ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ໄບ​ເດັນ ກ່າວ​ໃນ​ການ​ມ້ວນ​ທ້າຍກອງ​ປະ​ຊຸມ​ສຸດຍອດ G-7 ວ່າ ຄວາມ​ຂັດ​ແຍ້ງ​ລະ​ຫວ່າງ ຕາ​ເວັນ​ຕົກ​ກັບ ຈີນ ສາ​ມາດຫຼີກ​ລ່ຽງ​ໄດ້


ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ໂຈ ໄບ​ເດັນ ກ່າວ​ຄຳ​ປາ​ໄສ​ໃນ​ລະ​ຫວ່າງກອງ​ປະ​ຊ​ຸມ​ຖະ​ແຫຼງ​ຂ່າວ​ລຸນຫຼັງ​ກອງ​ປະ​ຊຸມ​ສຸດຍອດ​ຂອງ​ບັນ​ດາ​ຜູ້​ນຳ​ກຸ່ມ 7 ປະ​ເທດ (G7) ໃນ​ນະ​ຄອນ ຮິ​ໂຣ​ຊິ​ມະ, ຍີ​ປຸ່ນ, 21 ພຶດ​ສະ​ພາ 2023.
ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ໂຈ ໄບ​ເດັນ ກ່າວ​ຄຳ​ປາ​ໄສ​ໃນ​ລະ​ຫວ່າງກອງ​ປະ​ຊ​ຸມ​ຖະ​ແຫຼງ​ຂ່າວ​ລຸນຫຼັງ​ກອງ​ປະ​ຊຸມ​ສຸດຍອດ​ຂອງ​ບັນ​ດາ​ຜູ້​ນຳ​ກຸ່ມ 7 ປະ​ເທດ (G7) ໃນ​ນະ​ຄອນ ຮິ​ໂຣ​ຊິ​ມະ, ຍີ​ປຸ່ນ, 21 ພຶດ​ສະ​ພາ 2023.

ໃນ​ການ​ມ້ວນ​ທ້າຍກອງ​ປະ​ຊຸມ​ສຸດຍອດ​ສາມ​ວັນ​ກັບ​ບັນ​ດາ​ພັນ​ທະ​ມິດ​ຂອງ​ກຸ່ມ 7 ປະ​ເທດ​ປະ​ຊາ​ທິ​ປະ​ໄຕ ​ທີ່​ນຳ​ໜ້າ​ໝູ່ ຫຼື G-7 ນັ້ນ, ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ໂຈ ໄບ​ເດັນ ໄດ້​ພະ​ຍາ​ຍາມ​ທີ່​ຈະ​ໃຫ້​ການ​ຮັບ​ປະ​ກັນ​ຕໍ່ ຈີນ ອີກ​ຄັ້ງ​ວ່າ​ຄວາມ​ຂັດ​ແຍ້ງ​ກັບ​ຕາ​ເວັນ​ຕົກ​ ແມ່ນຫຼີກ​ລ່ຽງ​ໄດ້, ແມ່ນ​ກະ​ທັ້ງ​ທີ່​ກຸ່ມ G-7 ໄດ້​ເພີ່ມ​ການ​ກົດ​ດັນ​ເພື່ອ​ທຳ​ການ​ຕ້ານ​ຢັນ​ຕໍ່​ການ​ເພີ່ມ​ຂຶ້ນ​ຂອງ​ໄພ​ຂົ່ມ​ຂູ່​ທາງ​ທະ​ຫານ ແລະ ຄວາມ​ປອດ​ໄພ​ດ້ານ​ເສດ​ຖະ​ກິດ​ຂອງ ຈີນ ກໍ່​ຕາມ.

ທ່ານ ໄບ​ເດັນ ໄດ້​ກ່າວ​ໃນ​ລະ​ຫວ່າງກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າ​ວ​ໃນນະ​ຄອນ ຮິ​ໂຣ​ຊິ​ມະ, ປະ​ເທດ ຍີ່​ປຸ່ນ, ໃນ​ຕອນ​ທ້າຍ​ຂອງກອງ​ປະ​ຊຸມ​ສຸດຍອດ ​ເມື່ອ​ວັນ​ອາ​ທິດ​ວານນີ້​ວ່າ “ຂ້າ​ພະ​ເຈົ້າ​ບໍ່​ຄິດ​ວ່າ​ມັນ​ມີ​ຫຍັງ​ທີ່ຫຼີກ​ລ່ຽງ​ບໍ່ໄດ້ ກ່ຽວ​ກັບ ຄວາມ​ຄິດ​ທີ່​ວ່າ​ມັນ​ຈະ​ມີ​ຄວາມ​ຂັດ​ແຍ້ງນີ້” ລະ​ຫວ່າງ​ຕາ​ເວັນ​ຕົກ​ກັບ ປັກ​ກິ່ງ.

ແນວ​ໃດ​ກໍ່​ຕາມ, ທ່ານ ໄບ​ເດັນ ໄດ້​ກ່າວ​ຢ້ຳ​ວ່າ G-7 ແລະ ບັນ​ດາ​ຄູ່​ຮ່ວມ​ອື່ນໆ​ໃນ​ພາກ​ພື້ນ​ ແມ່ນ​ພ້ອມ​ກັນ​ທີ່​ຈະ​ຕ້ານ​ຢັນ​ຕໍ່​ການ​ຮຸກ​ຮານ​ຂອງ ປັກ​ກິ່ງ, ລວມ​ທັງ​ຄວາມ​ເປັນ​ໄປ​ໄດ້ ​ໃນ​ການບຸກ​ລຸກ ໄຕ້​ຫວັນ​ ຂອງ​ເຂົາ​ເຈົ້າ. ທ່ານ​ໄດ້​ກ່າວ​ວ່າ “ຂ້າ​ພະ​ເຈົ້າ​ຄິດ​ວ່າ​ມັນ​ມີ​ຄວາມ​ສາ​ມັກ​ຄີ​ກັນ​ກວ່າ​ທີ່​ພວກ​ເຮົາ​ໄດ້​ເປັນ​ໃນ​ມະ​ຫາ​ສະ​ໝຸດ​ປາ​ຊີ​ຟິກ.”

“ພວກ​ເຮົາ​ທຸກ​ຄົນ​ເຫັນ​ພ້ອມ​ກັນ​ວ່າ​ພວກ​ເຮົາ​ຈະ​ຮັກ​ສາ​ນະ​ໂຍ​ບາຍ​ຈີນ​ດຽວ,” ເຊິ່ງ​ທ່ານ ໄບ​ເດັນ ໄດ້​ກ່າວ, ໂດຍ​ອ້າງ​ເຖິງ​ນະ​ໂຍ​ບາຍ​ພາຍ​ໃຕ້​ອັນ​ທີ່ ສະ​ຫະ​ລັດ ຮັບ​ຮູ້​ວ່າ ປັກ​ກິ່ງ​ ເປັນ​ຕົວ​ແທນ​ໃຫ້ ຈີນ, ແລະ ຮັບ​ຮູ້​ທັດ​ສະ​ນະ​ຄະ​ຕິ​ຂອງ ປັກ​ກິ່ງ​ ທີ່​ວ່າ​ເຂົາ​ເຈົ້າ​ມີ​ອຳ​ນາດ​ອະ​ທິ​ປະ​ໄຕ​ຕໍ່ ໄຕ້​ຫວັນ ໂດຍ​ປາ​ສະ​ຈາກ ​ການ​ຮັບ​ຮອງ​ເອົາ​ນັ້ນ, ພາຍ​ໃຕ້​ນະ​ໂຍ​ບາຍ​ດັ່ງ​ກ່າວ, ວໍ​ຊິງ​ຕັນ ພິ​ຈາ​ລະ​ນາສະ​ຖາ​ນະ​ພາບ​ຂອງ ໄຕ້​ຫວັນ ​ແມ່ນບໍ່​ໝັ້ນ​ຄົງ.

ຈີນ ແລະ ໄຕ້​ຫວັນ ແມ່ນບໍ່​ມີ​ໃຜ “ສາ​ມາດ​ປະ​ກາດ​ໄດ້​ຢ່າງ​ເປັນ​ອິດ​ສະຫຼະ ກ່ຽວ​ກັບ ສິ່ງ​ທີ່​ເຂົາ​ເຈົ້າ​ຈະ​ເຮັດ, ຢຸດ​ເທົ່າ​ນັ້ນ, ມັນ​ຕ້ອງ​ມີ​ຜົນ​ອອກ​ມາ​ອັນ​ໃໝ່ທີ່​ຖືກ​ຕົກ​ລົງກັນລະ​ຫວ່າງ​ສອງ​ຝ່າຍ.” ເຊິ່ງ​ທ່ານ ໄບ​ເດັນ ໄດ້​ອ້າງ​ເຖິງ​ສະ​ຖາ​ນະ​ພາບ​ປັດ​ຈຸ​ບັນ​ຂອງ ໄຕ້​ຫວັນ.

ໃນ​ຂະ​ນະ​ທີ່​ບັນ​ດາ​ພັນ​ທະ​ມິດ​ຕາ​ເວັນ​ຕົກ “ບໍ່​ຄາດ​ວ່າ ໄຕ້​ຫວັນ ຈະ​ປະ​ກາດ​ເອກ​ກະ​ລາດ​ໄດ້​ຢ່າງ​ອິດ​ສະຫຼະ​ນັ້ນ,” ທ່ານ ໄບ​ເດັນ ໄດ້​ເຕືອນ ຈີນ ຕໍ່​ການ​ບຸກ​ລຸກ​ເກາະ​ທີ່​ປົກ​ຄອງ​ຕົນ​ເອງ​ດັ່ງ​ກ່າວ​ທີ່ ປັກ​ກິ່ງ ພິ​ຈະ​ລະ​ນາ​ວ່າ​ເປັນ​ແຂວງ​ທີ່​ຖືກ​ແຍກ​ອອກ​ໄປ.

ທ່ານ​ໄດ້​ເຕືອນ​ວ່າ “ມັນ​ມີ​ຄວາມ​ເຂົ້າ​ໃຈ​ທີ່​ກະ​ຈ່າງ​ແຈ້ງ​ໃນ​ບັນ​ດ​າ​ພັນ​ທ​ະ​ມິດ​ຂອງ​ພວກ​ເຮົາ, ເຊິ່ງ​ແທ້​ຈິງ​ແລ້ວ, ຖ້າ​ ຈີນ ດຳ​ເນີນ​ການ​ຝ່າຍ​ດຽວ, ມັນ​ຈະ​ມີ​ການ​ຕອບ​ໂຕ້. ມັນ​ຈະ​ມີ​ການ​ຕອບ​ໂຕ້.”

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG