ຈີນ ເປັນປະເທດທີ່ຢູ່ໃນອັນດັບທີ່ຂີ້ຮ້າຍທີ່ສຸດສຳລັບການເປັນຜູ້ຈັບນັກຂ່າວຂັງຄຸກອີກຄັ້ງນຶ່ງ, ອີງຕາມລາຍງານທີ່ຖືກເປີດເຜີຍໃນເດືອນນີ້ ໂດຍຄະນະກຳມະການຕິດຕາມສື່ມວນຊົນ ເພື່ອປົກປ້ອງບັນດານັກຂ່າວ ຫຼື CPJ. ນັກວິເຄາະກ່າວວ່າ ສະຖານະການສຳລັບສື່ມວນຊົນແມ່ນບໍ່ດີ ແລະ ມີແຕ່ຈະຮ້າຍແຮງຂຶ້ນ.
ເຈົ້າໜ້າທີ່ຕິດອາວຸດຢືນເບິ່ງການມາຮອດຂອງລົດທີ່ຂົນສົ່ງ ທ່ານ ຈິມມີ ລາຍ ສຳລັບການໄປໃຫ້ການຢູ່ສານ ຮົງກົງ ເມື່ອເດືອນພະຈິກທີ່ຜ່ານມາ. ເຈົ້າຂອງໜັງສືພິມທີ່ສະໜັບສະໜູນປະຊາທິປະໄຕແມ່ນກຳລັງຖືກດຳເນີນຄະດີສຳລັບຂໍ້ກ່າວຫາດ້ານຄວາມໝັ້ນຄົງແຫ່ງຊາດ, ໃນຄະດີທີ່ທະນາຍຄວາມສາກົນຂອງລາວ ແລະ ລັດຖະບານຕ່າງປະເທດເວົ້າວ່າ ມີແຮງຈູງໃຈທາງການເມືອງ.
ທ່ານ ລາຍ ແມ່ນນຶ່ງໃນພະນັກງານສື່ມວນຊົນຢ່າງໜ້ອຍ 50 ຄົນ ທີ່ຖືກຂັງຄຸກສຳລັບວຽກງານຂອງເຂົາເຈົ້າໃນປະເທດ ຈີນ ແລະ ຮົງກົງ ຕັ້ງແຕ່ວັນທີ 1 ເດືອນທັນວາ ທີ່ຜ່ານມາ, ອີງຕາມຂໍ້ມູນການສຳຫຼວດຄຸກໃນປີ 2024 ຂອງຄະນະກຳມະການເພື່ອປົກປ້ອງນັກຂ່າວ ທີ່ຖືກເປີດເຜີຍໃນເດືອນນີ້. ຜູ້ບໍລິຫານໃຫຍ່ຂອງກຸ່ມ, ທ່ານນາງ ໂຈດີ ກິນສເບີກ ເວົ້າວ່າ ຄະດີຂອງທ່ານລາຍແມ່ນຄະດີຕົວຢ່າງ.
ທ່ານນາງ ໂຈດີ ກິນສເບີກ, ຄະນະກຳມະການປົກປ້ອງນັກຂ່າວ ກ່າວວ່າ “ບໍ່ແມ່ນແຕ່ຂໍ້ຈຳກັດປະເພດທີ່ເຮົາເຫັນໃນຮົງກົງເທົ່ານັ້ນ ແຕ່ຍັງລວມເຖິງທົ່ວໂລກດ້ວຍ. ຊຶ່ງນັກຂ່າວຖືກຄວບຄຸມຕົວພາຍໃຕ້ຂໍ້ກ່າວຫາລະເມີດຄວາມໝັ້ນຄົງແຫ່ງຊາດ.”
ໃນທົ່ວໂລກ, ນັກຂ່າວຢ່າງໜ້ອຍ 361 ຄົນຖືກຈັບເຂົ້າຄຸກສຳລັບວຽກຂອງເຂົາເຈົ້າ ມາຮອດວັນທີ 1 ເດືອນທັນວາ. ແລະ ຈີນ ໄດ້ທຳການຈັບກຸມຫຼາຍທີ່ສຸດ.
ການຈັດອັນດັບທີ່ວ່ານັ້ນ ແມ່ນບໍ່ໄດ້ເຮັດໃຫ້ທ່ານນາງ ຢາໂຈ ຫວັງ ຕົກໃຈ, ເຊິ່ງລາວແມ່ນຜູ້ອຳນວຍການຢູ່ອົງການສະໜັບສະໜູນປະຊາທິປະໄຕ Freedom House ໃນ ຈີນ.
ທ່ານນາງ ຢາໂຈ ຫວັງ ກ່າວວ່າ “ມັນບໍ່ໄດ້ເປັນສິ່ງທີ່ເຮັດໃຫ້ຕົກໃຈ ເພາະວ່າ ຈີນ ແມ່ນໄດ້ຢູ່ອັນດັບລຸ່ມສຸດຂອງລາຍຊື່ ມາຫຼາຍປີແລ້ວ.”
ບັນດານັກວິເຄາະຄື ທ່ານນາງ ຫວັງ ເຊື່ອວ່າ ນັກຂ່າວອີກຫຼາຍຄົນອາດຖືກຂັງຄຸກຢູ່ໃນ ຈີນ, ແຕ່ຄອບຄົວຂອງເຂົາເຈົ້າຢ້ານທີ່ຈະເວົ້າຢ່າງເປີດເຜີຍ.
ທ່ານນາງ ຢາໂຈ ຫວັງ ກ່າວວ່າ “ໃຜກໍຕາມ, ຄືທ່ານຮູ້, ທີ່ເຕີບໃຫຍ່ຢູ່ໃນສິ່ງແວດລ້ອມນັ້ນ, ອາໄສຢູ່ໃນສະພາບແວດລ້ອມນັ້ນ, ປະຕິກິລິຍາທຳອິດຂອງເຂົາກໍແມ່ນ, ແນ່ນອນ, ຂ້ອຍຈະຕ້ອງປະຕິບັດຕາມຄຳສັ່ງນີ້. ແນ່ນອນ, ຂ້ອຍຈະບໍ່ບອກໃຫ້ໂລກຮູ້ສິ່ງທີ່ເກີດຂຶ້ນກັບຜົວຂອງຂ້ອຍ, ສິ່ງທີ່ເກີດຂຶ້ນກັບລູກສາວຂອງຂ້ອຍ.”
ສະຖານທູດ ຈີນ ໃນນະຄອນຫຼວງ ວໍຊິງຕັນ ໄດ້ກ່າວຕໍ່ວີໂອເອວ່າ ປັກກິ່ງ ປົກປ້ອງເສລີພາບໃນການປາກເວົ້າ. “ຄວາມສຳເລັດທີ່ເຮັດໃນອຸດສາຫະກຳຂ່າວທີ່ກຳລັງພັດທະນາຂອງ ຈີນ ແມ່ນເຫັນໄດ້ຢ່າງຊັດເຈນຕໍ່ທຸກຄົນ.”
ຕາມປະຫວັດແລ້ວ, ການກົດດັນຂອງສາກົນແມ່ນບໍ່ໄດ້ມີປະສິດທິຜົນໃນການຜັກດັນໃຫ້ ຈີນ ປ່ອຍຕົວນັກຂ່າວຄື ທ່ານ ລາຍ ຫຼື ນັກຂ່າວຊາວ ວີເກີ ທ່ານ ອີລາມ ໂຕຕີ, ອີງຕາມການກ່າວຂອງທ່ານນາງ ຫວັງ. ແຕ່ມັນສາມາດຊ່ວຍໃຫ້ຮັບປະກັນການເຂົ້າເຖິງສິດທິອື່ນໆ, ເຊັ່ນປະກັນສຸຂະພາບ.
ທ່ານນາງ ຢາໂຈ ຫວັງ ກ່າວວ່າ “ເວລາທີ່ມັນມີຄວາມສົນໃຈຈາກສາກົນ, ເຈົ້າໜ້າທີ່ຍາມຄຸກຈະປະຕິບັດຕໍ່ເຂົາເຈົ້າດີກວ່າ. ເຂົາເຈົ້າຈະລະມັດລະວັງຫຼາຍຂຶ້ນວ່າ ມັນອາດຈະມີຜົນກະທົບທີ່ຕາມມາ, ສະນັ້ນເຂົາເຈົ້າຈະບໍ່ທຳການລ່ວງລະເມີດຢ່າງຮ້າຍແຮງຕໍ່ເຂົາເຈົ້າ.”
ກໍລະນີຂອງທ່ານ ລາຍ ໃນ ຮົງກົງ ໄດ້ສະແດງໃຫ້ເຫັນວ່າ ເສລີພາບຂອງສື່ມວນຊົນ ແລະ ເສລີພາບຂອງພົນລະເຮືອນສາມາດສູນເສຍໄປວ່ອງໄວຊ່ຳໃດ, ອີງຕາມ ທ່ານນາງ ກິນສເບີກ.
ທ່ານນາງ ໂຈດີ ກິນສເບີກ ກ່າວວ່າ “ຄວາມໄວທີ່ເຮົາອາດສູນເສຍອິດສະຫຼະພາບໄປນັ້ນ ຖືເປັນບົດຮຽນທີ່ສຳຄັນຫຼາຍຈາກລາຍງານສະບັບນີ້.”
ຮົງກົງ ກ່າວວ່າ ເຂົາເຈົ້າເຄົາລົບເສລີພາບຂອງສື່ມວນຊົນ ແລະ ລະບຽບກົດໝາຍ. ແຕ່ທ່ານນາງ ກິນສເບີກ ກ່າວວ່າ ຄະດີຕ່າງໆຢູ່ທີ່ນັ້ນ ຄວນເຮັດໜ້າທີ່ດັ່ງກັບບົດຮຽນສຳລັບປະຊາທິປະໄຕ ທີ່ເສລີພາບຂອງສື່ມວນຊົນສາມາດຫາຍໄປໄດ້.
ອ່ານລາຍງານນີ້ເປັນພາສາອັງກິດ
China again ranks as the worst jailer of journalists, according to a report released this month by media watchdog Committee to Protect Journalists. Analysts say the situation for the media is bad and only getting worse.
Armed personnel stand watch as a vehicle carrying Jimmy Lai arrives for another hearing at a Hong Kong court in November. The pro-democracy publisher is on trial for national security charges, in a case that his international lawyers and foreign governments say is politically motivated.
Lai was one of at least 50 media workers imprisoned for their work in China and Hong Kong as of December 1st, according to data from the Committee to Protect Journalists' 2024 prison census released this month. The group’s chief executive, Jodie Ginsberg, says Lai’s case is emblematic.
“Not just of the kinds of restrictions that we’re seeing in Hong Kong, but more globally, in which journalists are being held under accusations of breaching national security.”
Globally, at least 361 journalists were imprisoned for their work as of December 1st. And China held the most in custody.
That ranking is not a shock for Yaqiu (Ya-cho) Wang, the China director at democracy advocate Freedom House.
“It’s not surprising because China has been at the bottom of the list for many years.”
Analysts like Wang believe many more journalists could be behind bars in China, but their families are often afraid to talk publicly.
“Anyone who, you know, grew up in that environment, living in that environment, your first reaction is, ‘Of course, I’m going to comply with this order. Of course, I’m not going to tell the world what happened to my husband, what happened to my daughter.’”
China’s embassy in Washington told VOA that Beijing protects freedom of speech. “The achievements made in the development of China’s news industry are obvious to all.”
Historically, international pressure has not been effective in pushing China to release journalists like Lai or the Uyghur writer Ilham Tohti, says Wang. But it can help ensure access to other rights, like medical care.
“When there’s international attention, the prison guards treat them better. They are more aware that there might be consequences, so they won’t be horribly abusive to them.”
The case of Lai in Hong Kong shows how quickly press freedom and other civil liberties can be lost, Ginsberg says.
“The speed with which we can lose our freedoms is a really important takeaway from this report.”
Hong Kong says it respects press freedom and the rule of law. But Ginsberg says the cases there should act as a lesson for democracies that press freedom can disappear.
ຟໍຣັມສະແດງຄວາມຄິດເຫັນ