ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຄາດ​ວ່າ​​ຈະ​ມີ​ຫຍັງ​ເກີດ​ຂຶ້ນ ຈາກການເດີນທາງໄປຢ້ຽມຢາມ ຂົງ​ເຂດ​ເອ​ເຊຍ​ ຂອງທ່ານໄບ​ເດັນ


ປະທານາທິບໍດີໂຈ ໄບເດັນກ່າວ​ຄຳ​ປາ​ໄສ​ຢູ່​ສວນ​ກຸ​ຫລາບ​ຂອງ​ທຳ​ນຽບ​ຂາວ, ວັນ​ທີ 17 ພຶດ​ສະ​ພາ, 2022
ປະທານາທິບໍດີໂຈ ໄບເດັນກ່າວ​ຄຳ​ປາ​ໄສ​ຢູ່​ສວນ​ກຸ​ຫລາບ​ຂອງ​ທຳ​ນຽບ​ຂາວ, ວັນ​ທີ 17 ພຶດ​ສະ​ພາ, 2022

ປະທານາທິບໍດີໂຈ ໄບເດັນອອກເດີນທາງຢ້ຽມຢາມເກົາຫຼີໃຕ້ ແລະ ຍີ່ປຸ່ນ ເປັນ ເວລາ 6 ວັນ ເພື່ອແນໃສ່ສ້າງສາຍ ສຳພັນກັບຜູ້ນຳຂອງສອງປະເທດ ພ້ອມດຽວ ກັນນັ້ນ ກໍສົ່ງຂໍ້ຄວາມທີ່ບໍ່ຜິດຕໍ່ຈີນວ່າ: ການ​ບຸກ​ລຸກ​ທີ່​ປະ​ສົບ​ບັນ​ຫາ​ຂອງຣັດເຊຍໃນຢູເຄຣນ ຄວນເຮັດໃຫ້ປັກກິ່ງຢຸດຕິການສົ່ງ​ສຽງ​ຂົ່ມ​ຂູ່ຂອງຕົນ ຢູ່ໃນຂົງ​ເຂດມະ​ຫາ​ສະ​ໝຸດປາຊີຟິກ, ອີງ​ຕາມ​ລາຍ​ງານ​ຂອງ​ອົງ​ການ​ຂ່າວ​ເອ​ພີ (AP)

ທ່ານໄບ​ເດັນ​ອອກ​ເດີນທາງ​ໃນ​ວັນ​ພະຫັດ​ມື້​ນີ້ ​ແລະ​ມີ​ກຳນົດ​ຈະ​ພົບ​ປະ​ກັບ​ປະທາ ນາທິບໍດີ​ເກົາຫລີ​ໃຕ້, ທ່ານຢູນ ຊຸກ ໂຢລ (Yoon Suk Yeol) ທີ່​ຫາກໍ່​ຖືກ​ເລືອກ​ໃໝ່ ​ແລະ​ນາຍົກລັດຖະມົນຕີ​ຍີ່ປຸ່ນ, ທ່ານ​ຟູ​ມີ​ໂອະ ກິ​ສ​ຊິ​ດະ (Fumio Kishida). ການເຈລະຈາຂອງພວກເພິ່ນ ຈະເວົ້າ​ເຖິງ​ເລື້ອງການຄ້າ, ເພີ່ມທະ ວີຄວາມແໜ້ນ​ໜຽວຂອງລະບົບຕ່ອງໂສ້ສະຫນອງສິນ​ຄ້າ​ໃນທົ່ວໂລກ, ຄວາມ ກັງວົນກ່ຽວກັບໂຄງການນິວເຄລຍຂອງເກົາຫລີເຫນືອ ແລະການລະບາດຂອງ COVID-19 ໃນປະເທດນັ້ນ.

ຂະນະທີ່ຢູ່ໃນຍີ່ປຸ່ນນັ້ນ, ທ່ານໄບ​ເດັນ ຍັງຈະພົບປະກັບບັນດາຜູ້ນຳຂອງພັນທະມິດຍຸດທະສາດອິນໂດ-ປາຊີຟິກ ທີ່ຮູ້ຈັກກັນໃນນາມກຸ່ມຄວດ (Quad) ຊຶ່ງລວມ​ມີອອສເຕຣເລຍ, ອິນເດຍ ແລະຍີ່ປຸ່ນ.

​ພາຍ​ໃຕ້​ການ​ປົກຄອງ​ຂອງ​ທ່ານໄບ​ເດັນນີ້ ສະ​ຫະ​ລັດ​ໄດ້​ສ້າງ​ແນວ​ໜ້າ​ທີ່​ມີ​ຄວາມ​ສາ​ມັກ​ຄີ​ກັນ ກັບ​ບັນດາ​ປະ​ເທດ​ພັນທະ​ມິດ​ປະຊາທິປະ​ໄຕ ​ທີ່​ໄດ້ຮ່ວມ​ມື​ກັນ​ຢ່າງ​ ແໜ້ນ​ແຟ້ນ​ໃນ​ດ້ານ​ເສດຖະກິດ​ເພື່ອ​ເຮັດ​ໃຫ້​ຣັດ​ເຊຍຕ້ອງຮັບ​ຜົນ​ຕາ​ມ​ມາ​ໃນ​ການ​ບຸກລຸກຢູ​ເຄ​ຣນ. ພັນທະມິດນັ້ນ ລວມມີເກົາຫຼີໃຕ້ ແລະຍີ່ປຸ່ນ. ​ແຕ່​ເຖິງ​ແມ່ນ​ວ່າ ທ່ານໄບ​ເດັນຈະ​ໄດ້​ຮັບ​ການ​ຕ້ອນຮັບ ເປັນຢ່າງດີ ​ຈາກທ່ານ​ຢຸນ​ໃນ​ງານ​ລ້ຽງ​ອາ ຫານ​ຄ່ຳ​ຂອງລັດຖະ​ບານ ​ແລະ​ມີ​ການ​ສົນທະນາ​ຢ່າງ​ສະໜິດສະໜົມ​ກັບ ທ່ານ​ກິ​ສ​ຊີ​ດະກໍ​ຕາມ, ປະທານາທິບໍດີ​ສະຫະລັດ​ກໍ​ຮູ້​ວ່າ ຄວາມ​ສຳພັນ​ເຫຼົ່າ​ນີ້​ຈະ​ຕ້ອງ​ໄດ້​ເຮັດ​ໃຫ້​ມີ​ຄວາມ​ເລິກ​ເຊິ່ງຂຶ້ນ​ອີກ ຖ້າ​ຫາກ​ວ່າ​ເຂົາ​ເຈົ້າ​ຈະກາຍ​ເປັນປະ​ເທດທີ່​ຕອບ​ໂຕ້ຄືນ ​ຕໍ່​ຄວາມ​ທະ​ເຍີທະ​ຍານ​ຂອງ​ຈີນ.

“ພວກ​ເຮົາ​ຄິດ​ວ່າ ການ​ເດີນ​ທາງໃນ​ຄັ້ງ​ນີ້​ຈະ​ສະ​ແດງ​ໃຫ້​ເຫັນ​ຍຸດ​ທະ​ສາດ​ອິນ​ໂດ-​ປາ​ຊີ​ຟິກ​ຂອງ​ປະ​ທາ​ນາ​ທິ​ບໍ​ດີໄບ​ເດັນ ແລະ​ຈາກ​ນັ້ນ​ມັນ​ຈະ​ສະ​ແດງ​ໃຫ້​ເຫັນ​ສີ​ສັນ​ອັນ​ມີ​ຊີ​ວິດຊີ​ວາ ທີ່ສະ​ຫະ​ລັດ​ສາ​ມາດ​ນຳ​ພາ​ໂລກ​ເສລີ​ ໃນ​ການ​ຕອບ​ໂຕ້​ສົງ​ຄາມ​ຂອງ​ຣັດ​ເຊຍໃນຢູ​ເຄ​ຣນ ແລະ​ໃນ​ເວ​ລາ​ດຽວ​ກັນກໍ​ໃຫ້​ເຫັນ​ວ່າ ໄດ້​ກຳ​ນົດ​ແຜນ​ການສໍາລັບການນໍາພາຂອງອາເມຣິກາທີ່ມີປະສິດທິຜົນ, ມີຫຼັກການແລະມີສ່ວນຮ່ວມ ໃນພາກພື້ນທີ່ຈະກໍານົດສ່ວນ​ໃຫຍ່ຂອງອະນາຄົດຂອງສັດຕະວັດທີ 21,” ນັ້ນ​ຄື​ຄຳ​ເວົ້າ​ຂອງທີ່ປຶກສາດ້ານຄວາມໝັ້ນ​ຄົງແຫ່ງຊາດຂອງທໍານຽບຂາວ, ທ່ານ​ເຈກ ຊູ​ລີ​ວານ (Jake Sullivan).

What to Expect From Biden’s Trip to Asia
please wait

No media source currently available

0:00 0:02:39 0:00

ສົງຄາມຢູ່ໃນຢູ​ໂຣບຕາເວັນອອກໄດ້ສ້າງຄວາມຮູ້​ສຶກວ່າ ​ຕ້ອງ​ໄດ້ຮີບດ່ວນ ກ່ຽວ ກັບເລື້ອງຈີນໃນບັນດາພັນທະມິດທີ່ສໍາຄັນຂອງສະຫະລັດໃນຂົງ​ເຂດປາຊີຟິກ. ຫຼາຍຄົນໄດ້ເຫັນວ່າ ມັນເປັນວິກິດການທີ່ມີຢູ່ແລ້ວຂອງຕົນເອງ - ຊຶ່ງ​ເປັນສິ່ງສໍາ ຄັນເພື່ອຈະສະແດງໃຫ້ຈີນເຫັນວ່າ ບໍ່ຄວນພະຍາຍາມຍຶດເອົາ ດິນແດນທີ່ມີ ການໂຕ້​ແຍ້ງ​ກັນໂດຍຜ່ານການປະຕິບັດການທາງທະຫານ.

ການເດີນທາງໄປຕ່າງປະເທດຂອງທ່ານໄບ​ເດັນ ເກີດຂຶ້ນໃນຂະນະທີ່ທ່ານ ປະເຊີນກັບບັນຫາລົມແຮງພາຍໃນປະເທດ: ການຂາດແຄນນົມ​ຝຸ່ນ​ສຳ​ລັບເດັກ, ໄພ

ເງິນເຟີ້ທີ່ຈຳ​ກັດງົບປະມານ, ຈໍານວນການຕິດເຊື້ອໂຄ-19 ທີ່ເພີ່ມຂຶ້ນ, ແລະ ຄວາມບໍ່​ສາ​ມາດອົດທົນໄດ້ ທີ່ເພີ່ມຂຶ້ນໃນບັນດາຄ້າຍເດ​ໂມ​ແຄ​ຣັດຕ່າງໆ ທີ່ຂັດ ຂວາງຄໍາຕັດສິນຂອງສານສູງສຸດສະຫະລັດທີ່ມີແນວໂນ້ມທີ່ຈະສົ່ງຜົນເຮັດໃຫ້ສິດ​ໃນການແທ້ງລູກຖອຍ​ຫລັງ​ກັບ​ໄປ.

ບັນ​ຫາທີ່ຍາກສຳ​ລັບ​ທ່ານໄບ​ເດັນປະ​ເຊີນ​ໜ້າ​ຢູ່​ໃນຂົງ​ເຂດ​ເອ​ເຊຍແມ່ນ​ເປັນເລື້ອງບໍ່​ງ່າຍ​ທີ່ຈະ​ແກ້​ໄດ້ເຊັ່ນ​ກັນ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG