ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ງົບປະມານອາດບໍ່ພຽງພໍ ສໍາລັບງານສະເຫລີມ ສະຫລອງວຽງຈັນ ຄົບຮອບ 450 ປີ


ກອງປະຊຸມກຽມການ ສໍາລັບການສະເຫລີມສະຫລອງ ການສະຖາປະນານະຄອນຫລວງວຽງຈັນ ຄົບຮອບ 450 ປີ.
ກອງປະຊຸມກຽມການ ສໍາລັບການສະເຫລີມສະຫລອງ ການສະຖາປະນານະຄອນຫລວງວຽງຈັນ ຄົບຮອບ 450 ປີ.

ຄະນະກໍາມະການຈັດງານສະເຫລີມສະຫລອງ ການສະຖາປະນານະຄອນວຽງຈັນ ຄົບຮອບ 450 ປີ ຍັງປະເຊີນກັບບັນຫາຂາດແຄນງົບປະມານ ຊງອາດຈະຕ້ອງໄດແກ້ບັນຫາດ້ວຍ ການອອກຫວຍພັດທະນາ.

ທ່ານສົມຫວັງ ເຄືອບສະພອນ ອະນຸກໍາມະການການເງິນ
ໃນງານສະຫລອງການສະຖາປະນານະຄອນຫລວງວຽງ
ຈັນ ຄົບຮອບ 450 ປີ ໄດ້ຖະແຫລງຍອມຮັບວ່າ ຄະນະ
ກໍາມະການຈັດງານຍັງປະເຊີນກັບບັນຫາຂາດແຄນທາງ
ດ້ານງົບປະມານຈົນເຖິງເວລານີ້ ເນື່ອງຈາກວ່າໃນໄລຍະ
ທີ່ຜ່ານມາ ໄດ້ຮັບການອະນຸມັດງົບປະມານຈາກລັດຖະ
ບານພຽງແຕ່ 15 ຕື້ກີບເທົ່ານັ້ນ. ໃນຂະນະທີ່ການປະຕິ
ບັດທີ່ເປັນຈິງ ຈໍາເປັນຈະຕ້ອງໃຊ້ຈ່າຍງົບປະມານຫລາຍ
ກວ່າເຖິງສອງເທົ່າຕົວ. ທັງນີ້ກໍເພາະວ່າການຈັດງານສະ
ເຫລີມສະຫລອງນະຄອນວຽງຈັນຄົບຮອບ 450 ທີ່ກໍາ
ນົດຈະມີຂຶ້ນ ໃນລະຫວ່າງວັນທີ່ 15-21 ເດືອນພະຈິກນີ້
ຈະມີທັງວຽກງານການສະແດງດ້ານສິນລະປະວັດທະນະ
ທໍາ ການປ້ອງກັນແລະການຮັກສາຄວາມສະຫງົບ ວຽກ
ງານພິທີການ ແລະສິ່ງອໍາ​ນວຍຄວາມສະດວກຕ່າງໆ ສໍາລັບຮອງຮັບຊາວຕ່າງຊາດ ຢ່າງຄົບຊຸດເປັນຕົ້ນ.

ທີ່ຖືວ່າພິເສດທີ່ສຸດ ສໍາລັບໃນສ່ວນຂອງການສະແດງນັ້ນ ກໍຄືການຈັດຂະບວນແຫ່ ທີ່
ຈະມີມວນຊົນ ຫລາຍກວ່າໝື່ນຄົນຈາກ 38 ພາກສ່ວນ ເຂົ້າຮ່ວມດ້ວຍໃນວັນທີ່ 19
ເດືອນພະຈິກ ທີ່ຖືເປັນພິທີເປີດຢ່າງເປັນທາງການ ຊຶ່ງຈະຈັດຂຶ້ນຢູ່ພາຍໃນສະໜາມກິລາ
ແຫ່ງໃໝ່ທີ່ຫລັກ 16 ຖະໜົນເລກ 13 ໃຕ້ ເຂດເມືອງໄຊທານີ ນະຄອນຫລວງວຽງຈັນ.
ນອກຈາກນັ້ນ ກໍຍັງຈະມີການຄົບງັນເປັນເວລາ 3 ມື້ 3 ຄືນຢູ່ເມືອງຫລວງພະບາງແລະ
ຈະຕໍ່ເນຶ່ອງ ດ້ວຍການຄົບງັນຢູ່ນະຄອນວຽງຈັນອີກເປັນເວລາ 7 ມື້ 7 ຄືນ ລວມທັງ
ການຈັດງານຕະຫລາດນັດຢູ່ທາດຫລວງ ສູນການຄ້າລາວ-ໄອເທັກ ແລະສະໜາມກີລາ
ແຫ່ງໃໝ່ອີກດ້ວຍ ຈຶ່ງເຮັດໃຫ້ຈໍາເປັນຕ້ອງຊອກຫາງົບປະມານເພີ່ມຂຶ້ນ ໂດຍພິທີການ
ນຶ່ງທີ່ຄະນະກໍາມະການ ໄດ້ສະເໜີຕໍ່ລັດຖະບານລາວໄປແລ້ວ ກໍຄືການອອກຫວຍພັດ ທະນາ ດັ່ງທີ່ທ່ານ ສົມຫວັງ ໄດ້ໃຫ້ການຊີ້ແຈງວ່າ:

“ຖ້າເພິ່ນອະນຸມັດໃຫ້ 450 ປີ ອອກຫວຍນີ້ກະແມ່ນທາງບໍລິສັດຫວຍຈະເອົາເງິນ
ໃຫ້ເຮົາ 15 ຕື້ກີບ ເປັນເງິນຊົດເຊີຍ ແຕ່ວ່າການອອກຫວຍນີ້ກະແມ່ນເພິ່ນຈະ
ອອກເດືອນລະສອງເທື່ອເ ປັນເວລາຫ້າປີ ເພາະວ່າເງິນ 15 ຕື້ກີບກະບໍ່ແມ່ນ
ໜ້ອຍ ແລ້ວເຂົາເຈົ້າກໍສິອອກໃຫ້ກ່ອນນີ້ໜະ ຄັນວ່າລັດຖະບານເພິ່ນອະນຸມັດ ກໍ
ຖືວ່າ ເຮົາກະສິໄດ້ 15 ຕື້ກີບມາຕື່ມອີກ ກໍຈະເຮັດໃຫ້ມີເງິນສົດເປັນ 30 ຕື້ກີບ ຫລະເນາະ.”

ນອກຈາກນີ້ ທາງການລາວກໍກໍາລັງເລັ່ງການກໍ່ສ້າງຮູບປັ້ນຂອງເຈົ້າອະນຸວົງທີ່ສູູງເຖິງ 8
ແມັດ ແລະຖ້າຫາກລວມແທ່ນຢືນດ້ວຍນັ້ນ ກໍຈະມີຄວາມສູງ ລວມເຖິງ 17 ແມັດ ຊຶ່ງ
ເປັນນຶ່ງໃນ 12 ໂຄງການ ທີ່ທາງການລາວໄດ້ວາງເອົາໄວ້ ໃນແຜນການສະເຫລີມສະ ຫລອງນະຄອນວຽງຈັນ ຄົບຮອບ 450 ປີ.

ສ່ວນບັນດາຄົນລາວໃນຕ່າງປະເທດທີ່ຕ້ອງການຈະເດີນທາງກັບໄປຢາມຍາດພີ່ນ້ອງໃນ
ໂອກາດດັ່ງກ່າວນີ້ ກໍສາມາດທີ່ຈະຍື່ນຄໍາຮ້ອງຂໍວິຊ່າຈາກສະຖານທູດແລະສະຖານກົງສຸນ
ຂອງລາວຢູ່ທີ່ຕ່າງປະເທດໄດ້ ໃນລະຫວ່າງວັນ ທີ່ 1-15 ເດືອນພະຈິກ ທັງຍັງສາມາດ
ທີ່ຈະຂໍວິຊ່າ ຈາກຫ້ອງການກວດຄົນເຂົ້າເມືອງຂອງລາວຢູ່ຕາມດ່ານຊາຍແດນຕ່າງໆໄດ້
ໃນລະຫວ່າງວັນທີ່ 15-21 ເດືອນພະຈິກ ໂດຍບໍ່ຕ້ອງເສຍຄ່າທໍານຽມແຕ່ຢ່າງໃດ.

XS
SM
MD
LG