ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໓ ມີນາ ໒໐໒໓

ຍານາງ Elizabeth D. Marshall ອະດີດ ເລຂານຸການ ສະຖານທູດແຫ່ງ ພະລາດຊະ ອານາຈັກລາວ


ຍານາງ Elizabeth Drew Marshall ເລຂານຸການ ອະດີດ ສະຖານທູດແຫ່ງພະລາດຊະອານາຈັກລາວ ແຕ່ປີ 1961 ຫາ 1976.

ທ່ານ​ຜູ້​ຟັງ​ທີ່​ເຄົາລົບ ໃນ​ລາຍການ​ຊີວິດ​ຊາວ​ລາວ​ໃນ​ແລງ​ວັນ​ພະຫັດ ມື້​ນີ້ເຮົາຈະ​ນຳພາ
ທ່ານ​ໄປຟັງ​ການ​ສຳພາດກັບ ຍານາງ Elizabeth Drew Marshall​ ອະດີດເລຂານຸ
ການ ​ປະຈຳສະຖານທູດ​ແຫ່ງ​ພະ​ລາດຊະ​ອານາຈັກລາວ ທີ່​ນະຄອນຫລວງ ວໍຊິງ​ຕັນ.
ຍານາງ Elizabeth ໄດ້​ເຮັດ​ວຽກ​ພາຍ​ໃຕ້ ​ເອກ​ອັກຄະ​ລັດ​ຖະ​ທູດ ​ແຫ່ງ​ພະ​ລາດຊະ​ອາ
ນາຈັກ​ລາວ 5 ທ່ານ ຈາກ​ປີ 1961 ຫາ​ປີ 1976. ຍານາງ​ມີ​ຄວາມປະ​ທັບ​ໃຈ​ກັບ​ຄົນລາວ
​ແລະຮັກຮີ​ດຄອງ​ປະ​ເພນີລາວ​ເປັນ​ຢ່າງ​ຍິງ. ເລື່ອງຄວາມ​ເປັນ​ມາ​ຂອງ ຍານາງ
Elizabeth ​ເປັນ​ຢ່າງ​ໃດ​ນັ້ນ ເຮົາຂໍເຊີນທ່ານພົບກັບ ກິ່ງ​ສະຫວັນ ໄດ້ໃນ​ອັນ​ດັບ​ຕໍ່​ໄປ.

ສະບາຍດີ​ທ່ານ​ຜູ້ຟັງ​ທີ່​ເຄົາ​ລົບ ​ໃນ​ລາຍການ​ຊີວິດ​ຊາວ​ລາວຂອງ ວີ​ໂອ​ເອ ​ມື້​ນີ້ ​ຂ້າພະ​
ເຈົ້າຈະພາ​ທ່ານຟັງການສຳພາດ​ກັບ ຍານາງ Elizabeth Drew Marshall ເລຂານຸ
ການ​ຂອງອະດີດສະຖານທູດ​ແຫ່ງ​ພະລາ​ດຊະ​ອານາຈັກ​ລາວ ທີ່ນະຄອນຫລວງ
ວໍ​ຊິງ​ຕັນ ຊຶ່ງ​ຍານາງ​ໄດ້​ກ່າວຢ້ອນ​ເຖິງເລື່ອງ​ເກົ່າ​ຄວາມ​ຫລັງ ​ໃນບັນ​ຍາ​ກາດ​ຊີວິດ​ສັງ​
ຄົມ​ລາວເມື່ອຫ້າສິບ​ກວ່າ​ປີ​ກ່ອນ. ​ຍານາງ Marshall ​ໄດ້​ເຮັດ​ວຽກ​ຢູ່ ສະຖານທູດແຫ່ງ​
ພະ​ລາດຊະ​ອານາຈັກ​ລາວ ຈາກ​ປີ 1961 ຫາ​ປີ 1976 ຊຶ່ງເວລານັ້ນ​ຍັງ​ເປັນ​ສາວ​ນ້ອຍ
ແລະ​ຂີ້​ອາຍ ​ຫາ​ກໍ​ຮຽນ​ຈົບ​ປະລິນຍາ​ຕີຝ່າຍ​ພາສາ​ຝຣັ່ງ ຈາກມະຫາວິທະຍາ​ໄລ
Georgetown ທີ່​ນະຄອນຫລວງວໍ​ຊິງ​ຕັນນີ້​ເອງ.

ໃນ​ຊຸມ​ປີ 1960 ສົງ​ຄາມ​ລັບ​ຢູ່​ໃນ​ລາວ ໄດ້​ເລີ່​ມ​ເກີດ​ຂຶ້ນ ໃນ​ຂະນະດຽວ​ກັນ ​ໃນ​ປີ 1962
ວິທະຍຸ​ພາກ​ພາສາ​ລາວປະຈຳ​ວີ​ໂອ​ເອ ກໍໄດ້ເລີ່​ມອອກ​ອາກາ​ດຈາກ​ນະຄອນຫລວງ​ວໍຊິງ
ຕັນ. ​ເວລາ​ນັ້ນ ພາສາ​ຝຣັ່ງ​ຍັງໃຊ້ຢູ່​ໃນວົງ​ການ​ລັດຖະບານ​ລາວ ​ເພາະສະ​ນັ້ນ ຍານາງ Marshall ຈຶ່ງເປັນ​ທີ່​ຕ້ອງການ​ເຂົ້າ​ມາ​ຊ່ວຍບໍ​ລິ​ຫານ​ເປັນ​ເລຂານຸການ​ ​ແລະສື່ສານລະ
ຫວ່າງສະຖານ​ທູດລາວ​ ກັບ​ວົງ​ການລັດຖະບານ​ສະຫະລັດ ຊຶ່ງຍານາງ Marshall ​ໄດ້
​ເລົ່າ​ເຖິງປະສົບການ​ຊີວິດ​ຢູ່ໃນ​ສະ​ໄໝ​ນັ້ນວ່າ :

“ຂ້າພະ​ເຈົ້າ​ຊື່ວ່າ Elizabeth Drew Marshall ​ເກີີດ​ຢູ່​ເມື​ອງ Alexandria ​ຂົງເຂດ​ນະຄອນຫລວງວໍ​ຊິງ​ຕັນນີ້ເອງ. ​ໃນ​ປີ 1961 ຂ້າພ​ະ​ເຈົ້າ​ຫາ​ກໍ່​ຮຽນ​ຈົບ​ປະລິນຍາ​ຕີ​
ຝ່າຍ​ພາສາ​ຝຣັ່ງຈາກ ມະຫາວິທະຍາ​ໄລ Georgetown ​ສອງ​ສາມ​ມື້ຕໍ່​ມາ Geor-
getown ໄດ້ໂທລະສັບ​ຫາ​ຂ້າພະ​ເຈົ້າ ​ແລະ​ບອກ​ຂ້າພ​ະ​ເຈົ້າ​ວ່າ ສະຖານທູດ​ລາວ​
ຕ້ອງ​ການ​ຄົນ​ປາກ​ພາສາ​ຝຣັ່ງ. ຂ້າພ​ະ​ເຈົ້າ​ບໍ່ເຄີຍ​ເຮັດ​ວຽກ​ມາ​ກ່ອນ ແລະຂ້າພະ​ເຈົ້າ
​ເປັນ​ຄົນ​ຂີ້​ອາຍ ​ເວລາ​ນັ້ນ​ອາຍຸ​ໄດ້ 24 ປີ. ​ເຂົາ​ເຈົ້າ​ໄດ້​ສຳພາດ​ຂ້າພະ​ເຈົ້າ ຫລັງ​ຈາກ​
ນັ້ນ​ ກໍໄດ້​ຮ້ອງ​ຂ້າພະ​ເຈົ້າ​ມາ​ເຮັດ​ວຽກ ຊຶ່ງ​ຂ້າພ​ະເຈົ້າຄິດ​ວ່າ​ ເປັນ​ພຽງ​ໄລຍະ​ສັ້ນໆ ​
ແຕ່​ຂ້າ​ພະ​ເຈົ້າ​ໄດ້​ໄປຢູ່່ຫັ້ນເປັນ​ເວລາ 15 ປີ ຈາກ​ປີ 1961 ຈົນ​ຮອດ​ປີ 1976. ຫລັງ​
ຈາກ​ນັ້ນ​ ຂ້າພ​ະເຈົ້າກໍ​ໄດ້​ທຽວ​ມາ​ຢ້ຽມຢາມ​ສະຖານທູດເປັນປະຈຳ ​ແລະ​ຊ່ວຍ
ເຫລື​ອ
ຢູ່​ເປັນ​ບາງ​ຄັ້ງ​ບາງ​ຄາວ ແລະມັນ​ເປັນ​ເວລາ​ສິບ​ຫ້າ​ປີ ​ແຫ່ງ​ຄວາມສຸກໃນຊີວິດຂອງ
ຂ້າພະ​ເຈົ້າ.

ລິງໂດຍກົງ

ກ່ອນການ​ເລີ້ມ​ເຂົ້າ​ມາ​ຕັ້ງ​ຖິ່ນ​ຖານ​ຂອງ​ອົບ​ພະຍົບລາວໃນ​ປີ 1975 ນັ້ນ ສະຖານທູດ
​ລາວ ປະຈຳ​ນະຄອນຫລວງ​ວໍ​ຊິງ​ຕັນ ແມ່ນເປັນ​ບ່ອນ​ລິ​ເລີ້ມຂອງປະຊາ​ຄົມລາວ​ຢູ່​ນອກ
​ປະ​ເທດ ທີ່ປະ​ກອບດ້ວຍພວກນັກການທູດ ອັນມີລວມທັງ​ພະນັກງານ​ສະຖານທູດ​ລາວ
ອົງການສະຫະປະຊາຊາດ ວິທະຍຸກະຈາຍສຽງ ​ສຽງ​ອາ​ເມຣິກາ ​ແລະ​ນາຍຄູ​ສອນ​ພາສາ
ລາວປະຈຳກະຊວງ​ຕ່າງປະ​ເທດ. ນອກ​ນັ້ນ​ກໍ​ມີ​ບັນດາລັດຖະກອນ​ທີ່​ຖືກ​ສົ່ງ​ມາ​ອົບຮົມ ​
ແລະພວກນັກ​ສຶກສາລາ​ວ ​ທີ່​ແ​ຈກຢາຍ​ຢູ່​ຕາມ​ລັດຕ່າງໆ ຮວມ​ທັງ​ໝົດ​ແລ້ວມີ​ປະມານ​
ຮ້ອຍ​ກວ່າ​ຄົນ​ເທົ່າ​ນັ້ນ​ຢູ່​ໃນ​ສະຫະລັດ. ໃນ​ຊ່ວງເວລາ​ນີ້ເອງ ຍານາງ Marshall ໄດ້​ມາ
ພົບ​ພໍ້ ​ຮຽນ​ຮູ້​ກ່ຽວ​ກັບ​ຄົນ​ລາວ ວັດທະນາະທຳ​ລາວ ຄວາມ​ອ່ອນ​ນ້ອມ ​ແລະຄວາມເປັນ​
ມິດອັນ​ດີງາມ ຊຶ່ງ​ຍານາງ Marshall ​ໄດ້​ກ່າວ​ດັ່ງ​ນີ້:

ລິງໂດຍກົງ

“ຄົນ​ລາວເປັນ​ຄົນ​ດີ ຈົງ​ຮັກ​ພັກດີ ປົກ​ປ້ອງ​ຂ້າພ​ະ​ເຈົ້າ ​ແລະ​ຂ້າພ​ະ​ເຈົ້າ​ມີ​ຄວາມ​ຊົງ​
ຈຳ​ອັນ​ດີງາມ ຢູ່​ທີ່​ນີ້ ​ແລະ​ຂ້າ​ພ​ະ​ເຈົ້າ​ພະ​ຍາ​ຍາມ​ເຮັດ​ໃຫ້​ດີ​ທີ​ສຸດ​ແກ່​ເຂົາ​ເຈົ້າ. ຂ້າ​
ພະ​ເຈົ້າ​ພະຍາຍາມ​ຕິດ​ຕໍ່​ຫາ​ເຂົາ​ເຈົ້າ​ຢູ່​ສະ​ເໜີ ​ເວລາ​ໃດ​ຫາກ​ມີ​ຄອບຄົວ​ລາວ​ກັບ​ຄືນ​ເມືອບ້ານທາງ​ສະຖານທູດ​ ຕ້ອງ​ໄດ້​ໃຫ້​ຂ້າພະ​ເຈົ້າ​ພັກ​ຢູ່​ບ້ານ​ສອງ​ສາມ​ມື້ ​ເພາະວ່າ​
ຂ້າພ​ະ​ເຈົ້າ​ເສຍ​ໃຈ​ຫລາຍ​ ​ແລະ​ຄິດ​ຮອດ
ຫາເຂົາ​ເຈົ້າ​ເວລາເຂົາເຈົ້າກັບ​ບ້ານ. ພວກ​
ເຮົາ​ພາກັນ​ໄປ​ສົ່ງ​ເຂົາ​ເຈົ້າ​ຢູ່​ສະ
ໜາມບິນ​ເພື່ອ​ສັ່ງ​ລາ​ກັນ ​ແລະ​ຂ້າພ​ະ​ເຈົ້າ​ຈະ​ໂສກ
ເສົ້າຢູ່
ໃນ​ຊົ່ວ​ໄລຍະນຶ່ງ. ​ເພາະສະ​ນັ້ນ​ທາງສະຖານທູດຈຶ່ງໄດ້ໃຫ້​ຂ້າພ​ະ​ເຈົ້າ​ພັກ​ຜ່ອນ​
ຢູ່​ບ້ານ ​ເພື່ອໃຫ້ຫາຍ​ຊ່ວງຄວາມ​ເສຍ​ໃຈ ​ກ່ອນ​ກັບຄືນ​ມາ​ເຮັດ​ວຽກ​. ໃນ​ໄລຍະ​ເວລາ
15 ປີ
ຂ້າພະ​ເຈົ້າ​ໄດ້​ຮັບໃຊ້​ ເອກ​ອັກຄະ​ລັດຖະທູດ ຫ້າທ່ານ ຜູ້​ທຳ​ອິດ​ແມ່ນ ພະນະ​
ທ່ານ​ຄຳ​ພັນ ພະນະ​ທ່ານ​ແພງ​ນໍຣິນ ​ເຈົ້າ​ຄຳ​ມ້າວ ພະນະ​ທ່ານ​ຄຳ​ຂິງ ສຸວັນ​ລາສີ ​
ແລະ​ຜູ້​ສຸດທ້າຍ​ແມ່ນ​ ພະນະ​ທ່ານ​ຄຳ​ພັນປັນຍາ.”

ຍາ​ນາງ Marshall ມີ​ຄວາມ​ໄຝ່ຝັນ​ຢາກໄປເຫັນເມືອງ​ລາວ ​ແລະ​ໄດ້​ຕັດສິນ​ໃຈ​ທີ່​ຈະ​ເດີ​ນ
ທາງ​ໄປຢ້ຽມຢາມ​ເມືອງ​ລາວ ​ແຕ່ເມື່ອ​ຕົກ​ມາ​ເຖິງ​ນາທີ​ສຸດ​ທ້າຍ ​ໄດ້​ມີີ​ສິ່ງ​ທີ່​ເຮັດ​ໃຫ້​ຍານາງ
ຕ້ອງ​ໄດ້​ໂຈະ​ໄວ້ ​ແລະ​ກໍບໍ່​ໄດ້​ມີ​ໂອ​ກາດ​ມາ​ຈົນ​ເຖິງ​ປັດຈຸບັນ​ ຊຶ່ງ​ຍານາງ ​ໄດ້​ກ່າວ​ຕໍ່​ໄປ
​ອີກວ່າ​ :

ລິງໂດຍກົງ

“ນັ້ນ​ເປັນ​ບັ້ນຕອນ​ເສົ້າ​ສະ​ລົດ​ໃຈ​ທີ່​ສຸດ ຂ້າພະ​ເຈົ້າ​ໄດ້​ຕຽມ​ພ້ອມ​ແລ້ວ​ທີ່​ຈະ​ເດີນ
ທາງ​ໄປ​ຢ້ຽມຢາມ​ເມືອງ​ລາວ ​ແຕ່​ວ່າ​ພໍ​ມາ​ເຖິງນາທີ​ສຸດ​ທ້າຍ ຂ້າພ​ະ​ເຈົ້າ​ໄປ​ບໍ່​ໄດ້.
ໝູ່​
ຂອງ​ຂ້າພະ​ເຈົ້າ​ຫາ​ກໍ​ກັບ​ມາ​ຈາກ​ນະຄອນຫລວງ​ພະ​ບາງ ລາວ​ໄດ້​ໄປ​ຢ້ຽມຢາມ
ຄົນ​ລາວ​ທີ່ຂ້າພະ​ເຈົ້າ​ເຄີຍ​ໄດ້​ຮັກ​ແພງ ຊຶ່ງ​ເວ​ລາ​ນັ້ນ​ລາວ​ຍັງ​ເປັນ​ເດັກນ້ອຍ​ຢູ່​ ແລະ​
ຂ້າພະ​ເຈົ້າ​ຍັງຕິດ​ຕໍ່​ກັບ​ລາວ​ຢູ່. ຂ້າພະ​ເຈົ້າ​ມັກ​ອາຫານ​ລາວ ​ແລະ​ກໍ​ເຄີຍ​ໄດ້​ກິນ​

ອາ​ຫານ​ລາວ​ຢູ່ສະຖານທູດ ​ແລະ​ຂ້າພະ​ເຈົ້າ​ກໍ​ບໍ່​ໄດ້​ກິນມາ​ດົນ​ນານ​ແລ້ວ. ມີ​ຫລາຍໆ​
ສິ່ງ​ຫລາຍໆ​ຢ່າງ​ເກີດ​ຂຶ້ນ​ຢູ່​ໃນ​ເຮືອນ​ຫລັງ​ນີ້ ສະຖານທູດ​ນີ້ ມີ​ແຕ່​ຄວາ​ມ​ສຸກ​ ຊຶ່ງ​ຂ້າ
ພະ​ເຈົ້າ​ລືມ​ບໍ່​ໄດ້​ໂດຍ​ສະ​ເພາະ​ບຸນປີ​ໃໝ່ລາວ.”

ຫລັງ​ຈາ​ກ​ໄດ້​ຮັບ​ໃຊ້​ສະຖານທູດແຫ່ງພະລາດ​ຊະອານາຈັກລາວມາ​ເປັນ​ເວລາ 15 ປີ
ຈາກປີ 1961 ຫາ​ປີ 1976 ຊຶ່ງເວລາ​ນັ້ນຕົກ​ຢູ່​ໃນສ​ະ​ໄໝການ​ປ່ຽນ​ແປງ​ລະບອບ​ການ​
ປົກ​ຄອງຢູ່​ໃນ​ລາວ ຍານາງ Marshall ​ຈຶ່ງໄດ້ໝົດ​ໜ້າ​ທີ່​ການ​ລົງ​. ຍານາງ Marshall
​ໄດ້​ໄປ​ເຮັດ​ວຽກ​ຢູ່​ບ່ອນ​ໃໝ່​ ​ແຕ່​ຈິດ​ໃຈ​ຂອງຍານາງ ​ຍັງ​ຄິດ​ຮອດ​ສະຖານ​ທູດ​ລາວ​ຢູ່​
ສະ​ເໝີ ຊຶ່ງ​ຍານາງ​ໄດ້​ກ່າວ​ສູ່ຟັງ​ວ່າ :

ລິງໂດຍກົງ

“ຫລັງ​ຈາກ​ນັ້ນ​ຂ້າພະ​ເຈົ້າ​ໄດ້​ໄປ​ເຮັດ​ວຽກ​ໃຫ້​ສະຖານທູດ Luxembourg ​ແຕ່​ກໍ​ຍັງ​
ກັບ​ຄືນ​ມາ​ຢ້ຽມຢາມ​ສະຖານທູດ​ລາວ​ຢູ່ເລື້ອຍໆ ​ເພາະວ່າ​ຂ້າ​ພະເຈົ້າ​ໜີ​ຈາກ​ນີ້​ບໍ່​ໄດ້.
ຫລັງ​ຈາກ​ນັ້ນ​ຂ້າ​ພະ​ເຈົ້າ​ໄດ້​ໄປເຮັດ​ວຽກ​ຢູ່ Alliance Francais ​ແລະ​ທະນາຄາ​ນ
ໂລກ​ເປັນ​ເວລາ 15 ປີ. ປັດ​ຈຸ​ບັນ​ນີ້​ຂ້າພະ​ເຈົ້າ​ຍັງ​ສອນ​ພາສາ​ອັງກິດ​ໃຫ້​ນັກຮຽນ​ຕ່າງ
ປະ​ເທດ​ຢູ່ ມະຫາວິທະຍາ​ໄລ​ນາໆ​ຊາດ. ຂ້າພະ​ເຈົ້າ​ໄດ້​ອອກ​ບຳນານ​ແລ້ວ ​ແຕ່​ໄດ້​
ຕັດສິນ​ໃຈ​ກັບ​ຄືນ​ໄປ​ເຮັດ​ວຽກ​ອີກ. ​ມື້​ນີ້​ເປັນ​ເທື່ອ​ທຳ​ອິດ​ທີ່​ຂ້າພະ​ເຈົ້າ​ໄດ້​ກັບມາ​ບຸນ
ປີ​ໃໝ່​ລາວຢູ່​ສະຖານ​ກທູດ ສປປ ລາວ ຂ້າພະ​ເຈົ້າຮູ້​ສຶກດີ​ໃຈ​ຄື​ໄດ້​ກັບ​ມາ​ບ້ານ​ເຮືອນ
​ເກົ່າ ຂ້າພ​ະ​ເຈົ້າຮູ້​ທຸກໆ​ຫ້ອງ​ຂອງ​ເຮືອນ​ຫລັງ​ນີ້ ຈາກ​ຊັ້ນ​ລຸ່​ມ
ຂຶ້ນ​ໄປ​ຫາ​ຊັ້ນ​ເທິງ ເປັນ​
ເລື່ອງ​ພິ​ເສດ​ແທ້ໆ​ ເພາະວ່າ​ຄົນ​ລາວ ​ແລະຂ້າ​ພະ​ເຈົ້າໄດ້ເປັນສ່ວນ​ນຶ່ງຢູ່ໃນ​ຊີວິດ
ຂອງ​ເຂົາ​ເຈົ້າ.”

ວິທະຍຸ​ ວີ​ໂອ​ເອ ​ໄດ້​ອອກ​ອາກາດມາ​ເປັນເວລາ 55 ປີ​ແລ້ວ ​ຊຶ່ງມີບັນດາ​ພະ​ນັກ​ງານ
ພ້ອ​ມດ້ວຍ​ຄອບຄົວ ​ທີ່ເປັນສະມາຊິກ​ຂອງສັງຄົມ​ລາວກຸ່ມ​ນ້ອຍໆ​ໃນເວລານັ້ນ ຊຶ່ງ
ຍານາງ Marshall ​ໄດ້​ກ່າວ​ເຖິງ​ຕອນ​ນີ້​ວ່າ :

ລິງໂດຍກົງ

“ຂ້າພະ​ເຈົ້າ​ຈື່​ພະນັກງານ​ສຽງ​ອາ​ເມຣິກາ​ໄດ້​ດີ ​ເຂົາ​ເຈົ້າ​ໄດ້ໄປມາ​ຫາສູ່ສະຖານ​ທູດ
ເປັນ​ປະຈຳ ​ແລະ​ໄດ້​ໄປ​ຢ້ຽມຢາມ​ຂ້າພະ​ເຈົ້າ​ຢູ່​ບ້ານ. ຂ້າພະ​ເຈົ້າ​ໄດ້​ຮັບ​ຕ້ອນ​ເຂົາ
​ເຈົ້າ ​ແລະ​ເຂົາ​ເຈົ້າ​ຄື​ກັບ​ຄອບຄົວ​ຂອງ​ຂ້າ​ພະ​ເຈົ້າເອງ. ​ເວລາ​ນັ້ນ​ສະຖານທູດ​ເປັນ
​ສູນ​ກາງ​ສັງຄົມ ມີ​ນັກ​ສຶກສາ​ທຽວ​ໄປທຽວມາ​ຫາ​ກັນ ​ແລະ​ພວກ​ເຮົາ​ດີ​ໃຈ​ທີ່ໄດ້ພົບ​
ພໍ້​ເຂົາ​ເຈົ້າ ​ ໂດ​ຍສະ​ເພາະ ພະນັກງານ​ວິທະຍຸ​ສຽງ​ອາ​ເມຣິກາ ທີ່​ພວກ​ເຮົາ​ຮູ້​ກັນ​ດີ
ຢູ່​ໃນ​ເວລາ​ນັ້ນ ​ເຂົາ​ເຈົ້າ​ໄດ້​ຫລິ້ນ​ບົດບາດ​ອັນ​ສຳຄັນ​ລະຫວ່າງ ສະຫະລັດ ​ກັບ
ປະ​ເທດ​ລາວ.”

ນັ້ນ​ແມ່ນ​ການ​ສຳພາດກັບ ຍານາງ Elizabeth Drew Marshall ອະດີດ​ເລຂານຸການ
ປະຈຳສະຖານ​ທູດ​ແຫ່ງ​ພະ​ລາດຊະ​ອານາຈັກ​ລາວ ຈາກ​ປີ 1961 ຫາ​ປີ 1976 ຍານາງ
ຍັງຮັກຫອມ​ຄົນ​ລາວ​ຢູ່​ສະ​ເໝີ ​ແລະ​ໄດ້​ໄປມາຫາ​ສູ່​ສະຖານທູດ​ລາວ​ເປັນ​ປະຈຳຈົນ​ເທົ່າ
​ທຸ​ກວັນ​ນີ​້.

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG