ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ສຳພາດ ຍານາງອະໂນມາ ຕຸລາກຸນ ນັກກົດໝາຍ ເຢຍຣະມັນ ເຊື້ອສາຍລາວ


ຍານາງອະໂນມາ ຕຸລາກຸນ ສະຕີເຢຍຣະມັນເຊື້ອສາຍລາວ ຄົນ ທຳອິດ ທີ່ໄດ້ເປັນນັກກົດໝາຍທຸລະກິດການຄ້າ.
ຍານາງອະໂນມາ ຕຸລາກຸນ ສະຕີເຢຍຣະມັນເຊື້ອສາຍລາວ ຄົນ ທຳອິດ ທີ່ໄດ້ເປັນນັກກົດໝາຍທຸລະກິດການຄ້າ.

ໃນລາຍການຊີວິດຊາວລາວຂອງ ວີໂອເອ ມື້ນີ້ ເຮົາຈະສະເໜີການສຳພາດ ກັບຍານາງ ອະໂນມາ ຕຸລາກຸນ ທະນາຍຄວາມເຢຍຣະມັນເຊື້ອສາຍລາວ. ນາງໄດ້ຕິດຕາມຄອບຄົວ ເຂົ້າໄປຕັ້ງຖິ່ນຖານ ຢູ່ໃນປະເທດເຢຍຣະມັນ ໃນ ກາງປີ 1970. ເວລານັ້ນ ອະໂນມາ ມີ ອາຍຸໄດ້ສີ່ປີ ນາງໄດ້ເຕີບໃຫຍ່ໄດ້ຮັບ ການສຶກສາຢູ່ໃນລະບົບຂອງເຢຍຣະມັນ ປາກເວົ້າ ພາສາເຢຍຣະມັນໄດ້ຢ່າງ ຄອງແຄ້ວ ນອກນັ້ນຍັງບໍ່ລືມພາສາລາວ ແລະຮູ້ຈັກຂະນົບທຳນຽມວັດທະນະ ທຳລາວໄດ້ເປັນຢ່າງດີ. ສ່ວນວ່າຄວາມເປັນມາຂອງ ອະໂນມາ ເປັນຢ່າງໃດນັ້ນ ກິ່ງສະຫວັນ ຈະນຳເອົາມາສະເໜີທ່ານໃນອັນດັບຕໍ່ໄປ.

ສະບາຍດີທ່ານຜູ້ຟັງທີ່ເຄົາລົບ ໃນລາຍການຊີວິດຊາວລາວຂອງ ວີໂອເອ ມື້ນີ້ຂ້າພະເຈົ້າ ຈະນຳພາທ່ານໄປຢ້ຽມຢາມປະເທດເຢຍຣະມັນ ເພື່ອຖາມຂ່າວ ລູກຫລານເຢຍຣະມັນ ເຊື້ອສາຍລາວ ຍານາງອະໂນມາ ຕຸລາກຸນ ທະນາຍ ຄວາມການຄ້າທຸລະກິດເຢຍຣະມັນ ນາງເປັນລູກສາວທີ່ໜ້າຮັກຂອງ ທ່ານຄຳ ແກ້ວ ຂ້າຣາດຊະການແຫ່ງອະດີດພະລາຊາອານະຈັກລາວ ແລະຍານາງຂຶງໝໍ້ ຕຸລາກຸນ. ໃນປີ 1979 ອະ​ໂນມາ ມີອາຍຸໄດ້ພຽງແຕ່ສີ່ປີ ​ໄດ້ຕິດຕາມຄອບຄົວ ພ້ອມດ້ວຍບັນດາຊາວອົບພະຍົບລາວຫລາຍພັນຄົນ ເຂົ້າມາຕັ້ງຖິ່ນຖານ ຢູ່ໃນ ປະເທດເຢຍຣະມັນ. ຊາວອົບພະຍົບລາວເຫລົ່ານີ້ ກໍບໍ່ແຕກຕ່າງຫຽັງ​ໄປຈາກ ພວກ ອົບພະຍົບຊາດອຶ່ນໆທົ່ວໂລກ ເຂົາເຈົ້າຕ້ອງໄດ້ເລີ້ມຕັ້ງຕົ້ນຊີວິດໃໝ່ ຈາກສູນຕ້ອງໄດ້ ຮຽນຮູ້ພາສາ ວັດທະນາທໍາ ​ແລະສິ່ງແວດລ້ອມໃໝ່ຕ່າງໆ.

ສິ່ງສຳຄັນທີ່​ສຸດນັ້ນກໍຄືເຂົາເຈົ້າໄດ້ ຮັບສິດເສລີພາບຫລາຍໆຢ່າງເຊັນວ່າ ການປະກອບ ວິຊາອາຊີບ ໂດຍສະເພາະຢ່າງຍິ່ງ ແມ່ນ​ໄດ້​ຮັບການສຶກສາ​ເທົ່າ​ທ່ຽມກັນ ​ກັບ​ປະຊາຊົນ​ເຢຍຣະມັນທົ່ວໄປ.​ ​ໂອກາດ​ດັ່ງ​ກ່າວ​ໄດ້ເປີດ​ໃຫ້​ແກ່​ທຸກ​ຄົນ ພຽງ​ແຕ່​ຜູ້​ຊອກ​ສະ​ແຫວ​ງຫາ ​ມີ​ມານະ​ອົດທົນ​ເທົ່າ​ນັ້ນຈ່ຶງຈະ​ປະສົບກັບ​ຜົນສຳ​ເລັດໄດ້. ອະ​ໂນ​ມາ ​ແມ່ນຜູ້ນຶ່ງຢູ່ໃນບັນດາ ລູກຫລານເຊື້ອສາຍລາວ ທີ່ເກີດໃຫຍ່ຢູ່ນອກປະເທດ ​ແລະ​ເປັນ​ແມ່ຍິງເຢຍຣະມັນເຊື້ອ ສາຍລາວ​ຄົນທຳ​ອິດ ​ແລະ​ຄົນ​ດຽວ​ໃນ​ປັດຈຸບັນ ​ທີ່​ເປັນ​ທະນາຍຄວາ​ມ​ການ​ຄ້າ.

ໃນປີ 1979 ເວລາ​ ອະໂນມາ ​ມາ​ເຖິງ​ປະ​ເທດ​ເຢຍຣະມັນ ນາງມີອາຍຸໄດ້ພຽງ ແຕ່ສີ່ປີ ເລີ້ມຕົ້ນເຂົ້າໂຮງຮຽນອະນຸບານ ​ແລະເຂົ້າຮຽນໃນຫລັກສູດເປັນພາສາ ເຢຍຣະມັນມາຕະຫລອດ​. ​ແນ່ນອນ ອະໂນມາ ສາມາດປາກພາສາເຢຍຣະ ມັນໄດ້ຢ່າງ​ຫລ່ຽນ​ໄຫລ ​ພ້ອມ​ດ້ວຍ​ພາສາ​ອັງກິດ ແລະ​ຍັງ​ສາ​ມາດ​ປາກເວົ້າພາສາ​ລາວ ​ໄດ້​ຢ່າງ​ຄ່ອງ​ແຄ້ວ ​ເພາະວ່າ ອະ​ໂນ​ມາ ​ໄດ້​ຖືກ​ລ້ຽງ​ດູ​ພາຍ​ໃຕ້​ການ​ເບິ່ງ​ແຍງ​ແນະ ນຳ ຂອງ​ພໍ່​ແມ່​ຜູ້​ປົກຄອງ ທີ່​ສິດສອນ​ໃຫ້​ຮູ້ຈັກ​ຄະ​ນົບທຳນຽມ ​ແລະ​ການ​ໃຊ້​ພາສາ​ລາວ​ໃຫ້​ເປັນ​ທີ​ເໝາະ​ສົ​ມ. ປັດຈຸບັນ​ນີ້ ອະໂນ​ມາ ຕັ້ງ​ຖິ່ນ​ຖານ​ຢູ່​ເມືອງ Duesseldors ຫ່າງ​ຈາກ​ນະຄອນ ຫລວງ Berlin ​350 ກິ​ໂລ​ແມັດ ຊຶ່ງ ອະ​ໂນມາ ໄດ້ກ່າວຕໍ່ ວີໂອເອ ດັ່ງນີ້

ອະໂນມາ ແລະພໍ່ ທ່ານຄຳແກ້ວ.
ອະໂນມາ ແລະພໍ່ ທ່ານຄຳແກ້ວ.

ລິງໂດຍກົງ

ອະ​ໂນ​ມາ ​ໄດ້ເລີ້ິມການ​ສຶກສາຈາກ​ຊັ້ນ​ອະນຸບານ ​ຜ່ານ​ຂັ້ນ​ຕອນ​ຕ່າງໆ​ຈົນສຳ​ເລັດ​ດ້ານ​ກົດໝາຍ​ຈາກ ມະຫາ​ວິທະຍາ​ໄລ Hamburg ​ໃນປີ 2006 ປະ​ເທດ​ເຢຣະມັນ​ຊຶ່ງ​ອະໂນມາ​ໄດ້​ເລົ່າ​ສູ່ ວີ​ໂອ​ເອ ​ຟັງ​ວ່າ:

ອະໂນມາ ທີ່ປະເທດເຢຍຣະມັນ
ອະໂນມາ ທີ່ປະເທດເຢຍຣະມັນ

ປະ​ເທດ​ເຢຍຣະມັນ ​ຮວມຢູ່​ໃນບັນດາ​ປະ​ເທດມະຫາ​ອຳນາດ ​ໂດຍ​ສະ​ເພາະ​ທາງ​ດ້ານເສດ​ຖະກິດ. ນອກຈາກ​ນັ້ນແລ້ວ ຊາວເຢຍຣະມັນ ຍັງ​ເປັນ​ຄົນເອື້ອ​ເຟຶ້ອ​ເພື່ອ​ແຜ່ ​ເປີດ​ອ້ອມ​ແຂນ​ຮັບເອົາ​ອົບ​ພະ​ຍົບຈາກ​ທົ່ວ​ໂລກ​. ຊາວ​ເຢຍຣະມັນ ​ໄດ້​ໃຫ້​ກຽດ​ແກ່​ອົບ​ພະ​ຍົບລາວ​ເປັນ​ຢ່າງ​ດີ ​ເຂົາ​ເຈົ້າ​ເຫັນ​ຄົນ​ລາວ​ວ່າ​ເປັນ​ຄົນ​ດຸ​ໝັ່ນ ອົດ​ທົນ ​ແລະອ່ອນນ້ອມ ​ທີ່​ແຕກ​ຕ່າງ​ໄປຈາກອົບ​ພະຍົບທີ່​ມາ​ຈາກ​ປະ​ເທດ​ອຶ່ນໆ ຊຶ່ງອະ​ໂນມາ ​ໄດ້​ໃຫ້​ຂໍ້​ຄິດ​ເຫັນ​ດັ່ງ​ນີ້

ອະໂນມາ ແມ່ຍານາງຂຶງໝໍ້ ແລະພໍ່ ທ່ານຄຳແກ້ວ
ອະໂນມາ ແມ່ຍານາງຂຶງໝໍ້ ແລະພໍ່ ທ່ານຄຳແກ້ວ

ລິງໂດຍກົງ

ປັດຈຸບັນ​ນີ້ ອະໂນ​ມາ ມີ​ອາຍຸ​ໄດ້ 41 ປີ ​ເປັນ​ນັກ​ກົດໝາຍ ​ມີ​ຄູ່​ໝັ້ນ​ເປັນຊາວ​ເຢຍຣະມັນ ຊຶ່ງ​ເປັນ​ນັກ​ວິຊາ​ການ​ດ້ານລາຍ​ລະອຽດ​ຂໍ້​ມຸນ ຫລື Information Technology. ​ໃນ​ສາຍຕາ​ຂອງ​ປະ​ເພ​ນີລາວແລ້ວ ຫລາຍໆ​ທ່ານ​ອາດ​ເວົ້າ​ວ່າ ​ເປັນ​ຫຍັງ​ບໍ່​ສ້າງ​ຄອບຄົວ ມີ​ລູກ​ມີ​ເຕົ້າ. ​ແຕ່​ນັ້ນ​ບໍ່​ແມ່ນ​ແນວ​ຄິດ​ຂອງສັງຄົມຊີວິດ ສະ​ໄໝ​ໃໝ່ ​ແລະຂອງ​ນັກວິຊາການທັງ​ສອງ​ທ່ານນີ້. ​ເຂົາ​ເຈົ້າຕ້ອງເນັ້ນ​ໜັກ​ໃສ່​ໜ້າທີ່ວຽກການ​ເປັນ​ເລື້ອງສຳຄັນ. ການ​ທີ່​ຈະ​ຕັດສິນໃຈ​ເອົາ​ລູກ ​ແລະລ້ຽງ​ລູກ​ຢູ່ໃນຕ່າງປະ​ເທດນັ້ນມີ​ລາຄາແພງ ​ແລະ​ມີຄວາມ​ຮັບຜິດຊອບ​ສູງຊຶ່ງ ອະໂນ​ມາ ​ໄດ້​ກ່າວ​ເຖິງຄວາມ​ຮູ້ສຶກທາງດ້ານ​ສ່ວນ​ຕົວກ່ຽວ​ກັບ​ເລື້ອງ​ນີ້​ວ່າ :​

ອະໂນມາ ແລະຄູ່ໝັ້ນ
ອະໂນມາ ແລະຄູ່ໝັ້ນ

ລິງໂດຍກົງ

ປະຊາກອນ​ຂອງ​ບັນດາ​ປະ​ເທດ​ພັດທະນາ ພາກັນ​ເຮັດ​ວຽກ​ໜັກ ​ແລະ​ໃຊ້ຊິວິດຢ່າງ​ມວນ​ຊື່ນ​ໃນ​ເວ​ລາ​ພັກ​ຜ່ອນ ​ໂດຍ​ສະ​ເພາະ​ພາ​ກັນ​ເດີນທາງ​ໄປ​ທ່ຽວໃນ​ແຕ່ລະ​ປີ ​ແລະ​ນີ້ເປັນກຳ​ໄລ​ຊີວິດ​. ອະໂນ​ມາ ​ໄດ້​ກ່າວ​ມ້ວນທ້າຍ​ຂອງ​ການ​ເດີນທາງໄປ​ທ່ຽວ​ປະ​ຈຳປີສູ່​ຟັງ​ວ່າ

ຄະນະ​ຈັດ​ທຳ​ລາຍການ​ຂອງ ວີ​ໂອ​ເອ ພາກ​ພາສາ​ລາວ ຂໍ​ສະ​ແດງ​ຄວາມຂອບ​ໃຈ​ເປັນ​ຢ່າງ​ສູງ​ມາ​ຍັງ ອະ​ໂນ​ມາ ຕຸລາ​ກຸນ ທີ່​ໄດ້ແບ່ງປັນ​ຊີວິດ​ການ​ເປັນ​ຢູ່ ​ແລະ​ຜົນສຳ​ເລັດ​ຂອງພີ່ນ້ອງ ເຢຍຣະ​ມັນ​ເຊື້​ອສາຍ​ລາວ​ ຢູ່​ໃນ​ຕ່າງ​ແດນໃຫ້ພວກ ເຮົາໄດ້ຮຽນຮູ້ນຳ.

XS
SM
MD
LG