ພວກຜູ້ລົງຄະແນນສຽງໄວໜຸ່ມບໍ່ຢາກໄປເຂົ້າຮ່ວມພັກຂອງທ່ານ ຈະແມ່ນ ພັກເດໂມ
ແຄຣັດ ຫຼື ພັກຣີພັບບລີກັນກໍແລ້ວແຕ່. ຜູ້ລົງຄະແນນສຽງໜຸ່ມ ອາຍຸຕັ້ງແຕ່ 18 ປີ ຫາ
30 ປີກວ່າ ເຊິ່ງລວມມີລຸ້ນຊຸມປີ 80 ແລະ 90, ລຸ້ນຫຼັງປີ 90 ແລະ ລຸ້ນກາງປີ 90 ແລະ
ຫຼັງປີ 2000ຕາມປະເພນີແລ້ວ ມັກຈະພາກັນຫັນໄປຫາພວກສະໝັກທີ່ມີຫົວເສລີ
ແທນທີ່ຈະແມ່ນພວກນິຍົມແນວທາງເດີມ ແຕ່ຫຼ້າສຸດນີ້, ຫຼາຍຄົນແມ່ນຈະລົງຖະບຽນ
ເຂົ້າໃນພັກອິດສະຫຼະ. ສ່ວນຄົນອື່ນໆ, ໂດຍສະເພາະແມ່ນຜູ້ຊາຍໜຸ່ມຜິວຂາວ, ແມ່ນ
ຈະຫຼັ່ງໄຫຼໄປຫາຝ່າຍສີແດງ ເຊິ່ງແມ່ນຝ່າຍອະນຸລັກນິຍົມ. ພຸດທະສອນ ມີລາຍລະ
ອຽດເພີ່ມເຕີມມາສະເໜີທ່ານໃນອັນດັບຕໍໄປ.
ເຂົາເຈົ້າເວົ້າວ່າ ຄວາມແຕກແຍກທາງດ້ານການເມືອງ ແລະ ຄວາມຢ້ານກົວ ກ່ຽວກັບ
ອະນາຄົດທີ່ຫຼົງເຫຼືອໄວ້ໃຫ້ເຂົາເຈົ້າ ໂດຍຄົນໃນຍຸກຫຼັງສົງຄາມໂລກແມ່ນໄດ້ກາຍເປັນ
ບັນຫາ.
ທ້າວ ຊາລີ ໂອເວັນ ອາຍຸ 23 ປີຈາກເມືອງ ແຊັດຕານູກາ, ລັດ ເທັນເນັສຊີ, ໄດ້ບອກ
ວີໂອເອ ກ່ຽວກັບ ສຸຂະພາບຂອງປະເທດ ສະຫະລັດ ວ່າ “ຂ້າພະເຈົ້າຮູ້ສຶກບໍ່ສະບາຍ
ໃຈ ກ່ຽວກັບ ເລື້ອງນີ້.”
ນາງ ເອມີລີ ພິທສ໌ ອາຍຸ 24 ປີຈາກເມືອງ ຊາລສຕັນ, ລັດ ຄາໂຣໄລນາໃຕ້ ກ່າວວ່າ
“ປະເທດຂອງພວກເຮົາແຕກແຍກກັນໂດຍພັກການເມືອງ. ພວກເຮົາບໍ່ມີຄວາມສາ
ມັກຄີ ເປັນຄົນອາເມຮິກັນອັນດຽວກັນ.”
ສ່ວນນາງ ແອສລີ ແອສ ອາຍຸ 22 ປີ ຈາກເມືອງ ກຣີນວິລ ລັດ ຄາໂຣໄລນາໃຕ້ ກໍກ່າວ
ວ່າ “ມັນວຸ້ນວາຍແທ້ໆ.”
ການຄົ້ນຄວ້າ ກ່ຽວກັບ ການເລືອກຕັ້ງກາງສະໄໝໃນວັນທີ 6 ທີ່ຜ່ານມາ ໄດ້ຄາດວ່າ
ພວກຜູ້ລົງຄະແນນສຽງໄວໜຸ່ມ ຜູ້ທີ່ຈະປ່ອນບັດນັ້ນ ຈະໄດ້ຮັບແຮງກະຕຸ້ນ ໂດຍ
ຄວາມຢ້ານກົວ ກວ່າການເມືອງ ສະຫະລັດ ທີ່ມີການຄັດຄ້ານ ແລະ ໂຕ້ແຍ້ງກັນເຊັ່ນ
ຄວາມຮຸນແຮງຈາກການໃຊ້ປືນ. ການຍິງຄົນຈຳນວນຫຼາຍ ຄືເຫດການນຶ່ງທີ່ໄດ້ສັງ
ຫານ 17 ຄົນ ແລະ ບາດເຈັບຫຼາຍສິບຄົນ ຢູ່ໂຮງຮຽນມັດທະຍົມໃນເມືອງ ພາກແລນ
ລັດ ຟລໍຣິດາ, ເມື່ອວັນທີ 14 ກຸມພາທີ່ຜ່ານມາ ໄດ້ເປັນການທົດສອບສຳລັບຊາວ
ໜຸ່ມອາເມຣິກັນໃນປະເທດ ເຊິ່ງຄວາມຮຸນແຮງຈາກການໃຊ້ປືນໄດ້ເກີດຂຶ້ນຫຼາຍ
ກວ່າປະເທດອຸດສາຫະກຳອື່ນໆ.
ປະທານສູນຂໍ້ມູນ ແລະ ການຄົ້ນຄວ້າ ກ່ຽວກັບ ການສຶກສາພົນລະເມືອງ ແລະ ການ
ພົວພັນ ທ່ານນາງ ເຄອິ ຄາວາຊິມະ ກິນສເບີກ ໄດ້ກ່າວວ່າ “ຊາວໜຸ່ມພວກນີ້, ເຊິ່ງ
ເກີດຫຼັງຈາກກາງຊຸມປີ 1990 ນັ້ນ, ໄດ້ເຕີບໃຫຍ່ຂຶ້ນມາກັບອິນເຕີແນັດ, ໂທລະສັບ
ສະຫຼາດ, ແລະ ສື່ສັງຄົມ ໃນຂະນະທີ່ການເບິ່ງຂ່າວ ກ່ຽວກັບ ການຍິງກັນ ແລະ ມີ
ການຝຶກຊ້ອມຮັບມືກັບສະຖານະການຍິງກັນໃນຫ້ອງຮຽນຂອງເຂົາເຈົ້າເອງ.”
ທ່ານນາງໄດ້ກ່າວວ່າ “ການເຄື່ອນໄຫວຫຼັງຈາກເຫດການ ພາກແລນ ຕໍ່ຕ້ານຄວາມ
ຮຸນແຮງຈາກການໃຊ້ປືນໄດ້ກາຍເປັນຄວາມໂດດເດັ່ນອັນນຶ່ງ ທີ່ນຳໜ້າໂດຍຄົນຍຸກ
ນີ້ ແລະ ການເພັ່ງເລັງຢ່າງຈະແຈ້ງໃສ່ການລົງຄະແນນສຽງ ວ່າເປັນວິທີທີ່ຈະປະສົບ
ຄວາມສຳເລັດໃນການປ່ຽນແປງ.”
ພວກນັກຮຽນ ພາກແລນ ໄດ້ເປັນຂະນວນໃຫ້ພວກຊາວໜຸ່ມໄປຈົດທະບຽນລົງຄະ
ແນນສຽງໃນປີນີ້, ແລະ ມັນຍັງຖືກພົບເຫັນ ຫຼັງຈາກການເລືອກຕັ້ງກາງສະ ໄໝຢູ່
ຖ້າຄວາມພະຍາຍາມດັ່ງກ່າວນັ້ນ ປ່ຽນແປງທັດສະນະທາງການເມືອງ.
6 ອາທິດຫຼັງຈາກການຍິງກັນຢູ່ໂຮງຮຽນພາກແລນໃນລະດູໜາວປີນີ້, ເຂົາເຈົ້າໄດ້ຈັດ
ການປະທ້ວງທີ່ມີຄົນເຂົ້າຮ່ວມ 200,000 ຄົນ ເພື່ອຕໍ່ຕ້ານຄວາມຮຸນແຮງຈາກການ
ໃຊ້ປືນໃນນະຄອນຫຼວງວໍຊິງຕັນ ແລະ ອີກຫຼາຍພັນຄົນ ໃນເຫດການທີ່ຄ້າຍຄືກັນຢູ່
ທົ່ວປະເທດ.
ແລ້ວເຂົາເຈົ້າກໍໄດ້ເຂົ້າຄວບຄຸມຖະນົນ, ເປີດການເດີນທາງດ້ວຍລົດເມດົນສອງ
ເດືອນທົ່ວ ສະຫະລັດ ເພື່ອລົງທະບຽນຜູ້ປ່ອນບັດຂອງຄົນທຸກໆລຸ້ນ.
ອົງການ TargetSmart, ເປັນອົງການທີ່ເກັບກຳຂໍ້ມູນດ້ານການເມືອງ, ເວົ້າວ່າ ການ
ລົງທະບຽນຂອງຜູ້ປ່ອນບັດຊາວໜຸ່ມໄດ້ “ເພີ່ມຂຶ້ນ” ໃນຫຼາຍລັດທີ່ສຳຄັນຄື ລັດ ເພັນ
ຊິລເວເນຍ, ເຊິ່ງແມ່ນລັດທີ່ສຳຄັນສຳລັບຄວາມສຳເລັດຂອງການໂຄສະນາຫາສຽງ
ຂອງປະທານາທິບໍດີ ດໍໂນລ ທຣຳ ໃນປີ 2016. ເຂົາເຈົ້າໄດ້ລາຍງານການເພີ່ມຂຶ້ນ
ຂອງການລົງທະບຽນຂອງພວກຊາວໜຸ່ມ ໃນການເລືອກຕັ້ງທີ່ສຳຄັນອື່ນໆ, ເຊັ່ນໃນ
ລັດ ອາຣິໂຊນາ, ຟລໍຣິດາ, ເວີຈິເນຍ, ອິນເດຍນາ ແລະ ນິວຢອກ.
ແຕ່ມັນຈະພຽງພໍບໍ ທີ່ຈະຊັກຊວນໃຫ້ພວກລົງຄະແນນສຽງໄວໜຸ່ມໄປສະຖານທີ່
ປ່ອນບັດ?
ນາງ ເຄເທຍ ປໍເຕລາ, ນັກສຶກສາປີທຳອິດຈາກນະຄອນ ນິວຢອກ ທີ່ມະຫາວິທະຍາ
ໄລ ອາເມຣິກັນ ໃນນະຄອນຫຼວງ ວໍຊິງຕັນ ກ່າວວ່າ “ນີ້ແມ່ນບັນຫາທີ່ສຳຄັນສຳລັບ
ຂ້າພະເຈົ້າແນ່ນອນ. ພວກນັກຮຽນພາກແລນ ໄດ້ເປັນແຮງບັນດານໃຈຫຼາຍແທ້ໆ.
ເຂົາເຈົ້າໄດ້ອອກໄປ ແລະ ວິ້ງເຕັ້ນ, ເຂົາເຈົ້າຢືນຢັດກັບສິ່ງທີ່ເຂົາເຈົ້າເຊື່ອໝັ້ນແທ້ໆ,
ແມ່ນກະທັ້ງຫລັງຈາກເຫດການທີ່ໂຫດຮ້າຍນັ້ນກໍຕາມ.”
ຄຽງຂ້າງກັບຄວາມຮຸນແຮງຈາກການໃຊ້ປືນ ກໍແມ່ນບັນຫາ ກ່ຽວກັບ ສະພາບອາ
ກາດປ່ຽນແປງ, ການປະກັນສຸຂະພາບ ແລະ ໜີ້ສິນນັກຮຽນ, ບັນຫາຕ່າງໆທີ່ບໍ່ໄດ້
ເປັນພາລະໃຫ້ພໍ່ແມ່ ແລະ ພໍ່ເຖົ້າແມ່ເຖົ້າ. ຄວາມຖືກຕ້ອງຂອງວິທະຍາສາດ ກ່ຽວ
ກັບ ພາວະໂລກຮ້ອນ ເຊິ່ງຄັ້ງນຶ່ງໄດ້ເປັນທີ່ຍອມຮັບໂດຍທົ່ວໄປນັ້ນ ແມ່ນໄດ້ກາຍ
ເປັນຄວາມສົງໄສຂອງພວກນັກການເມືອງ.
ກົດໝາຍປະກັນສຸຂະພາບລາຄາຖືກ, ເຊິ່ງໄດ້ຖືກປະກາດໃຊ້ພາຍໃຕ້ປະທານາທິບໍ
ດີ ບາຣັກ ໂອບາມາ, ໄດ້ຖືກນຳຄືນມາໂຕ້ຖຽງກັນໃນການເມືອງ ວ່າມັນບໍ່ຖືກຕ້ອງ.
ແລະ ໜີ້ສິນນັກຮຽນແມ່ນໄດ້ເພີ່ມຂຶ້ນເປັນເວລາຫຼາຍທົດສະວັດແລ້ວ, ເຮັດໃຫ້ຊາວ
ໜຸ່ມອາເມຣິກັນ ທຸກມື້ນີ້ມີທາງເລືອກ ລະຫວ່າງ ເອົາເງິນກູ້ຢືມນັກຮຽນ ຫຼື ແຕ່ງງານ
ແລະ ມີລູກ, ແຕ່ເອົາບໍ່ໄດ້ທັງສອງຢ່າງ.
ທ້າວ ອາເລັກສ໌ ເອເລຍເດັສ (Alex Eliades) ອາຍຸ 24 ປີ ຈາກນະຄອນຫຼວງ ວໍຊິງ
ຕັນ ໄດ້ກ່າວວ່າ “ຂ້າພະເຈົ້າຮູ້ສຶກເປັນພາລະຢ່າງຍິ່ງ ໃນແງ່ຂອງການຂາດດຸນຂອງ
ລັດຖະບານກາງທີ່ກຳລັງມີເພີ່ມຂຶ້ນ, ການບໍ່ເອົາວຽກງານຫຍັງ ກັບສະພາບອາກາດ
ປ່ຽນແປງ ແລະ ໄພຂົ່ມຂູ່ສົງຄາມກັບ ອີຣ່ານ.
ແລະ ໃນຂະນະທີ່ການຢັ່ງຫາງສຽງຂອງສະຖາບັນການເມືອງ ຂອງມະຫາວິທະຍາ
ໄລ ຮາວາດ ໄດ້ສະແດງໃຫ້ເຫັນວ່າ ເກືອບ 60 ເປີເຊັນຂອງຊາວໜຸ່ມ ອາເມຣິກັນ
ແມ່ນມີຄວາມຢ້ານກົວ ກ່ຽວກັບ ປະເທດອາເມຣິກາໃນອະນາຄົດຂອງເຂົາເຈົ້ານັ້ນ,
ແຕ່ພວກເຂົາເຈົ້າກໍບໍ່ໄດ້ໝົດຫວັງ.