ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມີການປີ້ງບາບີຄິວ ແລະຈູດບັ້ງໄຟດອກ ຢູ່ທີ່ທໍານຽບຂາວ ທ່າມກາງການສະເຫຼີມສະຫຼອງວັນຊາດ


ແຟ້ມຮູບ-ບັ້ງໄຟດອກ ແຕກຢູ່ເໜືອຫໍລັດຖະສະພາ (ຊ້າຍ), ອານຸສາວະລີວໍຊິງຕັນ (ກາງ), ແລະອານຸສາວະລີລິນຄອນ Fire (ຂວາ) ໃນວັນສະເຫຼີມສະຫຼອງຄົບຮອບ 241 ປີ ຂອງວັນປະກາດເອກະລາດ ໃນມື້ວັນພັກທີ 4 ກໍລະກົດ ໃນນະຄອນຫຼວງວໍຊິງຕັນ, ວັນທີ 4 ກໍລະກົດ 2017.
ແຟ້ມຮູບ-ບັ້ງໄຟດອກ ແຕກຢູ່ເໜືອຫໍລັດຖະສະພາ (ຊ້າຍ), ອານຸສາວະລີວໍຊິງຕັນ (ກາງ), ແລະອານຸສາວະລີລິນຄອນ Fire (ຂວາ) ໃນວັນສະເຫຼີມສະຫຼອງຄົບຮອບ 241 ປີ ຂອງວັນປະກາດເອກະລາດ ໃນມື້ວັນພັກທີ 4 ກໍລະກົດ ໃນນະຄອນຫຼວງວໍຊິງຕັນ, ວັນທີ 4 ກໍລະກົດ 2017.

ປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ ກໍາລັງສະເຫຼີມສະຫຼອງວັນຊາດຂອງປະເທດ ດ້ວຍກິດຈະກໍາຕ່າງໆໃນວັນອັງຄານມື້ນີ້ ຢູ່ທີ່ທໍານຽບຂາວ.

ປະທານາທິບໍດີ ແລະສະຕີໝາຍເລກນຶ່ງ ທ່ານນາງຈີລ ໄບເດັນ ຈັດງານດັ່ງກ່າວພ້ອມດ້ວຍສະມາຄົມການສຶກສາແຫ່ງຊາດ, ແລະ ຈາກນັ້ນກໍເປັນເຈົ້າພາບຈັດງານລ້ຽງໃຫ້ແກ່ບັນດາຄອບຄົວທະຫານ ໂດຍການປີ້ງບາບີຄິວ.

ທ່ານໄບເດັນ ມີກໍານົດທີ່ຈະກ່າວຄຳປາໄສໃນຕອນແລງ ເພື່ອກ່າວ​ເຖິງວັນພັກແຫ່ງຊາດນີ້ ພ້ອມດ້ວຍຝູງຊົນທີ່ມາຈາກກອງທັບ, ບັນດາຄອບຄົວຂອງນັກລົບ ​ເກົ່າແລະຜູ້ເບິ່ງແຍງເຂົາ​ເຈົ້າ ຢູ່ທີ່ທໍານຽບຂາວ.

ງານລ້ຽງຢູ່ທີ່ທໍານຽບຂາວ ຍັງຈະໄດ້ຈັດສະຖານທີ່ສໍາລັບຊົມການຈູດບັ້ງໄຟດອກຂອງນະຄອນຫຼວງວໍຊິງຕັນ ຢູ່ທີ່ສະ​ໜາມ​ຫຼວງແຫ່ງຊາດອີກດ້ວຍ.

ຢູ່ເດີ່ນຫໍລັດຖະສະພາ ຈະເປັນສະຖານທີ່ສະແດງດົນຕີໃນວັນ​ສະ​ຫຼ​ອງວັນ​ຊາດປະຈໍາປີ ທີ່ຖ່າຍທອດສົດໄປທົ່ວປະເທດ. ສໍາລັບວົງທີ່ຈະມາສະແດງດົນຕີໃນປີນີ້ ລວມມີວົງ ຊິກາໂກ (Chicago), ເບບີ້ເຟສ (Babyface), ວົງ​ອໍ​ແຄັ​ສ​ຕ​ຣາແຫ່ງຊາດ (National Symphony Orchestra) ແລະ ວົງດົນຕີຈາກກອງ ທັບບົກສະຫະລັດ (U.S army).

ວໍຊິງຕັນ ຍັງໄດ້ເປັນເຈົ້າພາບຈັດການເດີນສວນ​ສະ​ໜາມ​ພາ​ເຣດແບບດັ້ງເດີມຂອງພວກເຂົາເຈົ້າ ຢູ່ທີ່ຖະໜົນ Constitution Avenue ໃນວັນອັງຄານນີ້ນໍາອີກດ້ວຍ.

U.S. President Joe Biden is celebrating the country’s Independence Day holiday with a series of events Tuesday at the White House.

The president and first lady Jill Biden are holding an event with the National Education Association, and then hosting military families for a barbeque.

Biden is scheduled to deliver remarks in the evening to commemorate the holiday with a crowd of military and veteran families along with caregivers at the White House.

The White House event will also provide a prime viewing location for Washington’s fireworks show on the National Mall.

The U.S. Capitol grounds will be the site of an annual Independence Day concert that is televised to the nation. Performers this year include Chicago, Babyface, the National Symphony Orchestra and the U.S. Army Band.

Washington is also hosting its traditional Independence Day parade down Constitution Avenue on Tuesday.

XS
SM
MD
LG