ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ລາວເລີ່ມລົງມືກໍ່ສ້າງ ຮູບຫລໍ່ເຈົ້າອະນຸວົງ


ພາບສັນຍາລັກ ຂອງໂຄງການສະເຫລີມສະຫລອງຄົບຮອບ 450 ປີ ແຫ່ງວັນສ້າງຕັ້ງ ນະຄອນຫລວງວຽງຈັນ
ພາບສັນຍາລັກ ຂອງໂຄງການສະເຫລີມສະຫລອງຄົບຮອບ 450 ປີ ແຫ່ງວັນສ້າງຕັ້ງ ນະຄອນຫລວງວຽງຈັນ

ທາງ​ການ​ລາວ​ເລີ່​ມລົງມື​ກໍ່ສ້າງ​ຮູບ​ຫລໍ່​ເຈົ້າອະນຸວົງ​ໃຫ້​ສໍາ​ເລັດ ​ກ່ອນ​ການສະ​ເຫລີ​ມສະຫລວງ​ນະຄອນ​ວຽງ​ຈັນ 450 ປີ ​ແລະ​ໄດ້​ຍົກ​ເລີກ​ຂະ​ບວນ​ແຫ່​ຈາກ​ຫລວງ​ພະ​ບາງມາວຽງ​ຈັນ​ເພາະ​ຂາດ​ງົບປະມານ.

ທ່ານ ຈູມ​ມະ​ລີ ​ໄຊ​ຍະ​ສອນ ປະທານ​ປະ​ເທດ​ແລະ​ເລຂາ
ທິການ​ໃຫຍ່ ພັກ​ປະຊາຊົນ​ປະຕິວັດ​ລາວ ​ໄດ້​ເປັນ​ປະທານ
ໃນ​ພິທີ​ຖອກ​ທອງ​ຫລໍ່​ພະ​ສຽນ​ ຫລື​ສ່ວນ​ຫົວ​ຂອງ​ຮູບ​ປັ້ນ
ຫລືຮູບ​ຫລໍ່​ເຈົ້າອະນຸວົງ​ຢ່າງ​ເປັນ​ທາງ​ການ ​ເມື່ອ​ວັນ​ທີ່ 12
ເດືອນ​ຕຸລາ​ທີ່​ຜ່ານ​ມາ​ນີ້ ຊຶ່ງ​ກໍ​ເປັນການ​ປະກອບ​ພິທີ​ໃນ​ມື້​
ດຽວ​ກັນ​ກັບ​ການ​ລະນຶກ​ເຖິງ​ວັນ​ປະກາດ​ເອກ​ກະລາດ​ຂອງ​
ລາວ ຈາກ​ເຈົ້າອານາ​ນິຄົມ​ຝລັ່ງ​ເສດ​ຄົບຮອບ 65 ປີ ​ອີກ​ ດ້ວຍ.

ສາ​ເຫດ​ທີ່​ທາງ​ການ​ລາວ​ໄດ້ ຖື​ເອົາ​ວັນ​ດັ່ງກ່າວ​ນີ້​ເປັນ​ມື້​ປະ
ກອບ​ພິທີ​ຖອກ​ທອງ​ຫລໍ່​ພະສຽນ​ຂອງ​ຮູບ​ຫລໍ່​ເຈົ້າອະນຸວົງ
ກໍ​ຍ້ອນ​ຖື​ວ່າ​ວີລະ​ກໍາ​ຂອງເຈົ້າອະນຸ​ວົງ​ໃນ​ອະດີດນັ້ນ​ ກໍ​ຄືການ​ພະຍາຍາມ​ທີ່​ຈະຕໍ່ສູ້​ເພື່ອ​ຄວາມ
ເປັນ​ເອກ​ກະລາດ​ຂອງ​ຊາດ​ລາວ​ນັ້ນ​ເອງ ດັ່ງ​ທີ່ທ່ານບົວ​ເງິນ ຊາ​ພູ​ວົງ ລັດຖະມົນຕີ​ຊ່ວຍ​ວ່າ
ການ​ກະຊວງ​ຖະ​ແຫລ​ງຂ່າວ​ແລະ​ວັດທະນະ​ທໍາ ຊຶ່ງຮັບຜິດຊອບ​ວຽກງານ​ດ້ານ​ວັດທະນະ​ທໍາ
ໃນ​ການຈັດ​ງານ​ສະເຫລີ​ມສະຫລອງ​ການ​ສະຖາປະນາ​ນະຄອນ​ວຽງ​ຈັນ​ຄົບຮອບ 450 ປີ​ທີ່
ກໍານົດ​ຈະ​ມີ​ຂຶ້ນ​ໃນວັນ​ທີ່ 15-21 ພະຈິກ​ປີ​ນີ້ ໄດ້​ຖະ​ແຫລ​ງຊີ້​ແຈ​ງວ່າ:

“​ເພາະວ່າ​ເຈົ້າອະນຸວົງ​ແມ່ນ​ເປັນ​ວີລະ​ກະສັດ​ຜູ້​ນຶ່ງ​ທີ່​ມີ​ນໍ້າ​ໃຈ​ຮັກ​ຊາດ​ແພງ​ເຊື້ອ​ອັນ​
ໂດດເດັ່ນ​ຢູ່​ໃນ​ປະວັດ​ສາດ​ຂອງ ຊາດ​ພວກ​ເຮົາ ຄື​ພວກ​ເຮົາ​ໄດ້​ຮູ້​ວ່າ​ພວກ​ສັກດິນາ​
ຕ່າງ​ດ້າວ​ຜູ້​ລຸກ​ລານ​ຫລັງ​ຈາກ​ຍຶດຄອງ​ປະ​ເທດ​ຊາດ​ຂອງ​ພວກ​ເຮົາ​ແລ້ວ​ຍັງ​ໄດ້​ຈັດ
ເອົາ​ເພີ່ນ​ພ້ອມດ້ວຍ​ເຊື້ອ​ພະ​ວົງ​ຕ່າງໆ​ໄປ​ປະ​ເທດ​ຂອງ​ເຂົາ​ເຈົ້າ ​ແລ້ວກໍ​ໄດ້​ທຸບ​ຕີ​ທໍ
ລະມານ​ຫວັງ​ຈະເຮັດ​ໃຫ້​ເພິ່ນ​ຍອມ​ຈໍານົນ ຫລື​ວ່າ​ທໍລະ​ຍົດ​ຈາກ​ປະ​ເທດ​ຊາດ​ ປະ
ຊາຊົນ​ຂອງ​ຕົນ​ເອງແຕ່​ວ່າ​ເຈົ້າອະນຸວົງ ​ເພິ່ນ​ເດັດຂາດບໍ່​ຍອມ​ຈໍານົນ ​ແລະ​ໄດ້​ຕໍ່ສູ້​
ຈົນ​ເຖິງ​ລົມ​ຫາຍ​ໃຈບາດສຸດ​ທ້າຍ​ຂອງ​ເພິ່ນ”

ການ​ກໍ່ສ້າງ​ຮູບ​ຫລໍ່​ຂອງ​ເຈົ້າອະນຸ​ວົງ​ ຖື​ເປັນ 1 ​ໃນ​ທັງ​ໝົດ 21 ​ໂຄງການ​ທີ່​ທາງ​ການ​ລາວ
ໄດ້​ວາງ​ໄວ້​ ໃນ​ແຜນການສະ​ເຫລີ​ມສະ​ຫລອງ​ນະຄອນ​ວຽງ​ຈັນ​ຄົບຮອບ 450 ປີ ​ໂດຍ​ຮູບ
ຫລໍ່​ຈະ​ສູງ​ເຖິງ 8 ແມັດ ​ແລະ​ຖ້າ​ຫາກ​ລວມ​ແທ່ນ​ຢືນ​ດ້ວຍກໍ​ຈະ​ມີ​ຄວາມ​ສູງ​ລວມ​ເຖິງ 17
ແມັດ ຊຶ່ງ​ຖື​ວ່າ​ເປັນ​ຮູບ​ຫລໍ່​ທີ່​ສູງ​ທີ່​ສຸດ​ໃນ​ລາວ ທີ່​ຈະ​ຕ້ອງ​ໃຊ້ທອງ​ແດງ​ສໍາລັບ​ຫລໍ່​ຮູບ​ປັ້ນ
ຄິດ​ເປັນ​ນໍ້າໜັກ​ລວມ​ເຖິງ 8 ຕັນ ທີ່​ທາງ​ການ​ລາວ​ໄດ້​ຮັບ​ຄວາມ​ຊ່ວຍ​ເຫລືອ​ຈາກ​ບໍ​ລິສັດ
MMG ຜູ້​ລົງທຶນ​ຂຸດ​ຄົ້ນ​ຄໍາ​ແລະ​ທອງ​ແດງ​ຢູ່​ເຊໂປ​ນ​ ໃນ​ແຂວງ​ສະ​ຫວັນນະ​ເຂດ. ​ຮູບ​ຫລໍ່
ເຈົ້າອະນຸ​ວົງ​ຈະ​ປະດິດສະຖານ​ຢູ່​ສວນ​ເຈົ້າອະນຸວົງ​ ທີ່ຢູ່​ແຄມ​ນໍ້າຂອງ​ຕາມ​ສາຍ​ທາງ​ຟ້າ​ງຸ່ມ
ຊຶ່ງ​ຈະ​ຫັນພະ​ພັກ (ໜ້າ) ​ໄປ ທາງ​ເບື້ອງ​ນໍ້າຂອງ. ມາ​ເຖິງ​ເວລາ​ນີ້ ​ການ​ດໍາ​ເນີນ​ງານ​ ກໍົດ້
ຄືບ​ໜ້າໄປເປັນ​ສ່ວນ​ໃຫຍ່​ແລ້ວ ຈຶ່ງ​ເຊື່ອ​ວ່າ​ຈະ​ສໍາເລັດ​ທັນ​ການສະ​ເຫລີ​ມສະຫລອງ​ນະຄອນ​ ຫລວງວຽງ​ຈັນ 450 ປີ ຢ່າງ​ແນ່ນອນ.

ແຕ່​ຢ່າງ​ໃດ​ກໍ​ຕາມ​ສໍາລັບ​ໃນ​ສ່ວນ​ຂອງ​ການຈັດ​ຂະ​ບວນ​ແຫ່​ທີ່​ຈະ​ຕັ້ງ​ຕົ້ນ​ຂະ​ບວນທີ່​ຫລວງ​ພະ​ບາງ​ດ້ວຍ​ການ​ຄົບງັນ​ເປັນ​ເວລາ 3 ມື້ 3 ຄືນ ​ແລ້ວ​ຈຶ່ງ​ເຄຶ່ອນຂະ​ບວນ​ແຫ່​ທີ່​ປະກອບ​ດ້ວຍ​ຊ້າງ 9 ຕົວ ມາ 9 ຕົວ ​ແລະ​ກວຽນ 9 ​ເຫລ້ັມ​ ຈາກ​ຫລວງ​ພະ​ບາງ​ເລື້ອຍ​ລົງ​ມາ​ຕາມ​ສາຍ​ທາງ​ເລກ​ທີ່ 13 ຈົນ​ເຖິງ​ວຽງ​ຈັນ​ແລ້ວ​ຈຶ່ງ​ຈະ​ຕໍ່​ເນຶ່ອງດ້ວຍ​ການ​ຄົບງັນ​ເປັນ​ເວລາ 7 ມື້ 7 ຄືນ​ນັ້ນ ທາງ​ການ​ລາວ​ກໍ​ໄດ້​ປະກາດ​ຍົກ​ເລີກ​ໄປ​ແລ້ວ. ທັງ​ນີ້​ເນຶ່ອງຈາກ​ວ່າ​ມີ​ຂໍ້​ຈໍາກັດ​ທາງ​ດ້ານ​ງົບປະມານ​ ຫາກ​ແຕ່​ວ່າ​ສໍາລັບ​ໃນ​ສ່ວນ​ຂອງ​ການ​ຄົບງັນ​ເປັນ​ເວລາ 3 ມື້ 3 ຄືນ​ນັ້ນ​ ກໍ​ຍັງ ຄົງ​ໄວ້​ຄື​ເກົ່າ​ບໍ່​ປ່ຽນ​ແປງ ​ເຊັ່ນ​ດຽວ​ກັນ​ກັບ​ການ​ຄົບ​ງັນ​ເປັນ​ເວລາ 7 ມື້ 7 ຄືນ​ຢູ່​ນະ​ຄອນ ​ວຽງ​ຈັນ ຊຶ່ງ​ເປັນ​ໂອກາດ​ດຽວ​ກັນ​ກັບ​ບຸນ​ນະມັດສະການ​ພະທາດ​ຫລວງ​ ນັ້ນ​ເອງ.

ຢູ່ທາງໃນວັດ​ສີສະເກດ ທີ່ນະຄອນຫລວງວຽງຈັນ ມີພະພຸດທະຮູບ ວາງຢາຍຢູ່ຕາມກໍາແພງແບບນີ້ ຫລາຍສິບອົງ ຊຶ່ງຕ້ອງການການ ປະຕິສັງຂອນ ເພື່ອເຮັດໃຫ້ວັດສວຍງາມຂຶ້ນ.
ຢູ່ທາງໃນວັດ​ສີສະເກດ ທີ່ນະຄອນຫລວງວຽງຈັນ ມີພະພຸດທະຮູບ ວາງຢາຍຢູ່ຕາມກໍາແພງແບບນີ້ ຫລາຍສິບອົງ ຊຶ່ງຕ້ອງການການ ປະຕິສັງຂອນ ເພື່ອເຮັດໃຫ້ວັດສວຍງາມຂຶ້ນ.

ສ່ວນ​ໂຄງການ​ອື່ນໆ ທີ່​ເປັນ​ສ່ວນ​
ນຶ່ງ​ໃນ 21 ​ໂຄງການ​ທີ່​ສໍາຄັນ
ເຊັ່ນ​ດຽວ​ກັນ​ນັ້ນ ກໍ​ຄື​ການ​ປະຕິ
ສັງ​ຂອນ​ວັດ​ສີສະ​ເກດ ການ​ຂະ
ຫຍາຍ​ສະໜາມ​ພະທາດ​ຫລວງ
ການ​ພັດທະນາ​ຕະຫລາດ​ເຊົ້າ
ການ​ກໍ່ສ້າງ​ຖະໜົນ​ວຽງ​ຈັນ 450
ປີ ການ​ກໍ່ສ້າງ​ສໍານັກງານ​ປົກ
ຄອງ​ ແລະ​ສະພາ​ເຂດ​ນະຄອນ​
ວຽງ​ຈັນ ການວາງ​ຜັງ​ເມືອງ​ໃໝ່
ຂອງ​ວຽງ​ຈັນ ​ເພື່ອ​ຮອງ​ຮັບ​ການ​ພັດທະນາ​ໄປ​ສູ່​ຄວາມ​ທັນ​ສະໄໝ ການ​ພັດທະນາເຂດ​ເສດ​ຖະກິດ​ພິ​ເສດ​ຢູ່​ດົງ​ໂພ​ສີ ​ແລະ​ການ​ກໍ່ສ້າງ​ເຂຶ່ອນກັນ​ຕາ​ຝັ່ງ​ເຈຶ່ອນ​ໃນ​ແນວ​ແມ່​ນໍ້າຂອງ​ ຈາກ​ເກົ້າລ້ຽວ​ເຖິງ​ທາດ​ຂາວ ​ເປັນ​ຕົ້ນ.

XS
SM
MD
LG