ທະນາຄານໂລກ ປັບຫຼຸດຄາດໝາຍການເຕີບໂຕທາງເສດຖະກິດຂອງລາວລົງຈາກ 3.8 ເປີເຊັນ ເປັນ 2.5 ເປີເຊັນໃນຕະຫຼອດປີ 2022 ອັນເປັນຜົນກະທົບໂດຍກົງຈາກອັດຕາເງິນເຟີ້ສູງ ແລະ ຄ່າເງິນກີບຕົກຕ່ຳຢ່າງຮຸນແຮງ.
ທະນາຄານໂລກໄດ້ປັບຫຼຸດຄາດໝາຍການເຕີບໂຕທາງເສດຖະກິດໃນພາກພື້ນເອເຊນຕາເວັນອອກ ແລະ ປາຊີຟິກຈາກອັດຕາສະເລ່ຍ 5 ເປີເຊັນໃນເດືອນເມສາ 2022 ລົງມາເປັນ 3.2 ເປີເຊັນໃນເດືອນຕຸລາ 2022 ນີ້ຊຶ່ງເປັນຜົນກະທົບໂດຍກົງຈາກລາຄານ້ຳມັນ ແລະ ສິນຄ້າທີ່ສູງຂຶ້ນອັນໄດ້ສົ່ງຜົນກະທົບຕໍ່ເນື່ອງເຮັດໃຫ້ເກີດບັນຫາອັດຕາເງິນເຟີ້ສູງ ແລະ ອັດຕາແລກປ່ຽນເງິນຕາທີ່ຜັນຜວນໂດຍສະເພາະແມ່ນປະເທດທີ່ຂາດດຸນການຄ້າຕ່າງປະເທດຢ່າງຕໍ່ເນື່ອງນັ້ນ ຍັງຕ້ອງປະເຊີນກັບບັນຫາຂາດແຄນເງິນຕາຕ່າງປະເທດ ແລະ ຄ່າເງິນຕົກຕ່ຳຢ່າງໜັກອີກດ້ວຍ ແລະ ພາຍໃຕ້ສະພາວະການດັ່ງກ່າວນີ້ຍ່ອມຈະກະທົບຕໍ່ລະດັບການເຕີບໂຕທາງເສດຖະກິດ (GDP) ຢ່າງຫຼີກລ່ຽງບໍ່ໄດ້ດ້ວຍເຊັ່ນກັນ ດັ່ງກໍລະນີຂອງສປປ ລາວ ທີ່ຄາດໝາຍວ່າ GDP ໃນຕະຫຼອດປີ 2022 ນີ້ຈະຂະຫຍາຍຕົວໃນອັດຕາສະເລ່ຍພຽງ 2.5 ເປີເຊັນ ຊຶ່ງຫຼຸດລົງຈາກຄາດໝາຍກ່ອນໜ້ານີ້ທີ່ອັດຕາສະເລ່ຍ 3.8 ເປີເຊັນເມື່ອທຽບກັບປີ 2021 ທີ່ຜ່ານມາ.
ແຕ່ຢ່າງໃດກໍ່ຕາມການທີ່ລັດຖະບານ ລາວ ໄດ້ເປີດປະເທດເພື່ອຕ້ອນຮັບນັກທ່ອງທ່ຽວຈາກຕ່າງປະເທດຢ່າງກວ້າງຂວາງໃນທົ່ວປະເທດນັບຈາກເດືອນພຶດສະພາ 2022 ເປັນຕົ້ນມານັ້ນກໍເຮັດໃຫ້ທຸລະກິດໃນພາກບໍລິການ ແລະ ທ່ອງທ່ຽວໃນລາວເລີ່ມຟື້ນຕົວ ແລະ ມີລາຍຮັບເປັນເງິນຕາຕ່າງປະເທດອີກຄັ້ງຫຼັງຈາກທີ່ຂດລາຍໄດ້ຮັບເປັນເວລາກວ່າ 2 ປີເພາະຜົນກະທົບຈາກການລະບາດໄວຣັສໂຄວິດ-19 ນັ້ນໄດ້ເຮັດໃຫ້ມີການເລີກຈ້າງງານໃນພາກບໍລິການ ແລະ ທ່ອງທ່ຽວເກືອບທັງໝົດ ສ່ວນບັນດາບໍລິສັດທ່ອງທ່ຽວກໍປິດກິດຈະການເຖິງ 30 ເປີເຊັນ ດັ່ງທີ່ທ່ານນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ໃຫ້ການຢືນຢັນວ່າ
“ການລະບາດຂອງພະຍາດໂຄວິດ-19 ໄດ້ສົ່ງຜົນກະທົບຢ່າງຫຼວງຫຼາຍຕໍ່ຂະແໜງການທ່ອງທ່ຽວຂອງລາວໃນປີ 2020 ຈຳນວນນັກທ່ອງທ່ຽວສາກົນໄດ້ຫຼຸດລົງເຖິງ 91.5 ເປີເຊັນ ແລະ ຂາດລາຍຮັບຫຼາຍກວ່າ 86 ເປີເຊັນເມື່ອທຽບໃສ່ປີ 2019 ຍິ່ງໄປກວ່ານັ້ນໃນປີ 2021 ສປປ ລາວ ແມ່ນບໍ່ມີຕົວເລກນັກທ່ອງທ່ຽວສາກົນຍ້ອນການປິດປະເທດ ເຮັດໃຫ້ແຮງງານໃນຂະແໜງການທ່ອງທ່ຽວໄດ້ຮັບຜົນກະທົບເກືອບທັງໝົດ, ເຮັດໃຫ້ທຸລະກິດການທ່ອງທ່ຽວຂອງລາວປະມານ 30 ເປີເຊັນໄດ້ປິດກິດຈະການ.”
ກ່ອນໜ້ານີ້ລັດຖະບານລາວໄດ້ເພີ່ມຄາດໝາຍການຂະຫຍາຍຕົວຂອງ GDP ໃນປີ 2022 ຈາກລະດັບ 4.2 ເປີເຊັນ ເປັນ 4.5 ເປີເຊັນຊຶ່ງຈະເຮັດໃຫ້ GDP ມີມູນຄ່າລວມ 205,285 ຕື້ກີບທີ່ຄິດສະເລ່ຍເປັນລາຍໄດ້ຂອງປະຊາຊົນລາວທີ່ລະດັບ 2,674 ໂດລາຕໍ່ຄົນຕໍ່ປີ ໂດຍລັດຖະບານລາວຈະເກັບລາຍຮັບໃຫ້ໄດ້ 16.44 ເປີເຊັນຂອງ GDP ແລະ ຈະຄຸມລາຍຈ່າຍໃຫ້ຢູ່ທີ່ລະດັບບໍ່ເກີນ 18.05 ເປີເຊັນຂອງ GDP ເພື່ອຈະຄຸມການຂາດດຸນດ້ານງົບປະມານໃຫ້ບໍ່ເກີນ 1.61 ເປີເຊັນຂອງ GDP ແລະ ໄດ້ວາງເປົ້າໝາຍການລົງທຶນໄວ້ໃນມູນຄ່າລວມ 43,950 ຕື້ກີບໃນນີ້ເປັນການລົງທຶນໂດຍລັດຖະບານໃນມູນຄ່າ 3,950 ຕື້ກີບ, ຂໍການຊ່ວຍເຫຼືອຈາກຕ່າງປະເທດ 6,750 ຕື້ກີບ ສ່ວນທີ່ເຫຼືອໃນມູນຄ່າ 33,250 ຕື້ກີບນັ້ນຈະສົ່ງເສີມການລົງທຶນຈາກຕ່າງປະເທດ ທັງນີ້ປັດໄຈນຶ່ງທີ່ຈະເຮັດໃຫ້ນັກທຸລະກິດຕ່າງຊາດມີຄວາມເຊື່ອໝັ້ນທີ່ຈະລົງທຶນໃນລາວກໍຄືສະຖຽນລະພາບທາງການເມືອງໃນ ລາວ ຂອງພັກປະຊາຊົນປະຕິວັດລາວ ດັ່ງທີ່ ດຣ. ປິຕິ ສຣີແສງນາມ ຜູ້ອຳນວຍການສູນເສດຖະກິດລະຫວ່າງປະເທດແຫ່ງຈຸລາລົງກອນ ມະຫາວິທະຍາໄລທີ່ບາງກອກ ປະເທດ ໄທ ໄດ້ໃຫ້ການຢືນຢັນວ່າ
"ຕັ້ງແຕ່ປີ 1975 ຈົນເຖິງປັດຈຸບັນ ສປປ ລາວ ມີພັກການເມືອງພັກດຽວ ແລ້ວພັກປະຊາຊົນປະຕິວັດລາວນີ້ກໍມີການສ້າງຜູ້ນຳລຸ້ນຕໍ່ມາ ເຊັ່ນມີຂະບວນການໃນການທີ່ຈະຖ່າຍທອດວົງຄວາມຮູ້ສືບຕໍ່ນະໂຍບາຍພາຍໃນພັກ ແລະ ທັງໝົດເພື່ອບໍລິການປະຊາຊົນ ເພາະໃນ ສປປ ລາວ ບໍ່ມີໃຜທຳລາຍພັກການເມືອໄດ້ຍົກເວັ້ນປະຊາຊົນ ເພາະກອງທັບກັບພັກການເມືອງມັນເປັນເນື້ອດຽວກັນ ເພາະສະນັ້ນສິ່ງດຽວທີ່ຈະທຳລາຍການເມືອງໃນ ສປປ ລາວ ໄດ້ກໍຄືປະຊາຊົນທີ່ບໍ່ພໍໃຈໃນການດຳເນີນນະໂຍບາຍຂອງພັກ ດັ່ງນັ້ນພັກມີພາລະກິດດຽວຄື ບໍລິການປະຊາຊົນ."
ດຣ. ປິຕິ ໃຫ້ທັດສະນະດ້ວຍວ່າວິກິດການທາງເສດຖະກິດໃນ ລາວ ໃນປັດຈຸບັນນີ້ຈະບໍ່ຮຸນແຮງເຖິງຂັ້ນລົ້ມລະລາຍຄືກັບປະເທດ ສຣີລັງກາ ເພາະວ່າລາວຍັງມີການຜະລິດສິນຄ້າ ແລະ ສົ່ງອອກໄປຕ່າງປະເທດໂດຍສະເພາະແມ່ນການສົ່ງອອກສິນຄ້າກະສິກຳ ແລະ ພະລັງງານໄຟຟ້ານັ້ນຍັງດຳເນີນຢູ່ເລື້ອຍມາ.