ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ລົງຄະແນນສຽງໃນ 5 ລັດ ຈະປ່ອນບັດ ໃນການເລືອກຕັ້ງຂັ້ນຕົ້ນ ເພື່ອເລືອກເອົາຜູ້ຕາງໜ້າຂອງພັກ


ພະນັກງານສະຖານທີ່ເລືອກຕັ້ງ ໃສ່ອຸປະກອນປ້ອງກັນຕົນເອງ ປ່ອນບັດຄະແນນສຽງທີ່ຖືກສົ່ງທາງໄປສະນີໃສ່ກ່ອງໃຫ້ຜູ້ລົງຄະແນນສຽງຄົນນຶ່ງ. ເມືອງ ໄມອາມີ, ລັດ ຟລໍຣິດາ. 3 ສິງຫາ, 2020.
ພະນັກງານສະຖານທີ່ເລືອກຕັ້ງ ໃສ່ອຸປະກອນປ້ອງກັນຕົນເອງ ປ່ອນບັດຄະແນນສຽງທີ່ຖືກສົ່ງທາງໄປສະນີໃສ່ກ່ອງໃຫ້ຜູ້ລົງຄະແນນສຽງຄົນນຶ່ງ. ເມືອງ ໄມອາມີ, ລັດ ຟລໍຣິດາ. 3 ສິງຫາ, 2020.

ຫ້າລັດໃນ ສະຫະລັດ ຈະຈັດການເລືອກຕັ້ງຂັ້ນຕົ້ນໃນວັນອັງຄານມື້ນີ້, ດ້ວຍສະມາຊິກພັກຣີພັບບລີກັນຄົນນຶ່ງ ທີ່ຕໍ່ສູ້ເພື່ອບ່ອນນັ່ງໃນສະພາສູງຕາງໜ້າໃຫ້ລັດ ແຄນຊັສ ແມ່ນລວມຢູ່ໃນການແຂ່ງຂັນທີ່ສຳຄັນຕ່າງໆນັ້ນ.

ຜູ້ລົງແຂ່ງຂັນລວມທັງໝົດ 11 ຄົນແມ່ນຈະລົງແຂ່ງຂັນເພື່ອໂອກາດທີ່ຈະໄດ້ມີຊື່ຢູ່ໃນບັດລົງຄະແນນສຽງການເລືອກຕັ້ງທົ່ວໄປຂອງເດືອນພະຈິກນີ້ ໃນຂະນະທີ່ບັນດາຜູ້ລົງຄະແນນສຽງຈະທຳການເລືອກຂອງເຂົາເຈົ້າ ເພື່ອຕື່ມຕຳແໜ່ງທີ່ຫວ່າງຂອງສະມາຊິກສະພາສູງສັງກັດພັກຣີພັບບລີກັນ ທ່ານ ແພັດ ໂຣເບີດສ໌ ທີ່ໄດ້ອອກບຳນານໄປແລ້ວນັ້ນ.

ທ່ານ ໂຣເບີດສ໌ ໄດ້ຮັບຮອງສະມາຊິກສະພາຕໍ່າທ່ານ ໂຣເຈີ ມາຊອລ, ຜູ້ທີ່ຍັງໄດ້ຮັບການໜູນຫຼັງໂດຍຜູ້ນຳພັກຣີພັບບລີກັນຄົນອື່ນໆ. ອະດີດຫົວໜ້າການ ເລືອກຕັ້ງຂອງລັດ ແຄຊັສທ່ານ ຄຣິສ ໂຄແບັກ ແລະ ຜູ້ກໍ່ຕັ້ງບໍລິສັດລະບົບ ທໍ່ນໍ້າ ແລະ ແກັສໃນບ້ານ ທ່ານ ບອບ ຮາມິລຕັນ ແມ່ນຜູ້ແຂ່ງຂັນທີ່ຢູ່ໃນລະດັບສູງອີກຄົນນຶ່ງ. ທ່ານ ໂຄແບັກ ໄດ້ຜ່າຍແພ້ໃນການແຂ່ງຂັນເພື່ອເປັນຜູ້ປົກ ຄອງລັດ ແຄນຊັສ ໃນປີ 2018.

ຄັ້ງສຸດທ້າຍທີ່ຜູ້ລົງແຂ່ງຂັນເອົາຕຳແໜ່ງສັງກັດພັກຣີພັບບລີກັນ ໄດ້ຜ່າຍແພ້ໃນການເລືອກຕັ້ງສຳ ລັບບ່ອນນັ່ງໃນສະພາສູງ ເພື່ອເປັນຕົວແທນໃຫ້ລັດ ແຄນຊັສ ແມ່ນປີ 1932. ສະມາຊິກພັກຣີີພັບບລີກັນຜູ້ທີ່ໄດ້ຊະນະໃນວັນອັງຄານມື້ນີ້ ມີຄວາມເປັນໄປໄດ້ວ່າ ຈະເປັນຕົວເຕັງໃນເດືອນພະຈິກນີ້, ແຕ່ຜູ້ລົງແຂ່ງຂັນສັງກັດພັກເດໂມແຄຣັດ ທ່ານນາງ ບາບາຣາ ບອລລີເອີ ໄດ້ລະດົມເງິນໄດ້ຫຼາຍກວ່າ ສະມາຊິກພັກຣີພັບບລີກັນຄົນໃດໆ ແລະ ພັກຂອງທ່ານນາງແມ່ນກຳລັງທຳການຜັກດັນເພື່ອ ໄດ້ໃຫ້ຮັບສຽງສ່ວນຫຼາຍໃນສະພາສູງ.

ໃນການມຸ່ງໜ້າສູ້ວັນເລືອກຕັ້ງໃນເດືອນພະຈິກນັ້ນ, ສະມາຊິກຣີພັບບລີກັນ ຖືຄວາມໄດ້ປຽບໃນສະພາສູງ 53 ຕໍ່ 47 ສຽງ, ໃນຂະນະທີ່ພັກເດໂມແຄຣັດມີ ຄະແນນສຽງສ່ວນຫຼາຍໃນສະພາຕໍ່າ.

ໃນສະພາຕໍ່ານັ້ນ, ມັນມີການເລືອກຕັ້ງຂັ້ນຕົ້ນຂອງພັກຣີພັບບລີກັນໃນວັນອັງຄານມື້ນີ້ ສຳລັບສະ ພານິຕິບັນຍັດເຂດທີສອງໃນລັດ ແຄນຊັສ ດ້ວຍສະມາຊິກສະພາຕໍ່າຄົນປັດຈຸບັນ ທ່ານ ສຕີຟ ວັດກິນສ ຈະຕໍ່ສູ້ໃນການທ້າຊິງເອົາຕຳແໜ່ງຈາກ ເຈົ້າໜ້າທີ່ການເງິນຂອງລັດທ່ານ ເຈກ ລາເທີເນີ.

ທ່ານ ລາເທີເນີ ໄດ້ກ່າວ ກ່ຽວກັບ ຂໍ້ກ່າວຫາການລົງຄະແນນສຽງທີ່ມີຄວາມຜິດທາງອາຍາຕໍ່ທ່ານ ວັດກິນສ, ເຊິ່ງທ່ານ ວັດກິນສ໌ ໄດ້ປະຕິເສດ, ເຮັດໃຫ້ທ່ານມີຄວາມສ່ຽງທີ່ຈະສູນເສຍບ່ອນນັ່ງໃຫ້ພັກເດໂມແຄຣັດໃນເດືອນພະຈິກນີ້. ທ່ານ ວັດກິນສ໌ ໄດ້ໂຄສະນາຫາສຽງດັ່ງກັບນັກອານຸລັກນິຍົມທີ່ເດັດດ່ຽວ ຜູ້ທີ່ໄດ້ຮັບ ການໜູນຫຼັງຈາກປະທານາທິບໍດີ ດໍໂນລ ທຣຳ.

ໃນລັດ ມິຊິແກັນ, ຈຸດເພັ່ງເລັງຂອງວັນອັງຄານມື້ນີ້ຈະເປັນສະພານິຕິບັນຍັດ ເຂດທີ 13, ບ່ອນທີ່ສະມາຊິກສະພາຍິງທ່ານນາງ ຣາຊີດາ ຕະລາອິບ ແມ່ນກຳລັງປະເຊີນກັບການທ້າຊິງເອົາຕຳແໜ່ງ ໃນການເລືອກຕັ້ງຂັ້ນຕົ້ນຂອງພັກເດໂມ ແຄຣັດ ຈາກປະທານສະພາເມືອງ ດີທຣອຍດ໌ ທ່ານນາງ ເບຣັນດາ ໂຈນສ໌.

Five U.S. states are holding primary elections Tuesday, with a Republican battle for a Senate seat representing Kansas among the key races.

A total of 11 candidates are competing for the chance to be on the November general election ballot as voters make their pick to fill the seat of retiring Republican Senator Pat Roberts.

Roberts has endorsed Congressman Roger Marshall, who also has the backing of other Republican leaders. Former Kansas secretary of state Kris Kobach and plumbing company founder Bob Hamilton are the other top contenders. Kobach lost a 2018 bid to be the governor of Kansas.

The last time a Republican candidate lost an election for a Senate seat representing Kansas was 1932. The Republican who wins Tuesday will likely be favored in November, but Democratic candidate Barbara Bollier has raised more money thus far than any of the Republicans and her party is pushing to regain a majority in the Senate.

Heading into the November election day, Republicans hold a 53-47 Senate advantage, while Democrats have the majority in the House of Representatives.

In the House, there is a Republican primary Tuesday for the 2nd congressional district in Kansas with incumbent Congressman Steve Watkins battling a challenge from State Treasurer Jake LaTurner.

LaTurner has said felony illegal voting charges against Watkins, which Watkins denies, make him vulnerable to losing the seat to a Democrat in November. Watkins has campaigned as a staunch conservative who backs President Donald Trump.

In the state of Michigan, focus Tuesday will be on the 13th congressional district where Congresswoman Rashida Tlaib is facing a Democratic primary challenge from Detroit City Council president Brenda Jones.

XS
SM
MD
LG