ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໑ ພຶດສະພາ ໒໐໒໔

ວີໂອເອ ຈັດກອງປະຊຸມ ເຊື່ອມຕໍ່ລັດ ມີນິໂຊຕາ ກັບ ນະຄອນຫຼວງ ໂມກາດີຊູ


ພິທີກອນ (ຂວາ) ແລະ ຜູ້ເຂົ້າຮ່ວມກອງປະຊຸມທີ່ສາລາກາງ
ເມືອງ ຈັດໂດຍ ວີໂອເອ ພາສາ ໂຊມາເລຍ ທີ່ເຊື່ອມຕໍ່ລະຫວ່າງ
ນະຄອນຫຼວງ Mogadishu ກັບລັດ Minnesota ຖືໄມໃຫ້
ຜູ້ຊັກຖາມ ຈາກການຖ່າຍທອດທາງ Facebook.
ພິທີກອນ (ຂວາ) ແລະ ຜູ້ເຂົ້າຮ່ວມກອງປະຊຸມທີ່ສາລາກາງ ເມືອງ ຈັດໂດຍ ວີໂອເອ ພາສາ ໂຊມາເລຍ ທີ່ເຊື່ອມຕໍ່ລະຫວ່າງ ນະຄອນຫຼວງ Mogadishu ກັບລັດ Minnesota ຖືໄມໃຫ້ ຜູ້ຊັກຖາມ ຈາກການຖ່າຍທອດທາງ Facebook.

ປະທານາທິບໍດີຂອງ ໂຊມາເລຍ ທ່ານ Hassan Sheikh Mohamoud ໄດ້ຕອບຫຼາຍຄຳ ຖາມ ກ່ຽວກັບ ລັດທິກໍ່ການຮ້າຍ ແລະ ຊາວໂຊມາເລຍ ທີ່ອາໄສຢູ່ນອກປະເທດ ໃນສາລາ ກາງເມືອງ ຈັດໂດຍ ວີໂອເອ ພະແນກພາສາ ໂຊມາເລຍ. ລາຍການດັ່ງກ່າວແມ່ນຄັ້ງທຳ ອິດທີ່ໄດ້ມີການຕິດຕໍ່ ລະຫວ່າງ ນະຄອນຫຼວງ Mogadishu ຂອງ ໂຊມາເລຍ, ກັບເມືອງ Saint Paul ໃນລັດ Minnesota ທີ່ເປັນບ່ອນອາໄສຢູ່ສ່ວນໃຫຍ່ຂອງຊຸມຊົນຄົນ ໂຊມາ ເລຍ ທີ່ໃຫຍ່ທີ່ສຸດໃນ ສະຫະລັດ.

ສະຖານທີ່ທັງສອງ ໄດ້ຕ້ອນຮັບຝູງປະຊາຊົນຊາວໜຸ່ມ ໂຊມາເລຍ ຈຳນວນຫຼາຍ ຜູ້ທີ່ໄດ້ ຖາມຄຳຖາມຕໍ່ທ່ານປະທານາທິບໍດີ ກ່ຽວກັບ ລັດທິກໍ່ການຮ້າຍ, ການບໍ່ມີວຽກເຮັດງານທຳ ແລະ ການສຶກສາ.

ເມື່ອໄດ້ຖືກຖາມກ່ຽວກັບວ່າ ນະໂຍບາຍຂອງລັດຖະບານໄດ້ລົ້ມແຫຼວທີ່ຈະປົກປ້ອງປະຊາ ຊົນ ໂຊມາເລຍ ຫຼືບໍ່, ທ່ານປະທານາທິບໍດີໄດ້ຕອບຢ່າງແຂງຂັນວ່າ ບໍ່. ໂດຍອ້າງການໂຈມ ຕີກໍ່ການຮ້າຍຫຼາຍຄັ້ງໃນທົ່ວໂລກ ເພື່ອພິສູດວ່າຄວາມຮຸນແຮງດັ່ງກ່າວ ສາມາດເກີດຂຶ້ນ ໄດ້ທຸກຫົນແຫ່ງ.

ທ່ານໄດ້ກ່າວວ່າ “ຂ້າພະເຈົ້າບໍ່ເຊື່ອວ່ານະໂຍບາຍຂອງພວກເຮົາໄດ້ຮັບຄວາມລົ້ມ ແຫຼວ," ໂດຍອ້າງອີງໃສ່ “ລະດັບຄວາມບໍ່ປອດໄພທີ່ເກີນປົກກະຕິ” ໃນທົ່ວໂລກ.

ປະທານາທິບໍດີ ໂຊມາເລຍ ທ່ານ Hassan Sheikh Mohamoud ບອກໄວລຸ້ນ ສະຫະລັດ ວ່າ ເຈົ້າຍັງສາມາດເດີນທາງກັບໄປ Mogadishu ແລະ ມັນກໍຈະບໍ່ມີຫຍັງເກີດຂຶ້ນກັບເຈົ້າດອກ."
ປະທານາທິບໍດີ ໂຊມາເລຍ ທ່ານ Hassan Sheikh Mohamoud ບອກໄວລຸ້ນ ສະຫະລັດ ວ່າ ເຈົ້າຍັງສາມາດເດີນທາງກັບໄປ Mogadishu ແລະ ມັນກໍຈະບໍ່ມີຫຍັງເກີດຂຶ້ນກັບເຈົ້າດອກ."

ທ່ານໄດ້ກ່າວວ່າ “ສິ່ງຕ່າງໆທີ່ກຳລັງເກີດຂຶ້ນໃນ Mogadishu ໄດ້ເກີດຂຶ້ນໃນນະຄອນ ຫຼວງ ປາຣີ, ເທີກີ ແລະ ຕົວເມືອງທີ່ສຳຄັນແຫ່ງຕ່າງໆຢູ່ໃນໂລກ. ພວກເຮົາໄດ້ເຮັດດີ ທີ່ສຸດແລ້ວ.”

ຜູ້ທີ່ອາໄສຢູ່ໃນນະຄອນ Minneapolis ຄົນໜຶ່ງທ້າວ Ayduruus Ahmed Abdirahman ເປັນໄວລຸ້ນທີ່ກຳລັງຈະເຂົ້າຮຽນໜັ້ງສືຊັ້ນມໍປາຍໃນລະດູໃບໄມ້ລົ່ນນີ້ ໄດ້ ຖາມທ່ານປະທານາທິບໍດີເປັນພາສາ ອັງກິດ ກ່ຽວກັບ ວິທີທີ່ທ່ານຈະເຮັດໃຫ້ປະເທດມີ ຄວາມປອດໄພກວ່າເກົ່າ ດັ່ງນັ້ນເດັກນ້ອຍເຊັ່ນລາວເອງ ຈຶ່ງຈະສາມາດເດີນທາງກັບຄືນສູ່ ບ້ານເກີດ ຂອງພໍ່ແມ່ຂອງລາວ ເພື່ອໄປຢ້ຽມຢາມພັກຜ່ອນ.

ທ້າວ Ahmed ໄດ້ກ່າວວ່າ “ພວກເຮົາເມື່ອຍທີ່ຈະເດີນທາງໄປທ່ຽວລັດ Ohio ແລະ ນະ ຄອນ Seatle ໃນເມື່ອພວກເຮົາມີຫຼາຍເມືອງທີ່ສວຍງາມໃນປະເທດຂອງພວກເຮົາ, ແຕ່ ພວກເຮົາໄດ້ຍິນກ່ຽວກັບ ສິ່ງຕ່າງໆຖືກລະເບີດຢູ່ຫັ້ນທຸກໆມື້, ທ່ານຈະສາມາດຊັກ ຈູງ ພໍ່ແມ່ຂອງພວກເຮົາທີ່ຢາກພາພວກເຮົາກັບໄປຢ້ຽມຢາມບ້ານ ທີ່ຄວາມປອດໄພ ຍັງເຮັດ ໃຫ້ມີຄວາມເປັນຫ່ວງຢູ່ໄດ້ແນວໃດ."

ຄຳຖາມຂອງເດັກຊາຍຄົນດັ່ງກ່າວໄດ້ຮັບສຽງຕົບມືຢ່າງດັ່ງ, ແລະ ທ່ານປະທານາທິບໍດີ ໄດ້ຕອບວ່າ ເຖິງແມ່ນວ່າປະເທດຈະປະເຊີນໜ້າກັບຄວາມບໍ່ປອດໄພ ແລະ ກຳລັງຕໍ່ສູ່ໃນ ສົງຄາມກັບພວກກໍ່ການຮ້າຍກໍຕາມ, “ເຈົ້າຍັງສາມາດເດີນທາງກັບໄປ Mogadishu ແລະ ມັນກໍຈະບໍ່ມີຫຍັງເກີດຂຶ້ນກັບເຈົ້າດອກ."

Somalia's president Hassan Sheikh Mohamoud answered questions about terrorism and the Somali diaspora in a townhall hosted by VOA's Somali service. The program is the first of its kind to connect Mogadishu, the capital city of Somalia, with Saint Paul City, in Minnesota, home to the largest Somali community in the United States.

Both venues hosted crowds of Somali youth who asked the president questions on extremism, unemployment and education.

When asked whether the government's policies have failed to protect Somalis, the president staunchly said no - citing terrorist attacks around the world to prove that such violence can happen anywhere.

"I do not believe that our policy has failed," he said, referencing "an extraordinary level of insecurity" around the world.

"Things that are happening in Mogadishu happen in Paris, Turkey, and other major cities in the world...we did our best," he said.

One Minneapolis resident, Ayduruus Ahmed Abdirahman, a teenager starting highschool this fall, asked the president in English how he would make the country safer so that kids such as himself would be able to return to his parents' homeland for vacations.

"We're tired of going to Ohio or Seattle for vacations when we have so many beautiful cities back home, but we hear about things blowing up there every day," Ahmed said. "How can you convince our parents that want to bring us home for vacations that safety isn't a concern?"

The boy's question was met with applause, and the president answered that though the country faces insecurity and is at war with terrorists, "you can come back to Mogadishu - nothing will happen to you."

XS
SM
MD
LG