ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສຳພາດຍານາງຕູ່ ເມກສະຫວັນ ອະດີດ ຫົວໜ້າໂຮງຮຽນປະຖົມ ທີ່ລັດ Oregon


ຍານາງ​ຕູ່ ​ເມກ​ສະຫວັນ ປັດຈຸບັນ ກຳລັງພັກຜ່ອນກິນເບ້ຍບໍານານ ຢູ່ນະ​ຄອນ​ໂຮ​ໂນ​ລູລູ ລັດ​ຮາ​ວາຍ ສະຫະລັດອາເມຣິກາ.
ຍານາງ​ຕູ່ ​ເມກ​ສະຫວັນ ປັດຈຸບັນ ກຳລັງພັກຜ່ອນກິນເບ້ຍບໍານານ ຢູ່ນະ​ຄອນ​ໂຮ​ໂນ​ລູລູ ລັດ​ຮາ​ວາຍ ສະຫະລັດອາເມຣິກາ.

ທ່ານຜູ້ຟັງທີ່ເຄົາລົບ ໃນລາຍການຊີວິດຊາວລາວຂອງວີໂອເອ ແລງວັນພະຫັດມື້ນີ້ ເຮົາຂໍແນະນຳໃຫ້ທ່ານຮູ້ຈັກກັບ ຍານາງຕູ່ ເມກສະຫວັນ ສະຕີອາເມຣິກັນເຊື້ອສາຍ
ລາວ ທີ່ໄດ້ວາງບົດບາດອັນສຳຄັນດ້ານການສຶກສາໄວ້ໃຫ້ແກ່ເຍົາວະຊົນ ແລະປະ
ຊາຄົມໃນສະຫະລັດອາເມຣິກາ. ຫລັງຈາກໄດ້ຮັບໃຊ້ໜ້າ ທີ່ມາເປັນເວລາກວ່າສາມ
ທົດສະວັດ​ແລ້ວ ບັດນີ້ຍານາງຕູ່ ກຳລັງມີຄວາສຸກກັບການພັກຜ່ອນກິນເບ້ຍນານທີ່ ນະຄອນໂຮໂນລູລູ ລັດຮາວາຍ. ຄຸນ​ງານ​ຄວາ​ມດີຂອງຍານາງຕູ່ ເມັກສະຫວັນ ທີ່​ໄດ້​
ປະ​ໄວ້​ໃຫ້​ແກ່​ສັງຄົ​ມຢ່າງໃດນັ້ນ ກິ່ງສະຫວັນ ຈະນຳມາສະເໜີທ່ານໃນອັນດັບຕໍ່ໄປ.

ສະບາຍດີທ່ານຜູ້ຟັງທີ່ເຄົາລົບ ໃນລາຍການຊີວິດຊາວລາວຂອງ ວີໂອເອ ມື້ນີ້ ຂ້າພະ ເຈົ້າຂໍແນະນໍາໃຫ້ທ່ານຮູ້ຈັກກັບ ຍານາງຕູ່ ເມກສະຫວັນ ສະຕີອາເມຣິກັນເຊື້ອສາຍ
ລາວ ແລະຜູ້ນຳ​ພາ​ດ້ານ​ການ​ສຶກສາ. ຍານາງຕູ່ເປັນແມ່ນແມ່ຍິງ ຄົນນຶ່ງທີ່ໄດ້ວາງບົດ
ບາດດ້ານການສຶກສາແລະ​ເປັນແສງທຽນໃຫ້ແກ່ລູກຫຼານ ຜູ້ເກີດໃໝ່ໃຫຍ່ລຸນ ໄປສູ່
ຜົນສຳເລັດໃນການປະກອບວິຊາອາຊີບ ແລະເປັນພົນ ລະເມືອງດີຂອງປະເທດ.
ຫລັງຈາກໄດ້ຮັບໃຊ້ສັງຄົມມາເປັນເວລາກວ່າສາມທົດ ສະວັດ​ແລ້ວ ບັດນີ້ຍານາງຕູ່ ໄດ້ອອກກິນເບ້ຍບຳນານ ແລະດຳລົງຊີວິດຢ່າງມີ ຄວາມສຸກ ທີ່ນະຄອນໂຮໂນລູລູ
ລັດຮາວາຍ. ເພາະສະນັ້ນ ເຮົາຈະນຳເອົາຜົນ ງານ ຊີວິດຄວາມເປັນມາ ຂອງຍານາງ
ຕູ່ ​ໃນ​ຖານະ​ທີ່​ເປັນ ຊາວອາເມຣິກັນຄົນນຶ່ງ ທີ່ໄດ້ວາງບົດບາດໄວ້ ໃຫ້ແກ່ປະຊາຄົມ ມາສະເໜີທ່ານ.

ຍານາງຕູ່ແມ່ນອະດີດນັກສຶກສາແຫ່ງພະລາຊະອານາຈັກລາວ ໃນຊຸມປີ 1970 ທີ່ໄດ້
ຮັບທຶນແລກປ່ຽນວັດທະນາທຳ ຫລື American Field Service ມີຊື່ຫຍໍ້ວ່າ​ AFS ມາທັດສະນະສຶກສາຢູ່ສະຫະລັດເປັນເວລານຶ່ງປີ. ຫລັງຈາກນັ້ນຕໍ່ມາ ຍານາງຕູ່ ກໍໄດ້
ຮັບທຶນກັບມາສຶກສາຕໍ່ອີກ ທີ່ມະຫາວິທະຍາໄລລັດຮາວາຍ ສຳເລັດປະລິນຍາຕີຝ່າຍ
ການສຶກສາ ຊຶ່ງເວລານີ້ ຕົກຢູ່ໃນຊ່ວງການປ່ຽນແປງ ລະບອບການປົກຄອງຢູ່ໃນ
ປະ​ເທດລາວ. ຍານາງຕູ່ ບໍ່ແຕກຕ່່າງກັບບັນດາຊາວ​ໜຸ່ມຍິງ​ສາວລາວຫລາຍໆຄົນ
ໃນສະໄໝນັ້ນທີ່ໄດ້ຮັບທຶນມາສຶກສາຢູ່ຕ່າງປະເທດ ແລະຫວັງຈະນຳເອົາວິຊາຄວາມ
ຮູ້ທີ່ໄດ້ຮຽນມາກັບ​ຄືນໄປຮັບໃຊ້ປະເທດຊາດສິດສອນເຍົາວະຊົນໃຫ້ມີຄວາມກ້າວໜ້າ.
ຍານາງຕູ່​ ​ໄດ້​ເລົ່າ​ຊີວິດ​ເບື້ອງ​ຕົ້ນ​ຕໍ່ ວີ​ໂອ​ເອ ດັ່ງ​ນີ້:

ຫອມຈຳປາແດງເມືອງລາວ
ຫອມຈຳປາແດງເມືອງລາວ

ລິງໂດຍກົງ

ຍານາງຕູ່ໄດ້ຕັດສິນໃຈ ກັບຄືນໄປປະເທດລາວ ແລະໄດ້ເຂົ້າຮັບໃຊ້ເປັນນາຍຄູສອນ
ທີ່ມັດທະຍົມແບບປະສົມຟ້າງຸ່ມວຽງ​ຈັນ. ພຽງລະຍະສັ້ນໆເທົ່ານັ້ນ ຍາ​ນາງໄດ້ເຫັນສະ
ພາບຄວາມການ​ປ່ຽນ​ແປງ​ທີ່ບໍ່ປອດໄພ ໃນທີ່ສຸດກໍໄດ້ຕັດສິນໃຈຫລົບໜີອອກຈາກປະ
ເທດລາວ ເຂົ້າ​ໄປ​ໃນປະເທດໄທ ແລ້ວກັບຄືນເຂົ້າມາ ທີ່ລັດຮາວາຍ ສະຫະລັດລັດອາ
ເມຣິກາ ອີກຄັ້ງນຶ່ງຊຶ່ງຍານາ​ງຕູ່​ໄດ້ກ່າວ​ຕໍ່ວີ​ໂອ​ເອ​ອີກວ່່າ:

ດອກ Bird of Paradise
ດອກ Bird of Paradise

ລິງໂດຍກົງ

ຫລັງ​ຈາກ​ໄດ້ກັບຄືນເຂົ້າມາຕັ້ງຖິ່ນຖານຊີວິດໃໝ່ຢູ່​ໃນ​ສະຫະລັດ​ແລ້ວ ຍານາງຕູ່ ກໍ
ໄດ້ເລີ້ມສອນ​ພາສາ​ອັງກິດ ​ຢູ່​ໂຮງຮຽນ​ມັດ​ທະ​ຍົມ ໃນ​ລັດ​ຮາ​ວາຍ ພ້ອມ​ທັງສະແຫວງ
ຫາການສຶກສາຊັ້ນສູງ ທີ່ເປັນແສງທຽນໄປສູ່ຄວາມກ້າວໜ້າຕໍ່ການປະ ກອບວິຊາອາ
ຊີບ. ຫລັງຈາກໄດ້ໃຊ້ວີວິດຢູ່ນະຄອນໂຮໂນລູລູ ຊົ່ວລະຍະນຶ່ງ ຍາ ນາງຕູ່ກໍໄດ້ຍ້າຍ
ເຂົ້າມາເຮັດວຽກຢູ່ແຜ່ນດິນໃຫຍ່ ທີ່ລັດ Oregon ຊຶ່ງຕັ້ງຢູ່​ໃນ ພາກຕາເວັນຕົກສຽງ
ເໜືອຂອງສະຫະລັດ ບ່ອນທີ່ທ່ານສອນພາສາອັງກິດເປັນພາສາທີ່ສອງຫລື English
as a Second Language (ESL) ສຳລັບນັກ ຮຽນຕ່າງປະເທດ ຫລືຜູ້ທີ່ບໍ່ໄດ້ເກີດ
ຢູ່ໃນສະຫະລັດ. ຫລັງ​ຈາກ​ນັ້ນຕໍ່​ມາຍາ​ນາງຕູ່ ໄດ້ຖືກເລື່ອນໜ້າທີ່ຂຶ້ນມາເປັນຫົວໜ້າ
ໂຮງຮຽນປະຖົມ ທີ່ມີຄວາມຮັບຜິດຊອບສູງ ຊຶ່ງຍານາງໄດ້ເລົ່າເຖິງໜ້າທີ່ຄວາມຮັບຜິດ
ຊອບຕໍ່ວຽກການດັ່ງນີ້:

ຫອມດອກເຜີ້ງ
ຫອມດອກເຜີ້ງ

ລິງໂດຍກົງ

ບັດ​ນີ້ຍານາງຕູ່ ເມກສະຫວັນ ໄດ້ລາ​ອອກຈາກ​ໜ້າ​ທີ່ ​ໄປກິນເບ້ຍບໍານານ ​ແລະຍ້າຍ
ກັບຄືນໄປຢູ່ນະຄອນໂຮໂນລູລູ ບ່ອນທີ່ມີດິນຟ້າອາກາດສົດໄສບໍ່ມີອາກາດ​ໜາວ ​ແລະ
​ບໍ່​ມີຫິມະຕົກ​. ຍານາງໄດ້ກ່າວເຖິງ​ປະສົບ​ການ​ໃນ​ການ​ເຮັດ​ວຽກແລະ ​ຄວາມ​ຮູ້ສຶກກ່ຽວ
ກັບ​ການກິນ​ເບ້ຍ​ບະ​ນານວ່າ:

ຫອມດອກກຸຸຫລາບ
ຫອມດອກກຸຸຫລາບ

ລິງໂດຍກົງ

ຢູ່​ໃນ​ສັງ​ຄົມ​ຊີວິດ​ຂອງ​ຊາວ​ອາ​ເມຣິກັນ ການ​ອອກ​ກິນ​ເບ້ຍ​ບໍານານ​ບໍ່​ໄດ້​ໝາຍ​ເຖິງ​ການ
ນັ່ງ​ຢູ່​ລ້າໆ​ໂດຍ​ທີ່​ບໍ່​ປະໂຫຍ​ດ. ​ຍານາ​ງຕູ່​ໄດ້​ໃຊ້​ເວລາ​ຫວ່າງເຮັດໃນ​ສິ່ງ​ທີ່​ຕົນ​ມັກ ນອກ
​ຈາກນັ້ນ​ແລ້ວ ​ຍັງໃຊ້​ເວລາ​ເປັນ​ບາງ​ຄັ້ງ​ບາງ​ຄາວ​ຮັບ​ໃຊ້​ສັງຄົມ​ລາວອາ​ເມຣິກັນຢ່າງ​ມີ
ຄວາມມ່ວນ​ຊື່ນ ຊຶ່ງ​ຍາ​ນາງ​ໄດ້​ກ່າວດັ່ງ​ນີ້:

ຍານາງຕູ່ ເມກສະຫວັນ ທີນະຄອນໂຮໂນລູລູ ລັດຮາວາຍ
ຍານາງຕູ່ ເມກສະຫວັນ ທີນະຄອນໂຮໂນລູລູ ລັດຮາວາຍ

ປະຊາຊົນອາ​ເມຣິກັນ​ເປັນ​ຊົນ​ຊາດ​ທີ່​ເຮັດ​ວຽກ​ໜັກ ​ແລະມີ​ຄວາມ​ຮັບຜິດຊອບ​ສູງ​. ໃນ
ລະຍະ​ເວລາ​ອັນ​ຍາ​ວນານຕໍ່​ໜ້າ​ທີ່ການນີ້ ມັນໄດ້​ຫລໍ່​ຫຼອມ​ເຮັດ​ໃຫ້​ຕິດ​ພັນ​ກັບ ​ຄວາມ​ລື້ງ
ເຄີ​ຍຂອງ​ການ​ເຮັດ​ວຽກ. ​ເພາະສະ​ນັ້ນ ມັນອາດ​ເກີດຄວາມ​ເປັນ​ຫ່ວງ​ແກ່ບາງ​ຄົນ​ທີ່​ຈະ
​ປ່ຽນແປງຊີວິດການ​ເປັນ​ຢູ່ໃໝ່ ຫລາຍໆ​ຄົນ​ພາກັນ​ເຮັດ​ວຽກ​ຈົນ​ເກີນ​ກຳນົດ​ ​ແລະຫລາຍໆ
ຄົນ​ພາກັນ​ລໍຖ້າ​ໃຫ້​ວັນ​ນີ້​ມາ​ເຖິງ. ​ເພື່ອໃຊ້ເວລາຫວ່າງ​ໃຫ້​ເປັນ​ປະ​ໂຫຍ​ດ ຫລັງ​ຈາກ​ອອກ
​ກິນເບ້​ຍບຳນານແລ້ວ​ນັ້ນ ຫລາຍໆ​ຄົນພາກັນ​ອາສາ​ສະໝັກ​ຮັບ​ໃຊ້​ສັງຄົມ​ເທົ່າ​ທີ່ປະຕິບັດ
​ໄດ້ດັ່ງ​ໂຕ​ຢ່າງ ຂອງຍານາງ​ຕູ່ ​ເມກ​ສະຫວັນ. ພ້ອມ​ດຽວ​ກັນ​ນີ້ ວີ​ໂອ​ເອ ຂໍສະ​ແດງ​ຄວາມ
ຊົມ​ເຊີຍ ​ແລະ​ຂອບ​ໃຈທີ່​ທ່ານ​ ທີ່ໄດ້​ເບີກທາງ​ໄວ້ເປັນ​ໂຕ​ຢ່າງ​ໃຫ້​ແກ່​ປະຊາ​ຄົມແລະເຍົາ​
ວະ​ຊົນຜູ້​ເກີດໃໝ່​ ໃຫຍ່​ລຸນ.

XS
SM
MD
LG