ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ວໍ​ຊິງ​ຕັນ ວາງ​ຂໍ້​ຫ້າມ​ດ້ານ​ວີ​ຊາ​ໃໝ່ ຕໍ່​ພວກ​ຜູ້​ຕັ້ງ​ຖິ່ນ​ຖານ​ຫົວ​ຮຸນ​ແຮງ ອິ​ສ​ຣາ​ແອ​ລ


ແມ່​ຍິງ​ຄົນ​ນຶ່ງ​ຮ້ອງ​ໄຫ້​ຢູ່​ພິ​ທີ​ສົ່ງ​ສະ​ການ​ຂອງ​ຊາວ​ປາ​ແລັ​ສ​ໄຕ​ນ໌ ທີ່​ເສຍ​ຊີ​ວິດ​ໃນ​ການ​ປະ​ທະ​ກັນ​ກັບ​ພວກ​ຕັ້ງ​ຖິ່ນ​ຖານ​ຊາວ ອິ​ສ​ຣາ​ແອ​ລ, ໃກ້​ກັບ​ເມືອງ ນາ​ບ​ລັ​ສ ໃນ​ເຂດ​ເວັ​ສ​ແບັ້ງ​ທີ່​ຖືກ​ຍຶດ​ຄອງ​ໂດຍ ອິ​ສ​ຣາ​ແອ​ລ, 12 ຕຸ​ລາ 2023.
ແມ່​ຍິງ​ຄົນ​ນຶ່ງ​ຮ້ອງ​ໄຫ້​ຢູ່​ພິ​ທີ​ສົ່ງ​ສະ​ການ​ຂອງ​ຊາວ​ປາ​ແລັ​ສ​ໄຕ​ນ໌ ທີ່​ເສຍ​ຊີ​ວິດ​ໃນ​ການ​ປະ​ທະ​ກັນ​ກັບ​ພວກ​ຕັ້ງ​ຖິ່ນ​ຖານ​ຊາວ ອິ​ສ​ຣາ​ແອ​ລ, ໃກ້​ກັບ​ເມືອງ ນາ​ບ​ລັ​ສ ໃນ​ເຂດ​ເວັ​ສ​ແບັ້ງ​ທີ່​ຖືກ​ຍຶດ​ຄອງ​ໂດຍ ອິ​ສ​ຣາ​ແອ​ລ, 12 ຕຸ​ລາ 2023.

ສະ​ຫະ​ລັດ ໃນ​ວັນ​ອັງ​ຄານ​ວານນີ້​ໄດ້​ປ​ະ​ກາດ​ຂໍ້​ຫ້າມ​ວີ​ຊາ​ໃໝ່​ຕໍ່ “ບຸກ​ຄົນ​ຕ່າງໆ​ທີ່​ມີ​ສ່ວນ​ຮ່ວມ​ໃນ​ການ​ທຳ​ລາຍ​ສັນ​ຕິ​ພາບ, ຄວາມ​ປອດ​ໄພ ແລະ ຄວາມ​ໝັ້ນ​ຄົງ​ໃນ​ຝັ່ງ​ຕາ​ເວັນ​ຕົກ​ຂອງ​ແມ່​ນ້ຳ ຈໍ​ແດນ ຫຼື​ເຂດ ເວັ​ສ​ແບັ້ງ,” ເຊິ່ງ​ເປັນ​ການ​ດຳ​ເນີນ​ການ​ຕາມ​ຄຳ​ຕິ​ໜິ​ວິ​ຈານ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ ໂຈ ໄບ​ເດັນ ກ່ຽວ​ກັບ ການ​ໂຈມ​ຕີ​ໃສ່​ຊາວ ປາ​ແລັ​ສ​ໄຕ​ນ໌ ໂດຍຜູ້​ຕັ້ງ​ຖິ່ນ​ຖານ​ຫົວ​ຮຸນ​ແຮງ​ຊາວ ອິ​ສ​ຣາ​ແອ​ລ ໃນ​ພາກ​ພື້ນ​ທີ່ບໍ່​ມີ​ຄວາມ​ແນ່ນອນ​ນັ້ນ.

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ທ່ານ ແອນ​ໂທ​ນີ ບ​ລິງ​ເຄັນ ໄດ້​ປະ​ກາດ​ວ່າ​ລັດ​ຖະ​ບານ​ທ່ານ ໄບ​ເດັນ “ໄດ້​ກ່າວ​ຢ້ຳ​ຕໍ່​ລັດ​ຖະ​ບານ ອິ​ສ​ຣາ​ແອ​ລ ໃຫ້​ເຮັດ​ຫຼາຍ ກວ່າ​ເກົ່າ​ເພື່ອ​ນຳ​ເອົາ​ພວກ​ຜູ້​ຕັ້ງ​ຖິ່ນ​ຖານ​ຫົວ​ຮຸນ​ແຮງ​ມາ​ລົງ​ໂທດ ຜູ້​ທີ່​ໄດ້​ທຳ​ການ​ໂຈມ​ຕີ​ທີ່​ຮຸນ​ແຮງ​ຕໍ່​ຊາວ ປາ​ແລັ​ສ​ໄຕ​ນ໌ ໃນ​ເຂດ ເວັ​ສ​ແບັ້ງ.

ທ່ານ​ໄດ້​ກ່າວ​ວ່າ “ໃນ​ຂະ​ນະ​ທີ່ທ່ານ​ປະ​ທານ​າ​ທິ​ບໍ​ດີ​ໄດ້​ກ່າວ​ຢ່າງ​ຊ້ຳ​ແລ້ວ​ຊ້ຳ​ອີກ​ນັ້ນ, ການ​ໂຈມ​ຕີ​ທີ່​ວ່າ​ນັ້ນ​ແມ່ນ​ເປັນ​ທີ່ຍອມ​ຮັບ​ບໍ່​ໄດ້. ອາ​ທິດ​ແລ້ວນີ້​ໃນ ອິ​ສ​ຣາ​ແອ​ລ, ຂ້າ​ພະ​ເຈົ້າ​ໄດ້​ເວົ້າ​ຢ່າງ​ຈ​ະ​ແຈ້ງວ່າ ສະ​ຫະ​ລັດ ແມ່ນ​ພ້ອມ​ທີ່​ຈະ​ດຳ​ເນີນ​ການ​ໂດຍ​ໃຊ້​ອຳ​ນາດ​ຂອງ​ພວກ​ເຮົາ​ເອງ.”

ຫ້ອງ​ການ​ເພື່ອ​ການ​ປະ​ສານ​ງານ ກ່ຽວ​ກັບ ກິດ​ຈະ​ການ​ດ້ານ​ມະ​ນຸດ​ສະ​ທຳ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ໄດ້​ກ່າວ​ໃນ​ວັນ​ຈັນ​ທີ່​ຜ່ານ​ມາ​ວ່າ ນັບ​ຕັ້ງແຕ່​ວັນ​ທີ 7 ຕຸ​ລາ​ເປັນ​ຕົ້ນ​ມາ, ຊາວ​ປ​າ​ແລັ​ສ​ໄຕ​ນ໌ ຢ່າງ​ໜ້ອຍ 7 ຄົນ​ໃນ​ເຂດ​ ເວັ​ສ​ແບັ້ງ ຖືກ​ຂ້າ​ຕາຍ​ໂດຍ​ພວກ​ໄປ​ຕັ້ງ​ຖິ່ນ​ຖານ​ດັ່ງ​ກ່າວ. ຫ້ອ​ງ​ການ​ຂອງ ສ​ປ​ຊ ນັ້ນ​ໄດ້​ກ່າວ​ວ່າເຂົາ​ເຈົ້າ​ໄດ້​ບັນ​ທຶກ​ການ​ໂຈມ​ຕີ 314 ຄັ້ງ​ໂດຍ​ພວກ​ຜູ້​ຕັ້ງ​ຖິ່ນ​ຖານ​ທີ່​ໄດ້​ສົ່ງ​ຜົນ​ໃຫ້​ຊາວ ປາ​ແລັ​ສ​ໄຕ​ນ໌ ເສຍ​ຊີ​ວິດ ແລະ ບາດ​ເຈັບ, ສ້າງ​ຄວາມ​ເສຍ​ຫາຍ​ຕໍ່​ຊັບ​ສິນ​ທີ່​ຊາວ​ປາ​ແລັ​ສ​ໄຕ​ນ໌​ເປັນ​ເຈົ້າ​ຂອງ ຫຼື ທັງ​ສອງຝ່າຍ. ນຶ່ງ​ສ່ວນ​ສາມ​ຂອງ​ການ​ໂຈມ​ຕີ​ນັ້ນ​ລວມ​ມີ​ການ​ຂົ່ມ​ຂູ່​ດ້ວຍ​ອາ​ວຸດປືນ, ລວມ​ມີ​ການ​ຍິງ, ແລະ ການ​ໂຈມ​ຕີ​ເກືອບ​ເຄິ່ງ​ນຶ່ງ, ພວກ​ຜູ້​ຕັ້ງ​ຖິ່ນ​ຖານ​ແມ່ນ​ໄດ້​ຮັບ​ການ​ຮ່ວມ​ມື ຫຼື ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ​ຢ່າງ​ແຂງ​ຂັນ ​ໂດຍກອງ​ກຳ​ລັງ ອິ​ສ​ຣາ​ແອລ.

ທ່ານ ບ​ລິງ​ເຄັນ ໄດ້​ກ່າວ​ຕື່​ມ​ວ່າ​ລັດ​ຖະ​ບານ ໄບ​ເດັນ ແມ່ນ​ກຳ​ລັງ​ກົດ​ດັນ​ທັງ​ຜູ້​ນຳ ອິ​ສ​ຣາ​ແອ​ລ ແລະ ປາ​ແລັ​ສ​ໄຕ​ນ໌ ໃຫ້ຫຼຸດ​ຜ່ອນ​ການ​ໂຈມ​ຕີ​ໂດຍ​ພວກ​ຫົວ​ຮຸນ​ແຮງ​ຂອງ​ເຂົາ​ເຈົ້າ.

ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ ທ່ານ ແມັດ​ທິວ ມິ​ລ​ເລີ ໄດ້​ກ່າວ​ວ່າ​ມາດ​ຕະ​ການ​ຫ້າມນີ້​ອາດ​ມີ​ຜົນ​ກະ​ທົບ​ຕໍ່ “ຫຼາຍ​ສິບ” ຄົນ ແລະ ຄອບ​ຄົວຂອງ​ເຂົາ​ເຈົ້າ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG