ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ເຊື້ອໄວຣັສໄຂ້ຍຸງ West Nile ກໍາລັງລະບາດ ຢູ່ສະຫະລັດ (ເບິ່ງວີດິໂອ)


ຍຸງສາຍພັນ Culex ທີ່ນໍາເຊື້ອໄຂ້ຍຸງ West Nile ມາແຜ່ຜາຍ
ຍຸງສາຍພັນ Culex ທີ່ນໍາເຊື້ອໄຂ້ຍຸງ West Nile ມາແຜ່ຜາຍ

ເຊື້ອໄວຣັສ ໄຂ້ຍຸງ West Nile ໄດ້ເຮັດໃຫ້ຄົນ ຢູ່ທົ່ວປະເທດສະຫະລັດ ລົ້ມປ່ວຍລົງ ໃນຊຸມອາທິດໝໍ່ໆ ມານີ້ ໂດຍເຂດທີ່ໄດ້ຮັບ ຜົນກະທົບໜັກທີ່ສຸດ ກໍແມ່ນເມືອງດາລາສ໌, ລັດເທັກຊັສ, ທີ່ມີຄົນເສຍຊີວິດໄປແລ້ວ 10 ຄົນ. ພວກເຈົ້າໜ້າທີ່ຢູ່ທີ່ນັ້ນ ໄດ້ດໍາເນີນຄວາມພະຍາຍາມໃນການພົ່ນຢາຂ້າຍຸງ ທັງທາງພາກພື້ນດິນ ແລະເທິງອາກາດ. ຜູ້ສື່ຂ່າວວີໂອເອ Greg Flakus ລາຍງານວ່າ ພວກເຂົາເຈົ້າໄດ້ແນເປົ້າໝາຍ ທີ່ຈະກໍາຈັດຈໍາພວກຍຸງສະເພາະ ບາງສາຍພັນ ທີ່ນໍາເອົາພະຍາດນີ້ ໄປແຜ່ຜາຍ ເທົ່ານັ້ນ

ໂຄງການພົ່ນຢາຕ່າງໆ ໄດ້ກວມເອົາເນື້ອທີ່ປະມານ 1,400 ຕາ
ຕະລາງກິໂລແມັດຂອງສະຫະລັດ ແຕ່ວ່າໂຄງການເຫລົ່ານັ້ນ ບໍ່
ໄດ້ແນເປົ້າໝາຍໃສ່ຍຸງໝົດທຸກຊະນິດ. ທ່ານນາງ ໂລຣາ ແມັກ
ກວານ (Laura McGowan) ທີ່ເຮັດວຽກໃຫ້ແກ່ ບໍລິສັດ Clarke
ຊຶ່ງເປັນບໍລິສັດທີ່ຖືກຈ້າງ ໃຫ້ດໍາເນີນການພົ່ນຢາທາງອາກາດ
ເວົ້າວ່າ ມີແຕ່ຍຸງໃນສອງສາຍພັນເທົ່ານັ້ນ ທີ່ນໍາເອົາເຊື້ອໄວຣັສ
West Nile ໄປແຜ່ຜາຍ. ນາງກ່າວວ່າ:

ທ່ານນາງ ໂລຣາ ແມັກກວານເວົ້າວ່າ: “ຍຸງທີ່ພວກເຮົາແນເປົ້າຈະກໍາຈັດ ໃນເມືອງດາລາສນີ້
ແມ່ນຍຸງ Culex ຍຸງພວກນີ້ແມ່ນຍຸງສາຍພັນ Culex quinquefasciatus ແລະ Culex Tarsalis.”


ຍຸງເຫຼົ່ານີ້ ຊຶ່ງມີຊື່ຮ່ວມກັນວ່າ ຍຸງເຂດໃຕ້ ຫລື Southern House
Mosquito ແມ່ນໄຂ່ ໃສ່ນໍ້າ ຊຶ່ງຕໍ່ມາກາຍເປັນໜອນນໍ້າ ແລະໃນທີ່ສຸດກໍໃຫຍ່ເຕັມຕົວ
ກາຍເປັນຍຸງດູດເລືອດ ທີ່ບິນໄດ້. ພວກມັນພາກັນບິນອອກມາໃນຕອນຫົວຄໍ່າຂອງ
ແຕ່ລະມື້. ເພາະສະນັ້ນ ເມື່ອ ເຮືອບິນໆຂຶ້ນ ແລ້ວກໍພົ່ນຢາທີ່ເປັນຄວັນບາງໆ ທີ່ເອີ້ນວ່າ DUET ລົງມາ ທີ່ທ່ານນາງ McGowan ເວົ້າວ່າ ໄດ້ດຶງດູດເອົາຍຸງພວກນີ້ໃຫ້ ມາຕອມ ແລະກໍສັງຫານພວກມັນໃຫ້ ຕາຍໄປ.

ທ່ານນາງ McGowan ອະທິບາຍວ່າ: “ຢົດຢາທີ່ພວກເຮົາຖິ້ມລົງຈາກຍົນນັ້ນ ມີຂະ ໜາດ ເສັ້ນຜ່າໃຈກາງໜ້ອຍກວ່າເສັ້ນຜົມເສັ້ນນຶ່ງຂອງເຮົາ ສະນັ້ນ ມັນຖືກອອກ ແບບມາສະເພາະ ເພື່ອໃຫ້ມີປະຕິກິລິຍາຕໍ່ຊີວະພາບຂອງຍຸງ; ການທີ່ວ່າ ເຮັດ ແນວໃດພວກເຮົາຈຶ່ງຮູ້ ໄດ້ວ່າ ພວກເຮົາຈຶ່ງໄດ້ຫລີກລ່ຽງ ແມງໄມ້ ທີ່ບໍ່ຢູ່ໃນ ເປົ້າໝາຍໄດ້ນັ້ນ ແມ່ນການເລືອກ ທັງທາງ
ດ້ານເວລາຂອງມື້ ແລະຂະໜາດ ຂອງສິ່ງທີ່ພົ່ນລົງຈາກເຮືອບິນ.”


ທ່ານນາງກ່າວເພີ້ມອີກວ່າ ບາງເຂດອາດຈະຕ້ອງໄດ້ສີດຢາ ສອງ ຫລື ສາມເທື່ອເພື່ອໃຫ້ ແນ່ໃຈວ່າ ບໍ່ມີຍຸງໃນຈຳນວນທີ່ສຳຄັນຍັງເຫຼືອຢູ່ ຫລື ເຮັດໃຫ້ໜອນນໍ້າຂອງມັນ ຍັງເປັນ ໄພຂົ່ມຂູ່ໄດ້ຢູ່.

ແຕ່ວ່າ ອີງຕາມ ຜູ້ອໍານວຍການດ້ານສຸຂະພາບ ແລະບໍລິການປະຊາຊົນ ຂອງເມືອງດາ ລາສ໌ ທ່ານ Zachary Thompson ເວົ້າວ່າ ຢູ່ໃນບາງເຂດອາດຕ້ອງການສີດຢາພຽງ ແຕ່ເທື່ອດຽວ.

ທ່ານ Zachary Thompson ອະທິບາຍວ່າ “ໂດຍສະເພາະ ໃນເຂດທີ່ວ່າ ພວກເຮົາ ບໍ່ມີກໍລະນີຄົນເຈັບ ຫລືກຸ່ມຍຸງທີ່ມີພະຍາດນີ້ ການສີດຢາ 1 ຄັ້ງ ກໍພຽງ ພໍແລ້ວ.”

ຝົນຕົກໃນທ້າຍອາທິດຜ່ານມານີ້ ແມ່ນໄດ້ເຮັດໃຫ້ການດໍາເນີນຄວາມພະຍາຍາມພົ່ນຢາ ຢູ່ໃນບາງເຂດ ຢຸດສະງັກລົງ ແລະເຮັດໃຫ້ມີອ່າງນໍ້າ ທີ່ພວກຍຸງໄປເພາະພັນໄດ້ຫລາຍຂຶ້ນ.

ຫ້ວຍ ແລະສະນໍ້າ ແມ່ນເປັນບ່ອນທີ່ເພາະພັນໄດ້ດີທີ່ສຸດສໍາລັບຍຸງ ແຕ່ພວກນັກຊ່ຽວຊານ ເວົ້າວ່າ ແມ່ນແຕ່ມີນໍ້າພຽງໜ້ອຍດຽວ ຢູ່ຕາມຂ້າງຖະໜົນຫົນທາງ ກໍສາມາດເປັນບ່ອນ ລ້ຽງໜອນນໍ້າໃຫ້ຢັ້ງຊີວິດຢູ່ໄວ້ໄດ້.

ພວກເຈົ້າໜ້າທີ່ທ້ອງຖິ່ນຂໍຮ້ອງໃຫ້ ຜູ້ຄົນພາກັນຊອກຫາກ່ອງຫລືປ໋ອງເປົ່າທີ່ອາດມີນໍ້າຂັງ ຢູ່ ຊຶ່ງອາດຈະເປັນບ່ອນເພາະພັນຍຸງໄດ້ນັ້ນ ແລ້ວໃຫ້ກໍາຈັດ ພວກມັນຖິ້ມໄປ.

ທ່ານນາງ Laura McGowan ເນັ້ນໜັກເຖິງຄວາມຈຳເປັນໃນການເຮັດໃຫ້ສັງຄົມຮັບຮູ້ ກ່ຽວກັບໄພຂົ່ມຂູ່ ແລະພາກັນເຮັດແນວໃດ ເພື່ອຫລີກລ່ຽງພະຍາດນີ້.

“ຍຸງທີ່ມີເຊື້ອ West Nile ພຽງຕົວດຽວເທົ່ານັ້ນ ກໍເຮັດໃຫ້ຄົນຜູ້ນຶ່ງປ່ວຍໄດ້ ເພາະສະນັ້ນ ພວກເຮົາຢາກເຮັດໃຫ້ແນ່ໃຈວ່າ ຜູ້ຄົນພາກັນປ້ອງກັນຕົວເອງ ໂດຍພາກັນຫລີກລ່ຽງ
ການອອກໄປນອກເຮືອນໃນຍາມຫົວຄໍ່າ ແລະຈໍາໄວ້ວ່າ ພວກເຮົາຍັງຢູ່ໃນຂັ້ນຕົ້ນ ຂອງລະດູໄຂ້ຍຸງ West Nile ລະບາດ.”


ທ່ານນາງ McGowan ກ່າວມ້ວນທ້າຍວ່າ ຄວາມຈຳເປັນ ໃນການພົ່ນຢາ ແລະດໍາເນີນ ມາດຕະການອື່ນໆ ເພື່ອຕ້ານການແຜ່ຜາຍເຊື້ອໄວຣັສ West Nile ຈະບໍ່ສິ້ນສຸດລົງງ່າຍໆ ຈົນກວ່າວ່າ ຈະມີນໍ້າໝອກກ້າມຕົກເປັນເທື່ອ ທຳອິດເພື່ອປາບຍຸງເຫຼົ່ານີ້ ແຕ່ສະພາບ ການດັ່ງກ່າວອາດຈະໃຊ້ເວລາຫຼາຍ ກວ່າສອງເດືອນນັບແຕ່ນີ້ໄປ.

ເບິ່ງວີດີໂອກ່ຽວກັບການພົ່ນຢາຂ້າຍຸງ

XS
SM
MD
LG