ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໄຕ້​ຫວັນ​ ສະ​ໜັບ​ສະ​ໜຸນ ​ການ​ປະ​ທ້ວງ ຕໍ່​ຮ່າງ​ກົດ​ໝາຍ ​ສົ່ງ​ຜູ້​ກະ​ທຳ​ຜິດ ຢູ່​ຮົງ​ກົງໄປ ດຳ​ເນີນ​ຄະ​ດີ ຢູ່​ຈີນ

ຊາວ​ໄຕ້​ຫວັນພາ​ກັນ​ໂຮມ​ຊຸມ​ນຸມ​ ເພື່ອ​ສະ​ໜັບ​ສະ​ໜຸນ​ແກ່ຄົນ​ຮົງ​ກົງເດີນ​ຂະ​ບວນ ​ເພື່ອປະ​ທ້ວງ​ຄັດ​ຄ້ານ​ຮ່າງ​ກົດ​ໝາຍ​ສົ່ງ​ຕົວຜູ້​ກະ​ທຳ​ຜິດ​ ຂ້າມ​ແດນໄປ​ໃຫ້​ຈີນ, ວັນ​ທີ 12 ມິ​ຖຸ​ນາ, 2019.
ຊາວ​ໄຕ້​ຫວັນພາ​ກັນ​ໂຮມ​ຊຸມ​ນຸມ​ ເພື່ອ​ສະ​ໜັບ​ສະ​ໜຸນ​ແກ່ຄົນ​ຮົງ​ກົງເດີນ​ຂະ​ບວນ ​ເພື່ອປະ​ທ້ວງ​ຄັດ​ຄ້ານ​ຮ່າງ​ກົດ​ໝາຍ​ສົ່ງ​ຕົວຜູ້​ກະ​ທຳ​ຜິດ​ ຂ້າມ​ແດນໄປ​ໃຫ້​ຈີນ, ວັນ​ທີ 12 ມິ​ຖຸ​ນາ, 2019.

ບໍ່​ດົນ​ພໍ​ເທົ່າ​ໃດ ພາຍ​ຫລັງ​ທີ່​ມີ​ການ​ເດີນ​ຂະ​ບວນ​ໃຫຍ່ຢູ່​ຕາມ​ຖະ​ໜົນຕ່າງໆຂອງ ຮົງ​ກົງ ໃນ​ອາ​ທິດນີ້ ເພື່ອປະ​ທ້ວງ​ຕໍ່​ຮ່າງ​ກົດ​ໝາຍ ​ສົ່ງ​ຕົວຜູ້​ກະ​ທຳ​ຜິດ​ຂ້າມ​ແດນ ທີ່​ຈະ​ອະ​ນຸ​ຍາດ​ໃຫ້​ຜູ້​ຕ້ອງ​ສົງ​ໄສ ໃນ​ການກໍ່​ອາ​ຊະ​ຍາ​ກຳ ຖືກ​ສົ່ງ​ຕົວ​ໄປ​ດຳ​ເນີນ​ຄະ​ດີ​ຢູ່​ຈີນ​ແຜ່ນ​ດິນ​ໃຫຍ່ນັ້ນ, ປະ​ທາ​ນາ​ທິ​ບໍ​ດີ​ໄຕ້​ຫວັນ, ພັກ​ຂອງ​ທ່ານ​ນາງແລະ ​ລັດ​ຖະ​ມົນ​ຕີ​ ຂອງ​ສອງ​ກະ​ຊວງ​ໃນ​ລັດ​ຖະ​ບານ​ຂອງ​ທ່ານ​ນາງ ກໍ​ໄດ້​ອອກ​ສຽງ​ສະ​ໜັບ​ສະ​ໜຸນ​ຢ່າງ​ແຮງ ​ຕໍ່​ພວກ​ເດີນ​ຂະ​ບວນເຫລົ່າ​ນັ້ນ.

ພວກ​ເຈົ້າ​ໜ້າ​ທີ່​ໄຕ້​ຫວັນ ທີ່​ຕາມ​ປົກ​ກະ​ຕິ​ແລ້ວ ​ແມ່ນ​ຫລີກ​ລ້ຽງ​ທີ່​ຈະ​ເຂົ້າ​ຂ້າງ​ໃຜ ໃນ​ເລື້ອງ​ການ​ເມືອງ​ຢູ່​ຕ່າງ​ປະ​ເທດ, ໄດ້ໃຫ້​ການ​ສະ​ໜັບ​ສະ​ໜູນ​ແກ່​ເຫດ​ຜົນ​ຈຳ​ເປັນຂອງການ​ປະ​ທ້ວງ ​ທີ່​ຮ້ອງ​ໂຮ​ຄັດ​ຄ້ານການ​ຂະ​ຫຍາຍ​ການ​ປົກ​ຄອງ​ຂອງ​ຈີນ ນັ້ນ. ປັກ​ກິ່ງ​ໄດ້​ເຂົ້າ​ຄວບ​ຄຸມຮົງ​ກົງ​ໃນ​ປີ 1997 ແລະ​ຫວັງ​ວ່າ ມື້​ໃດ​ມື້​ນຶ່ງ​ ກໍຈະ​ປົກ​ຄອງ​ໄຕ້​ຫວັນ​ແບບ​ດຽວ​ກັນ, ຊຶ່ງ​ປະ​ເທດດັ່ງ​ກ່າວ​ເອີ້ນ​ວ່າ "ປະ​ເທດ​ດຽວ, ​ສອງ​ລະ​ບົບ" ນັ້ນ.

​ການ​ເດີນ​ຂະ​ບວນ​ໃຫຍ່ຢູ່​ຕາມ​ຖະ​ໜົນຕ່າງໆຂອງ ຮົງ​ກົງ ເພື່ອປະ​ທ້ວງ​ຕໍ່​ຮ່າງ​ກົດ​ໝາຍ ​ສົ່ງ​ຕົວຜູ້​ກະ​ທຳ​ຜິດ​ຂ້າມ​ແດນ ທີ່​ຈະ​ອະ​ນຸ​ຍາດ​ໃຫ້​ຜູ້​ຕ້ອງ​ສົງ​ໄສ ໃນ​ການກໍ່​ອາ​ຊະ​ຍາ​ກຳ ຖືກ​ສົ່ງ​ຕົວ​ໄປ​ດຳ​ເນີນ​ຄະ​ດີ​ຢູ່​ຈີນ​ແຜ່ນ​ດິນ​ໃຫຍ່, ວັນ​ທີ 13 ມິ​ຖຸ​ນາ, 2019

ພວກ​ເຈົ້າ​ໜ້າ​ທີ່​ໃນ​ນະ​ຄອນໄທ​ເປ ໄດ້​ກະໂດ​ດເຂົ້າ​ໄປ​ໃນການຜິດ​ຖຽງ​ຂອງ​ຮົງ​ກົງ ກໍ​ເພື່ອ​ສະ​ແດງ​ໃຫ້​ເຫັນວ່າ​ພວ​ກ​ຕົນເຫັນ​ພ້ອມ​ກັບ​ຄວາມ​ຮູ້​ສຶກຂອງ​ປວງ​ຊົນ ຢູ່​ໃນ​ປະ​ເທດ ​ທີ່ບໍ່ໄວ້​ໃຈ​ຈີນ, ໂດຍ​ສະ​ເພາະ ​ຢູ່​ໃນ​ໄລ​ຍະ​ກ່ອນ​ການ​ເລືອກ​ຕັ້ງ​ຕ່າງໆ ນີ້, ອີງ​ຕາມ​ຄຳ​ເຫນ​ຂອງ​ພວກວິ​ໄຈ​ເຫດ​ການ.

"ຂ້າ​ພະ​ເຈົ້າ​ຄິດ​ວ່າ ຄົນ​ໄຕ້​ຫວັນ ໂດຍບໍ່​ກ່ຽວກັບວ່າ ເຂົ້າ​ເຈົ້າຈະ​ຢູ່​ໃນ​ຄ້າຍ​ການ​ເມືອງ​ທີ່​ມີ​ສຽງ​ສ່ວນ​ຫລາຍ ຫລື​ສຽງ​ສ່ວນ​ໜ້ອຍ ລ້ວນ​ແຕ່​ນັບ​ມື້ ນັບຈະ​ມີ​ຄວາມ​ຮູ້​ສຶກບໍ່​ພໍ​ໃຈຕໍ່​ການ​ກະ​ທຳ​ຂອງ​ລັດ​ຖະ​ບານ​ຈີນ ທີ່​ອາດ​ຈະ​ຫັນ​ມາ​ໃສ່ໄຕ້​ຫວັນ," ອີງ​ຕາມ​ຄຳ​ເວົ້າ​ຂອງ​ທ່ານໄມ​ເຄິລ ຊາຍ (Michael Tsai), ປະ​ທານ​ສະ​ຖາ​ບັນສຶກ​ສາ​ດ້ານການ​ປ້ອງ​ກັນ​ຊາດ​ ແລະ​ຍຸດ​ທະ​ສາດຂອງໄຕ້​ຫວັນ ທີ່​ຕັ້ງຢູ່​ໃນ​ໄຕ້​ຫວັນ ນັ້ນ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG