ໃນຊ່ວງບໍ່ເທົ່າໃດປີທີ່ຜ່ານມານີ້ ຫຼາຍເຂດໃນປະເທດລາວ ໄດ້ຮັບຜົນ ກະທົບຈາກນໍ້າຖ້ວມຢ່າງໜັກ ໂດຍສະເພາະ ບັນດາເມືອງທີ່ຕັ້ງຢູ່ຕາມແຄມ ແມ່ນໍ້າທີ່ເປັນສາຂາຂອງແມ່ນໍ້າຂອງ ແລະລຽບຕາມຝັ່ງແມ່ນໍ້າຂອງ, ແຕ່ປີນີ້ ສະພາບການນໍ້າຖ້ວມຢູ່ປະເທດລາວໃນຊ່ວງອາທິດທີ່ຜ່ານມານັ້ນ ໄດ້ກາຍມາ ເປັນສະພາບການທີ່ເຮັດໃຫ້ປະຊາຊົນກັງວົນໄປທົ່ວປະເທດ ເນື່ອງຈາກລະດັບ ນໍ້າທີ່ເພີ້ມສູງຂຶ້ນເປັນປະຫວັດການ ແລະຍັງຄົງມີການເຝົ້າລະວັງຢູ່ບໍລິເວນ ຕ່າງໆໃນຫຼາຍແຂວງທາງພາກໃຕ້, ເຊິ່ງເຮັດໃຫ້ຫຼາຍຄົນມີຄໍາຖາມວ່າ ມັນເກີດ ຈາກໄພທໍາມະຊາດ ຫຼື ມາດຕະຖານໃນການຮັບມືຈາກຜົນຂ້າງຄຽງບໍ່ພຽງພໍ?
ປີນີ້, ສະພາບການນໍ້າຖ້ວມໃນປະເທດລາວໜັກໜາສົມຄວນ ໂດຍສະເພາະ ແຂວງຫຼວງນໍ້າທາ ທີ່ຕັ້ງຢູ່ບໍລິເວນພາກເໜືອຂອງປະເທດ ເນື່ອງຈາກເກີດນໍ້າ ປ່າໄຫຼມາຢ່າງກະທັນຫັນໃນອາທິດແລ້ວນີ້ ສົ່ງຜົນເຮັດໃຫ້ຫຼາຍຄົວເຮືອນ ຕ້ອງຈົມຢູ່ໃຕ້ນໍ້າ.
ຫຼາຍໆຄົນກ່າວວ່າ ເຫດການນໍ້າຖ້ວມຮຸນແຮງຢ່າງກະທັນຫັນໃນແຂວງ ຫຼວງນໍ້າທາ ເກີດຈາກພາຍຸໄຕ້ຝຸ່ນ ຢາກິ ທີ່ພັດຖະຫຼົ່ມເຂົ້າພາກເໜືອຂອງ ຫວຽດນາມ ດ້ວຍຄວາມແຮງຂອງລົມ 149 ກິໂລແມັດຕໍ່ຊົ່ວໂມງ, ເຮັດໃຫ້ ມັນກາຍມາເປັນພາຍຸຮ້າຍແຮງທີ່ສຸດ ທີ່ກະທົບເຂົ້າປະເທດແຫ່ງນີ້ໃນຮອບ 30 ປີ.
ຍ້ອນສະພາບການທີ່ເກີດຂຶ້ນໃນປະເທດເພື່ອນບ້ານ ຈຶ່ງມີຄໍາຖາມຂຶ້ນມາວ່າ ສະພາບການນໍ້າຖ້ວມໃນພາກເໜືອຂອງປະເທດລາວ ອາດມາຈາກຜົນຂອງ ພາຍຸໄຕ້ຝຸ່ນ ຢາກິ ທີ່ພັດເຂົ້າປະເທດໃກ້ຄຽງ ແລ້ວເຮັດໃຫ້ເຂື່ອນຢູ່ດ້ານເທິງແມ່ ນໍ້າຂອງ ປ່ອຍນໍ້າລົງມາກະທັນຫັນ. ແນວໃດກໍຕາມ, ນັກຊ່ຽວຊານກ່າວວ່າ ມັນອາດເປັນໄດ້ທັງສອງກໍລະນີ.
ທ່ານ ອຽນ ແບດ (Ian Baird), ສາດສະດາຈານປະຈໍາພາກວິຊາພູມສາດ ຈາກມະຫາວິທະຍາໄລວິສຄອນຊິນ ແມດີສັນ, ທີ່ລົງເລິກຄົ້ນຄວ້າ ກ່ຽວກັບ ພື້ນທີ່ໃນຂົງເຂດເອເຊຍຕາເວັນອອກສຽງໃຕ້ ໂດຍສະເພາະ ລາວ, ໄທ ແລະກໍາປູເຈຍ ກ່າວວ່າ:
“ສໍາຄັນທີ່ສຸດຕ້ອງເຂົ້າໃຈ ມັນກ່ຽວຂ້ອງກັບພາຍຸແນ່ນອນແລ້ວ ບໍ່ແມ່ນວ່າ ມັນຊິບໍ່ກ່ຽວເນາະ ພາຍຸກະມີສ່ວນສໍາຄັນທີ່ເຮັດໃຫ້ນໍ້າຖ້ວມ ອັນນີ້ເຮົາປະຕິເສດ ບໍ່ໄດ້ໂຕນີ້ນະ, ແຕ່ວ່າ ເລື້ອງເຂື່ອນອາດມີສ່ວນກ່ຽວຂ້ອງຄືກັນ ຄືເຂື່ອນຢູ່ຈີນນີ້ ເນາະ ເຂົາຊິເກັບນໍ້າໄວ້ໃຫ້ອ່າງຂອງເຂື່ອນໃຫ້ມັນເຕັມ, ດັ່ງນັ້ນ ໃນທ້າຍຂອງ ລະດູຝົນນິເຂົາຕ້ອງການໃຫ້ເຂື່ອນມັນເຕັມ ແຕ່ບັນຫາເຂົາບໍ່ຮູ້ວ່າ ທ້າຍລະດູ ຝົນນີ້ມັນຊິມີພາຍຸເຂົ້າ ຫຼື ບໍ່, ບາດນີ້ພາຍຸເຂົ້າມາ ເຂື່ອນມັນເກັບນໍ້າອີກບໍ່ໄດ້ ມັນຊິເປັນອັນຕະລາຍຕໍ່ເຂື່ອນ, ຄັນວ່າພາຍຸເຂົ້າແລ້ວ ເຂື່ອນໃກ້ຊິເຕັມແລ້ວ ເຂົາກໍຊິປ່ອຍນໍ້າລົງມາ.”
ແນວໃດກໍຕາມ, ຖ້າການຮັບມືມີຄວາມພ້ອມຕັ້ງແຕ່ເລີ້ມຕົ້ນ ມີການກະກຽມ ແລະມີການວາງແຜນກ່ອນດໍາເນີນການສ້າງເຂື່ອນ ເນື່ອງຈາກມັນມີສ່ວນ ພົວພັນຕໍ່ລະບົບນິເວດຂອງນໍ້າໂດຍກົງແລ້ວ ບັນຫາສະພາບນໍ້າຖ້ວມກະທັນຫັນ ກໍອາດຈະມີໜ້ອຍ ຫຼືບໍ່ມີເລີຍ ເນື່ອງຈາກຕ່າງຝ່າຍ ຕ່າງມີຄວາມຮັບຜິດຊອບ ຮ່ວມກັນ ໂດຍສະເພາະ ຄວາມຮັບຜິດຊອບຂອງຜູ້ທີ່ກ່ຽວຂ້ອງກັບການສ້າງ ເຂື່ອນເຫຼົ່ານັ້ນໂດຍກົງ.
ສາດສະດາຈານ ອຽນ ແບດ ກ່າວວ່າ:
“ຈຸດປະສົງຂອງເຂົາເຈົ້າບໍ່ແມ່ນແນວນັ້ນ, ເຂົາເຈົ້າຢາກເຈົ້າເຮັດເພື່ອຫາເງິນ ເຂົາເຈົ້າຢາກຂາຍໄຟຟ້າ ເລື້ອງປ້ອງກັນນໍ້າຖ້ວມນີ້ ເຂົາເຈົ້າບໍ່ໄດ້ເງິນ, ມັນກ່ຽວກັບການຈັດການເຂື່ອນນະ ເຈົ້າຈັດການເພື່ອຫຍັງ, ເຈົ້າຈັດການເພື່ອ ຢາກໃຫ້ໄດ້ໄຟຟ້າຫຼາຍທີ່ສຸດ ຫຼືວ່າເຈົ້າຈັດການເພື່ອຮັກສາສິ່ງແວດລ້ອມ ຫຼືວ່າ ຫຼຸດຜ່ອນຄວາມເສຍຫາຍທີ່ເກີດຈາກນໍ້າຖ້ວມໃນບາງລະດູການ ມັນຂຶ້ນກັບນະ ໂຍບາຍ, ບາດນີ້ບັນຫາວ່າຄື ເຂື່ອນທີ່ມັນມີສ່ວນຫຼາຍທີ່ສຸດນິ ມັນຊິຢູ່ໃນປະເທດຈີນ ມັນກໍຊິເປັນລັດຖະບານຈີນແລ້ວ ຕັດສິນໃຈໃນສ່ວນນີ້.”
ມີໜັງສືແຈ້ງການອອກມາໃນກ່ອນໜ້ານັ້ນ ໃຫ້ປະຊາຊົນກຽມພ້ອມຮັບມືກັບພາຍຸ ຢາກິ ທີ່ຈະພັດຜ່ານປະເທດລາວ ອັນໄດ້ເຮັດໃຫ້ຂົງເຂດທາງພາກເໜືອຂອງ ແຂວງຫຼວງນໍ້າທາ ຕ້ອງພົບກັບໄພພິບັດນໍ້າຖ້ວມກະທັນຫັນ. ຕໍ່ມາ, ກໍມີໜັງສື ແຈ້ງການອອກມາຈາກກົມອຸຕຸນິຍົມ ແລະອຸທົກກະສາດ, ກະຊວງຊັບພະຍາ ກອນທໍາມະຊາດ ແລະສິ່ງແວດລ້ອມ ລຸນຫຼັງລະດັບນໍ້າເລີ້ມເພີ້ມຂຶ້ນ ໃນວັນທີ 15 ກັນຍາທີ່ຜ່ານມາວ່າ ໃຫ້ທຸກຄົນລະວັງນໍ້າຖ້ວມກະທັນຫັນ ລະຫວ່າງວັນທີ 15 ຫາ 16 ກັນຍາ, ໂດຍສະເພາະ ຂົງເຂດຕ່າງໆລຽບຕາມແຄມແມ່ນໍ້າຂອງ ໃນນະຄອນຫຼວງວຽງຈັນ.
ຫຼາຍຂົງເຂດທີ່ມີພື້ນທີ່ຕໍ່າເຊັ່ນ ບໍລິເວນບ້ານບໍ່ໂອຂອງເມືອງຫາດຊາຍຟອງ ນໍ້າຂອງຖ້ວມລົ້ນເຂົ້າຖ້ວມບ້ານເຮືອນປະຊາຊົນເປັນວົງກວ້າງ, ຫຼາຍຄົນຍັງ ຄົງຕິດຢູ່ໃນເຮືອນ ເນື່ອງຈາກບໍ່ສາມາດອອກມາໄດ້, ເຮືອນຫຼາຍຫຼັງຖືກນໍ້າຖ້ວມ, ອີງຕາມປະຊາຊົນ ແລະນັກຂ່າວອິດສະຫຼະ ທີ່ໄດ້ລາຍງານລົງໃນສື່ສັງຄົມເຟສ໌ບຸກ, ແຕ່ບໍ່ມີການລາຍງານກ່ຽວກັບສິ່ງທີ່ເກີດຂຶ້ນຈາກອົງການຂ່າວຂອງລັດຖະບານ ຫຼືການລົງພື້ນທີ່ຂອງເຈົ້າໜ້າທີ່ລະດັບສູງຂອງລັດຖະບານ ໃນທັນທີທັນໃດ ນອກຈາກອາສາສະໝັກ ແລະເຈົ້າໜ້າທີ່ຈາກກອງທັບ.
ຕໍ່ສະພາບການນີ້, ນັກຊ່ຽວຊານໃຫ້ທັດສະນະວ່າ ມັນເປັນການຍາກທີ່ຈະເວົ້າໄດ້ ໂດຍສະເພາະດ້ານງົບປະມານໃນການຮັບມືກັບໄພພິບັດທີ່ເກີດຂຶ້ນ.
ສາດສະດາຈານ ອຽນ ແບດ ກ່າວວ່າ:
“ກະເປັນບັນຫາຍາກ ເພາະວ່າລັດຖະບານເອງກໍມີເງິນໜ້ອຍ ໜີ້ສິນກໍສູງ ອັນນີ້ກະເປັນບັນຫານຶ່ງນະ, ຄືແມ່ນກະທັ້ງງົບປະມານທີ່ຈະໄປຈ່າຍເງິນເດືອນ ໃຫ້ຄູນີ້ເນາະ ຈ້າງນາຍຄູສອນເດັກນ້ອຍກະຍັງບໍ່ພຽງພໍດຽວນີ້ນະ, ອັນນີ້ກະ ບັນຫາຍາກ ໜີ້ສິນຢູ່ຕ່າງປະເທດ ແລະກະມີລາຍງານມາຈາກການສ້າງເຂື່ອນ ສຸດທ້າຍມັນກະຕ້ອງສົ່ງໃຫ້ເຂົາເຈົ້າ, ອັນນີ້ເຮັດໃຫ້ລັດຖະບານລາວກະບໍ່ມີງົບ ປະມານ ກະເປັນສິ່ງທີ່ໜ້າເປັນຫ່ວງເນາະ ບັນຫາໂຕນີ້.”
ໃນປີ 2018, ສິ່ງທີ່ເກີດຂຶ້ນໃນປະເທດລາວ ໄດ້ສ້າງຄວາມຕົກໃຈໃຫ້ແກ່ຜູ້ຄົນ ໄປທົ່ວໂລກ ເມື່ອເຂື່ອນເຊປຽນ ເຊນໍ້ານ້ອຍ ໃນແຂວງອັດຕະປື ທີ່ຕັ້ງຢູ່ທາງ ພາກໃຕ້ຂອງ ສ.ປ.ປ ລາວ ແຕກ, ສົ່ງຜົນເຮັດໃຫ້ປະຊາຊົນທີ່ອາໄສໃນໝູ້ບ້ານ ໃກ້ຄຽງໄດ້ຮັບຜົນກະທົບຢ່າງໜັກ, ມີຜູ້ເສຍຊີວິດຢ່າງໜ້ອຍ 71 ຄົນ, ໃນນັ້ນ 7,800 ຕ້ອງກາຍມາເປັນຜູ້ບໍ່ມີບ່ອນຢູ່ອາໄສ. ຕໍ່ບັນຫານີ້, ນັກຊ່ຽວຊານໃຫ້ ທັດສະນະວ່າ ສິ່ງທີ່ໄດ້ມາ ມັນສົມດຸນກັນກັບສິ່ງທີ່ສົ່ງຜົນກະທົບ ຫຼື ບໍ່.
ສາດສະດາຈານ ອຽນ ແບດ ກ່າວວ່າ:
“ຕາມທັດສະນະຂອງຂ້າພະເຈົ້າເນາະ, ເຂື່ອນກໍເຮັດຫຼາຍແລ້ວ ບາງທີກະຄວນ ຕ້ອງຫຼຸດຜ່ອນ ບໍ່ສ້າງຫຼາຍ ສ້າງໜ້ອຍລົງ, ສ້າງຊໍ່ານີ້ກະພໍແລ້ວ ມັນກະເຫຼືອ ເຟືອແລ້ວ, ພະຍາຍາມຈັດການໃຫ້ມັນມີຄຸນນະພາບຫຼາຍກວ່າ ແທນທີ່ວ່າຈະ ສ້າງເລີຍໆ ລະກໍຕິດຕາມບໍ່ທັນ.”
ສ.ປ.ປ ລາວ ໄດ້ອອກມາປະກາດວ່າ ຕົນຈະເປັນແຫຼ່ງຜະລິດໄຟຟ້າຂອງເອເຊຍ ຫຼື Battery of Asia, ແຕ່ຈະຄຽງຄູ່ກັບແຜນການໃນການຮັບມືກັບສະພາບການນໍ້າຖ້ວມ ທີ່ອາດຈະເກີດຂຶ້ນໄດ້ໃນທຸກໆປີນັ້ນ ໄດ້ຫຼືບໍ່ ກໍຄົງຕ້ອງແມ່ນສິ່ງທີ່ຍັງຄົງຫາຄໍາຕອບ ເພາະພາຍຸທີ່ພັດເຂົ້າມາ ມັນມີຂຶ້ນໃນທຸກໆປີຕາມລະດູການຂອງມັນ ແລະ ປາກົດວ່າຈະຮຸນແຮງຂຶ້ນກວ່າເກົ່າ.
ຟໍຣັມສະແດງຄວາມຄິດເຫັນ