ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ Tsvangirai ຈະບໍ່ຍອມຮັບ ຜົນການເລືອກຕັ້ງ ໃນມື້ ວັນພຸດແລ້ວ (ວີດີໂອ/ສະໄລດ໌)


ມີການນັບບັດຄະແນນສຽງ ຫຼັງຈາກປະຊາຊົນໄດ້ພາກັນໄປປ່ອນບັດ
ມີການນັບບັດຄະແນນສຽງ ຫຼັງຈາກປະຊາຊົນໄດ້ພາກັນໄປປ່ອນບັດ
ນາຍົກລັດຖະມົນຕີ Zimbabwe ທ່ານ Morgan Tsvangirai
ບໍ່​ໄດ້​ໃຫ້​ຄວາມ​ສຳຄັນ ​ຕໍ່​ຜົນການ​ເລືອກ​ຕັ້ງປະທານາ​ທິບໍດີ​ ໃນ​
ມື້ວັນ​ພຸດ​ຜ່ານ​ມາ ​ໂດຍ​ເວົ້າວ່າມີການ​ກ່າວ​ຫາ​ກ່ຽວ​ກັບ​ການເຮັດ​
ຜິດ​ກົດ​ລະບຽບ ເຮັດ​ໃຫ້ການ​ປ່ອນ​ບັດດັ່ງກ່າວ ​ເປັນ"ລະຄອນ​
ຕະລົກ”.


​ໃນ​ການ​ຖະ​ແຫຼງຕໍ່​ພວກ​ນັກ​ຂ່າວ​ໃນ​ວັນ​ພະຫັດ​ມື້ນີ້ ທ່ານ
Tsvangirai ໄດ້​ກ່າວ​ຢໍ້າ ຕໍ່​ການກ່າວ​ຫາ​ກ່ຽວ​ກັບ​ການ​ສໍ້​ໂກງ
​ຄະ​ແນນ​ສຽງ​ໂດຍ​ປະທານາທິບໍດີ Robert Mugabe ​ທີ່​ໄດ້​
ປະຕິ​ເສດ​ຕໍ່​ຂໍ້​ຫາ​ດັ່ງກ່າວ ​ແລະ​ພັນທະ​ມິດ​ຂອງ​ທ່ານ​ເວົ້າວ່າ ​ທ່ານ​ເປັນ​ຜູ້​ຊະນະ.



ຕາໜ່າງສະໜັບສະໜຸນ​ການ​ເລືອກ​ຕັ້ງຂອງ Zimbabwe ຊຶ່ງ​ມີ​ຄະ​ນະ​ສັງ​ເກດ​ການໃນ​ການ
ປ່ອນ​ບັດ​ຫຼາຍພັນ​ຄົນ​ໃນ​ທົ່ວ​ປະ​ເທດ ກໍ​ໄດ້​ສະ​ແດງ​ຄວາມ​ວິຕົກ​ກັງວົນ​ກ່ຽວກັບ​ການ​ເລືອກ​ຕັ້ງ
ຄື​ກັນ. ຮອງ​ປະທານ​ຂອງ​ກຸ່ມ​ດັ່ງກ່າວ ທ່ານນາງ Irene Peterson ກ່າວ​ໃນ​ວັນ​ພະຫັດ​ມື້ນີ້ ວ່າ
ຂັ້ນຕອນ​ໃນ​ການ​ປ່ອນ​ບັດ​ໄດ້​ດຳ​ເນີນ​ໄປ​ແບບ​ບໍ່​ຖືກຕ້ອງ ​ໂດຍ​ມີ​ຜູ້​ຄົນ​ເປັນ​ຈຳນວນ​ຫຼວງຫລາຍ​
ໄດ້​ຖືກ​ກີດຂວາງ​ບໍ່​ໃຫ້​ທຳ​ການ​ປ່ອນ​ບັດ. ທ່ານ​ນາງ​ກ່າວ​ກ່ຽວ​ກັບ​ເລື່ອງ​ນີ້ຕື່ມ​ວ່າ: “ສະພາບ​
ການ​ໂດຍ​ທົ່ວ​ໄປ​ ແລ້ວ​ແມ່ນ​ມີ​ຄວາມ​ສະຫງົບ​ແລະ​ສັນຕິ. ອີງ​ຕາມ​ລາຍ​ງານ​ຂອງ​
ພວກ​ສັງ​ເກດ​ການຂອງ​ພວກ​ເຮົາພົບ​ເຫັນ​ແລ້ວ ບໍ່​ວ່າ​ຜົນ​ຈະ​ເປັນ​ຈັ່ງ​ໃດ​ກໍ​ຕາມ
ຄວາມ​ໜ້າ ​ເຊື່ອ​ຖື​ໃນ​ການ​ປ່ອນ​ບັດ​ຂອງ​ປີ 2013 ນີ້ ​ແມ່ນ​ມີ​ການ​ເຮັດ​ຜິດ​ກົດ​
ລະບຽບ​ຢ່າງຮ້າຍ​ແຮງ ​ໂດຍ​ມີ​ການ​ດຳ​ເນີນ​ຄວາມພະຍາຍາມ​ຢ່າງ​ເປັນ​ລະບົບ​
ເພື່ອ​ບໍ່​ໃຫ້​ພວກ​ມີ​ສິດ ​ປ່ອນ​ບັດ​ໃນ​ເຂດ​ເທດສະບາ​ນ​ໄດ້ປ່ອນ​ບັດ ຫຼາຍ​ເຖິງ​ນຶ່ງ​ ລ້ານ​ຄົນ.”


ເຈົ້າໜ້າ ​ທີ່​ເລືອກ​ຕັ້ງຂອງ Zimbabwe ກ່າວ​ວ່າ ຕົນ​ຄາດ​ວ່າ​ຈະ​ປະກາດ​ຜົນ​ການ​ນັບ
​ບັດ​ຄະ​ແນນ​ສຽງ​ເປັນ​ບາງ​ສ່ວນ ​ໃນ​ວັນ​ພະຫັດ​ມື້ນີ້ ຈາກ​ການ​ເລືອກ​ຕັ້ງ ທີ່​ພວກ​ເຂົາ​ເຈົ້າ​
ເອີ້ນວ່າ “​ເສລີ​ແລະ​ຍຸຕິ​ທຳ” ນັ້ນ.

​ເຈົ້າໜ້າ​ທີ່​ເລືອກ​ຕັ້ງມີ​ເວລາ​ໄປ ຈົນ​ຮອດ​ວັນ​ຈັນ​ໜ້າ ​ເພື່ອ​ຈະ​ນຳ​ເຜີຍ​ແຜ່​ຜົ​ນການ​ເລືອກ​ຕັ້ງ​
ໂດຍ​ເຕັມ.

ZIMBABWE ELECTION SOTVO.mov
please wait

No media source currently available

0:00 0:00:50 0:00
XS
SM
MD
LG