ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ແມ່ນ​ຫຍັງ​ ທີ່​ຕ້ອງ​ໄດ້​ຮຽນ​ຮູ້ ກ່ຽວ​ກັບຕົ້ນ​ຕໍ​ທີ່​ມາແລະ​ປະ​ເພ​ນີ ​ຂອງ​ວັນ​ພັກ ​ທີ 4 ກໍ​ລະ​ກົດ


ແຟ້ມ - ວັນ​ຄ​ົບ​ຮອບ 46 ປີ ໃນ​ການ​ຈູດບັ້ງ​ໄຟ​ດອກ ທີ່​ຄຸ້ມ East River, ເມື່ອ​ວັນ​ທີ 4 ກໍ​ລະ​ກົດ 2022 ທີ່​ແນມ​ມາ​ຈາກ​ຊັ້ນ​ທີ 91 ຂອງ​ Summit One Vanderbilt Observation ທີ່​ນະ​ຄອນ​ນິວຢອກ.
ແຟ້ມ - ວັນ​ຄ​ົບ​ຮອບ 46 ປີ ໃນ​ການ​ຈູດບັ້ງ​ໄຟ​ດອກ ທີ່​ຄຸ້ມ East River, ເມື່ອ​ວັນ​ທີ 4 ກໍ​ລະ​ກົດ 2022 ທີ່​ແນມ​ມາ​ຈາກ​ຊັ້ນ​ທີ 91 ຂອງ​ Summit One Vanderbilt Observation ທີ່​ນະ​ຄອນ​ນິວຢອກ.

ວັນ​ທີ 4 ກໍ​ລະ​ກົດ ເປັນ​ຈຸດ​ໃຈ​ກາງ ຂອງໜັງ​ສື​ ກ່ຽວ​ກັບ​ຊົນ​ຊາດ ​ອາ​ເມ​ຣິ​ກັນ: ການ​ສວນ​ສະ​ໜາມແລະ​ເຮັດ​ອາ​ຫານ​ຢູ່ນອກ​ເຮືອນ ແນ່ນອນ ການ​ຈູດບັ້ງ​ໄຟ​ດອກນຳ​ດ້ວຍ ອີງ​ຕາມ​ລາຍ​ງານ​ຂອງ​ອົງ​ການ​ຂ່າວ​ເອ​ພີ. ດອກ​ໄມ້​ໄຟ​ເຫຼົ່າ​ນັ້ນ ຍັງ​ເຮັດ​ໃຫ້​ມື້​ວັນ​ພັກ​ ຕົກ​ຢູ່​ໃນ​ອັນ​ຕະ​ລາຍ ໂດຍ​ມີຜູ້​ຄົນ​ເຂົ້າ​ຮັບ​ການ​ປິ່ນ​ປົວ​ຢູ່​ຫ້​ອງ​ສຸກ​ເສີນ​ຫຼາຍກວ່າ 10,000 ຄົນ. ແຕ່​ແນວ​ໃດ​ກໍ​ຕາມ ບັ້ງ​ໄຟ​ດອກຍັງ​ເປັນ​ຈຸດ​ສູນ​ກາງ​ຂອງວັນ​ເອກ​ກະ​ລາດ ຊຶ່ງ​ເປັນ​ວັນ​ພັກ​ສະ​ຫຼອງ​ຄົບ​ຮອບ 247 ປີ. ໃນ​ການ​ສະ​ຫຼອງວັນ​ພັກ​ດັ່ງ​ກ່າວ ສະ​ພາ​ຄອງ​ແກ​ຣັ​ສສະ​ໄໝ​ທີ​ສອງ​ຂອງ​ທະ​ວີບ ຊຶ່ງ​ໝາຍ​ເຖິງກອງ​ປະ​ຊຸມ​ຂອງ​ຜູ້​ຕາງ​ໜ້າ 13 ອາ​ນາ​ນິ​ຄົມ ໄດ້​ຮັບ​ຮອງ​ເອົາ​ຄຳ​ປະ​ກາດ​ເອກ​ກະ​ລາດ ​ໃນ​ວັນ​ທີ 4 ກໍ​ລະ​ກົດ ປີ 1776 ​ຊຶ່ງ​ເປັນ​ເອກ​ກະ​ສານ ທີ່​ປະ​ກາດ​ວ່າ ອາ​ນາ​ນິ​ຄົມ​ໃນ​ທະ​ວີບ​ອາ​ເມ​ຣິ​ກາ​ໄດ້​ແຍກ​ໂຕ​ອອກ​ຈາກບ​ຣິ​ເຕນ​ໃຫຍ່​ຫຼື​ອັງ​ກິດ. ນຶ່ງ​ປີ​ຕໍ່​ມາ ອີງ​ຕາມ​ຫ້ອງ​ສະ​ໝຸດ ​ຂອງ​ສະ​ພາ​ຄອງ​ແກ​ຣັ​ສ​ແລ້ວ ​ການ​ສະ​ເຫຼີມ​ສະ​ຫຼອງວັນ​ຄົບ​ຮອບ​ເອກ​ກະ​ລາດ ​ກໍ​ໄດ້​ມີ​ຂຶ້ນ ​ທີ່​ນະ​ຄອນ​ຟີ​ລາ​ແດ​ລ​ເຟຍ ແຕ່​ໃນ​ທົ່ວ​ປະ​ເທດ​ຊາດ​ທີ່​ເກີດ​ໃໝ່​ນັ້ນ ການ​ສະ​ຫຼອງວັ​ນ​ພັກ​ດັ່ງ​ກ່າວ ຍັງ​ບໍ່​ທັນ​ໄດ້​ເລີ້ມ​ຂຶ້ນ​ເທື່ອ ຈົນ​ເທົ່າ​ຫຼັງ​ຈາກ​ສົງ​ຄາມ​ປີ 1812.

ST. LOUIS (AP) — The Fourth of July is Americana at its core: parades and cookouts and cold beer and, of course, fireworks. Those pyrotechnics also make it an especially dangerous holiday, typically resulting in more than 10,000 trips to the emergency room. Yet fireworks remain at the center of Independence Day, a holiday 247 years in the making. The holiday celebrates the Second Continental Congress’ unanimous adoption of the Declaration of Independence on July 4, 1776, a document announcing the colonies’ separation from Great Britain. One year later, according to the Library of Congress, a spontaneous celebration in Philadelphia marked the anniversary of American independence. But across the burgeoning nation, observations of the holiday didn’t become commonplace until after the War of 1812.

XS
SM
MD
LG