ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຊາວເກົາຫລີໃຕ້ ປະທ້ວງຍີ່ປຸ່ນ ເລື້ອງແມ່ຍິງ ທີ່ຖືກເກນ ເປັນໂສເພນີ ລະຫວ່າງ ​ສົງຄາມ​ໂລກ​ຄັ້ງ​ທີ​ສອງ


Weekly Protests in Korea Keep Japanese WWII Atrocities Alive
please wait

No media source currently available

0:00 0:03:03 0:00

ເບິ່ງວີດີໂອ ກ່ຽວກັບລາຍງານນີ້.

ຢູ່​ນະຄອນຫລວງ​ໂຊ​ລຂອງ​ເກົາຫລີ​ໃຕ້ ທຸກໆ​ອາທິດ ​ແມ່ນ​ຈະ​ມີ​
ຜູ້​ປະ​ທ້ວງ​ໄປ​ເຕົ້າ​ໂຮມ​ກັນ ຢູ່​ຕໍ່ໜ້າ​ສະຖານທູ​ດຂອງ​ປະ​ເທດ​ຍີ່ປຸ່ນ
​ເພື່ອ​ທວງ​ເອົາ​ຄຳ​ຂໍ​ໂທດ ​ແລ​ະຄ່າ​ຊົດ​ເຊີຍ​ຄວາມ​ເສຍ​ຫາຍຈາກ​
ຍີ່​ປຸ່ນ ​ໃຫ້​ແກ່​ແມ່ ຍິງ​ເກົາຫລີ​ໃຕ້ ​ຫລາຍ​ພັນ​ຄົນ ທີ່​ໄດ້​ຖືກ​ບັງຄັບ​
ໃຫ້​ເປັນໂສ​ເພນີ ​ບຳ​ເລີ​ຄວາມ​ໄຄ່​ຂອງ​ທະຫານ​ຍີ່ປຸ່ນໃນ​ລະຫວ່າງ
ສົງຄາມ​ໂລກ​ຄັ້ງ​ທີ​ສອງ. ​ເຖິງ​ແມ່ນ​ວ່າປີ​ນີ້​ຈະ​ເປັນຂີດ​ໝາຍ​ຄົບ
ຮອບປີ​ທີ 70 ຂອງ​ການສິ້ນ​ສຸດ​ລົງ​ຂອງ​ສົງຄາມ​ກໍ​ຕາມ ​ແຕ່​ພວກ
ປະທ້ວງ​ເຫລົ່າ​ນີ້​ກໍ​ໄດ້​ຊ່ວຍ​ເຮັດ ​ເລື້ອງ​ນີ້​ຍັງ​ເປັນບັນຫາຢູ່​ຕໍ່​ມາ ​
ແລະ​ເຮັດ​ໃຫ້​ເປັນ​ການ​ຍາກ​ສຳ​ຫລັບ​ຍີ່ປຸ່ນ ທີ່​ຈະກ້າວຂ້າມ​ຜ່ານ
ປະຫວັດສາດ​ຄວາມ​ໂຫດຮ້າຍ​ທາລຸນ​ໃນ​ຍາມ​ສົງຄາມຂອງ​ຕົນ
​ໄປ​ໄດ້. ຜູ້​ສື່​ຂ່າວ​ວີ​ໂອ​ເອ Brian Padden ມີ​ລາຍ​ງານ​ມາ​ຈາກ
​ນະຄອນຫລວງ​ໂຊ​ລ ຊຶ່ງ​ດາຣາຈະ​ນຳ​ມາສະ​ເນີ​ທ່ານ.

​ໃນ​ຈຳນວນ​ແມ່ຍິງ​ເກົາຫລີ​ໃຕ້ ທີ່​ໄດ້​ຖືກ​ບັງຄັບ​ໃຫ້​ເປັນ​ຂ້າ​ທາດ​ທາງ​ເພດ ຂອງ​ທະຫານ
ຍີ່ປຸ່ນໃນ​ປາງສົງຄາມ​ໂລກ​ຄັ້ງ​ທີ​ສອງ​ນັ້ນ ​ແມ່ນ​ຍັງ​ມີເຫລືອ ​ຢູ່​ບໍ່​ເທົ່າ​ໃດ​ຄົນ ທີ່ຊະລາພາບ
ຫລາຍ​ແລ້ວ. ​ແຕ່​ວ່າການ​ປະ​ທ້ວງ​ຢູ່​ຕໍ່ໜ້າສະຖານທູດ​ຍີ່​ປຸ່ນ​ໃນ​ນະຄອນຫລວງ​ໂຊ​ລ
ກໍໄດ້​ດຶງ​ດູດ​ເອົາ​ແມ່ຍິງໄວ​ສາວ​ຫລາຍ​ຂຶ້ນ​ເລື້ອຍໆ ເຂົ້າ​ມາ​ຮ່ວມ​ນຳ ​ເຊັ່ນ​ນາງ Kwon Oh-ryung ​ໄວ 16 ປີ ທີ່​ມີ​ຄວາມ​ຮູ້ສຶກ​ອັນ​ແຮງ​ກ້າ ​ກ່ຽວ​ກັບ​ບັນຫາ​ນີ້.

ນາງ Kwon Oh-ryung ເວົ້າ​ວ່າ “ຍິ່ປຸ່ນ​ເຮັດ​ແບບ​ນີ້​ນຳພວກ​ເຮົາ ​ແມ່ນ​ເປັນ​
ອາ​ຊະ​ຍາ​ກຳ​ຮ້າຍແຮງແທ້ໆ​ແຫລະ. ສະ​ນັ້ນ ພວກ​ເຮົາ​ຈຶ່ງ ຍອມ​ບໍ່​ໄດ້.
ພວກ​ເຮົາທົນ​ບໍ່​ໄດ້.”


​ປະ​ເມີນ​ກັນ​ວ່າ ມີ​ແມ່ຍິງ​ຫລາຍ​ກ່ວາ 2 ​ແສນ​ຄົນຈາກ​ທົ່ວ​ເອ​ເຊຍ ​ຖືກ​ບັງຄັບ​ໃຫ້ໄປເປັນ
ແມ່ຍິງ​ບຳ​ເລີ​ກາມາລົມ ​ໃຫ້​ແກ່​ທະຫານຍີ່ປຸ່ນ​ທີ່​ຄອບ​ຄອງ​ເອ​ເຊຍ ​ໃນ​ລະຫວ່າງ​ສົງຄາມ​ນັ້ນ.

ຜູ້​ຈັດ​ແຈງ​ການ​ປະ​ທ້ວງ ນາງ Yoon Mi-hyang ຈາກ​ອົງການ​ຈັດ​ຕັ້ງ ​ທີ່​ຊື່ວ່າ ສະພາ​ເກົາຫລີສຳ​ຫລັບ​ແມ່ຍິງ​ທີ່​ຖືກຍີ່​ປຸ່ນເກນ​ໄປ​ເປັນຂ້າ​ທາດ​ທາງ​ເພດໃຫ້​ທະຫານ
ກ່າວ​ວ່າ ພວກ​ຕົນ​ໄດ້​ທຳ​ການ​ປະ​ທ້ວງ​ມາ​ເປັນ​ເວລາ​ເກືອບ​ຮອດ 25 ປີ​ແລ້ວ.

ນາງ Yoon Mi-hyang ​ເວົ້າ​ວ່າ “​ເຫດຜົນ​ທີ່​ພວກ​ເຮົາ​ມາ​ຢືນ​ຢູ່​ບ່ອນ​ນີ້ ຈົນ​ຮອດ​
ດຽວ​ນີ້ ກໍ​ຍ້ອນ​ວ່າ​ລັດຖະບານ​ຍີ່ປຸ່ນ​ຍັງ​ບໍ່ຍອມ​ຮັບ​ໃນ​ການ​ກໍ່​ອາ​ຊະ​ຍາ​ກຳ​ຂອງ​
ຕົນ ​ແລະຍັງ​ບໍ່​ໄດ້​ຂໍ​ຂະ​ມາ​ໂທດ​ຢ່າງ​ເປັນ​ທາງ​ການ ​ແລະ​ບໍ່​ໄດ້​ສະ​ເໜີ​ໃຫ້ຄ່າ​ຊົດ
ເຊີຍທາງ​ກົດໝາຍ ຕາມ​ທີ່​ພວກເຄາະຮ້າຍໄດ້​ຮ້ອງ​ຂໍ​ໄປ.”

ບັນຫາ​ແມ່ຍິງ​ບຳ​ເລີ​ນີ້ ​ໄດ້​ກາຍ​ມາ​ເປັນ​ຫົວ​ຂໍ້​ໂຕ້​ແຍ້ງ​ກັນ​ຫລາຍຍິ່ງ​ຂຶ້ນ ນັບ​ຕັ້ງ​ແຕ່​ນາ​ຍົກ​ລັດຖະມົນ​ຕີ Shinzo Abe ​ໄດ້​ກ່າວ​ເຖິງ​ອະດີດ​ໃນ​ປາງ​ສົງຄາມ​ຂອງ​ຍີ່ປຸ່ນ ດ້ວຍ​ນ້ຳ​ສຽງ​
ທີ່​ບໍ່​ສະ​ແດງ​ເຖິງ​ຄວາມ​ເສຍ​ໃຈ​ຫລື​ຂໍອະ​ໄພ ພໍ​ປານ​ໃດ ​ແລະ​ໃນ​ປີ​ກາຍ​ນີ້ ທ່ານ​ຍັງ​ໄດ້​ໄປ
ສະ​ແດງ​ຄວາມ​ເຄົາ​ລົບ ຢູ່​ອະນຸສາວະລີ​ສົງຄາມແຫ່ງ​ໜຶ່ງ ທີ່​ຈາລຶກ​ຊື່​ຂອງ​ພວກ​ອາຊະ​ຍາ
ກອນສົງຄາ​ມ​ໄວ້ ຊຶ່ງ​ໄດ້​ສ້າງ​ຄວາມ​ໂກດ​ແຄ້ນ​ໃຫ້ພວກ​ເພື່ອນ​ບ້ານ​ຢ່າງ​ໃຫຍ່​ຫລວງ​.

ນອກ​ນັ້ນ ທ່າ​ນ Abe ຍັງ​ໄດ້​ເຮັດ​ໃຫ້ ຈີນ ​ເກົາຫລີ​ໃຕ້ ກັບປະ​ເທດ​ເອ​ເຊຍ​ອື່ນ​ໆ​ອີກ ຕີ​ໂຕ
ຫ່າງ​ອອກ​ໄປ ​ໂດຍ​ການສະ​ແດງ​ຄວາມ​ບໍ່​ແນ່​ໃຈ​ວ່າ ການກ່າວ​ຂໍ​ໂທດ​ຂອງ​ຍີ່ປຸ່ນກ່ຽວ​ກັບ
ບັນຫາ​ຍິງ​ບຳ​ເລີ​ໃນ​ອະດີດ​ນັ້ນ ມັນ​ສົມຄວນຫລື​ບໍ່? ພັນທະ​ມິດ​ຫົວນິຍົມ​ແນວທາງ​ເດີມ​
ບາງ​ຄົນຂອງທ່ານ Abe ​ໄດ້​ກ່າວແນະ​ວ່າ ບໍ່​ແມ່ນ​ວ່າ​ແມ່ຍິງ​ພວກ​ນັ້ນ ຖືກ​ບັງຄັບ​ໃຫ້​ເປັນ
ໂສ​ເພນີ​ໝົດທຸກ​ຄົນ.

​ແລະ​ເມື່ອ​ໄວໆ​ກ່ວາ​ນັ້ນ​ອີກ ​ເກົາຫລີ​ໃຕ້​ໄດ້​ຕິຕຽນ​ທ່ານ Abe ທີ່​ໄດ້ເດີນທາງ​ໄປນະຄອນ Jerusalem ​ຮວມທັງ​ໄປຢ້ຽມຢາມອະນຸສອນ​ສຸ​ຖານ Holocaust ສຳ​ຫລັບ​ພວກ​ໄດ້​ຮັບ
ເຄາະ​ຈາກ ການກໍ່ອາຊະຍາກຳ​ສົງຄາມຂອງເຢຍລະ​ມັນ ​ແລະ​ກ່າວ​ວ່າ ທ່ານ​ອາ​ເບະ​ຈະ
ໄດ້​ຮັບ​ການ​ພິຈາລະນາ​ຢ່າງ​ເອົາ​ຈິງ​ເອົາ​ຈັງ ​ເວລາ​ທ່ານ​ເວົ້າ​ເຖິງ​ເລື້ອງ​ຄວາມ​ໂຫດຮ້າຍ
ທາລຸນ ຂອງ​ຍິ່ປຸ່ນ.

ນາຍົກລັດຖະມົນຕີ Abe ​ໄດ້​ກ່າວ​ແນະ​ວ່າ ທ່ານ​ອາດ​ຈະ​ປ່ຽນ​ແປງຄຳຖະ​ແຫລງ​ເມື່ອ​ປີ
1995 ຂອງ​ອະ​ດີດ​ນາຍົກລັດຖະມົນຕີ Tomiichi Murayama ທີ່​ໄດ້​ກ່າວ​ຂໍ​ໂທດ​ຢ່າງ
ຫລວງຫລາຍ ສຳ​ຫລັບ​ຄວາມ​ເສຍ​ຫາຍ​ແລະ​ຄວາມທຸກ​ທລະ​ມານ ທີ່​ຍີ່ປຸ່ນ​ໄດ້​ກໍ່​ຂຶ້ນ​ໃນ
ປາງ​ສົງຄາມ​ ເວລາ​ທ່ານ​ກ່າວ​ຄຳ​ຖະ​ແຫລ​ງຂອງ​ທ່ານ​ເອງ ​ໃນ​ເດືອນ​ສິງຫາ​ປີ​ນີ້ໃນ​ໂອ
ກາດ ຄົບຮອບ 70 ຂອງ​ການ​ສິ້ນ​ສຸດ​ລົງ​ຂອງ​ສົງຄາມ​ໂລກ​ຄັ້ງ​ທີ​ສອງ​.

ທ່ານ​ອາ​ເບະ ​ເວົ້າ​ວ່າ “​ເນື່ອງ​ຈາກວ່າ​ເວລາກໍ​ໄດ້​ຜ່ານ​ພົ້ນມາ​ຮອດ 70 ປີ​ແລ້ວ
ນັບ​ແຕ່​ສົງຄາມໄດ້ສິ້ນ​ສຸດ​ລົງ​ໄປ​ນັ້ນ ລັດຖະບານອາ​ເບະ ຈະ​ຄິດທົບ​ທວນ​ເບິ່ງ
​ວ່າ ພວກ​ເຮົາ​ໄດ້​ເຮັດ​ສິ່ງ​ໃດຜິດພາດ​ໄປ​ແດ່ ​ໃນ​ສົງຄາມເທື່ອ​ຫລ້າ​ສຸດນັ້ນ ​ແລະ
​ຈະ​ທົບ​ທວນ​ຄຶນ​ເບິ່ງ​ຄວາມ​ກ້າວໜ້າ​ທີ່​ພວກ​ເຮົາ​ໄດ້​ກະທຳ​ມາ ​ໃນ​ຖານະ​ເປັນ​
ຊາດ​ໜຶ່ງ​ທີ່​ຮັກຫອມ​ສັນຕິ​ພາບ​ນັ້ນ.”

ຢູ່​ບ່ອນ​ໂນ​ມຊຸມນຸມ​ປະ​ທ້ວງ​ຕໍ່ໜ້າ​ສະຖານທູດ​ຍີ່​ປຸ່ນນັ້ນ ມີ​ຕັ່ງ​ໜ່ວຍ​ໜຶ່ງ ທີ່​ຖືກ​ປະ​ໃຫ້
​ເປົ່າ​ຫວ່າງ​ໄວ້ ສຳ​ຫລັບ​ຍິງ​ບຳ​ເລີ​ເກົາຫລີ​ໃຕ້​ຄົນ​ໜຶ່ງ ທີ່​ຫາ​ກໍ​ເສຍ​ຊີວິດ​ໄປ ​ເມື່ອ​ບໍ່​ນານ
ມາ​ນີ້. ນາງ Yoon Mi-hyang ຜູ້​ຈັດ​ແຈງ​ການ​ປະ​ທ້ວງ ເວົ້າ​ວ່າ ພວກ​ປະ​ທ້ວງ​ລຸ້ນ​ໃໝ່​ນີ້
ຈະ​ບໍ່​ປ່ອຍ​ໃຫ້​ຄວາມ​ຮູ້ ສຶກ​ໂກດ​ແຄ້ນ​ຂອງ​ເກົາຫລີ​ເໜືອ ​ເຫືອດ​ຫາຍ​ໄປ​ພ້ອມ​ກັບ​ການ
ສິ້ນຊີວິດ​ລົງ​ຂອງພວກ​ແມ່ຍິງ​ບຳ​ເລີທັງ​ໝົດ ທີ່​ລອດ​ຊີວິດ​ມາ​ໄດ້ນັ້ນ.

Yoon Mi-hyang ​ເວົ້າ​ວ່າ “ຈຸດປະສົງ​ຂອງ​ກິດຈະກຳ​ຂອງ​ພວກ​ເຮົາ ກໍ​ຄື ​ເຮົາຈະ​
ບໍ່​ຍອມ​ປ່ອຍ​ໃຫ້​ເຫດການ​ອັນ​ໜ້າ​ສະ​ລົດ​ໃຈ ຄື​ກັນ​ກັບ​ບັນ ຫາພວກ​ຍິງ​ບຳ​ເລີ​ນັ້ນ ​
ຊ້ຳ​ຮອຍອີີກ ​ແລະ​ມັນ​ກໍ​ເປັນ​ສິ່ງ​ທີ່​ພວກ​ໄດ້​ຮັບ​ເຄາະ ຕ້ອງການ​ຄື​ກັນ.”

ພວກ​ປະ​ທ້ວງ​ເວົ້າ​ວ່າ ພວກ​ເຂົາ​ເຈົ້າ​ຈະ​ບໍ່​ລືມ ​ແລະ​ກໍ​ຈະ​ບໍ່​ໃຫ້​ອະໄພ ຈົນ​ກ່ວາ​ວ່າຍີ່ປຸ່ນ​ຈະ
ທຳ​ການ​ແກ້​ໄຂແລະ​ຊົດ​ໃຊ້​ຄ່າ​ເສຍ​ຫາຍ ​ໃຫ້​ພວກ​ໄດ້​ຮັບ​ເຄາະ​ແລະ​ຄອບຄົວ​ຂອງ​ເຂົາ​ເຈົ້າ.

XS
SM
MD
LG