ການລຽນແຖວຢູ່ນອກປ້ຳນ້ຳມັນໃນປະເທດ ສຣີລັງກາ ແມ່ນໄດ້ສັ້ນລົງ, ແຕ່ບໍ່ແມ່ນຄວາມກັງວົນ ອີງຕາມລາຍການຂອງອົງການຂ່າວ AP.
ທ່ານ ອາຊານກາ ຊຳປາດ, ອາຍຸ 43 ປີທີ່ເປັນພະນັກງານໂຮງງານຫ່ງນຶ່ງ, ແມ່ນມີຄວາມຕື່ມຕົວຢູ່ຕະຫຼອດເວລາ. ລາວຈະກວດເບິ່ງໂທລະສັບສຳລັບຂໍ້ຄວາມ, ຍ່າງກາຍປ້ຳນ້ຳມັນ, ແລະ ກວດສື່ສັງຄົມເພື່ອເບິ່ງວ່ານ້ຳມັນເຊື້ອໄຟໄດ້ມາຮອດແລ້ວຫຼືບໍ່. ການຊັກຊ້າອາດໝາຍຄວາມວ່າ ຈະບໍ່ສາມາດໄປໃສໄດ້ເປັນເວລາຫຼາຍມື້.
ລາວໄດ້ກ່າວວ່າ “ຂ້າພະເຈົ້າເບື່ອກັບສິ່ງນີ້ຫຼາຍ.”
ຄວາມອຶດອັດໃຈຂອງລາວໄດ້ສະທ້ອນໃຫ້ເຫັນວ່າ ຜູ້ອາໄສຢູ່ໃນປະເທດເກາະທີ່ມີປະຊາກອນ 22 ລ້ານຄົນດັ່ງກ່າວ, ກຳລັງປະເຊີນກັບວິກິດການດ້ານເສດຖະກິດທີ່ຮ້າຍແຮງທີ່ສຸດ ຍ້ອນມີໜີ້ສິນຢ່າງໜັກ, ການສູນເສຍລາຍໄດ້ຈາກການທ່ອງທ່ຽວໃນລະຫວ່າງໂຣກລະບາດ, ແລະ ຄ່າໃຊ້ຈ່າຍທີ່ສູງຂຶ້ນ. ຄວາມວຸ້ນວາຍທາງການເມືອງທີ່ຕິດຕາມມາໄດ້ເຮັດໃຫ້ມີການຕັ້ງລັດຖະບານໃໝ່ໃນທີ່ສຸດ, ແຕ່ການຟື້ນຕົວແມ່ນໄດ້ມີຄວາມສັບສົນຍ້ອນການບຸກລຸກ ຢູເຄຣນ ຂອງ ຣັດເຊຍ, ແລະ ການລົບກວດຕະຫຼາດພະລັງງານໂລກໃນເວລາຕໍ່ມາ.
ຄວາມຕ້ອງການສຳລັບອາຍແກັສຂອງ ຢູໂຣບ ທີ່ເຂົາເຈົ້າກຳລັງຍາດແຍ່ງກັບບັນດາປະເທດເອເຊຍນັ້ນ, ໄດ້ເຮັດໃຫ້ລາຄາຂອງນ້ຳມັນຟອສຊິລ ແລະ ໄດ້ສົ່ງຜົນໃຫ້ທ່ານ ທິມ ບັກລີ, ຜູ້ອຳນວຍການຂອງສະຖາບັນນັກວິໄຈການກ່ຽວກັບ ສະພາບອາກາດ ພະລັງງານ ແລະ ການເງິນ, ອ້າງວ່າ ເປັນ “ພາວະເງິນເຟີ້ຫຼາຍເກີນໄປ” ແລະ ຂ້າພະເຈົ້າໃຊ້ຄຳສັບນັ້ນດັ່ງກັບການກ່າວຕ່ຳກວ່າຄວາມເປັນຈິງ.”
ບັນດາປະເທດເອເຊຍສ່ວນໃຫຍ່ແມ່ນໃຫ້ບູລິມະສິດສູງສຸດຕໍ່ຄວາມໝັ້ນຄົງດ້ານພະລັງງານ, ບາງຄັ້ງຫຼາຍກວ່າເປົ້າໝາຍສະພາບອາກາດຂອງເຂົາເຈົ້າ. ສຳລັບບັນດາປະເທດທີ່ຮັ່ງມີຄື ເກົາຫຼີໃຕ້ ແລະ ຍີ່ປຸ່ນນັ້ນ, ນີ້ແມ່ນໝາຍເຖິງການໂຈມຕີພະລັງງານນິວເຄລຍ. ສຳລັບຄວາມຕ້ອງການພະລັງງານຢ່າງມະຫາສານຂອງ ຈີນ ແລະ ອິນເດຍ ນັ້ນມັນໝາຍເຖິງການເພິ່ງພາອາໄສພະລັງງານຖ່ານຫີນທີ່ເປື້ອນໃນໄລຍະສັ້ນ. ແຕ່ສຳລັບບັນດາປະເທດທີ່ກຳລັງພັດທະນາທີ່ມີສະພາບການເງິນຕຶງຄຽດຢູ່ແລ້ວນັ້ນ, ສົງຄາມດັ່ງກ່າວແມ່ນໄດ້ມີຜົນກະທົບທີ່ບໍ່ສົມສ່ວນ, ອີງຕາມການກ່າວຂອງທ່ານນາງ ການິກາ ຈໍລາ (Kanika Chawla), ຈາກໜ່ວຍພະລັງງານທີ່ຍືນຍົງຂອງອົງການສະຫະປະຊາຊາດ.
ວິທີທີ່ບັນດາປະເທດເອເຊຍເລືອກທີ່ຈະດຳເນີນໄປໜ້າຈະມີຜົນກະທົບທີ່ຫຼີກລ່ຽງບໍ່ໄດ້: ເຊິ່ງເຂົາເຈົ້າອາດຈະໃຫ້ຄວາມມຸ່ງໝັ້ນຕໍ່ພະລັງງານສະອາດ ຫຼື ຕັດສິນໃຈທີ່ຈະບໍ່ສິ້ນສຸດນ້ຳມັນເຊື້ອໄຟຟອສຊິລໃນທັນທີ.
ທ່ານນາງຈໍລາ ກ່າວວ່າ “ພວກເຮົາແມ່ນມີຮອດທາງແຍກທີ່ສຳຄັນ.”