ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ອະນຸສາວະລີວໍຊິງຕັນ ໄດ້ຮັບການສ້ອມແປງ ຄວາມເສຍຫາຍ ຈາກແຜ່ນດິນໄຫວ (ເບິ່ງວີດີໂອລາວ-ອັງກິດ)


ທີມນັກວິສະວະກອນ ຂຶ້ນໄປສໍາຫລວດເບິ່ງຄວາມເສຍຫາຍ ຢູທາງນອກຈອມອະນຸສາວະລີ ວໍຊິງຕັນ ທີ່ສູງ
169 ແມັດ ໃນນະຄອນຫລວງວໍຊິງຕັກດີຊີ. (AP/Evan Vucci)
ທີມນັກວິສະວະກອນ ຂຶ້ນໄປສໍາຫລວດເບິ່ງຄວາມເສຍຫາຍ ຢູທາງນອກຈອມອະນຸສາວະລີ ວໍຊິງຕັນ ທີ່ສູງ 169 ແມັດ ໃນນະຄອນຫລວງວໍຊິງຕັກດີຊີ. (AP/Evan Vucci)

ເວລານີ້ ວຽກງານກໍາລັງດໍາເນີນໄປຢູ່ທີ່ອະນຸສາວະລີວໍຊິງຕັນ ຫລື Washington Monu- ment ຊຶ່ງເປັນຈຸດດຶງດູດພວກນັກທ່ອງທ່ຽວ ທີ່ຂຶ້ນຊື່ລືຊາແຫ່ງນຶ່ງຂອງເມືອງຫລວງຂອງ ສະຫະລັດ ເພື່ອສ້ອມແປງສ່ວນທີ່ໄດ້ຮັບຄວາມເສຍຫາຍ ຍ້ອນແຜ່ນດິນໄຫວທີ່ປະທະຂົງ ເຂດຝັ່ງຕາເວັນອອກຂອງສະຫະລັດ ໃນເດືອນສິງຫາຜ່ານມາ. ດາຣາມີເລຶ່ອງນີ້ມາສະເໜີ ທ່ານ.

ຟັງລາຍງານພາສາລາວ:

ຄລິກບ່ອນນີ້ ເພື່ອເບິ່ງວີດີໂອພາສາລາວ ຫລືຄລິກບ່ອນ mp3 ຫລື
Windows Media ຂ້າງເທິງຂວາມື

ມັນ​ເປັນ​ພາບ​ທີ່​ພາ​ໃຫ້​ຕື່ນຕົກ​ໃຈ ຢູ່​ຈອມສິ່ງ​ກໍ່ສ້າງສູງໆແຫ່ງ​ນຶ່ງ ​ໃນ​ຈໍານວນຫລາຍໆ​ແຫ່ງ
ທີ່​ຈື່​ຈໍາກັນໄດ້​ດີທີ່​ສຸດ ​ໃນ​ນະຄອນ​ຫລວງ​ວໍ​ຊິງ​ຕັນ​ດີ​ຊີ. ນັ້ນ​ກໍ​ຄືພາບຊາຍ​ຄົນ​ນຶ່ງ​ທີ່​ໃຊ້​ເຊືອກ
ຈ່ອງ​ໂຕ ປີນໄຕ່ຢູ່​ທາງ​ນອກຈອມ​ແຫລມໆ​ຂອງ​ອະນຸສາວະລີວໍ​ຊິງ​ຕັນ ທີ່​ມີ​ຄວາມ​ສູງ 169
ແມັດນັ້ນ.

ຊາຍ​ຄົນ​ນັ້ນກໍາລັງ​ແປງທາງ​ສໍາລັບ​ໃຫ້​ທີ​ມນັກ​ວິ​ສະ​ວະ​ກອນ ​ຂຶ້ນ​ໄປ​ໂຫນ​ເຊືອກ​ລົງ​ໄປ​ມາ
ຕາມ​ທາງ​ສີ່​ຂ້າງ​ຂອງ​ອະນຸສາວະລີ​ ​ເພື່ອ​ກວດເບິ່ງ​ຄວາມ​ເສຍ​ຫາຍ ຈາກແຜ່ນດິນ​ໄຫວ​
ຄວາມ​ແຮງ 5.8 ຣິກ​ເຕີ້ ທີ່​ສັ່ນ​ສະ​ເທືອ​ນນະຄອນຫລວງ​ວໍ​ຊິງ​ຕັນ​ດີ​ຊີ​ ໃນ​ເດືອນ​ສິງຫາ​
ຜ່າ​ນມາ​ນັ້ນ.

ນາຍ Jeff Corner ​ທີ່​ຂີ່​ລົດຖີບ​ຜ່ານ​ມາເພື່ອໄປ​ທໍາ​ງານ ໄດ້​ຢຸ​ດ​ແຫງນເບິ່ງ ​ແລະ​ເວົ້າວ່າ:

“ຂ້ອຍ​ພໍ​ຮູ້​ວ່າ​ ພວກ​ເຂົາ​ເຈົ້າກໍາລັງ​ກວດ​ເບິ່ງ​ຜົນ​ເສຍ​ຫາຍຈາກ​ແຜ່ນດິນ​ໄຫວ ​
ບາດແລ້ວ​ຂ້ອຍ​ກໍເຫັນ​ຊາຍຄົນ​ນີ້​ຢູ່​ເທິງຍອດ​ອະນຸສາວະລີ ຊຶ່ງ​ຂ້ອຍ​ບໍ່​ເຄີຍເຫັນ​
ໃຜ​ຢູ່​ເທິງ​ບ່ອນ​ຫັ້ນ​ມາ​ກ່ອນ ມັນ​ໜ້າ​ອັດສະຈັນ​ເນາະ.”

ນາງ ບອນ​ນີ ແຊກເຊິ່ນ ​ແລະ​ໝູ່​ຄົນນຶ່ງ ຈາກ​ເມືອງ Pierson ລັດ​ໄອ​ໂອວາ ທີ່​ມາ​ທ່ຽວ
ຊົມວໍ​ຊິ​ງຕັນດີ​ຊີ ​ພາກັນ​ຄິດ​ວ່າ​ ຜູ້ຊາຍ​ທີ່​ກໍາລັງ​ປີນ​ປ່າຍ​ຢູ່ ​ເທິງ​ຈອມອະນຸສາວະລີ ​ເປັນ​
ຄົນ​ເສຍ​ເສັ້ນ. ລາວ​ເວົ້າ​ວ່າ:

ແຕ່​ບາດ​ແລ້ວ​ພວກ​ເຮົາ​ຈຶ່ງ​ຮູ້​ວ່າ​ລາວ​ເປັນ​ນັກ​ປີນ​ອາຊີບ​ ​ແລະ​ລາວ​ກໍາລັງ
ກວດ​ເບິ່ງ​ວ່າ ມີຮອຍ​ແຕກ​ບ່ອນ​ໃດ​ແດ່​ຫລັງ​ຈາກ​ໄພ​ແຜ່ນດິນ​ໄຫວ​. ຂ້ອຍ​ດີ​
ໃຈ​ ທີ່​ຂ້ອຍ​ບໍ່ແມ່ນ​ລາວ!”

ຮູບ​ວີ​ດີ​ໂອ​ສັງ​ເກດ​ການ ຈາກ​ຊັ້ນ​ຊົມ​ທິວ​ວະທັດ​ໃກ້ຈອມ​ອະນຸສາ​ວະລີ ທີ່​ທາງ​ເຈົ້າ​ໜ້າ​ທີ່
ນໍາອອກ​ເຜີຍ​ແຜ່​ເມື່ອ​ໝໍ່ໆ​ມາ​ນີ້​ ສະ​ແດງ​ໃຫ້​ເຫັນ​ວ່າ​ອະນຸສາວະລີ​ໄດ້​ສັ່ນ​ສະ​ເທືອ​ນຢ່າງ
ແຮງ​ ໃນ​ຂະນະ​ທີ່​ເກີດແຜ່ນດິນ​ໄຫວນັ້ນ. ນາງ Nikolette Williams ​ເຈົ້າໜ້າ​ທີ່ປະ​ຈໍາ
ອະນຸສາວະລີ ທີ່ເຫັນ​ຢູ່​ໃນ​ຮູບ​ວີ​ດີ​ໂອນີ້ ພ້ອມ​ກັບນັກ​ທ່ອງ​ທ່ຽວ​ປະມານ 20 ຄົນ ທີ່ຢູ່​
ເທິງ​ຊັ້ນ​ຊົມ​ທິວວະ​ທັດໃນ​ຕອນ​ເກີດ​ແຜ່ນດິນ​ໄຫວ​ນັ້ນ ກ່າວ​ວ່າ:

“ທໍາ​ອິດຂ້ອຍ​ເລິ່ມຮູ້ສຶກວ່າ ພື້ນ​ດິນ​ຢູ່​ລຸ່ມ​ອານຸສາ​ວະລີ​ສັ່ນ ​ແລະ​ບາດ​ແລ້ວ
ຂ້ອຍ​ຮູ້ສຶກ​ວ່າ​ ທັງ​ໝົດ​ອະນຸສາວະລີ​ນັ້ນສັ່ນ​ໄປ​ມາ. ​ ຂ້ອຍ​ກໍເລີຍຕັດສິນ​ໃຈ
ວ່າ ພວກ​ມາ​ຢ້ຽມຢາມ​ທຸກ​ຄົນ​ຈະ​ຕ້ອງ​ອອກໄປຈາກ​ບ່ອນ​ນີ້.”

ນາງວິລລ່ຽມສ໌ໄດ້​ຮ້ອງ​ໃສ່​ພວກ​ນັກ​ທ່ອງ​ທ່ຽວ​ ໃຫ້​ພາກັນແລ່ນ​ໜີລົງທາງ​ຂັ້ນ​ໃດ ຂະນະ
ທີ່​ກ້ອນ​ຫິນ​ທີ່​ຫັກ​ພັງ​ ຕົກລົງມາ​ໃສ່​ພວກ​ເຂົ​າ​ເຈົ້າ. ລາວ​ກ່າວ​ຕໍ່​ໄປ​ວ່າ:

“ຂ້ອຍ​ບໍ່​ຮູ້​ວ່າ​ ມັນ​ແມ່ນ​ການ​ໂຈມ​ຕີ​ ຫລື​ວ່າ​ແຜ່ນດິນ​ໄຫວ. ພໍ​ມາ​ຮອດຊັ້ນ​ລຸ່ມ​
ຂ້ອຍ​ກໍ​ຟ້າວເປີດ​ປະຕູ​ທາງ​ອອກ​ສຸກ​ເສີນ​ໄວໆ ​ແລະ​ພວກ​ນັກ​ທ່ອງ​ທ່ຽວ​ກໍ​ພາ
ກັນຫລົບ​ໜີ​ອອກມາ​ທັງ​ໝົດ ​ແຕ່​ຂ້ອຍ​ຕ້ອງໄດ້ກັບ​ຄືນຂຶ້ນໄປເບິ່ງ​ ຊັ້​ນເທິງອີກ ​
ເພື່ອ​ໃຫ້​ແນ່​ໃຈ​ບໍ່​ມີ​ໃຜ​ຈັກ​ຄົນ ຕົກ​ຄ້າງ​ຢູ່ເທີ​ງນັ້ນ.”

ໃນ​ພາລະກິດ​ສ້ອມ​ແປງ​ອະນຸສາວະລີ​ແຫ່ງນີ້ ທີ່​ເປັນ​ຫລັກ​ເມືອງຂອງນະຄອນຫລວງ
ວໍ​ຊິງ​ຕັນ​ນັ້ນ​ ພວກ​ນັກ​ວິ​ສະ​ວະ​ກອນ​ຈະ​ພາກັນກວດກາ​ເບິ່ງ​ຮອຍ​ແຕກແຫງຂອງ​ຫິນ
ທຸກໆ​ກ້ອນ​ ຢູ່​ທາງ​ນອກອະນຸສາວະລີ​. ພະ​ແນ​ກສວນ​ອຸດທະຍານ​ແຫ່ງ​ຊາດ ທີ່​ມີໜ້າ
ທີ່​ຄຸ້ມ​ຄອງ​ອະນຸສາວະລີ​ຕ່າງໆ​ນັ້ນ ​ກ່າວ​ວ່າ ສ່ວນ​ທີ່​ເສຍ​ຫາຍຮ້າຍ​ແຮງ​ທີ່ສຸດ​ນັ້ນ​ແມ່ນ
ຢູ່​ຈອມແຫລມສູງ​ສຸດ​ຂອງ​ອະນຸສາວະລີ ຊຶ່ງ​ມີຮອຍ​ແຕກແຫງ​ຍາວໆ ຫລາຍ​ແຫ່ງ​ຢູ່
ຕາມ​ກ້ອນ​ຫິນ ​ແລະ​ນໍ້າ​ຝົນ​ກໍ​ຊຶມ​ເຂົ້າ​ໄປ ​ເຮັດ​ໃຫ້​ເສຍ​ຫາຍຕື່ມ​ອີກ. ລິ​ຟຫລື​ອູ່​ໄຟຟ້າ
ຂອງ​ອະນຸສາວະລີ​ ທີ່​ໃຊ້ຂີ່​ຂຶ້ນ​ລົງ​ນັ້ນ ກໍ​ໄດ້​ຮັບ​ຄວາມ​ເສຍ​ຫາຍ​ເຊັ່ນ​ກັນ. ນາງ​ວິລລ່ຽ​ມສ໌ ​ເວົ້າ​ວ່າ:

“ຄວາມ​ຈິງແລ້ວ​ ພວກ​ເຮົາ​ມີ​ຮູບ​ຂອງ​ກ້ອນ​ຫິນ​ໝົດ​ທຸກ​ໆກ້ອນຢູ່​ຂ້າງ​ນອກ.
ດັ່ງນັ້ນ ສິ່ງ​ທີ່​ພວກ​ນັກ​ວິສະວະກອນຈະ​ເຮັດ​ນັ້ນ​ ກໍ​ຄື​ຂຶ້ນ​ໄປຖ່າຍຮູບເອົາ ​
ແລະກວດ​ກາ​ເບິ່ງ​ສະພາບ​ຫິນ​ ເພື່ອໃຫ້​ຮູ້​ວ່າ​ມີຮອຍ​ແຕກແຫງຢູ່ບ່ອນ​ໃດ​
ແດ່ ​ແລະ​ຫລາຍ​ສໍ່າ​ໃດ ນັບ​ຕັ້ງແຕ່​ເກີດແຜ່ນດິນ​ໄຫວ​ນັ້ນ.”

ພະ​ແນ​ກ​ສວນ​ອຸດທະຍານ​ແຫ່ງ​ຊາດ​ກ່າວ​ວ່າ ການ​ສໍາ​ຫລວດ​ຄວາມ​ເສຍ​ຫາຍນັ້ນ ​
ແມ່ນ​ຈະ​ໃຫ້​ຮ່ອງຮອຍ​ໄດ້​ວ່າ​ ຈະ​ຕ້ອງ​ປິດອະນຸ​ສາ​ວະລີບໍ່​ໃຫ້ຄົນຂຶ້ນ​ໄປເບິ່ງນັ້ນ
ດົນ​ນານ​ປານ​ໃດ ​ແລະ​ຈະ​ໝົດ​ຄ່າ​ສ້ອມ​ແປງ ຫລາຍ​ປານ​ໃດ. ຂ່າວ​ດີ​ນັ້ນ​ກໍ​ແມ່ນ​
ວ່າ ອະນຸ​ສາ​ວະລີວໍ​ຊິງ​ຕັນ ຊື່​ງ​ເປັນ​ນຶ່ງ​ໃນ​ອະນຸສາວະລີ​ທີ່​ເດ່​ນ​ ມີ​ຄຸນຄ່າ​ທີ່​ສຸດ​ອັນ
ນຶ່ງ​ຂອງ​ປະ​ເທດ​ນັ້ນ ມີ​ໂຄງ​ສ້າງ​ທີ່​ແໜ້ນໜາ​ໝັ້ນຄົງ​ດີ.

ອະນຸສາວະລີ​ແຫ່ງ​ນີ້​ແມ່ນ​ສ້າງ​ຂຶ້ນເພື່ອ​ເປັນ​ອະນຸສອນ​ແດ່​ທ່ານ George
Washington ຜູ້​ນໍາພາ​ການ​ຕໍ່ສູ້​ເພື່ອ​ເອກະລາດ​ຂອງ​ອາ​ເມຣິກາ​ແລະ ປະທານາ
ທິບໍດີ​ຄົນ​ທໍາ​ອິດ​ຂອງສະຫະລັດ. ​ເປັນ​ຫລັກ​ເມືອງ​ທີ່​ໂດດ​ເດ່​ນທີ່​ສຸດຂອງ​ນະຄອນ
ຫລວງ​ວໍ​ຊິງ​ຕັນ ຊຶ່ງ​ພວກ​ນັກ​ທ່ອງ​ທ່ຽວ​ມັກ​ພາກັນ​ຂຶ້ນ​ໄປ ​ເພື່ອ​ຊົມ​ທັດສະ​ນີຍະ​
ພາບ​ອັນ​ສວຍ​ງາມ​ຂອງ​ເມືອງ.

ເບິ່ງວີດີໂອລາຍງານພາສາອັງກິດ:

XS
SM
MD
LG