ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຽງຈາກນັກສຶກສາລາວ: ທຶນການສຶກສາຕ່າງປະເທດໃນລາວ ເປັນໂອກາດສຳລັບທຸກໆຄົນ ຫຼື ໂອກາດທີ່ສາມາດຊື້ດ້ວຍເງິນ?


ບັນດານັກສຶກສາມະຫາວິທະຍາໄລແຫ່ງຊາດ ດົງໂດກ ກຳລັງລໍຖ້າເຂົ້າຫໍສະໝຸດ.
ບັນດານັກສຶກສາມະຫາວິທະຍາໄລແຫ່ງຊາດ ດົງໂດກ ກຳລັງລໍຖ້າເຂົ້າຫໍສະໝຸດ.

ຍັງມີນັກສຶກສາລາວຈຳນວນຫຼາຍໆຄົນທີ່ຂາດໂອກາດ ເເລະ ພຶ້ນຖານທາງດ້ານຖານະ ເເລະ ການເງິນ ຢາກສະໝັກເອົາທຶນການສຶກສາໄປຮຽນຕໍ່ຕ່າງປະເທດເພື່ອພັດທະນາຊີວິດຕົນເອງ ເເລະ ຄອບຄົວ ເເຕ່ຂາດໂອກາດຍ້ອນມີບຸກຄົນຈຳນວນຫນຶ່ງ ໃຊ້ເສັ້ນສາຍ ເເລະ ຈຳນວນເງິນທີ່ໃຊ້ຮັບຈ້າງເພື່ອໃຫ້ລູກຫຼານຂອງຕົນຕິດລາຍຊື່ໃນທຶນ.

ນັກສຶກສາລາວຜູ້ທີ່ສະໝັກເອົາທຶນຕ່າງປະເທດ ໂດຍສະເພາະທຶນຮັງກາຣີ ຫຼື ທຶນລັດຖະບານຮັງກາຣີ ຜູ້ມີຄວາມໃຝ່ຝັນຢາກຈະຮຽນຕໍ່ຕ່າງປະເທດຕ້ອງຝັນດັບສະຫຼາຍຍ້ອນການໃຊ້ເສັ້ນສາຍ ເເລະ ເງິນໃນການວ່າຈ້າງຄົນວົງໃນ ຫຼື ພະນັກງານລັດ ໃນກະຊວງສຶກສາທິການເເລະກິລາ ເພື່ອໃຫ້ລັດຖະບານລາວ ສະເໜີລາຍຊື່.

ໂດຍປົກກະຕິເເລ້ວ, ທຶນຮັງກາຣີ ຈະເປີດຮັບສະໝັກເອົານັກສຶກສາລາວ ໄປຮຽນຕ່າງປະເທດ ປີລະ 100-200 ຄົນ ໂດຍປະກອບດ້ວຍປະລິນຍາຕີ ຈົນ ຮອດ ປະລິນຍາເອກຜ່ານທຶນ Stipendium Hungaricum. ຍ້ອນຄວາມບໍ່ໂປ່ງໃສຂອງກະຊວງສຶກສາທິການເເລະກິລາ ໂດຍສະເພາະເເມ່ນກົມກິດຈະການນັກສຶກສາ (ສສກ) ທີ່ເຮັດວຽກຄັດເລືອກເອົານັກສຶກສາລາວ ໃນທົ່ວປະເທດ ເຮັດໃຫ້ນັກສຶກສາຜູ້ທີ່ມີຄວາມສາມາດບໍ່ສາມາດໄປຮຽນຕໍ່ໄດ້.

ຂັ້ນຕອນການສະໝັກທຶນຮັງກາຣີ ໃນປະເທດລາວ ເເມ່ນຈະດຳເນີນການໂດຍກະຊວງສຶກສາທິການເເລະກິລາ ເປັນຜູ້ເລືອກເອົານັກສຶກສາໂດຍບໍ່ໄດ້ຜ່ານການສອບເສັງ ຫຼືສຳພາດເເບບໃດໆ ຈຶ່ງເຮັດໃຫ້ມີຊ່ອງວ່າງການວ່າຈ້າງ ເເລະໃຊ້ເສັ້ນສາຍໃນການສະເໜີຊື່ນັກສຶກສາລາວ.

ບັນດານັກສຶກສາມະຫາວິທະຍາໄລ ກຳລັງພາກັນຮ່ຳຮຽນ ຢູ່ໃນຫ້ອງສະໝຸດ ທີ່ນະຄອນຫຼວງວຽງຈັນ.
ບັນດານັກສຶກສາມະຫາວິທະຍາໄລ ກຳລັງພາກັນຮ່ຳຮຽນ ຢູ່ໃນຫ້ອງສະໝຸດ ທີ່ນະຄອນຫຼວງວຽງຈັນ.

ນັກສຶກສາຈາກມະຫາວິທະຍາໄລເເຫ່ງຊາດ ອາຍຸ 23 ປີ ທີ່ມີຜົນການຮຽນດີ ໄດ້ໃຫ້ສຳພາດກັບຜູ້ສື່ຂ່າວວ່າ ກະຊວງສຶກສາທິການເເລະກິລາ ໄດ້ທຳລາຍອະນາຄົດ ເເລະ ຄວາມຕັ້ງໃຈຂອງລາວ ຍ້ອນວ່າ ກະຊ່ວງບໍ່ສະເຫນີລາຍຊື່ໃນສົກຮຽນປີ 2024 ເຊິ່ງລາວກ່າວວ່າ:

“ຂ້ອຍລະຜິດຫວັງກັບທຶນໂຕນີ້ເເຮງ. ກ່ອນຈະສະໝັກ, ຂ້ອຍກະກຽມໂຕຮຽນພາສາອັງກິດທັງສອບເສັງວັດລະດັບພາສາອັງກິດ, ປະກອບເອກະສານທຸກຢ່າງ ເເລ້ວຂຶ້ນມານະຄອນຫຼວງວຽງຈັນ ເພື່ອມາສະໝັກທຶນນີ້. ຂ້ອຍຮູ້ເເລ້ວວ່າ ເຂົາເຈົ້າບໍ່ເບິ່ງຂ້ອຍດອກຍ້ອນກະຊວງຖິ້ມໃບສະໝັກຂ້ອຍຕັ້ງເເຕ່ເອົາໄປໃຫ້ພຸ້ນເເຫລະ.”

ນັກສຶກສາລາວທີ່ບໍ່ຖືກຄັດເລືອກເເມ່ນບໍ່ສາມາດຕັ້ງຄຳຖາມກັບຜູ້ໃຫ້ທຶນ ເເລະ ລັດຖະບານລາວໄດ້ ຍ້ອນວ່າ ຖືກປະຕິດເສດດ້ວຍຂໍ້ຄວາມຈາກຜູ້ໃຫ້ທຶນວ່າ: “ຜູ້ນຳສົ່ງລາຍຊື່ນັກສຶກສາ (ຄື ກະຊວງສຶກສາ) ມີອຳນາດຕັດສິນໃຈ ເເລະ ວາງມາດຕະຖານຄັດເລືອກນັກສຶກສາ ໃນຂັ້ນຕອນທຳອິດ ເເລະ ເຈົ້າບໍ່ສາມາດທົບທວນການຕັດສິນໃຈໄດ້. ສະນັ້ນ, ໃຫ້ເຈົ້າເຂົ້າໃຈ ເເລະ ຍອມຮັບການຕັດສິນໃຈນີ້.”

ນັກສຶກສາຢູ່ຕ່າງແຂວງຜູ້ນຶ່ງ ກ່າວວ່າ:

“ເເບບນີ້ກະໄດ້ຫວາ? ຂ້ອຍບໍ່ຮູ້ຊ້ຳວ່າ ຂ້ອຍເຮັດຫຍັງຜິດຈຶ່ງບໍ່ໄດ້ທຶນໂຕນີ້. ຈຸດປະສົງຂອງທຶນໂຕນີ້ເເມ່ນຫຍັງ? ເອົາໃຫ້ເເຕ່ລູກເຈົ້າຫຼານນາຍບໍ? ຂ້ອຍມາເເຕ່ຕ່າງເເຂວງເປັນລູກຊາວໄຮ່ຊາວນາ ຊິບໍ່ໃຫ້ມີໂອກາດເລີຍບໍ?”

ນັກສຶກສາລາວຈາກມະຫາວິທະຍາໄລເເຫ່ງຊາດ ບ່ອນດຽວກັນກໍເວົ້າວ່າ ລາວບໍ່ຜ່ານການຄັດເລືອກ ໃນປີ 2022-2023 ຍ້ອນນັກສຶກສາທີ່ຖືກສະເໜີລາຍຊື່ ເເມ່ນຄົນມາຈາກນະຄອນຫຼວງວຽງຈັນທັງໝົດ.

ນັກສຶກສາອີກຜູ້ນຶ່ງ ກ່າວວ່າ:

“ເຈົ້າຄິດຫວາ…ວ່າຄົນນະຄອນຫຼວງວຽງຈັນຮຽນເກັ່ງກັນໝົດ. ນັກຮຽນຕ່າງເເຂວງເກືອບບໍ່ມີສິດໃນທຶນໂຕນີ້ເລີຍ! ການຄັດເລືອກບໍ່ຍຸຕິທຳເລີຍ ຍ້ອນບໍ່ມີການເສັງ ເເລະ ການສຳພາດຄັດເລືອກ. ກະຊວງມີເເຕ່ເລືອກເອົາຜູ້ທີ່ເຂົາຢາກເອົາ. ຂ້ອຍກະບໍ່ເເມ່ນລູກຜູ້ມີ ເເລະ ເສັ້ນສາຍກໍບໍ່ມີ ຊິເອົາຫຍັງໄປສູ້ເຂົາ.”

ເອກະສານລັບຂອງກະຊວງປີ 2022-2023, ເປີດເຜີຍລາຍຊື່ນັກສຶກສາລາວ ທີ່ຖືກຄັດເລືອກ ເເມ່ນປາກົດວ່າ ນັກສຶກສາເກືອບ 70% ເເມ່ນມາຈາກນະຄອນຫຼວງວຽງຈັນ. ໃນນັ້ນ ມີນັກສຶກສາທີ່ຖືກສະເໜີຊື່ຈາກກະຊວງກະສິກຳເເລະປ່າໄມ້ ເເລະ ຈາກທະນາຄານການຄ້າຕ່າງປະເທດລາວ.

ນັກສຶກສາຜູ້ນຶ່ງ ກ່າວວ່າ:

“ຖ້າກະຊວງຊິເລືອກເອົາເເຕ່ຄົນນະຄອນຫຼວງລະຊິປະກາດຮັບເອົານັກສຶກສາເຮັດຫຍັງ? ກະຊວງສຶກສາທິການເເລະກິລາ ແລະຜູ້ໃຫ້ທຶນກໍຄືລັດທະບານຮັງກາຣີ ຕ້ອງອອກມາເວົ້າກ່ຽວກັບເລື່ອງນີ້ດ່ວນ!”

ກະຊວງສຶກສາທິການເເລະກິລາ, ອົງການທີ່ໃຫ້ທຶນການສຶກສາ, ເເລະ ສະຖານທູດຮັງກາຣີ ໃນລາວ ບໍ່ຕອບຄຳຖາມ ຫຼັງຈາກທີ່ໄດ້ຮັບການຕິດຕໍ່ໄປ.

ນັກສຶກສາທີ່ເຄີຍໄດ້ທຶນຮັງກາຣີ 2 ຄົນ ໄດ້ໃຫ້ຂໍ້ມູນວ່າ ເຂົາເຈົ້າໄດ້ຍິນໝູ່ນັກສຶກສານຳກັນເວົ້າວ່າ ເຂົາເຈົ້າໄດ້ທຶນຍ້ອນມີພີ່ນ້ອງ ຫຼື ຄົນຮູ້ຈັກທີ່ເຮັດວຽກໃນກະຊວງ ເເລະ ສະຖານທູດຕ່າງໆ. ເຂົາເຈົ້າໄດ້ເວົ້າຕື່ມອີກວ່າ ບາງຄົນກໍບໍ່ໄດ້ຮຽນເກັ່ງ ຫຼືມີຄະເເນນໂດດເດັ່ນ ເເຕ່ໄດ້ຮັບການສະເໜີຊື່ໃຫ້ໄປສຶກສາຕໍ່ໃນປະເທດຮັງກາຣີ.

ອີກທຶນການສຶກສາຕ່າງປະເທດ ຢ່າງ JICA ກໍໃຫ້ການສະຫນັບສະຫນູນນັກສຶກສາລາວ ເເຕ່ສະເພາະພັກນັກງານລັດໃນການໄປສຶກສາຮຽນຕໍ່ ເຊິ່ງເເຕກຕ່າງຈາກທຶນການສຶກສາ Fullbright ທີ່ສະໜັບສະໜູນໃຫ້ນັກສຶກສາຈາກຫຼາຍໆເເຂວງ ເເລະ ສະຖານທີ່ມາສະມັກພ້ອມກັບມາດຕະຖານທີ່ເຂັ້ມງວດກວ່າ ທຶນຮັງກາຣີ ເເລະ ທຶນຈາກອົງການ JICA.

ຄວາມເຫຼື່ອມລ່ຳໃນການສຶກສາລາວ ສະເເດງໃຫ້ເຫັນວ່າ ປະເທດລາວຍັງມີອັດຕາການວ່າງງານຂອງໄວຫນຸ່ມລາວ ສູງເຖິງ 6.32% ເຊິ່ງສູງກວ່າຫຼາຍໆປະເທດບ້ານໃກ້ເຮືອນຄຽງຢ່າງປະເທດໄທ, ຫວຽດນາມ, ເເລະ ກຳປູເຈຍ ຈາກ ບົດລາຍງານຂອງທະນາຄານໂລກ (World Bank) ປີ 2022 ພ້ອມດຽວກັນນີ້ປະເທດລາວກໍຍັງປະເຊີນກັບບັນຫານັກສຶກສາລາວ ລາອອກຈາກໂຮງຮຽນ, ສະຖາບັນເຕັກນິກ, ເເລະມະຫາວິທະຍາໄລຕ່າງໆ ເປັນຈຳນວນຫຼວງຫຼາຍ ເຊິ່ງສ່ວນໜຶ່ງກໍຕັດສິນໃຈໄປເຮັດວຽກເປັນເເຮງງານຢູ່ຕ່າງປະເທດ ເຊິ່ງນຳມາສູ່ບັນຫາການຂາດເເຮງໃນຂະເເໜງຕ່າງໆພາຍໃນປະເທດ.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG