ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບົດເພີ້ມເຕີມລັດຖະທຳມະນູນ ສຫລ ຂໍ້ທີ 25 ແມ່ນຫຍັງ?


ກາຂອງປະທານາທິບໍດີຕິດຢູ່ໂຕະໃຫ້ຢືນກ່າວຄໍາປາໄສ ຢູ່ໃນຫ້ອງ Roosevelt ຂອງທໍານຽບຂາວ (ພາບຖ່າຍໃນວັນທີ 4 ກັນຍາ, 2019)
ກາຂອງປະທານາທິບໍດີຕິດຢູ່ໂຕະໃຫ້ຢືນກ່າວຄໍາປາໄສ ຢູ່ໃນຫ້ອງ Roosevelt ຂອງທໍານຽບຂາວ (ພາບຖ່າຍໃນວັນທີ 4 ກັນຍາ, 2019)

ບົດເພີ້ມເຕີມລັດຖະທຳມະນູນສະຫະລັດ ຂໍ້ທີ 25 ໃຫ້ລາຍລະອຽດກ່ຽວກັບຂັ້ນຕອນທີ່ໃຊ້ໃນການເອົາຄົນມາແທນປະທານາທິບໍດີ ຫຼືຮອງປະທານາທິບໍດີ ໃນກໍລະນີທີ່ບຸກຄົນໃດໃນນັ້ນ ບໍ່ສາມາດຢູ່ເພື່ອເຮັດໜ້າທີ່ໄດ້.

ເຫດຜົນທີ່ຈະເອົາຄົນມາກໍາຕຳແໜ່ງເປັນຜູ້ນໍາປະເທດ ຫລືຮອງປະທານາທິບໍດີ- ທີ່ເປັນເຈົ້າໜ້າທີ່ລະດັບສູງສຸດໃນສາຍການຈັດຕັ້ງທີ່ຈະດຳລົງຕຳແໜ່ງປະທານາ ທິບໍດີແທນນັ້ນ ແມ່ນການເສຍຊີວິດ, ການຖືກປົດລົງຈາກຕຳແໜ່ງ, ການລາອອກ ຫຼືຂາດຄວາມສາມາດ. ຕົວຢ່າງແມ່ນລວມມີການລອບສັງຫານປະທານາ ທິບໍດີຈອນ ເອັຟ ເຄນເນດີ (John F. Kennedy) ໃນເດືອນພະຈິກປີ 1963 ແລະການລາອອກຂອງທ່ານ ຣີຊາດ ນິກສັນ (Richard Nixon) ໃນປີ 1974 ທ້າມກາງຂ່າວນອງນັນຂອງຄະດີວໍເທີເກດ (Watergate).

ການຮຽກຮ້ອງໃໝ່ເພື່ອໃຫ້ດຶງເອົາບົດເພີ້ມເຕີມລັດຖະທຳມະນູນຂໍ້ທີທີ 25 ມາໃຊ້ເກີດມາຈາກການໂຈມຕີ ຂອງກຸ່ມຄົນຕໍ່ຫໍລັດຖະສະນາສະຫະລັດ ໃນວັນພຸດຜ່ານມາ ໂດຍພວກສະໜັບສະໜູນປະທານາທິບໍດີດໍໂນລ ທຣໍາ. ຜູ້ນຳພັກທີ່ກໍາສຽງສ່ວນຫລາຍຂອງສະພາສູງ ທີ່ກໍາລັງຈະເຂົ້າຮັບຕໍາແໜ່ງ, ທ່ານ ຈຊັກ ຊູມເມີ ແມ່ນນອນຢູ່ໃນບັນດາຜູ້ທີ່ຮຽກຮ້ອງໃຫ້ຮອງປະທານາທິບໍດີໄມຄ໌ ເພັນສ໌ ນຳໃຊ້ ບົດເພີ້ມເຕີມລັດຖະທຳມະນູນດັ່ງກ່າວ ເພື່ອປົດທ່ານທຣໍາອອກຈາກຕຳແໜ່ງ.

ຖ້ອຍຄໍາທີ່ຂຽນຢູ່ໃນບົດເພີ້ມເຕີມລັດຖະທຳມະນູນ ກ່ຽວກັບສິ່ງທີ່ສາມາດສົ່ງຜົນໃຫ້ມີການປົດຕຳແໜ່ງຂອງປະທານາທິບໍດີອອກແບບບໍ່ສະໝັກໃຈແມ່ນກະທັດຫັດ. ພາກທີ 4 (ແລະບໍ່ໄດ້ຜ່ານຂະບວນການທົດສອບມາກ່ອນ) ຂອງບົດເພີ້ມເຕີມລັດຖະທຳມະນູນນັ້ນ ພຽງແຕ່ເວົ້າວ່າ ຮອງປະທານາທິບໍດີ ແລະສຽງສ່ວນຫລາຍໃນຄະນະລັດຖະບານ (ຫຼືຄະນະລັດຖະສະພາ) ສາມາດປະຕິບັດໜ້າທີ່ໃນການປົດທ່ານປະທານາທິບໍດີອອກໄດ້ "ເມື່ອປະທານາທິບໍດີບໍ່ມີຄວາມສາມາດໃຊ້ອຳນາດ ແລະໜ້າທີ່ຂອງຕໍາແໜ່ງຕົນໄດ້," ໂດຍກ່າວເພີ້ມອີກວ່າ ຮອງປະທານາທິບໍດີຈະເຂົ້າຮັບເອົາອຳນາດເຫລົ່ານັ້ນແທນ ໃນທັນທີທັນໃດ.

ເພື່ອບັນລຸເປົ້າໝາຍດັ່ງກ່າວ, ຮອງປະທານາທິບໍດີ ແລະສຽງສ່ວນຫລາຍໃນຄະ ນະລັດຖະບານຕ້ອງໄດ້ປະກາດເປັນລາຍລັກອັກສອນກ່ຽວກັບຄວາມບໍ່ສາມາດຂອງຜູ້ບັງຄັບບັນຊາປະເທດໃນການປະຕິບັດໜ້າທີ່ຂອງຕົນ ໃຫ້ເອົາການບັນຊານັ້ນໃຫ້ປະທານຂອງສະພາສູງ ຊຶ່ງເປັນສະມາຊິກລະດັບສູງສຸດຂັ້ນທີສອງຂອງສະພາດັ່ງກ່າວ ແລະປະທານສະພາຕໍ່າ.

ຖ້າປະທານາທິບໍດີໃນເວລາຕໍ່ມາຕັດສິນວ່າຕົນສາມາດສືບຕໍ່ເຮັດໜ້າທີ່ຂອງຕົນໄດ້ ທ່ານຕ້ອງໄດ້ປະກາດຄວາມເໝາະສົມຂອງຕົນສຳລັບຕຳແໜ່ງດັ່ງກ່າວຢ່າງເປັນລາຍລັກອັກສອນ ຕໍ່ປະທານສະພາສູງໃນເວລານີ້ ແລະປະທານສະພາຕໍ່າ. ປະທານາທິບໍດີຈະສືບຕໍ່ປະຕິບັດໜ້າທີ່ຂອງຕົນໄປ ເວັ້ນເສຍແຕ່ວ່າຮອງປະທາ ນາທິບໍດີ ແລະ ສຽງສ່ວນຫລາຍຂອງຄະນະລັດຖະບານແຈ້ງໃຫ້ລັດຖະສະພາຊາບຢ່າງເປັນລາຍລັກອັກສອນ ພາຍໃນສີ່ວັນ ນັບແຕ່ວັນສົ່ງຈົດໝາຍຂອງປະທານາ ທິບໍດີ ເພື່ອເວົ້າວ່າ ປະທານາທິບໍດີຍັງບໍ່ສາມາດປະຕິບັດໜ້າທີ່ຂອງຕົນໄດ້.ຈາກນັ້ນລັດຖະສະພາຈະປະຊຸມກັນພາຍໃນ 48 ຊົ່ວໂມງ ແລະມີເວລາເຖິງ 21 ວັນເພື່ອພິຈາລະນາເລື້ອງນີ້.

ການກໍານົດຂອງລັດຖະສະພາທີ່ວ່າ ປະທານາທິບໍດີບໍ່ສາມາດປະຕິບັດໜ້າທີ່ຂອງຕົນໄດ້ ແມ່ນຕ້ອງໄດ້ຮັບການຕັດສິນໃຈໂດຍສຽງສ່ວນຫລາຍທີ່ມີສອງສ່ວນສາມໃນສະພາຕໍ່າ ແລະສະພາສູງ.

ຖ້າຫາກບໍ່ມີການເຫັນພ້ອມຫລາຍຕາມກຳນົດສອງສ່ວນສາມນັ້ນແລ້ວ ປະທານາ ທິບໍດີກໍຈະໄດ້ຮັບອະນຸຍາດໃຫ້ "ສືບຕໍ່ກໍາອຳນາດແລະໜ້າທີ່ຂອງຫ້ອງການຂອງຕົນໄດ້ອີກ", ອີງຕາມບົດເພີ້ມເຕີມລັດຖະທໍາມະນູນລະບຸໄວ້.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG