ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ມີການຄາດຫວັງຫຍັງ ຈາກກອງປະຊຸມ ສຸດຍອດ ລະຫວ່າງ ປ. ພາກ ແລະ ປ. ໂອບາມາ


ປ. Park Geun-hye ກ່າວຄຳປາໄສ ຕໍ່ສະພາການຄ້າ ສຫລ ແລະກອງປະຊຸມປະຈຳປີ ສະພາທຸລະກິດ ສະຫະລັດເກົົາຫຼີ
ທີ່ວໍຊິງຕັນ. (15 ຕຸລາ 2015)
ປ. Park Geun-hye ກ່າວຄຳປາໄສ ຕໍ່ສະພາການຄ້າ ສຫລ ແລະກອງປະຊຸມປະຈຳປີ ສະພາທຸລະກິດ ສະຫະລັດເກົົາຫຼີ ທີ່ວໍຊິງຕັນ. (15 ຕຸລາ 2015)

ການເດີນທາງມາຢ້ຽມຢາມທຳນຽບຂາວ ຂອງປະທານາທິບໍດີ
Park Geun-hye ໃນວັນສຸກມື້ນີ້ແມ່ນຂີດໝາຍໃນການຢ້ຽມ
ຢາມນະຄອນຫຼວງວໍຊິງຕັນຄັ້ງທີສອງຂອງຜູ້ນຳເກົາຫລີໃຕ້ນັບ
ແຕ່ທ່ານນາງໄດ້ຂຶ້ນກຳຕຳແໜ່ງໃນປີ 2013.

ທ່ານ Johs Earnest ໂຄສົກຂອງທຳນຽບຂາວກ່າວຕໍ່ພວກ
ນັກຂ່າວ ໃນວັນພະຫັດວານນີ້ວ່າ ການຢ້ຽມຢາມດັ່ງກ່າວ ຈະ
ເພັ່ງເລັງໃສ່ເລື້ອງເສດຖະກິດຂອງເກົາຫລີໃຕ້ ຄວາມໝັ້ນຄົງ
ແລະບັນຫາຕ່າງໆຂອງໂລກ ໃນຂະນະທີ່ມີການເນັ້ນຢ້ຳເຖິງ ຄວາມໝາຍໝັ້ນທີ່ບໍ່ມີການສັ່ນຄອນໃນການເປັນພັນທະມິດ
ລະຫວ່າງສະຫະລັດ ກັບເກົາຫລີໃຕ້.

ນອກນັ້ນແລ້ວ ບົດບາດຂອງຈີນຢູ່ໃນຂົງເຂດ ກໍຈະຖືກຍົກຂຶ້ນມາຫາສົນທະນາຫາລືກັນ ນຳດ້ວຍ.

ທ່ານ Jim Schoff ເຈົ້າໜ້າທີ່ອະວຸໂສໂຄງການຝ່າຍເອເຊຍຂອງອົງການກອງທຶນສົ່ງເສີມ ສັນຕິພາບນາໆຊາດ Carnegie ກ່າວວ່າ “ມັນກ່ຽວກັບ ການກຳນົດທິດທາງຍຸດທະສາດ ສຳລັບໄລຍະຫ້າ ຫາສິບປີຂ້າງໜ້າ.”

ທ່ານ Schoff ກ່າວວ່າ ຄວາມສຳພັນຂອງເກົາຫຼີໃຕ້ກັບຈີນ ແລະຄວາມສຳພັນດັ່ງກ່າວຈະ ເປັນປະໂຫຍດແນວໃດຕໍ່ການພັນທະມິດໃນຂັ້ນຕໍ່ໄປຈະຄອບງຳການສົນທະນາຫາລືກັນ.
ທ່ານກ່າວຕື່ມວ່າ ພວກຜູ້ນຳທັງສອງອາດຈະສົນທະນາຫາລືກັນກ່ຽວກັບການເຂົ້າເປັນສະ
ມາຊິກ ໃນການປ້ອງລູກສອນໄຟລະດັບສູງຫຼື THAAD ຖ້າເກົາຫຼີເໜືອຫາກຍັງສືບຕໍ່ເພີ້ມ ທະວີຄວາມສາມາດໃນດ້ານລູກສອນໄຟຂອງຕົນ.

ປ. Park Geun-hye ແຫ່ງເກົາຫຼີໃຕ້ ກົ້ມຫົວຄຳນັບ ຂະນະທີ່ທ່ານນາງ ກວດແຖວທະຫານ ກອງກຽດຕິຍົດ ທີ່ນຳທຽບຫ້າແຈ
ປ. Park Geun-hye ແຫ່ງເກົາຫຼີໃຕ້ ກົ້ມຫົວຄຳນັບ ຂະນະທີ່ທ່ານນາງ ກວດແຖວທະຫານ ກອງກຽດຕິຍົດ ທີ່ນຳທຽບຫ້າແຈ

ທ່ານນາງ Park ກ່າວຕໍ່ຄະນະວິໄຈ ທີ່ນະຄອນຫຼວງວໍຊິງຕັນໃນຕອນແລງຂອງວັນພະຫັດ ວານນີ້ວ່າທ່ານນາງແມ່ນເປີດກວ້າງຕໍ່ການພົບປະກັບຄູ່ຕຳແໜ່ງຂອງຝ່າຍຍີ່ປຸ່ນທີ່ອາດຈະ
ຊ່ອຍປົວແປງ ຄວາມສຳພັນທີ່ໄດ້ມີຄວາມເຄັ່ງຕຶງລະຫວ່າງປະ ເທດທັງສອງ.

XS
SM
MD
LG