ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຕໍ່​ໄປ​ຈະ​ແມ່ນ​ຫຍັງ ​ສຳ​ລັບ ທ່ານ ມາກ​ຣົງ ທ່າມ​ກາງ​ການ​ຕໍ່​ສູ້ ກ່ຽວ​ກັບ ອາ​ຍຸ​ການ​ອອກ​ບຳ​ນານ?


ແມ່​ຍິງ​ຄົນ​ນຶ່ງ​ຍົກ​ປ້າຍ​ທີ່​ອະ​ທິ​ບາຍ​ເຖິງ​ປະ​ທາ​ນາ​ທິ​ບໍ​ດີ ຝ​ຣັ່ງ ທ່ານ ເອັມ​ມາ​ນູ​ແອ​ລ ມາກ​ຣົງ ນັ່ງ​ຢູ່​ເທິງ​ຖັງ​ຂີ້​ເຫຍື້ອ, ໃນ​ລະ​ຫວ່າງ​ການ​ປະ​ທ້ວງ​ປະ​ຕິ​ຮູບ​ເບ້ຍ​ບຳ​ນານ, ນະ​ຄອນຫຼວງ ປາ​ຣີ, ຝ​ຣັ່ງ, 17 ມີ​ນາ 2023.
ແມ່​ຍິງ​ຄົນ​ນຶ່ງ​ຍົກ​ປ້າຍ​ທີ່​ອະ​ທິ​ບາຍ​ເຖິງ​ປະ​ທາ​ນາ​ທິ​ບໍ​ດີ ຝ​ຣັ່ງ ທ່ານ ເອັມ​ມາ​ນູ​ແອ​ລ ມາກ​ຣົງ ນັ່ງ​ຢູ່​ເທິງ​ຖັງ​ຂີ້​ເຫຍື້ອ, ໃນ​ລະ​ຫວ່າງ​ການ​ປະ​ທ້ວງ​ປະ​ຕິ​ຮູບ​ເບ້ຍ​ບຳ​ນານ, ນະ​ຄອນຫຼວງ ປາ​ຣີ, ຝ​ຣັ່ງ, 17 ມີ​ນາ 2023.

ຫຼັງ​ຈາກ​ການ​ໂຕ້​ຖຽງ​ຢ່າງ​ຮຸນ​ແຮງ​ຢູ່​ສະ​ພາ​ແຫ່ງ​ຊາດ ແລະ ຄວາມ​ໂມ​ໂ​ຫຈາກ​ສາ​ທາ​ລະ​ນະ​ທີ່​ກະ​ຈາຍ​ໄປ​ສູ່​ຖະ​ໜົນ​ທີ່​ເຕັມ​ໄປ​ດ້ວຍ​ຂີ້​ເຫຍື້ອ​ນັ້ນ, ປະ​ທາ​ນາ​ທິ​ບໍ​ດີ ຝ​ຣັ່ງ ທ່ານ ເອັມ​ມາ​ນູ​ແອ​ລ ມາກ​ຣົງ ແມ່ນ​ໄດ້​ຊະ​ນະ​ການ​ຕໍ່​ສູ້​ຂອງ​ທ່ານສຳ​ລັບ​ຕອນນີ້, ເພື່ອ​ຂຶ້ນ​ອາ​ຍຸ​ການ​ອອກ​ບຳ​ນານ​ຂອງ ຝ​ຣັ່ງ ຈາກ 62 ປີເປັນ 64 ປີ. ແຕ່​ແມ່ນ​ຫຍັງ​ຈະ​ເກີດ​ຂຶ້ນ​ຕໍ່​ໄປ?

ຫຼັງ​ຈາກ​ການຜ່າຍ​ແພ້​ໃນຍັດ​ຕິບໍ່​ໄວ້​ວາງ​ໃຈ​ສອງ​ຄັ້ງ ​ຢູ່ສະ​ພາ​ແຫ່ງ​ຊາດເມື່ອ​ວັນ​ຈັນ​ທີ່​ຜ່ານ​ມາ​, ທີ່​ຈະ​ເຮັດ​ໃຫ້​ລັດ​ຖະ​ບານ​ຂອງ​ທ່ານ ມາກ​ຣົງ ຖືກ​ໂຄ່ນ​ລົ້ມ​, ເຊິ່ງ​ຂາດ​ໄປ​ພຽງ​ຄະ​ແນນ​ສຽງ​ດຽວ​ນັ້​ນ, ບັນ​ດາ​ສະ​ມາ​ຊິກ​ຝ່າຍ​ຄ້ານ ແລະ ກຳ​ມະ​ບານ​ໄດ້​ປະ​ຕິ​ຍານ​ທີ່​ຈະ​ຂໍ​ອຸ​ທອນ​ການ​ປະ​ຕິ​ຮູບ​ເບ້ຍ​ບຳ​ນານ​ຂອງ​ທ່ານ ມາ​ຣົງ ດ້ວຍ​ວິ​ທີ​ອື່ນ, ລວມ​ມີ​ການ​ນັດ​ຢຸດ​ງານ​ທີ່​ດຳ​ເນີນ​ຢູ່ ແລະ ການ​ປະ​ທ້ວງ​ທີ່​ອາດ​ເຮັດ​ໃຫ້​ປະ​ເທດ​ຢຸດ​ຊະ​ງັກ.

“ມັນ​ເປັນ​ການ​ຄັດ​ຄ້ານ​ຂະ​ໜາດ​ໃຫຍ່​ຕໍ່​ການ​ປະ​ຕິ​ຮູບ​ນັ້ນ, ອີງ​ຕາມ​ການ​ຂ່າວນັກ​ລັດ​ຖະ​ສາດ ຝ​ຣັ່ງ ແລະ ນັກ​ຂຽນ ທ່ານ​ນາງ ນິ​ໂຄ​ລ ບາ​ຊາ​ຣັງ ທີ່​ໄດ້​ເວົ້າ ກ່ຽວ​ກັບ ຮ່າງ​ກົດ​ໝາຍ​ເບ້ຍ​ບຳ​ນານ ທີ່​ຖືກ​ຜັກ​ດັນ​ດ້ວຍ​ການ​ໃຊ້​ມາດ​ຕະ​ການ​ລັດ​ຖະ​ທຳ​ມະ​ນູນ​ພິ​ເສດ. ທ່ານ​ນາງ​ເວົ້າ​ວ່າ “ຄວາມ​ໂມ​ໂຫ​ແມ່ນ​ກຳ​ລັງ​ເພີ່ມ​ຂຶ້ນ, ເພີ່ມ​ຂຶ້ນ ແລະ ເພີ່ມ​ຂຶ້ນ. ບໍ່​ມີໃຜ​ຮູ້​ວ່າ​ມັນ​ຈະ​ໄປ​ຮອດ​ໃສ.”

ການ​ປະ​ທ້ວງ​ໄດ້​ເກີດ​ຂຶ້ນຫຼາຍກວ່າ​ເກົ່າ​ໃນ​ນະ​ຄອນຫຼວງ ປາ​ຣີ ແລະ ເມືອງ​ອື່ນໆ​ລຸນຫຼັງ​ການ​ລົງ​ຄະ​ແນນ​ສຽງ​ບໍ່​ໝັ້ນ​ໃຈ, ບວກ​ໃສ່​ກັບ​ຄວາມ​ວຸ້ນ​ວາຍຫຼາຍ​ວັນ. ຕຳຫຼວດ​ໄດ້​ຈັບ​ກຸມຫຼາຍ​ສິບ​ຄົນ ແລະ ໄດ້​ມອດ​ໄຟ​ທີ່​ເຜົາ​ໄໝ້​ຢູ່​ກອງ​ຂີ້​ເຫຍື້ອ​ທີ່ບໍ່​ມີ​ໃຜ​ເກັບ. ກຳ​ມະ​ກອນ​ເກັບ​ຂີ້​ເຫຍື້ອ​ໃນ​ທີ່​ສຸດ​ກໍ​ໄດ້​ກັບ​ຄືນ​ໄປ​ເຮັດ​ວຽກ​ຫຼັງ​ຈາກ​ການ​ນັດ​ຢຸດ​ງານ​ດົນ​ກວ່າ​ນຶ່ງ​ອາ​ທິດ ກ່ຽວ​ກັບ ການ​ປະ​ຕິ​ຮູບ​ນັ້ນ, ແຕ່​ວ່າ​ຂີ້​ເຫຍື້ອຫຼາຍກວ່າ 9 ພັນ​ໂຕນ​ແມ່ນ​ໄດ້​ສືບ​ຕໍ່​ເໜົ່າ​ເປື່ອຍ​ອີງ​ຕາມ​ຂໍ້​ມູນຫຼ້າ​ສຸດ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG