ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ວີໂອເອລາວ ສຳພາດ ທ່ານນາງ ສຸຣິຕ້າ ພະລັດສຸດາ ພານຸສິດ ພູນສິລິ ໃນລາຍການ ຊຸມຊົນລາວ ໃນອາເມຣິກາ


ທ່ານນາງ ສຸຣິຕ້າ ພະລັດສຸດາ  ພານຸສິດ ພູນສິລິ.
ທ່ານນາງ ສຸຣິຕ້າ ພະລັດສຸດາ  ພານຸສິດ ພູນສິລິ.

ລາຍການຊຸມຊົນ ລາວ ໃນທະວີບອາເມຣິກາ ຂອງວີໂອເອພາກພາສາລາວ ສຳລັບແລງວັນອາທິດມື້ນີ້, ພວກເຮົາຈະນຳສະເໜີການສຳພາດກັບ ທ່ານນາງ ສຸຣິຕ້າ ພະລັດສຸດາ ພານຸສິດ ພູນສິລິ ຄົນອາເມຣິກັນ ເຊື້ອສາຍລາວ ທີ່ອາໄສຢູ່ນະຄອນ ແຊນດີເອໂກ ລັດ ຄາລິຟໍເນຍ, ເຊິ່ງມື້ນີ້ລາວຈະມາເວົ້າສູ່ຟັງ ກ່ຽວກັບ ໂຄງການຕ່າງໆທີ່ລາວກຳລັງເຮັດກັບຊຸມຊົນລາວໃນເມືອງດັ່ງກ່າວ. ຂໍເຊີນທ່ານໄປຟັງການສຳພາດກັບ ພຸດທະສອນ ໃນອັນດັບຕໍ່ໄປ.


ທ່ານນາງ ສຸຣິຕ້າ ໄດ້ອົບພະຍົບມາ ສະຫະລັດ ກັບຄອບຄົວຕັ້ງແຕ່ຕອນຍັງ ນ້ອຍ ແລະ ໄດ້ອາໄສຢູ່ລັດຄາລິຟໍເນຍ ຕັ້ງແຕ່ມາຮອດທຳອິດຈົນເຖິງດຽວນີ້.

ປັດຈຸບັນນີ້ທ່ານນາງ ສຸຣິຕ້າ ມີອາຍຸ 35 ປີ ແລະ ໄດ້ແຕ່ງງານກັບຄົນ ອາເມຣິກັນ ເມື່ອປີ 2019 ທີ່ຜ່ານມາ. ດຽວນີ້ລາວກຳລັງຖືພາລູກຊາຍໄດ້ 6 ເດືອນ.

ເຖິງແມ່ນໄດ້ໜີອອກຈາກປະເທດ ລາວ ຕັ້ງແຕ່ຕອນຍັງນ້ອຍໆ, ທ່ານນາງ ສຸຣິຕ້າ ກໍມີຍັງຄວາມຜູກພັນທີ່ໃກ້ຊິດກັບວັດທະນະທຳ ລາວ ແລະ ຄວາມເປັນ ລາວຫຼາຍ, ທ່ານນາງໄດ້ເຮັດໂຄງການຕ່າງໆທີ່ຊ່ວຍສົ່ງເສີມຄົນ ລາວ, ແລະ ສັງຄົມ ລາວ ຢູ່ໃນ ລັດຄາລິຟໍເນຍ.

ກ່ອນຈະມາເຮັດໂຄງການໃຫ້ກັບຊຸມຊົນລາວໃນເມືອງ ແຊນດີເອໂກ, ທ່ານນາງ ສຸຣິຕ້າ ໄດ້ເຮັດວຽກຫຼາຍຢ່າງ, ເຊິ່ງລາວກ່າວວ່າ “ຂ້ານ້ອຍເຮັດວຽກຫຼາຍ, ທຳອິດຂ້ານ້ອຍເຮັດວຽກຢູ່ບໍລິສັດກົດ ໝາຍ ແລ້ວຈາກນັ້ນຂ້ານ້ອຍເລີ່ມເຮັດການຕະຫຼາດໃຫ້ບໍລິສັດ Fortune 500. ຂ້ານ້ອຍຈັດກອງປະຊຸມໃຫ້ບໍລິສັດ ກູເກີລ, ເວີຣາຍຊອນ ແລະ ຈັດງານລ້ຽງໃຫ້ບໍລິສັດຕ່າງໆໃນ ແຊນດີເອໂກ ແລະ ລອສ ແອນເຈີລິສ. ແລະ ງານຄອນເສີດ, ງານການກຸສົນຫຼາຍໆງານ ແລະ ບໍ່ດົນມານີ້ຂ້ານ້ອຍໄດ້ເຮັດວຽກອິດສະຫຼະອີກ, ຂ້ານ້ອຍເຮັດໃຫ້ອົງການທີ່ບໍ່ຂຶ້ນກັບລັດຖະບານ, ຂ້ານ້ອຍກໍຍັງເຮັດວິດີໂອເພງ, ສາລະຄະດີ, ພາກສຽງ ແລະ ອື່ນໆ.”

ເມື່ອບໍ່ດົນມານີ້ ທ່ານນາງ ສຸຣິຕ້າ ໄດ້ເປີດເວັບໄຊ້ຂາຍເຄື່ອງອອນໄລນ, ເຊິ່ງ ລາວຈະຂາຍສິ່ງຂອງທີ່ເຮັດຈາກປະເທດ ລາວ, ເຊັ່ນສິ້ນໄໝ, ແລະ ຜ້າໄໝຕ່າງໆ. ເພາະວ່າແມ່ຂອງທ່ານນາງ ສຸຣິຕ້າ ກໍໄດ້ຂາຍສິ້ນໄໝມາກ່ອນ. ລາວ ເວົ້າວ່າ ຄົນລາວຢູ່ແຊນດີເອໂກ ແລະ ສະຫະລັດ ໂດຍລວມມັກນຸ່ງສິ້ນໄໝ ລາວ ແລະ ເຄື່ອງນຸ່ງຂອງປະຈຳຊາດລາວໄປງານຕ່າງໆຫຼາຍ. ເວັບໄຊ້ຂອງ ລາວຊື່ວ່າ Lao Collective.

ໂພສເຕີຮູບເງົາຂອງຮູບເງົາ Come Undone ທີ່ທ່ານນາງ ສຸຣິຕ້າ ໄດ້ຮ່ວມຜະລິດ.
ໂພສເຕີຮູບເງົາຂອງຮູບເງົາ Come Undone ທີ່ທ່ານນາງ ສຸຣິຕ້າ ໄດ້ຮ່ວມຜະລິດ.


ໃນຊ່ວງເກີດໂຣກລະບາດນີ້, ທ່ານນາງ ສຸຣິຕ້າ ໄດ້ພະຍາຍາມເຮັດສາລະຄະດີໃຫ້ສະມາຄົມ ລາວ ແຊນດີເອໂກ, ເຊິ່ງ ລາວເວົ້າວ່າ “ເມື່ອບໍ່ດົນມານີ້ LAOSD, ມັນແມ່ນອົງການການສຶກສາລະດັບສູງທີ່ໄດ້ເລີ່ມຂຶ້ນ ພ້ອມດ້ວຍບັນດາຜູ້ນຳຊຸມຊົນລາວຂະໜາດໃຫຍ່ຢູ່ທີ່ນີ້ໃນເມືອງ ແຊນດີເອໂກ. ສິ່ງທີ່ເຮົາ ໄດ້ເຮັດແມ່ນເອົາທຸກອົງການຈັດຕັ້ງມາ ແລະ ສ້າງມັນເປັນກຸ່ມລວມດາລາ. ແລະ ພວກເຮົາໄດ້ເຂົ້າຮ່ວມໃນເຫດການເພື່ອຜັກດັນກົດໝາຍນິຕິບັນຍັດໃຫ້ ລວມເອົາປະຫວັດສາດລາວເຂົ້າໃນປື້ມແບບຮຽນ. ເພາະວ່າມັນມີຮ່າງກົດໝາຍທີ່ຖືກຮັບຜ່ານທີ່ຈະນຳສະເໜີສົງຄາມ ຫວຽດນາມ ແຕ່ເຂົາ ເຈົ້າບໍ່ໄດ້ລວມເອົາ ລາວ ແລະ ການມີສ່ວນຮ່ວມຂອງພວກເຮົາ ເຊິ່ງພວກເຮົາຄິດວ່າມັນຜິດຢ່າງ ສິ້ນເຊີງ. ເພາະປະເທດຂອງພວກເຮົາມີສ່ວນຮ່ວມຢ່າງຫຼວງຫຼາຍ ແລະ ຖ້າເຈົ້າຢາກເລົ່າເລື່ອງປະ ຫວັດສາດແທ້ໆຂອງສົງຄາມ ຫວຽດນາມ ເຈົ້າຕ້ອງລວມເອົາລາວເຂົ້ານຳ. ແລະ ພວກເຮົາໄດ້ກຳ ລັງໃຈຢ່າງ ຫຼວງຫຼາຍຈາກນັ້ນ, ພວກເຮົາ ໄດ້ຖືກລາຍງານຢູ່ໂທລະພາບ NBC, ໜັງສືພິມ LA Times ແລະ ໜັງສືພິມ San Diego Union Tribune. ຂ້ານ້ອຍບໍ່ ຢາກເວົ້າ ກ່ຽວກັບ ສາລະ ຄະດີ ນັ້ນຫຼາຍປານໃດ ເພາະວ່າຂ້ານ້ອຍຢາກໃຫ້ຄົນ ເບິ່ງ. ມັນອະທິບາຍເສັ້ນທາງ ຕ່າງໆທີ່ເຮົາຕ້ອງຜ່ານຜ່າ. ຈາກຕອນເລີ່ມຕົ້ນ ຂອງການຍົກຍ້າຍຖິ່ນຖານມາ ອາເມຣິກາ ຫຼື ປະສົບການອົບ ພະຍົບ ມາເຖິງ ການອາໄສຢູ່ໃນຖານະເປັນຄົນ ອາເມຣິກັນເຊື້ອສາຍລາວ. ການຖືກເມີນເສີຍ ຫຼືຄົນລາວບໍ່ທັນເປັນທີ່ຮູ້ຈັກເທື່ອ. ມາເຖິງຄົນສົ່ງເສີມຄົນລາວ ແລະ ການສ້າງ ໂລກຂອງພວກເຮົາຢູ່ທີ່ນີ້ ສະຖານ ທີ່ຂອງພວກເຮົາຢູ່ ອາເມຣິກາ. ແລະ ການສົນທະນາທົ່ວໄປກັບຄົນລຸ້ນໃໝ່ ແລະ ເຂົາ ເຈົ້າມີຄວາມສົນໃຈຫຼາຍປານໃດ ໃນວັດທະນະທຳລາວ ແລະ ມໍລະ ດົກ. ແລະ ເຂົາເຈົ້າມີແຜນຈະເຮັດຫຍັງ ເພື່ອຮັກສາວັດທະນະທຳຂອງເຮົາໃຫ້ ສືບຕໍ່ໄປ. ແລະ ນັ້ນແມ່ນກ່ຽວກັບ ສາລະຄະດີ ແລະ ມັນຄົງຈະເປັນວຽກທີ່ສຳ ຄັນທີ່ສຸດທີ່ຂ້ານ້ອຍໄດ້ເຮັດ ເຖິງດຽວນີ້.”

ການຜັກດັນກົດໝາຍນິຕິບັນຍັດໃຫ້ລວມເອົາປະຫວັດສາດລາວເຂົ້າໃນປື້ມ ແບບ ຮຽນແມ່ນໄດ້ຖືກປະຕິເສດ ໂດຍຜູ້ປົກຄອງລັດ ໃນປີທີ່ຜ່ານມາ ແຕ່ເມື່ອເກີດບັນ ຫາການແບ່ງແຍກເຊື້ອຊາດຜິວພັນ ແລະ ການໂຈມຕີ ຄົນເອເຊຍຈຳນວນຫຼາຍ ນັ້ນ ລັດ ຄາລິຟໍເນຍ ກໍໄດ້ຮັບຮອງເອົາຮ່າງກົດ ໝາຍດັ່ງກ່າວ.

ໜັງສືພິມ LA Times ລາຍງານ ກ່ຽວກັບ ໂຄງການຂອງທ່ານນາງ ສຸຣິຕ້າ.
ໜັງສືພິມ LA Times ລາຍງານ ກ່ຽວກັບ ໂຄງການຂອງທ່ານນາງ ສຸຣິຕ້າ.


"ຄົນດັ້ງເດີມທີ່ໄດ້ຂຽນຮ່າງກົດໝາຍນັ້ນ ດຣ. ເຊີລີ ເວັບເບີ, ເຊິ່ງທ່ານນາງໄດ້ ຖືກເລື່ອນຕຳແໜ່ງໄປເປັນເລຂາທິການຂອງລັດ ຄາລິຟໍເນຍ ແລະ ທ່ານນາງ ກໍຍັງຢູ່ໃນຄະນະກຳມະການການສຶກ ສາ ສະນັ້ນພວກເຮົາຫວັງວ່າ ເມື່ອໂຄວິດ ໄດ້ຈົບລົງແລ້ວ ເຮົາຈະໄດ້ກັບມາປະຕິບັດງານຢ່າງເຕັມ ທີ່ ແລະ ຮັບປະກັນວ່າ ຄົນ ລາວ ຈະເປັນສ່ວນນຶ່ງຂອງການສົນທະນາ ເຊັ່ນດຽວກັບ ການມີສ່ວນ ຮ່ວມ ຂອງພວກເຮົາຕໍ່ສົງຄາມ ຫວຽດນາມ ແລະ ຂ້ານ້ອຍຮູ້ວ່າ ມັນມີຫຼາຍຢ່າງ ທີ່ ຈະເວົ້າ ກ່ຽວກັບ ທິດສະດີເຊື້ອຊາດຜິວພັນ ເຊິ່ງແມ່ນດີຫຼາຍ ເພາະພວກເຮົາ ມີຄວາມເຊື່ອໃນຊຸມຊົນທີ່ຢູ່ລວມກັນ. ບໍ່ແມ່ນພຽງສຳລັບລັດ ຄາລິຟໍເນຍ ແຕ່ແມ່ນທົ່ວ ອາເມຣິກາ. ສະນັ້ນພາບທີ່ໃຫຍ່ກໍແມ່ນຄວາມຫຼາກຫຼາຍເປັນສິ່ງທີ່ ເຮັດໃຫ້ ອາເມຣິກາ ຍິ່ງໃຫຍ່.”

ໃນຫຼັກສູດການສິດສອນຂອງໂຮງຮຽນຢູ່ ສະຫະລັດ ທ່ານນາງ ສຸຣິຕ້າ ເວົ້າ ວ່າ ມັນມີການສອນ ກ່ຽວກັບ ເຊື້ອຊາດຊົນເຜົ່າອື່ນໜ້ອຍຫຼາຍ ເຊັ່ນດຽວກັນ ການຍົກຍ້າຍຖິ່ນຖານ.

“ມັນແທບວ່າຈະບໍ່ມີການສອນຫຍັງເລີຍ ເມື່ອເວົ້າເຖິງເຊື້ອຊາດຊົນເຜົ່າອື່ນ. ສ່ວນຫຼາຍເຂົາເຈົ້າຈະເວົ້າ ກ່ຽວກັບ ປະຫວັດສາດຂອງ ອາເມຣິກາ ຢ້ອນກັບ ຄືນໄປເຖິງຄົນພື້ນເມືອງ ອິນເດຍແດງ ແລະ ຂ້າທາດ, ມີໜ້ອຍນຶ່ງ ກ່ຽວກັບ ສເປນ ເພາະວ່າພວກເຮົາສ່ວນນຶ່ງ ເມັກຊິໂກ ໃນຈຸດນຶ່ງ. ແຕ່ ວ່າເຂົາເຈົ້າຫຼຸດຂອບເຂດປະຫວັດສາດທີ່ແທ້ຈິງ. ແລະ ແນ່ນອນເຂົາເຈົ້າຕັດເລື່ອງ ກ່ຽວກັບ ການຍົກຍ້າຍຖິ່ນຖານຢ່າງຫຼວງຫຼາຍ. ເປົ້າໝາຍຂອງພວກເຮົາແມ່ນຂະຫຍາຍຄວາມຈິງ”

ພຸດທະສອນ ຖາມ: ເຂົາເຈົ້າໄດ້ສອນ ກ່ຽວກັບ ສົງຄາມ ຫວຽດນາມ,​ ສົງຄາມ ລັບຢູ່ໂຮງຮຽນບໍ່?

“ແນ່ນອນເລີຍບໍ່ໄດ້ສອນ. ເຂົາເຈົ້າບໍ່ໄດ້ສອນ ກ່ຽວກັບ ສົງຄາມລັບເລີຍ ບໍ່ມີໃຜຮູ້ວ່າມັນແມ່ນຫຍັງ. ຈົນກວ່າວ່າ ທ່ານ ແອນໂທນີ ບວກເດນ, ສາລະຄະດີຂອງໂທລະພາບ PBS ໄດ້ອອກມາ ຫຼາຍຄົນຈຶ່ງຮູ້ວ່າ ລາວມີສ່ວນຮ່ວມຢ່າງ ຫຼວງຫຼາຍ ແລະ ແນ່ນອນອົງການມູນເຊື້ອສົງຄາມ ຫຼື Legacy of War, ຂ້າພະເຈົ້າແມ່ນແຟນພັນແທ້ຂອງອົງການດັ່ງກ່າວ, ຂ້າພະເຈົ້າມັກເອື້ອຍ ຈັນນະພາ ລາວເປັນແບບຢ່າງທີ່ໜ້າພູມໃຈເມື່ອ 15 ປີທີ່ຜ່ານມາ ທີ່ລາວໄດ້ ເລີ່ມເຮັດທັງໝົດນີ້ຂຶ້ນມາ. ແຕ່ມັນກະຈົນກວ່າຮອດເວລາທີ່ປະທານາທິບໍດີ ໂອບາມາ ໄດ້ໄປຢ້ຽມຢາມ ລາວ ແລະ ກ່າວຄຳປາໄສ ກ່ຽວກັບ ລະເບີດທີ່ບໍ່ທັນແຕກ, ມັນຈຶ່ງເຮັດໃຫ້ຄົນຮູ້ວ່າ ປະເທດ ລາວ ຖືກຖິ້ມລະເບີດໃສ່ຫຼາຍທີ່ ສຸດຕໍ່ຫົວຄົນ ແລະ ຈົນຮອດທຸກມື້ນີ້ມັນກະຍັງມີຄົນຕາຍຢູ່.”

ທ່ານນາງ ສຸຣິຕ້າ ກ່າວວ່າ ມີຂ່າວລືວ່າ ເທດສະການຮູບເງົາຂອງເມືອງ ແຊນດີເອໂກ ຢາກທີ່ຈະສາຍຮູບເງົາສາລະຄະດີຂອງ ລາວ ໃນລະດູໃບໄມ້ຫຼົ່ນນີ້ ແລະ ກຸ່ມຂອງລາວກໍຢາກຈັດງານລະດົມທຶນພ້ອມກັບຊ່ວຍເຫຼືອໃນດ້ານວັດທະນະທຳຕ່າງໆເຊັ່ນການຟ້ອນ ແລະ ຫຼິ້ນດົນຕີລາວໃນມູນນິທິ ມໍລະດົກ ລາວ ຫຼື Lao Heritage.

ທ່ານນາງ ສຸຣິຕ້າ ກັບສະມາຊິກສະມາຄົມ Lao Heritage San Diego.
ທ່ານນາງ ສຸຣິຕ້າ ກັບສະມາຊິກສະມາຄົມ Lao Heritage San Diego.

ທ່ານນາງ ສຸຣິຕ້າ ບອກເຮົາວ່າຄອບຄົວຂອງລາວພູມໃຈຫຼາຍກັບສິ່ງທີ່ລາວເຮັດ. ລາວເວົ້າວ່າ ພໍ່ ແມ່ບອກວ່າຢ່າລືມຊາດ ປະເພນີຂອງພວກເຮົາ. ແລະ ພໍ່ແມ່ ຂອງລາວ ແມ່ນສົ່ງເສີມທຸກຢ່າງທີ່ ກ່ຽວຂ້ອງກັບ ລາວ ກັບ ຄົນລາວ.

ຄອບຄົວຂອງທ່ານນາງ ສຸຣິຕ້າ ແມ່ນເປັນທີ່ຮູ້ຈັກດີໃນສັງຄົມ ລາວ ຢູ່ລັດ ຄາລິຟໍເນຍ. ລາວເວົ້າວ່າພໍ່ເຖົ້າໄດ້ຊ່ວຍສ້າງວັດ ລາວ ແຫ່ງທຳອິດຢູ່ໃນ ສະຫະລັດ ຢ້ອນກັບຄືນໄປໃນຊຸມປີ 1970. ທ່ານນາງ ສຸຣິຕ້າ ແລະ ນ້ອງ ຊາຍຂອງລາວແມ່ນໄດ້ມີຈິດໃຈຝັງແໜ້ນກັບຄວາມເປັນ ລາວ ມາຕັ້ງແຕ່ນ້ອຍ ເພື່ອສືບຕໍ່ມູນເຊື້ອຂອງພໍ່ເຖົ້າ.

XS
SM
MD
LG