ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ວໍຊິງຕັນ ສະ​ແດງການສະໜັບສະໜຸນ ຕໍ່ຜູ້ປະທ້ວງຊາວຈີນ


Washington Expresses Support for China Protesters
please wait

No media source currently available

0:00 0:02:47 0:00

ລາຍງານກ່ຽວກັບ ວໍຊິງຕັນ ສະ​ແດງການສະໜັບສະໜຸນ ຕໍ່ຜູ້ປະທ້ວງຊາວຈີນ.

ທໍານຽບຂາວ ກໍາລັງຮັກ​ສາ​ຄວາມ​ກ້ຳ​ເກິ່ງກັບຈີນ, ເຊິ່ງເປັນຄູ່ແຂ່ງ​ທີ່ໃຫຍ່​ທີ່​ສຸດ ດ້ວຍການສະແດງການສະໜັບສະໜຸນຢ່າງ​ເປີດ​ເຜີຍຕໍ່ການປະທ້ວງແບບສັນຕິ ທີ່ໄດ້ລະເບີດຂຶ້ນ ຢູ່ໃນທົ່ວປະເທດຈີນ. ແຕ່ເຈົ້າໜ້າທີ່ຂອງ​ລັດ​ຖະ​ບານ​ສະ​ຫະ​ລັດ​ກໍາລັງຊັ່ງຊາເບິ່ງຄໍາເວົ້າຕ່າງໆ ຂອງພວກເຂົາເຈົ້າ​ຢ່າງ​ລ​ະ​ມັດ​ລະ​ວັງ ​ໃສ່​ແຕ່ນະໂຍບາຍ “ສູນໂຄວິດ” ທີ່ຢູ່ເບື້ອງຫຼັງການປະທ້ວງດັ່ງກ່າວ. ອານິຕາ ພາວ, ນັກຂ່າວຂອງ VOA ມີລາຍງານຈາກທໍານຽບຂາວ, ເຊິ່ງ ທິບສຸດາ ມີລາຍລະອຽດມາສະເໜີທ່ານ ໃນອັນດັບຕໍ່ໄປ.

ມີການປະທ້ວງຢູ່ຕາມຖະໜົນຫຼາຍໆ​ສິບແຫ່ງ ທີ່ໄດ້ເຮັດໃຫ້ຫົວເມືອງ​ຕ່າງໆຂອງຈີນສັ່ນສະເທືອນໃນຊ່ວງບໍ່ເທົ່າໃດມື້ທີ່ຜ່ານມານີ້ ລຸນຫຼັງເຫດການໄຟໄໝ້ ທີ່ໄດ້ເຮັດໃຫ້ມີຜູ້ເສຍຊີວິດ 10 ຄົນ ຢູ່ໃນຕຶກອາຄານບ່ອນຢູ່ອາໄສທີ່ຖືກປິດຍ້ອນບັນ ຫາໂຄວິດ, ສົ່ງຜົນເຮັດໃຫ້ຜູ້ຄົນຮູ້ສຶກບໍ່ພໍໃຈກ່ຽວກັບມາດຕະການຂໍ້ຈໍາກັດໂຄວິດຂອງປະເທດ ລຸກລາມໄປຢ່າງກວ້າງຂວາງ.

ຢູ່ທີ່ທໍານຽບຂາວ, ກໍໄດ້ມີການຊັ່ງຊາເຖິງການເຄື່ອນໄຫວນີ້ເຊັ່ນກັນ.

ທ່ານຈອນ ເຄີບີ (John Kirby), ຜູ້ປະສານງານ​ຍຸດ​ທະ​ສາດທາງດ້ານການຕິດຕໍ່ສື່ສານ ​ຂອງສະພາຄວາມໝັ້ນຄົງແຫ່ງຊາດກ່າວວ່າ:

“ຂໍ້ຄວາມຂອງພວກເຮົາ ເຖິງຜູ້ປະທ້ວງທັງຫຼາຍຢູ່ໃນທົ່ວໂລກ​ກໍ​ແມ່ນຄືກັນແລະສອດຄ່ອງກັນ: ປະຊາຊົນຄວນໄດ້ຮັບສິດທິໃນການໂຮມຊຸມນຸມກັນເພື່ອປະທ້ວງ​ຢ່າງ​ສັນ​ຕິ ຕໍ່​ນະ​ໂຍ​ບາຍ ຫຼື ​ຕໍ່ກົດໝາຍ ຫຼື ຂໍ້ກໍານົດຕ່າງໆທີ່ພວກເຂົາເຈົ້າມີ​ບັນ​ຫາ​ນຳ​.”

ທ່ານເຄີບີ ກ່າວເພີ້ມເຕີມວ່າ ແຕ່ລັດຖະບານກໍໄດ້ມີຄວາມລະມັດລະວັງໃນການອະທິບາຍກ່ຽວກັບການຄວບ​ຄຸມ​ການລະບາດ​ຢ່າງ​ເຄັ່ງ​ຄັດຂອງ​ປັກ​ກິ່ງ, ເຊິ່ງໄດ້ສົ່ງຜົນເຮັດໃຫ້ໂຮງຮຽນຫຼາຍແຫ່ງ ແລະສະຖານທີ່ທາງທຸລະກິດຫຼາຍບ່ອນຕ້ອງໄດ້ປິດລົງ ພ້ອມທັງເຮັດໃຫ້ຜູ້ຄົນຫຼາຍສິບລ້ານຄົນ ຕ້ອງໄດ້ຢູ່ແຕ່ໃນເຮືອນຂອງພວກເຂົາ.

ທ່ານຈອນ ເຄີບີ ກ່າວວ່າ:
“ການປິດເມືອງ ບໍ່ແມ່ນນະໂຍບາຍ ທີ່ພວກເຮົາສະໜັບສະໜຸນຢູ່ທີ່ນີ້. ເຫັນໄດ້ຢ່າງແຈ່ມແຈ້ງວ່າປະຊາຊົນຢູ່ໃນປະເທດຈີນ ມີຄວາມກັງວົນກ່ຽວກັບສິ່ງດັ່ງກ່າວນັ້ນ ແລະພວກເຂົາເຈົ້າກໍກໍາລັງພາກັນປະທ້ວງຢູ່, ແລະພວກເຮົາກໍມີຄວາມເຊື່ອວ່າ ພວກເຂົາຈະຕ້ອງພາກັນປະທ້ວງແບບສັນຕິວິທີ.”

ຢູ່ທີ່ຫໍລັດຖະສະພາ, ບັນດາສະມາຊິກສະພາຂອງສະຫະລັດໄດ້ພາກັນສະແດງຄວາມຄິດເຫັນຢ່າ​ງ​ກົງ​ໄປ​ກົງ​ມາ.

ຈຸດເດັ່ນ ແມ່ນການສະແດງຄວາມບໍ່ພໍໃຈຂອງຜູ້ປະທ້ວງກ່ຽວກັບການກວດສອບຂອງລັດຖະບານຈີນ, ໂດຍມີສັນຍາລັກເປັນແຜ່ນເຈ້ຍທີ່ເປົ່າຫວ່າງສີຂາວ.

ສະມາຊິກສະພາສູງຈາກພັກເດໂມແຄຣັດ ທ່ານມາກ ວານເນີ (Mark Warner), ກ່າວວ່າ:

“ພວກເຮົາກໍາລັງເຫັນວ່າ ປະຊາຊົນຊາວຈີນກໍາລັງລຸກຮືຂຶ້ນຕໍ່ສູ້ຕ້ານການປະຕິ ບັດທີ່ໂຫດຮ້າຍ ແລະເຂັ້ມງວດ ຂອງພັກຄອມມູນິສຈີນ, ແລະພວກເຂົາເຈົ້າບໍ່ພຽງແຕ່ມີຄວາມກັງວົນກ່ຽວກັບນະໂຍບາຍຕ່າງໆຂອງໂຄວິດເທົ່ານັ້ນ, ແຕ່ຍັງ ລວມເຖິງການກວດສອບຂໍ້ມູນຂ່າວສານນໍາອີກດ້ວຍ. ດັ່ງທີ່ຂ້າພະເຈົ້າໄດ້ກ່າວໄປແລ້ວ, ຈຸດປະສົງຂອງຂ້າພະເຈົ້າບໍ່ແມ່ນຢູ່ກັບປະຊາຊົນຊາວຈີນ, ຂ້າພະເຈົ້າຄິດວ່າ ປະຊາຊົນຊາວຈີນ ກໍາລັງສະແດງອອກ ເຖິງຄວາມ​ປາ​ຖະ​ນາຂອງພວກເຂົາເຈົ້າ ທີ່​ຢາກ​ມີ​ສິດເສລີພາບ​ຫຼາຍ​ຂຶ້ນແລະຫຼຸດການກວດ​ກາຢູ່ໃນປະເທດຂອງພວກເຂົາເຈົ້າ, ແລະຂ້າພະເຈົ້າ ກໍຢືນຢູ່ນໍາພວກເຂົາເຈົ້າ.”

ລັດຖະບານຈີນໄດ້ຕອບໂຕ້ຕໍ່ຂໍ້ກ່າວຫາກ່ຽວກັບໄຟໄໝ້ຢູ່ໃນອາຄານທີ່ພັກອາໄສ, ໂດຍເກີດຂຶ້ນຢູ່ໃນເຂດຊິນຈຽງທີ່ຕັ້ງຢູ່ທາງທິດຕາເວັນຕົກສຽງເໜືອຂອງປະເທດ ຈີນ ເຊິ່ງເປັນບ່ອນຢູ່ອາໄສຂອງຊົນກຸ່ມນ້ອຍມຸສລິມວີເກີ, ທີ່ກ່ຽວຂ້ອງກັບນະໂຍ ບາຍການລະບາດໃຫຍ່ຂອງລັດຖະບານ.

ທ່ານຊາວ ລີຈ້ຽນ (Zhao Lijian), ໂຄສົກກະຊວງການຕ່າງປະເທດຂອງຈີນ ກ່າວວ່າ:

“ມັນເປັນຄວາມຈິງທີ່ວ່າ ໃນ​ສື່​ສັງ​ຄົມ​ນັ້ນ ມີ​ກຳ​ລັງ​ທີ່​ມີ​ເບື້ອງ​ຫຼັງ​ລີ້​ຊ່ອນ​ຢູ່ ທີ່​ພົວ​ພັນ​ກັບເຫດການໄຟໄໝ້ ພ້ອມດ້ວຍການຮັບມືກັບສະພາບການໂຄວິດ-19 ຢູ່ໃນທ້ອງຖິ່ນ.”

ທ່ານບໍ່ໄດ້ກ່າວວ່າ ເມື່ອໃດທີ່ນະໂຍບາຍດັ່ງກ່າວຂອງລັດຖະບານຈະຍຸຕິລົງ.

ທ່ານຈູລຽນ ຄູ (Julian Ku), ສາສະດາຈານທາງດ້ານກົດໝາຍ ແຫ່ງມະຫາວິ ທະຍາໄລຮັອຟສຕຣາ (Hofstra) ໃນລັດນິວຢອກ, ກ່າວກັບ VOA ຜ່ານຊູມວ່າ:

“ນັ້ນເປັນສິ່ງທີ່ເຮັດໃຫ້ຄົນຖືກຈັບ ແລ້ວໂຍນເຂົ້າຄຸກ. ສະນັ້ນ ມັນເປັນສິ່ງທີ່ໜ້າປະຫຼາດໃຈອີຫຼີ ທີ່ຜູ້ຄົນພາກັນອອກມາເວົ້າຕໍ່ສາທາລະນະ ແບບດັງໆແລະກໍໄດ້ບັນທຶກໄວ້ ພ້ອມທັງພະຍາຍາມປຸກລະດົມມວນຊົນ ໃຫ້ອອກມາສະໜັບສະໜຸນພວກເຂົາເຈົ້ານໍາອີກດ້ວຍ. ຂ້າພະເຈົ້າໝາຍຄວາມວ່າ ນະເວລານີ້ ມັນເປັນສັນ ຍານທີ່ສະແດງໃຫ້ເຫັນເຖິງຄວາມຜິດຫວັງຂອງຜູ້ຄົນເຫຼົ່ານັ້ນແນວໃດ. ພວກເຈົ້າຮູ້ບໍ ຂ້າພະເຈົ້າຈະບໍ່ກ່າວວ່າ ມັນເປັນແນວນີ້, ການເຄື່ອນໄຫວ ຫຼືສິ່ງຕ່າງໆເຫຼົ່ານັ້ນ. ແຕ່ມັນສະແດງຄວາມໝາຍ ທີ່ແຕກຕ່າງຈາກການປະທ້ວງທົ່ວໄປຢູ່ໃນປະເທດຈີນ ເຊິ່ງມັກຈະເກີດຂຶ້ນຢູ່ໃນທ້ອງຖິ່ນຫຼາຍກວ່າ.”

ແລະມັນກໍເປັນທີ່ຈະແຈ້ງວ່າ ນະໂຍບາຍການຈໍາກັດທັງຫຼາຍເຫຼົ່ານີ້ ມີຈຸດປະສົງເພື່ອຍຸຕິການແຜ່ລະບາດຂອງເຊື້ອໄວຣັສ, ແຕ່ບໍ່ໄດ້ຢຸດຄວາມບໍ່ພໍໃຈຂອງປະ​ຊາຊົນທີ່ແຜ່ກະຈາຍໄປທົ່ວປະເທດ.

ບັນດາຜູ້ປະທ້ວງ ໄດ້ພາກັນເດີນຂະບວນຢູ່ຕາມເມືອງຕ່າງໆ ໃນທົ່ວໂລກແລ້ວ, ເຊິ່ງມີສະມາຊິກຂອງຊຸມຊົນຊາວວີເກີ ປະທ້ວງຢູ່ທີ່ປະຕູຂອງກະຊວງການຕ່າງ ປະເທດ ໃນນະຄອນຫຼວງວໍຊິຕັນ, ໃນມື້ວັນຈັນທີ່ຜ່ານມາ.

The White House is walking a fine line with China, its greatest competitor, by openly expressing support for peaceful protests popping up around the massive country. But administration officials are weighing their words carefully about the strict “zero-COVID” policies behind the protests. VOA’s Anita Powell reports from the White House.

More than a dozen street protests have shaken several Chinese cities in recent days, after a deadly fire killed 10 people in a locked-down apartment complex, sparking widespread anger over the nation’s strict COVID controls.

At the White House, the reaction has been measured.

John Kirby, National Security Council

“Our message to peaceful protesters around the world is the same and consistent: people should be allowed the right to assemble and to peacefully protest policies or laws or dictates that they take issue with.”

But, Kirby added, the administration was careful in discussing Beijing’s strict management of the pandemic, which has led to school and business closures and kept tens of millions of people house-bound.

John Kirby, National Security Council

“Lockdown is not a policy that we support here. Obviously, there are people in China that have concerns about that and they're protesting that and we believe they should be able to do that peacefully.”

On Capitol Hill, U.S. lawmakers are more blunt,

highlighting protesters’ complaints about Chinese government censorship, symbolized by pieces of blank white paper.

Senator Mark Warner, Democrat

“We’re seeing the Chinese people stand up against the draconian approach of the communist party of China, and concerned not only about COVID policies, but also about censorship. As I’ve said, my beef is not with the Chinese people, I think the Chinese people are expressing their desire to have more freedom and less censorship in their own country, and I stand with them.”

China’s government has pushed back against the charge that the apartment fire, which happened in northwestern China's Xinjiang region, home of the minority Muslim Uyghur people, is related to their pandemic policies.

Zhao Lijian, Chinese Foreign Ministry Spokesman

"It's true that on social media there are forces with ulterior motives that relate this fire with the local response to COVID-19."

He did not say when the government’s policy would end.

Those watching closely say one thing is clear: These protests are extraordinary.

Julian Ku, Hofstra University, ZOOM

“That is a type of thing that gets people thrown in jail. So it is a real shock that people are willing to say that in public, out loud and be recorded and try to also mobilize other people to support that. I mean, it's a sign of just how frustrated people are now. I wouldn't say that this is, you know, a movement or anything like that. But it does signify that this is different than, again, normal protests in China, which are usually much more localized.”

And it’s clear that these strict policies – intended to stop the spread of the virus – are not stopping the spread of discontent.

Already, protesters have marched in other cities around the world, with a protest by members of the Uyghur community at the State Department’s door, in Washington, on Monday.

XS
SM
MD
LG