ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຊາວອາເມຣິກັນ ເຊື້ອສາຍລາວ ປະກອບສ່ວນ ເລືອກເອົາ ປະທານາທິບໍດີ ສະຫະລັດ


Donald Trump Wins Presidential Election, Sending Shockwaves Around the World
please wait

No media source currently available

0:00 0:03:21 0:00

ທ່ານຜູ້ຟັງທີ່ເຄົາລົບ ການໂຄສະນາຫາສຽງເລືອກຕັ້ງເອົາ ປະທານາທິບໍດີສະຫະລັດ ຄົນ
ທີ 45 ໄດ້ຜ່ານພົ້ນໄປແລ້ວ ໃນວັນອັງຄານ ທີ 8 ເດືອນພະຈິກສອງມື້ທີ່ຜ່ານມານີ້. ເພາະ
ສະນັ້ນ ລາຍການຊີວິດຊາວລາວມື້ນີ້ ເຮົາຈະນຳເອົາການສຳພາດ ຊາວອາເມຣິກັນເຊື້ອ ສາຍລາວທີ່​ເປັນ​ຜູ້ປ່ອນບັດ. ບັນດາທ່ານເຫຼົ່ານີ້ແມ່ນໃຜ ສັງກັດພັກໃດ ແລະ ມີຄວາມຮູ້ ສຶກຢ່າງໃດກ່ຽວກັບປະທານາທິບໍດີຄົນໃໝ່ຂອງເຂົາເຈົ້ານັ້ນ ກິ່ງສະຫວັນ ຈະນຳເລື້ອງນີ້ ມາສະເໜີທ່ານ ໃນອັນດັບຕໍ່ໄປ.

ສະບາຍດີທ່ານຜູ້ຟັງທີ່ເຄົາລົບ ເປັນເວລາດົນກວ່ານຶ່ງປີທີ່ຜ່ານມາ ໃນການໂຄສະນາຫາ
ສຽງເລືອກຕັ້ງເອົາປະທານາທິບໍດີສະຫະລັດ ທີ່ໄດ້ດຳເນີນມາຈົນເຖິງວັນອັງຄານ ທີ 8
ເດືອນພະຈິກ ມື້ສຸດທ້າຍ ຂອງການປ່ອນບັດລົງຄະແນນສຽງ ທົ່ວສະຫະລັດນັ້ນ. ຄວາມ
ນອງນັນໂຈມຕີຊຶ່ງກັນຢ່າງຟົດສະນັ່ນ ລະຫວ່າງຜູ້ສະໝັກພັກຣີພັບບລິກັນ ກັບພັກເດ
ໂມແຄຣັດ ມາບັດນີ້ ໄດ້ງຽບຫາຍໄປແລ້ວ ແລະຜົນຂອງການປ່ອນບັດກໍໄດ້ຖືກສະເໜີ
ໄປແລ້ວ ແລະທ່ານນາງ Hillary Clinton ອະດີດສະຕີໝາຍເລກນຶ່ງ ອະດີດສະມາຊິກ
ສະພາສູງພັກເດໂມແຄຣັດ ແລະອະດີດລັດຖະມົນຕີ ກະຊວງຕ່າງປະເທດສະຫະລັດ ທີ່ເຫັນວ່າເປັນຜູ້ມີປະສົບການ ໄດ້ເສຍໄຊຢ່າງສິ້ນຫວັງ ສ້າງຄວາມຕື່ນຕົກໃຈໃຫ້ແກ່ບັນ
ດາຜູ້ສະໜັບສະໜູນ ສົ່ງຄື້ນຟອງການເມືອງ ແລະເສດຖະກິດໄປຕ່າງໆນາໆຕາມໆກັນ.

ບັດນີ້ປະຊາຊົນອາເມຣິກັນສ່ວນໃຫຍ່ ກໍແມ່ນໄດ້ພາກັນອອກສຽງ ແລະໄດ້ເລືອກເອົາປະ
ທານາທິບໍດີຄົນທີ 45 ຂອງ​ເຂົາ​ເຈົ້າແລ້ວ ຄືທ່ານ Donald Trump ນັກທຸລະກິດ ແລະ ມະຫາເສດຖີອະສັງຫາລິມະຊັບ ຊຶ່ງເປັນຜູ້ທີ່ບໍ່ເຄີຍມີປະສົບການໃນດ້ານ​ບໍລິຫານ​ປະເທດ ມາກ່ອນ ມາ​ເປັນຜູ້ນຳພາປະ​ເທດຊາດ

ພາຍໃຕ້ຂັ້ນຕອນການປ່ອນບັດເລືອກຕັ້ງນີ້ ບັນດາສະມາຊິກອາເມຣິກັນເຊື້ອສາຍລາວ ຢູ່ ທົ່ວ​ປະ​ເທດ​ທີ່​ເປັນຜູ້ມີສິດປ່ອນບັດ ຕ່າງ​ກໍ​ພາກັນໄປອອກ​ສຽງ ດັ່ງ​ທ່ານ​ຈະ​ໄດ້​ຮັບ​ຟັງ​ຄວາມ​ຄິດຄວາມ​ເຫັນ​ຂອງ​ແຕ່ລະຄົນ​ຕໍ່ໄປ.

ຜູ້ອາວຸໂສທີ່ເຄີຍເປັນທະຫານ ເປັນລັດຖະກອນ ແລະນັກການເມືອງມາກ່ອນ ມັກຈະພາ
ກັນສັງກັດຢູ່ໃນພັກຣີພັບບລິກັນ ທີ່ຈຸດໃຫຍ່ຂອງຄວາມສຳຄັນທີ່ເຂົາເຈົ້າມອງເຫັນນັ້ນກໍຄື ພັກຣີພັບບລິກັນ ມີນະໂຍບາຍຕ່າງປະເທດ ແລະປ້ອງກັນ ປະເທດທີ່ເຂັ້ມແຂງ ແລະເນັ້ນ
ໜັກນິຍົມແນວທາງເດີມ ຫລື ຈາຮີດນິຍົມ ຊຶ່ງຕົວຢ່າງອັນນຶ່ງກໍແມ່ນ ຈະມາຈາກ​ທ່ານ​ທອງ​ອ່ອນ ວົງ​ປະກາ ​ອະດີດ​ທະຫານ​ ​ກອງທັບແຫ່ງພະ​ລາຊະ​ອານາຈັກ​ລາວ ທີ່ກ່າວ​ຕໍ່​ວີ​ໂອ​ເອ ວ່າ :

Trump Pennsylvania Supporters Savor Historic Win
please wait

No media source currently available

0:00 0:02:07 0:00

ບັດ​ນີ້​ເຮົາ​ມາ​ຟັງ​ຄວາມ​ຄິດ​ເຫັນ​ກ່ຽວກັບນະໂຍບາຍຂອງພັກເດໂມແຄຣັດເໜາະທ່ານວ່າ
ເຂົາເຈົ້າຊິເວົ້າຈັ່ງໃດ. ທີ່ຮູ້ຈັກກັນອີກໃນວົງສັງຄົມຂອງພວກນີ້ກໍຄືວ່າ ເປັນຝ່າຍ liberal ຫລືເສລີປະຊາທິປະໄຕ ທີ່ເນັ້ນໜັກໂດຍສະເພາະ ໃສ່ການເປັນຢູ່ພາຍໃນປະເທດ ຊຶ່ງຍາ
ນາງຫງວນຕາ ພົມ​ທະ​ວົງ ທີ່​ຫາ​ກໍ​ໄດ້​ຮັບສັນຊາດປີ​ກາຍ​ນີ້ ​ທັງ​ເປັນ​ຄັ້ງ​ແລກທີ່ມີ​ໂອກາດໄດ້​
ປ່ອນ​ບັດ​ເອົາ​ປະ​ທາ​ນາ​ທິບໍດີສະຫະລັດ. ຍານາງໄດ້ສະແດງຄວາມຮູ້ສຶກຕໍ່ວີ​ໂອ​ເອດັ່ງ​ນີ້:

Hillary Clinton's Concession Speech
please wait

No media source currently available

0:00 0:12:13 0:00

ຜູ້​ມີ​ສິດ​ປ່ອນ​ບັດ​ອີກ​ຄົນ​ນຶ່ງ​ກໍ​ຄື ທ່ານເສລີ ​ເທບພະ​ພອນ ນັກ​ເຄື່ອນ​ໄຫວດ້ານສັງຄົມອາ​ເມ
ຣິກັນ​ເຊື້ອສາຍ​ລາວ ​ທີ່ Bay Area ໃນ​ລັດ California ​ໄດ້​ໃຫ້​ທັດສະນະ​ສ່ວນ​ຕົວກ່ຽວ​ກັບ​ຜົນ​ການ​ເລືອກ​ຕັ້ງ​ວ່າ :

Clinton, Obama Urge Acceptance in Wake of Trump's Stunning Victory
please wait

No media source currently available

0:00 0:03:13 0:00

ຄວາມສຳຄັນຂອງການເປັນສັນຊາດອາເມຣິກັນ ນັ້ນກໍຄື ໄດ້ຮັບສິດອອກສຽງປ່ອນບັດ
ເລືອກຕັ້ງຂັ້ນເມືອງ ຂັ້ນລັດ ແລະລະດັບຊາດ ອັນເປັນໜ້າທີ່ຂອງພົນລະເມືອງດີ. ຊາວອາ
ເມຣິກັນເປັນປະຊາຊົນຜູ້ໂຊກດີທີ່ສຸດ ທີ່ມີສິດປາກເວົ້າ ແລະມີຫລາຍພັກການເມືອງ ທີ່ສາ
ມາດເລືອກເອົາໄດ້ຢ່າງເສລີ ໃນຄວາມເຊື່ອໝັ້ນກັບນະໂຍບາຍ ຂອງພັກທີ່ຈະນຳພາປະ
ເທດຊາດ. ທ່ານເອັມ ຣາມັງກຸນ ທີ່ເມືອງແອລຈິນ ລັດ ອີລີນອຍ ກໍເປັນອີກຜູ້ນຶ່ງທີ່ໄດ້ໃຊ້
ສິດອອກສຽງ ແຕ່ບໍ່ໄດ້ສັງກັດ​ຢູ່​ພັກ​ໃດ​ພັກ​ນຶ່ງ ທັງທ່ານເອງ ແລະ​ບັນດາສະມາຊິກ​ຄອບຄົວ​ໄດ້​ພາກັນໄປໃຊ້​ສິດມາຕະຫລອດ ທ່ານ​ໄດ້​ໃຫ້​ຂໍ້​ຄິດ​ເຫັນ​ດັ່ງ​ນີ້ :

Asians, Latinos in Shock Over Presidential Election Results
please wait

No media source currently available

0:00 0:02:48 0:00

ການເລືອກຕັ້ງ​ເອົາ​ປະທານາທິບໍດີ​ສະຫະລັດ​ຄົນ​ທີ 45 ທົ່ວປະເທດ ໄດ້​ຜ່ານ​ພົ້ນ​ໄປ​ດ້ວຍ​ຄວາມ​ຂົມ​ຂື່ນ ແລະ​ຜິດ​ຫວັງ​ໃຫ້​ແກ່​ຜູ້​ສະໝັກ ​ແລະ​ບັນດາ​ຜູ້​ສະໜັບສະໜູນສັງກັດພັກ​ເດ​ໂມ​ແຄຣັດ. ພ້ອມດຽວ​ກັນ​ກໍ​ໄດ້ສ້າງ​ຄວາມ​ປິ​ຕິ​ຍິນ​ດີ​ອັນ​ຍິ່ງ​ໃຫຍ່ໃຫ້ແກ່​ຜູ້​ຊະນະ​ ​ແລະ​ບັນ
ດາ​ຜູ້​ສະໜັບສະໜູນພັກຣີພັບ​ບລິ​ກັນ. ຜົນຂອງການເລືອກຕັ້ງຍັງ​ໄດ້​ສົ່ງ​ຄື້ນ​ຟອງ​ຄວາ​ມບໍ່​ແນ່ນ​ອນຕ່າງໆ​ໄປ​ທົ່ວ​ໂລກ. ການ​ເລືອກ​ຕັ້ງ​ເອົາ​ປະທານ​າທິບໍດີສະຫະລັດ ​ເກີດ​ຂຶ້ນທຸກໆ​ສີ່​ປິ​ ໃຊ້​ເວລາ​ໂຄສະ​ນາ​ຫາ​ສຽງ​ເປັນ​ປີ ​ໃຊ້ເຫື່ອ​ແຮງຜູ້​ອາສາ​ສະໝັກຢ່າງ​ຫລວງຫລາຍ ​ແລະ​ໃຊ້ເງິນ​ຢ່າງ​ມະຫາ​ສານ ຊຶ່ງ​ແຕ່ລະພັກ​ຝ່າ​ຍ​ໄດ້​ໃຊ້​ເງິນຫຼາຍ​ກວ່າ 600 ລ້ານ​ໂດ​ລາ ທີ່​ບໍ່​ມີ​ປະ​ເທດໃດ​ໃນ​ໂລກ​ປຽບເໝືອນ. ​ເຖິງ​ຢ່າງ​ໃດ​ກໍ​ດີ ສະ​ຫະລັດ ອາ​ເມຣິກາ ​ກໍແມ່ນໄດ້​ສະ​ແດງ​ໃຫ້​ໂລກເຫັນວ່າ ເຖິງ​ແມ່ນເຂົາ​ເຈົ້າຈະ​ໄດ້ໂຄສະນາແບບຜິດ​ຖຽງ​ກັນຢ່າງ​ແຮງ ​ແລ້ວ​ໃນ​ທີ່​ສຸດ ​ບໍ່​ວ່າພັກ​ໃດ​ໄດ້ ຫລື​ພັກໃດ​ເສຍ​ກໍ​ຕາມ ​ເຂົາ​ເຈົ້າກໍຈະ​ໂຮມ​ແຮງກັນ​ສ້າງສາ​ປະ​ເທດ​ໃຫ້ເຂັ້​ມ​ແຂງ ​ແລະເປັນ​ຜູ້ນຳ​ໂລກຕໍ່ໄປ​ຢູ່​ສະ​ເໝີ.

VOA60 World PM - Trump Pulls Off Upset Victory Over Clinton
please wait

No media source currently available

0:00 0:01:00 0:00

XS
SM
MD
LG