ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສິດເສລີພາບ ຂອງ ສື່ມວນຊົນ ທົ່ວໂລກ ຕົກຕໍ່າທີ່ສຸດ ໃນຮອບ 10 ປີ


Report: Press Freedom Declines to Lowest Point In 12 Years
please wait

No media source currently available

0:00 0:02:16 0:00

ລາຍງານໃໝ່ສະບັບໜຶ່ງກ່າວວ່າ ສິດເສລີພາບໃນດ້ານ​ການຂ່າວທົ່ວໂລກ ໄດ້ຫຼຸດລົງເຖິງ ຈຸດທີ່ຕ່ໍາທີ່ສຸດ ໃນຮອບດົນກວ່າໜຶ່ງທົດສະວັດ ເມື່ອປີທີ່ຜ່ານມາ. ອົງການ Freedom House ​ເຊິ່ງເປັນອົງການ ທີ່ສະໜັບສະໜູນສິດ​ເສລີພາບ ແລະປະຊາທິປະໄຕ ທີ່ມີຫ້ອງ ການຕັ້ງຢູ່ນະຄອນຫຼວງວໍ​ຊິ​ງຕັນ ກ່າວໃນບົດລາຍງານທີ່ຖືກຕີພິມ​ເຜີຍ​ແຜ່ໃນວັນພຸດຜ່ານ​ມານີ້ວ່າ ມີພຽງ​ແຕ່ຄົນດຽວ ໃນທຸກ 7 ຄົນ​ໃດ ທີ່ອາໄສຢູ່ໃນປະເທດທີ່ມີການຮັບປະກັນ ຄວາມປອດໄພຂອງນັກຂ່າວ ແລະ ສື່ມວນຊົນ ບໍ່ໄດ້ຖືກລ່ວງລ້ໍາ ແລະ ຖືກກົດດັນໂດຍ ລັດຖະບານ. ນັກຂ່າວວີໂອເອ Zlatica Hoke ມີລາຍງານເພີ່ມເຕີມ, ເຊິ່ງ ພຸດທະສອນ ຈະນຳລາຍລະອຽດມາສະເໜີທ່ານ.

ບົດລາຍງານກ່າວວ່າ ໃນຮອບ 12 ປີທີ່ຜ່ານມານີ້ ສິດ​ເສລີພາບ ຂອງ​ສື່​ມວນ​ຊົນ​ ໄດ້​ຫລຸດ​ລົງຢ່າງສະໝ່ໍາສະເໝີໃນທົ່ວໂລກ. ອົງການ Freedom House ໄດ້ອ້າງເຫດຜົນຫຼັກຫຼາຍ ຢ່າງສຳລັບການເສື່ອມໂຊມນີ້.

ທ່ານນາງ Jennifer Dunham ຈາກອົງການ Freedom House ກ່າວວ່າ “ສິ່ງໜຶ່ງກໍ ແມ່ນລະດັບຄວາມຮຸນແຮງ ທີ່ສູງຂຶ້ນ ຕໍ່ບັນດານັກຂ່າວ​ທົ່ວໂລກໃນຫຼາຍຮູບ ແບບ. ແລະ ເຫດຜົນຫຼັກອີກອັນໜຶ່ງກໍແມ່ນ ການແບ່ງແຍກອອກເປັນສອງຝ່າຍ ກົງກັນ ຂ້າມ ຫຼື ການ​ເຂົ້າຂ້າງ​ຝ່າຍໃດ​ຝ່າຍ​ໜຶ່ງ, ໃນສະພາບແວດລ້ອມສື່ມວນ ຊົນທີ່ແຕກ ຕ່າງຫຼາກຫຼາຍ.”

ເຈົ້າຂອງສື່ມວນຊົນທີ່ມີອິດທິພົນສູງ ແລະ ກຸ່ມຕໍ່ຕ້ານລັດຖະບານທີ່ຕິດອາວຸດແມ່ນກຳລັງ ກົດດັນບັນດານັກຂ່າວໃຫ້ເລືອກເອົາ​ແນວທາງ​ການ ເມືອງຝ່າຍ​ໃດ​ຝ່າຍ​ໜຶ່ງ. ຜູ້ປົກຄອງປະ ເທດຫົວຜະເດັດການແລະພວກຫົວຮຸນແຮງ ແມ່ນກຳລັງທຳການປາບປາມການລາຍ ງານຂ່​າວອິດສະຫຼະ. ຫົວຂໍ້ທີ່​ເປັນອັນຕະລາຍທີ່ສຸດແມ່ນອາຊະຍາກຳໃຕ້ດິນ, ການສໍ້ລາດ ບັງຫຼວງ, ການພັດທະນາທີ່ດິນ, ສາສະໜາ ແລະ ອຳນາດອະທິປະໄຕທີ່ມີການຂັດແຍ້ງ ກັນ.

ການລາຍງານຂ່າວຈາກເຂດທີ່ມີຄວາມວຸ້ນວາຍ ໄດ້ກາຍເປັນອັນຕະລາຍເຖິງແກ່ຊີວິດ ເຊິ່ງ ມັນຍາກທີ່ຈະເອົາຂໍ້ມູນມາຈາກພວກເຂົາເຈົ້າໄດ້.

ທ່ານນາງ Jennifer Dunham ໄດ້ກ່າວວ່າ "ໃນປະເທດ ຊີເຣຍ ແລະ ອີຣັກ, ພວກ ເຮົາໄດ້ເຫັນພວກນັກຂ່າວສ່ຽງຊີວິດຕົນເອງ ເພື່ອໄປຫາຂ່າວທຸກໆຊະນິດ ແນວໃດກໍຕາມ. ແລະ ທ່ານຮູ້ບໍ, ປະເທດ ຊີເຣຍ ໄດ້ເປັນປະເທດທີ່ມີຕົວເລກ ຂອງ ນັກຂ່າວ ທີ່ເສຍຊີວິດສູງສຸດໃນປີ 2015 ​ໂດຍ​ມີຈຳນວນ​ເຖິງ 14 ຄົນ.”

ຊີວິດຂອງນັກຂ່າວກໍຍັງຕົກ​ຢູ່​ໃນອັນຕະລາຍ ໃນປະເທດທີ່ມີບັນຫາ ການກໍ່ອາຊະຍາກຳ ຫຼາຍເຊັ່ນ ເມັກຊິໂກ ແລະ ບາງປະເທດໃນອາເມຣິກາກາງ ບ່ອນທີ່ອຳນາດການປົກຄອງ ໃນທ້ອງຖິ່ນໄດ້ຖືກຊື້ຈ້າງຈອບອອຍ ໂດຍພວກພໍ່ຄ້າຢາເສບຕິດທີ່ມີອິດທິພົນ.

ຫຼາຍປະເທດຍັງມີການຈຳກັດການເຂົ້າຫາຂໍ້ມູນທາງອິນເຕີເນັດ ທີ່ອາດສົ່ງຜົນກະທົບຢ່າງ ຮ້າຍແຮງຕໍ່ລັດຖະບານຂອງພວກເຂົາເຈົ້າ. ປະເທດ ຈີນ ໃນປະຈຸບັນນີ້ ມີນັກຂ່າວຖືກຈັບ ເຂົ້າຄຸກ ຫຼາຍກວ່າປະເທດອື່ນໆ, ແລະ ມັນກໍມີການພິຈາລະນາການລາຍງານຂ່າວ ກ່ຽວ ກັບ ເສດຖະກິດ ແລະ ຫົວຂໍ້ອື່ນໆເພີ່ມຂຶ້ນ ເຊິ່ງກ່ອນໜ້ານີ້ແມ່ນເຊື່ອວ່າ ມີຄວາມປອດ ໄພ.

ທ່ານນາງ Sarah Repucci ຈາກອົງການ Freedom House ກ່າວວ່າ “ມັນມີການຫ້າມ ຂອງລັດຖະບານ ກ່ຽວກັບ ບາງຫົວຂໍ້ທີ່ພວກນັກຂ່າວເລືອກທີ່ຈະບໍ່ເຊື່ອຟັງ ແລະ ເລືອກ ທີ່ຈະລາຍງານໃນທຸກໆວິທີ ທາງ, ຫຼື ເລືອກທີ່ຈະພາຍາຍາມທຳການສືບ ສວນສອບສວນ ກ່ຽວກັບ ບາງຫົວຂໍ້ທີ່ຕ້ອງຫ້າມ, ເຊັ່ນການສໍ້ລາດບັງຫຼວງຂອງ ຜູ້ມີອິດທິພົນ.”

ບາງປະເທດເຊັ່ນ ຣັດເຊຍ, ໄດ້ກີດກັ້ນນັກຂ່າວຕ່າງປະເທດບໍ່ໃຫ້ເຂົ້າໄປຂົງເຂດຕ່າງໆທີ່ ພວກເຂົາເຈົ້າຄວບຄຸມຢູ່ ​ໃນ​ຄວາມ​ພະຍາຍ​າມ​ເພື່ອ ​ໃຫ້​ມີ​ການ​ລາຍ​ງານ​ຂ່່າວ​ຕາມ​ທີ່​ພວກ​ເຂົາ​ເຈົ້າຢາກ​ໃຫ້​ລາຍ​ງານ​ກ່ຽວ​ກັບ ​ເຫດການ​ຕ່າງໆ ​ເຊັ່ນ​ການ​ພົວພັນ​ຂອງ​ມົສກູໃນພາກຕາ ເວັນອອກຂອງປະເທດ ຢູເຄຣນ.

ບົດລາຍງານນີ້ກ່າວວ່າ ບັນດາສະມາຊິກຂອງສື່ມວນຊົນທົ່ວໂລກ ໄດ້ປະຕິເສດທີ່ຈະຖືກ ປິດ ປາກປິດ​ສຽງໄວ້ ເຖິງແມ່ນວ່າຈະຕົກ​ຢູ່​ໃນ​ອັນຕະລາຍ ແລະ ຖືກຂົ່ມຂູ່ກໍຕາມ.

XS
SM
MD
LG