ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຄອບຄົວທ່ານວຽງແກ້ວ ເຂົ້າໄປຕັ້ງຖິ່ນຖານ ຢູ່ເຂດເມືອງໄຮເດັນເບີກ ປະເທດເຢຍຣະມັນ ໃນປີ 1979


ຮູບຄອບຄົວຂອງທ່ານວຽງແກ້ວ ວົງປຣະເສີດ ແລະພັນລະຍາ ຍານາງກອງມີ ທີ່ເຂົ້າໄປຕັ້ງຖິ່ນຖານ ໃນເຂດເມືອງໄຮເດັນເບີກ ປະເທດເຢຍຣະມັນ
ຮູບຄອບຄົວຂອງທ່ານວຽງແກ້ວ ວົງປຣະເສີດ ແລະພັນລະຍາ ຍານາງກອງມີ ທີ່ເຂົ້າໄປຕັ້ງຖິ່ນຖານ ໃນເຂດເມືອງໄຮເດັນເບີກ ປະເທດເຢຍຣະມັນ

ໃນລາຍ​ການຊຸມຊົນລາວໃນທະວີບອາເມຣິກາ ຊຶ່ງເປັນລາຍການໃໝ່ຂອງວີ​ໂອ​ເອພາກພາສາລາວ ທີ່ຈະນຳເອົາ ຊີວິດການເປັນຢູ່ ຂອງຄົນເຊື້ອສາຍລາວຕາມເມືອງແລະລັດຕ່າງໆໃນທົ່ວທະວີບອາເມຣິກາມາລົມສູ່ທ່ານຟັງ ແຕ່ໃນແລງແລງວັນອາທິດມື້ນີ້ ເຮົາ​ຈະ​ພາ​ທ່ານ​ໄປ​ພົບກັບຄົນລາວຜູ້ນຶ່ງ ຢູ່ໃນເຂດເມືອງໄຮເດັນເບີກ ປະເທດເຢຍຣະມັນ. ໄພສານ ມີລາຍງານເລື້ອງນີ້ມາສະ​ເໜີ​ທ່ານ ໃນອັນດັບຕໍ່ໄປ.


ທ່ານວຽງແກ້ວ ວົງປຣະເສີດແລະຄອບຄົວ ໄດ້ອົບພະຍົບໄປຢູ່ທີ່ສູນໜອງຄາຍ ປະເທດໄທ ໃນທ້າຍປີ 1979​. ພວກທ່ານໄດ້ໃຊ້ເວລາຢູ່ທີ່ນັ້ນ ຊົ່ວໄລຍະນຶ່ງ ກ່ອນຈະເດີນທາງໄປຕັ້ງຖິ່ນຖານ ຢູ່ປະເທດເຢຍຣະມັນ. ທ່ານວຽງແກ້ວເວົ້າສູ່ຟັງກ່ຽວກັບເລື້ອງນີ້ວ່າ:


ໄຮເດັນເບີກ ເປັນເມືອງມະຫາວິທະຍາໄລການແພດ ທີ່ມີຊື່ສຽງຂອງເຢຍຣະມັນ ໃນລັດບາເດັນ-ວຸດເທັມເບີກ ຕັ້ງຢູ່ແຄມແມ່ນ້ຳແນັກກາ ໃນພາກຕາເວັນຕົກສຽງໃຕ້ຂອງປະເທດເຢຍຣະມັນ ແລະຫ່າງຈາກນະຄອນແຟຣັງເຟີດ ໄປທາງທິດໃຕ້ປະມານ 80 ຫຼັກກິໂລແມັດ.

ທ່ານວຽງແກ້ວ ແລະພັນລະຍາ ພ້ອມກັບລູກຊາຍ 3 ຄົນ ແລະລູກສາວຄົນນຶ່ງ
ທ່ານວຽງແກ້ວ ແລະພັນລະຍາ ພ້ອມກັບລູກຊາຍ 3 ຄົນ ແລະລູກສາວຄົນນຶ່ງ

ທ່ານວຽງແກ້ວກ່າວວ່າ ນະໂຍບາຍຮັບເອົາອົບພະຍົບຂອງເຢຍຣະມັນນັ້ນ ທຳອິດເຂົາເຈົ້າຈະເອົາ ພວກທີ່ເຮັດວຽກນຳສະຖານທູດ ສອງມາແມ່ນພວກທີ່ເຄີຍໄປຮຽນຢູ່ປະເທດເຢຍຣະມັນແລະພວກນັກສຶກສາຊຶ່ງສ່ວນນຶ່ງແມ່ນພວກນັກສຶກສາເຕັກນິກລາວ-ເຢຍຣະມັນ. ສຳລັບທ່ານວຽງແກ້ວນັ້ນ ທ່ານເວົ້າວ່າ ທ່ານຖືກຮັບເອົາພາຍໃຕ້ໂຄງການທ້ອນໂຮມຄອບຄົວ. ທ່ານກ່າວກ່ຽວກັບເລື້ອງນີ້ວ່າ:


ທ່ານວຽງແກ້ວກ່າວວ່າ ເຫດຜົນສ່ວນນຶ່ງທີ່ທ່ານໄດ້ເຂົ້າໄປຕັ້ງຖິ່ນຖານຢູ່ໃກ້ໆກັບພວກພີ່ນ້ອງທີ່ເດີນທາງໄປກ່ອນກໍເພາະວ່າ ເວລາທ່ານມາຮອດປະເທດເຢຍຣະມັນນັ້ນ ທ່ານບໍ່ຮູ້ຈັກພາສາເຢຍຣະມັນແມ່ນແຕ່ໜ້ອຍດຽວ ລັດຖະບານເຢຍຣະມັນເຂົາເຈົ້າກໍມອງເຫັນຈຸດດັ່ງກ່າວ ໂດຍສົ່ງເສີມໃຫ້ໄປຢູ່ໃກ້ໆກັບຍາດພີ່ນ້ອງທີ່ມາກ່ອນແລ້ວ. ທ່ານວຽງແກ້ວກ່າວວ່າ ທ່ານມີຄອບຄົວແລ້ວ ພັນລະຍາຊື່ກອງມີ ເວລາທ່ານຂ້າມໄປຢູ່ສູນອົບພະຍົບໜອງຄາຍ ຊຶ່ງໃນເວລານັ້ນທ່ານມີລູກສາວອາຍຸ 2 ປີ.

ທ່ານວຽງແກ້ວ ແລະພັນລະຍາ ຍານາງກອງມີ
ທ່ານວຽງແກ້ວ ແລະພັນລະຍາ ຍານາງກອງມີ

ທ່ານວຽງແກ້ວກ່າວວ່າ ພວກທີ່ເຂົ້າໄປຕັ້ງຖິ່ນຖານຢູ່ເຢຍຣະມັນນັ້ນ ສ່ວນໃຫຍ່ແລ້ວແມ່ນບໍ່ຄືປະເທດອື່ນຈະມີອາຍຸລະຫວ່າງ 20 ຫາ 40 ປີ ດັ່ງນັ້ນຈຶ່ງມີໂອກາດທີ່ຈະໄປຮ່ຳຮຽນຕໍ່ ບາງຄົນກໍໄປຮຽນເອົາອາຊີບ ດ້ວຍເຫດນີ້ ຄົນລາວຢູ່ທີ່ປະເທດເຢຍຣະມັນຈຶ່ງເປັນພວກທີ່ມີອາຊີບວຽກການໝັ້ນຄົງເຮັດຢູ່ຕາມໂຮງຈັກໂຮງງານ ທ່ານເວົ້າວ່າ ແມ່ຍິງກໍບໍ່ຕ່າງຫຍັງກັບພວກຜູ້ຊາຍ ສ່ວນໜ້ອຍຈະໄດ້ໄປເຮັດວຽກຢູ່ຮ້ານອາຫານ ຖ້າໄປເຮັດສ່ວນຫຼາຍກໍແມ່ນເປັນເຈົ້າຂອງ. ສຳລັບທ່ານເອງນັ້ນ ທ່ານວຽງແກ້ວເວົ້າສູ່ຟັງກ່ຽວກັບອາຊີບວຽກການຂອງທ່ານວ່າ:

ລິງໂດຍກົງ


ກ່ຽວກັບເລື້ອງຄ່າຈ້າງຫຼືເງິນດ້າມເງິນເດືອນນັ້ນ ທ່ານວຽງແກ້ວເລົ່າສູ່ຟັງວ່າ ອາຊີບທີ່ທ່ານເຮັດນັ້ນ ກໍດີສົມຄວນ ພໍຢູ່ພໍກິນ. ສຳລັບເລື້ອງວັດເລື້ອງວານັ້ນ ທ່ານວຽງແກ້ວກ່າວວ່າ ຢູ່ໃນເຂດໄຮເດັນເບີກມີວັດພຸດທະສາສະໜາຫຼາຍໆແຫ່ງ ແຕ່ວັດລາວ ມີຢູ່ພຽງແຫ່ງດຽວເທົ່ານັ້ນຊື່ວັດສີບຸນເຮືອງ. ໃນເລື້ອງເຮັດບຸນເຮັດທານນັ້ນ ທ່ານວຽງແກ້ວກ່າວວ່າ:

ລິງໂດຍກົງ


ຕໍ່ຄຳຖາມທີ່ວ່າ ຢູ່ເຢຍຣະມັນມີຊຸມຊົນລາວຢູ່ຫຼາຍປານໃດນັ້ນ ທ່ານວຽງແກ້ວກ່າວວ່າ ເຖິງແມ່ນຈະບໍ່ໄດ້ມີໂຕເລກທີ່ຄັກແນ່ ແຕ່ກໍກະປະມານກັນວ່າ ມີຢູ່ໃນ ລະຫວ່າງສາມພັນຄົນ. ທ່ານກ່າວກ່ຽວກັບເລື້ອງນີ້ວ່າ:

ທ່ານວຽງແກ້ວ ແລະພັນລະຍາ ຍານາງກອງມີ
ທ່ານວຽງແກ້ວ ແລະພັນລະຍາ ຍານາງກອງມີ

ທ່ານວຽງແກ້ວບັນລະຍາຍສູ່ຟັງວ່າ ປະເທດເຢຍຣະມັນ ເປັນປະເທດທີ່ຖືກສ້າງຂຶ້ນໃໝ່ ຫຼັງສົງຄາມໂລກຄັ້ງທີ 2 ແຕ່ກໍມີລັກສະນະພິເສດ ຂອງມັນເອງ ທ່ານໃຫ້ການຊີ້ແຈງວ່າ:


ທ່ານວຽງແກ້ວກ່າວສະຫລຸບວ່າ ຂໍ້ມູນຕ່າງໆທີ່ທ່ານນຳມາສະເໜີນັ້ນ ອາດເປັນຂໍ້ມູນທີ່ບໍ່ແມ່ນຫລ້າສຸດ ແຕ່ກໍເປັນຂໍ້ມູນທີ່ພວກທ່ານເຄີຍເກັບກຳໄວ້. ທ່ານກ່າວກ່ຽວກັບເລື້ອງນີ້ວ່າ:


ເຂດໄຮເດັນເບີກນີ້ ເປັນເຂດທີ່ມີຄົນເຢຍຣະມັນເຊື້ອສາຍລາວ ອາໄສຢູ່ປະມານ 300 ຄົນ.

ທີ່ທ່ານຫາກໍໄດ້ຮັບຟັງຜ່ານໄປນັ້ນ ແມ່ນ​ລາຍ​ການຊຸມຊົນລາວ ໃນ ເຂດເມືອງໄຮເດັນເບີກ ປະເທດເຢຍຣະມັນ. ເຊີນພົບກັບລາຍການຊຸມຊົນລາວ ຂອງເຮົາໄດ້ອີກ ໃນວັນອາທິດໜ້າ ເວລາດຽວກັນນີ້.

XS
SM
MD
LG