຕ້ແບບໂກດແຄ້ນ ທີ່ຜູ້ພິພາກສາລັດຖະ
ບານກາງ​ໄດ້ທຳການຂັດຂວາງຕໍ່ດຳລັດສະບັບຫລ້າສຸດຂອງປະທານາທິບໍດີດໍໂນລ
ທຣຳ ທີ່ຈະຫ້າມບໍ່ໃຫ້ພວກນັກທ່ອງທ່ຽວຈາກ 7 ປະເທດເດີນທາງເຂົ້າມາໃນສະຫະ
ລັດ ເລີ້ມໃນວັນພຸດມື້ນີ້.

“ມື້ນີ້ຄຳສັ່ງຂອງສານປະຈຳເຂດ ທີ່ເປັນອັນຕະລາຍໜ້າຕ້ອງຕິ ໄດ້ຕັດຮອນຄວາມ
ພະຍາຍາມ ຂອງປະທານາທິບໍດີ ທີ່ຈະປົກປ້ອງ ໃຫ້ປະຊາຊົນອາເມຣິກັນມີຄວາມ
ປອດໄພແລະບັງຄັບໃຊ້ມາດຕະຖານຄວາມປອດໄພລະດັບຕ່ຳສຸດເພື່ອເຂົ້າມາໃນ
ສະຫະລັດ” ນັ້ນຄືຄຳເວົ້າ ຢູ່ໃນຖະແຫຼງການ ຂອງທຳນຽບຂາວ ທີ່ອອກໃນວັນອັງ
ຄານວານນີ້ ບໍ່ດົນຫຼັງຈາກ ຜູ້ພິພາກສາ Derrick Watson ໄດ້ຕັດສິນບໍ່ເຫັນພ້ອມ ກັບການຈຳກັດຮັດແຄບ ຕໍ່ພວກເດີນທາງຈາກ 6 ປະເທດ ທີ່ລັດຖະບານທ່ານທຣຳ
ກ່າວວ່າ ບໍ່ສາມາດໃຫ້ຂໍ້ມູນ ຢ່າງພຽງພໍ ຕາມມາດຕະຖານ ຄວາມປອດໄພຂອງສະ
ຫະລັດນັ້ນ.

ດຳລັດ ກ່ຽວກັບການເດີນທາງດັ່ງກ່າວ ຈະຫ້າມໃນລະດັບໃດລະດັບນຶ່ງ ຕໍ່ຜູ້ເດີນ
ທາງທີ່ມາຈາກປະເທດແຊດ ອີຣ່ານ ລີເບຍ ໂຊມາເລຍ ຊີເຣຍ ແລະເຢເມນ.

ຄຳສັ່ງງົດເວັ້ນຊົ່ວຄາວຂອງຜູ້ພິພາກສາ Watson ບໍ່ໄດ້ລົບກວນໃນການຈຳກັດຮັດ
ແຄບຕໍ່ເກົາຫຼີເໜືອແລະເວເນຊູເອລາ.

ທຳນຽບຂາວກ່າວວ່າ ກະຊວງຍຸຕິທຳຈະທຳການປົກປ້ອງຢ່າງແຂງຂັນຕໍ່ການອອກ ດຳລັດທີ່ຖືກຕ້ອງຕາມກົດໝາຍຂອງປະທານາທິບໍດີ​ ໂດຍໂຕ້ແຍ້ງວ່າຄຳປະກາດທີ່ ຈຳກັດຮັດແຄບກ່ຽວກັບການເດີນທາງໄດ້ນຳອອກເຜີຍແຜ່ ຫລັງຈາກໄດ້ມີການທົບ
ທວນດ້ານຄວາມປອດໄພຢ່າງກວ້າງຂວາງຢູ່ໃນທົ່ວໂລກ.

ກະຊວງຍຸຕິທຳເອີ້ນການຕັດສິນນີ້ວ່າ ບໍ່ຖືກຕ້ອງ ແລະເວົ້າວ່າ ຕົນຈະຂໍອຸທອນຕໍ່ຄຳ
ຕັດສິນນີ້ ໃນວິທີທີ່ວ່ອງໄວເປັນພິເສດ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG