ດິນແດນຂອງຢູເຄຣນ ປະມານ 20 ເປີເຊັນ - ປະກອບດ້ວຍຄຸ້ມ ບ້ານ ແລະເມືອງນ້ອຍຕ່າງໆຫຼາຍພັນແຫ່ງ - ແມ່ນຢູ່ພາຍໃຕ້ການຄວບຄຸມ ໂດຍ ຣັດເຊຍ. ຊີວິດໄດ້ປ່ຽນໄປຢ່າງຫຼວງຫຼາຍສຳລັບຊາວຢູເຄຣນຫຼາຍໆຄົນ ຫຼັງຈາກການບຸກລຸກຂອງຣັດເຊຍ ແລະ ບາງສະຖານທີ່ເຊັ່ນເມືອງ ບາກມູຕ, ຊາສຊິບ ຢາຣ ແລະ ໂວບຊານສ -ເກືອບວ່າ ທັງໝົດໄດ້ຖືກທຳລາຍ. ຄາເທີຣີນາ ເບເຊດີນາ ຈະພາເຮົາໄປເບິ່ງວ່າ ຊາວຢູເຄຣນສ່ວນນຶ່ງ ຮັບມືກັບສະພາບການຮ້າຍແຮງໃນຊີວິດຂອງເຂົາເຈົ້າແນວໃດ.
ນີ້ແມ່ນເມືອງ ມາຣີອູໂປລ. ເມື່ອສາມປີກ່ອນ, ເມືອງນີ້ມີປະຊາຊົນເຄິ່ງລ້ານຄົນ ໄດ້ຖືກທຳລາຍໂດຍກອງກຳລັງຂອງຣັດເຊຍ ແລະຍັງຄົງຢູ່ພາຍໃຕ້ການປົກ ຄອງຂອງຣັດເຊຍຢູ່.
ທ່ານ ເຢເວັນ ທູຊອບວ໌ ໄດ້ອາໄສຢູ່ເມືອງ ມາຣີອູໂປລ ກ່ອນເກີດສົງຄາມ ບ່ອນທີ່ລາວ ເຄີຍເປັນນັກກິລາ ແລະເປັນຄົນທີ່ມະຫາຊົນຮູ້ຈັກດີ ຢູ່ໃນເມືອງ ແຄມຝັ່ງທະເລ.
ທ່ານເຢເວັນ ທູຊອບວ໌ ຊາວພື້ນເມືອງມາຣີອູໂປ ກ່າວໃນພາສາຢູເຄຣນ ຜ່ານຊູມວ່າ “ມາຣີອູໂປລ ເຄີຍເປັນເມືອງທີ່ງົດງາມ ດຽວນີ້ ເຫຼືອແຕ່ຊາກຫັກພັງຂອງມັນ...”
ປະທານາທິບໍດີຢູເຄຣນ ໂວໂລດີເມຍ ເຊເລັນສກີ ກ່າວວ່າ ລັດຖະບານຂອງ ທ່ານ ບໍ່ຍອມລົດລະຕໍ່ເມືອງມາຣີອູໂປລ. ໃນການກ່າວປາໄສຕໍ່ປະເທດຊາດ ໃນວັນປີໃໝ່ຂອງທ່ານ, ທ່ານໄດ້ກ່າວວ່າ “ພວກເຮົາບໍ່ຍອມລົດລະໃນສິ່ງທີ່ເປັນຂອງພວກເຮົາ. ແລະ...ພວກເຮົາຈະບໍ່ລືມປະຊາຊົນຂອງພວກເຮົາ. ຈຳພວກທີ່ຖືກຄຸມຂັງ. ແລະພວກເຮົາຈະຕໍ່ສູ້ເພື່ອໝົດທຸກຄົນ, ຜູ້ໂຊກບໍ່ດີ, ທີ່ຍັງຢູ່ທີີ່ນັ້ນ.”
ທ່ານ ທູຊອບວ໌ ບໍ່ໄດ້ຢູ່ເມືອງ ມາຣີອູໂປລ ອີກຕໍ່ໄປ. ດຽວນີ້ ລາວອາໄສຢູ່ໃນ ເມືອງ ເດີນິໂປຣ ຫ່າງໄປທາງກ້ຳຕາເວັນຕົກສຽງເໜືອປະມານ 300 ກິໂລແມັດ ແຕ່ກໍ່ຍັງຕິດຕໍ່ກັບຊາວຢູເຄຣນ ທີ່ຍັງອາໄສຢູ່ພາຍໃຕ້ການປົກຄອງຢູ່ນັ້ນ.
ລາວກ່າວວ່າ ຝ່າຍຣັດເຊຍ ໄດ້ເລີ້ມການບູລະນະສ້າງສາມາຣີອູໂປລ ແລະ ຫຼາຍເຂດຂອງເມືອງ ເປັນສະຖານທີີ່ກໍ່ສ້າງຂະໜາດໃຫຍ່. ເຮືອນຊານຫຼາຍຫຼັງ ຂອງທ້ອງຖິ່ນ ໄດ້ຖືກສັບປ່ຽນດ້ວຍສູນຕຶກອາພາດເມັ້ນລາຄາແພງເພື່ອຂາຍ. ພົນລະເມືອງຈຳນວນນຶ່ງຮູ້ສຶກວ່າ ພວກເຂົາຖືກກົດດັນໃຫ້ອອກໄປ, ຕາມທີ່ເຫັນ ໄດ້ ໃນວີດີໂອ ທີ່ໄດ້ໂພສລົງໃນສື່ສັງຄົມ.
ແມ່ຍິງຄົນນຶ່ງ ທີ່ບໍ່ລະບຸຊື່ ກ່າວເປັນພາສາຣັດເຊຍວ່າ “ເຮືອນຂອງພວກເຮົາ ຖືກມ້າງລົງ ແລະສິ່ງທີ່ມາແທນທີ່ ກໍແມ່ນຕຶກອາພາດເມັ້ນເພື່ອຂາຍ ກຳລັງຖືກສ້າງຂຶ້ນ. ເປັນເວລາສາມປີຜ່ານມາ ບັດນີ້ ພວກເຮົາໄດ້ເຊົ່າສະຖານທີ່ແຫ່ງຕ່າງໆ ແລະອາໄສຢູ່ໃນຫ້ອງພັກຂອງໂຮງຮຽນ ແລະສະຖານທີ່ພັກຊົ່ວຄາວແຫ່ງຕ່າງໆ. ມີຫຼາຍໆສິບພັນຄົນຄືກັບພວກເຮົາ.”
ແມ່ຍິງອີກຄົນນຶ່ງ ທີ່ບໍ່ລະບຸຊື່ ກ່າວໃນພາສາຣັດເຊຍ ວ່າ “ເຮືອນຫຼາຍຫຼັງຢູ່ ແຄມຝັ່ງທະເລກ້ຳຊ້າຍຢູ່ບໍ່ໄກທີ່ສາມາດຍ່າງໄປໄດ້. ນີ້ເປັນພື້ນທີ່ທີ່ໜ້າຮັກ ເຊິ່ງຄົນບາງປະເພດຕ້ອງການຢາກໄດ້ຢ່າງຈະແຈ້ງ ສຳລັບພວກເຂົາເຈົ້າເອງ ເພື່ອຈະສ້າງຕຶກຄອນໂດຕ່າງໆ ຢູ່ທີ່ນັ້ນ ແລະຂາຍມັນອອກ. ແລະພວກເຮົາໃນທີ່ສຸດກໍ່ບໍ່ມີບ່ອນຢູ່ອາໄສ!”
ທ່ານທູຊອບວ໌ ກ່າວວ່າ ຊາວຣັດເຊຍທີ່ມາຢູ່ໃໝ່ຫຼາຍໆຄົນ ພາກັນຊື້ເອົາອະສັງ ຫາລິມະຊັບໃກ້ແຄມທະເລທັງໝົດ ດ້ວຍລາຄາຖືກ.
ທ່ານເຢເວັນ ທູຊອບວ໌ ຊາວພື້ນເມືອງມາຣີອູໂປ ກ່າວຜ່ານຊູມ ວ່າ “ເນື່ອງຈາກພວກຣັດເຊຍ ມາຈາກ, ຈະເວົ້າວ່າ ມົສກູ ຫຼື ເຊັ້ງ ປີເຕີສເບີກ ລາຄາແມ່ນຖືກແທ້ໆເລີຍ...ແຕ່ກະລຸນາຈື່ໄວ້ວ່າ ເປັນໄປໄດ້ສູງທີ່ເຈົ້າຂອງເກົ່າຕຶກອາພາດເມັ້ນຂອງເຈົ້າ ອາດຖືກຝັງຢູ່ພາຍໃນເດີ່ນຫຍ້າເຮືອນຂອງເຈົ້າ ກໍເປັນໄດ້.”
ກອງກຳລັງຂອງຣັດເຊຍ ຍັງໄດ້ປົກຄອງເມືອງ ເມລີໂຕໂປລ ໃນຂົງເຂດ ຊາໂປຣິສເຊຍ ບໍ່ດົນຫຼັງຈາກທີ່ຢູເຄຣນຖືກບຸກລຸກ. ນັບຕັ້ງແຕ່ນັ້ນມາ ພວກຄົນທ້ອງຖິ່ນ ໄດ້ດຳລົງຊີວິດດ້ວຍຄວາມຢ້ານກົວຢູ່ສະເໝີ, ອະດີດພົນລະເມືອງແຫ່ງນີ້ ທ່ານນາງ ໂອລາ ລີອອນຕີວາ ກ່າວ.
ທ່ານນາງ ໂອລາ ລີອອນຕີວາ ຜູ້ພັດພາກຈາກຖິ່ນຖານ ເມລີໂຕໂປລ ກ່າວເປັນ ພາສາຣັດເຊຍ ຜ່ານຊູມ ວ່າ “ພວກທີ່ຢູ່ຕໍ່ໄປພາຍໃຕ້ການປົກຄອງເຊື່ອວ່າ ພວກເຂົາຈະຖືກປົດປ່ອຍຢ່າງວ່ອງໄວ...ດຽວນີ້ ເມື່ອຂ້ອຍລົມນຳເຂົາເຈົ້າ ບາງຄົນ ກໍຍັງມີຄວາມຫວັງ ແລະຄວາມເຊື່ອຖືຢູ່ ແຕ່ພວກເຂົາຢ້ານທີ່ຈະລົມ ກ່ຽວກັບເລື້ອງນັ້ນ - ພວກເຂົາຮູ້ຢູ່ແລ້ວວ່າ ໂທລະສັບແມ່ນຖືກດັກຟັງ...ພວກເຂົາ ເລີຍຢ້ານຫຼາຍ!”
ຊາວຢູເຄຣນໃນຫຼາຍເມືອງທີ່ຢູ່ພາຍໃຕ້ການປົກຄອງ ໄດ້ຖືກກົດດັນໃຫ້ຂໍໜັງສື ເດີນທາງຂອງຣັດເຊຍ. ຖ້າປາສະຈາກມັນແລ້ວ ປະຊາຊົນບໍ່ສາມາດໄດ້ຮັບການ ຊ່ອຍເຫຼືອດ້ານການແພດ ຫຼື ຊື້ຢາໃນຫ້ອງການຢາ.
ທ່ານນາງ ລີອອນຕີວາ ກ່າວຜ່ານທາງຊູມອີກວ່າ “ຂ້ອຍຮູ້ຈັກແມ່ຍິງຄົນນຶ່ງ, ລາວປ່ວຍໜັກ, ເຄີຍເປັນໂຣກມະເຮັງ...ລາວໂທຫາຂ້ອຍ ແລະຮ້ອງໄຫ້, ລາວເວົ້າວ່າ ລາວຕ້ອງໄດ້ເອົາໜັງສືເດີນທາງຂອງຣັດເຊຍ ຍ້ອນພວກໝໍ ຈະປະຕິເສດໃຫ້ການຊ່ອຍເຫຼືອແກ່ລາວ....”
ໂຮງຮຽນໃນທ້ອງຖິ່ນທັງຫຼາຍ ຖືກບັງຄັບໃຫ້ພວກນັກຮຽນ ຮຽນກ່ຽວກັບຣັດເຊຍ ເພື່ອຫຼຶບລ້າງຄວາມເປັນຄົນຢູເຄຣນ ຂອງພວກເຂົາ ກ່າວໂດຍ ທ່ານນາງ ເທິສແວເທລີນາ ແວນ ເບນເທມ ເຈົ້າໜ້າທີ່ຄົ້ນຄວ້າ ແລະທະນາຍຄວາມ ຜູ້ທີ່ຊ່ຽວຊານໃນດ້ານກົດໝາຍກ່ຽວກັບບັນຫາຂັດແຍ້ງດ້ວຍອາວຸດ ຢູ່ມະຫາວິທະຍາໄລ ອ໊ອກສ໌ຟອດ.
ທ່ານນາງ ເທິສແວເທລີນາ ແວນ ເບນເທມ ກ່າວຜ່ານຊູມ ວ່າ “ພວກເຮົາເຫັນ ລະບົບການສຶກສາ ຖືກນຳໃຊ້ເປັນອາວຸດ ຕໍ່ເອກະລັກຂອງຊາວຢູເຄຣນ ໃນເຂດປົກຄອງຫຼາຍແຫ່ງ. ປຶ້ມຂອງຢູເຄຣນທັງຫຼາຍ ໄດ້ຖືກທຳລາຍ ແລະຖືກສັບປ່ຽນດ້ວຍປຶ້ມຂອງຣັດເຊຍ, ພວກນາຍຄູແມ່ນໄດ້ຖືກຂົ່ມຂູ່.”
ເຖິງແມ່ນຈະເກີດທຸກຢ່າງເຫຼົ່ານີ້ກໍ່ຕາມ, ຊາວຢູເຄຣນຫຼາຍຄົນ ກໍ່ຍັງຢູ່ໃນເມືອງ ຕ່າງໆທີ່ຖືກຍຶດຄອງ ໂດຍຫວັງວ່າ ການສູ້ລົບ ແລະການປົກຄອງຂອງຣັດເຊຍ ຈະສິ້ນສຸດລົງ.
ອ່ານລາຍງານເປັນພາສາອັງກິດ
About 20% of Ukraine’s territory — including thousands of villages and small towns — is controlled by Russia. Life changed dramatically for many Ukrainians after Russia’s invasion, and some places — like Bakhmut, Chasiv Yar and Vovchansk — were almost fully destroyed. Kateryna Besedina looks at how some Ukrainians are coping with the upheaval in this story.
This is Mariupol. Three years ago, the city of half a million people was devastated by Russian forces and is still under Russian occupation.
Yevhen Tuzov lived in Mariupol before the war, where he was an athlete and a well-known public figure in the seaside city.
((Yevhen Tuzov, Mariupol Native (male, RUS))) ((Zoom))
“Mariupol used to be a beautiful city, now, there’s just rubble left of it…”
Ukrainian President Volodymur Zelenskyy says his government hasn’t given up on Mariupol. In his New Year’s address to the nation, he said quote:
((Mandatory courtesy: president.gov.ua))
“We don’t give up what’s ours. And … we don’t forget our people. Those who are in captivity. And we will fight for every person who, unfortunately, is still there."
Tuzov isn’t in Mariupol anymore. He now lives about 300 kilometers northwest, in Dnipro, but keeps in touch with the Ukrainians living under occupation.
He says the Russians have already begun rebuilding Mariupol, and parts of the city are large construction sites. Locals' homes have been replaced by complexes with pricey apartments for sale. Several residents are feeling pushed out, as seen in videos posted on social media.
((Unidentified Woman, Rus))
“Our homes have been demolished, and in their place, apartments for sale are being built. For three years now we have been renting places and live in dorms and shelters. There are dozens upon dozens of thousands of us.”
((another unidentified woman reads from a memo))
“Houses on the left bank are a walkable distance from the sea. This is a lovely area that certain people clearly want to have to themselves, to build condos there and sell them. And we are going to end up on the streets!”
Tuzov says a lot of Russian newcomers are buying up cheap real estate by the sea.
((Yevhen Tuzov, Mariupol Native)) ((Zoom))
“Because for Russians coming from, say, Moscow or Saint Petersburg, the prices are insanely cheap… But please remember it’s very likely that your apartment’s former owner is buried in your new home’s yard.”
Russian forces also occupied the city of Melitopol in the Zaporizhzhia region shortly after the invasion of Ukraine. Since then, locals have been living in constant fear, says former resident Olha Leontieva.
((Olha Leontieva, Displaced Melitopol Resident)) ((Zoom))
“Those who stayed in occupation believed they would be quickly liberated. … Now, when I talk to some of them, there’s still hope and faith, but they are afraid to talk about it – they know many phones are bugged. … They are so afraid!”
Ukrainians in occupied cities have been forced to get Russian passports. Without them, people can’t receive medical help or buy medications in pharmacies.
((Olha Leontieva, Displaced Melitopol Resident)) ((Zoom))
“I know a woman, she’s very sick, cancer survivor… She called me and cried, she said she had to get a Russian passport because doctors would refuse to help her. …”
Local schools are forcing the Russification of students to strip children of their Ukrainian identity, says Tsvetelina van Benthem, a research officer and lawyer who specializes in armed conflict law at Oxford University.
((Tsvetelina van Benthem, University of Oxford)) ((Zoom))
“We see the education system is being used as a weapon against Ukrainian identity in occupied territories. Ukrainian books are being destroyed and replaced with Russian ones; teachers are being intimidated.”
Despite all this, many Ukrainians are staying in the captured cities, hoping for an end to the fighting and the Russian occupation.
ຟໍຣັມສະແດງຄວາມຄິດເຫັນ