ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ວີໂອເອ ສຳພາດກັບ ບັນດາອະດີດ ທະຫານນາວິກະໂຍທິນ ໃນວັນ ນັກລົບເກົ່າ ອາເມຣິກັນ


Obama Salutes US Veterans on Annual Holiday
please wait

No media source currently available

0:00 0:01:33 0:00

ເຊີນຊົມ ແລະຟັງ ການສະຫລອງ ວັນນັກລົບເກົ່າ ສະຫະລັດ

ວັນທີ​ 11 ພະຈິກ ມື້ວານນີ້ ທາງລາຍການ ຊີວິດ​ຊາວ​ລາວ ຂອງ
​ວີໂອເອ ປະ​ຈໍາແລງວັນ​ພະຫັດ ຂອງເຮົາ ​ຈຶ່ງ​ຈະ​ນຳ​ເອົາ​ການ​ສຳ
ພາດ ກັບບັນດາ​ລູກ​ຫລານລາວ ທີ່ເຄີຍ​ໄດ້​ເຂົ້າ​ຮັບ​ໃຊ້ໃນກອງທັບ
ສະຫະລັດ ມາສະ​ເນີທ່ານ. ບັນດາ​ຊາຍ​ໜຸ່ມ​ເຫຼົ່າ​ນີ້ ​ໄດ້​ມາເຕີບ
ໃຫຍ່​ ​ແລະ​ເກີດ​ຢູ່ໃນ ສະຫະລັດ ​ໄດ້ຜ່ານ​ການຕຽມ​ພ້ອມເພື່ອ
ປ້ອງ​ກັນ​ປະ​ເທດຊາດ ​ແລະ​ໄດ້ໄປສູ້​ລົບຢູ່​ແນວ​ໜ້າມາ. ບັດ​ນີ້​ເຂົາ​ເຈົ້າ​ໄດ້ພົ້ນ​ກຳນົດການ
​ຮັບ​ໃຊ້ ​ອອກ​ມາ​ເປັນ​ພົນລະ​ເມືອ​ງດີຂອງ​ປະ​ເທດ ປະກອບ​ວິຊາ​ອາຊີບ​ອື່ນຕ່າງໆນາໆ
​ຊ່ຶງບາງ​ຄົນກໍ​ໄດ້​ຮັບ​ບາດ​ເຈັບກໍມີ. ກິ່ງ​ສະຫວັນ ຈະ​ນຳ​ເອົາ​ຄວາມ​ເປັນ​ມາ​ຂອງຊີວິດໜຸ່ມ​
ນ້ອຍ​ ອາ​ຣິກັນ ເຊື້ອສາຍ​ລາວ​ເຫລົ່າ​ນີ້ ​ມາສະ​ເໜີ​ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ.

ວັນ​ພຸດ​ທີ່ 11 ເດືອນ​ພະ​ຈິກ​ມື້​ວານ​ນີ້ ເປັນວັນລະ​ນຶກ​ເຖິງ ວັນ​ນັກ​ລົບ​ເກົ່າ ຢູ່​ໃນ​ສະ​ຫະ​ລັດ
ອາ​ເມ​ຣິ​ກາ ເປັນ​ວັນ​ພັກ​ລັດ​ທະ​ການ​ຂອງ​ລັດ​ທະ​ບານ​ກາງ ​ເພື່ອລະ​ນຶກ​ເຖີງ​ບັນ​ດາຜູ້​ຮັບ
​ໃຊ້ຢູ່ໃນ​ກ​ອງ​ທັບ​ສະ​ລັດ ທີ່​ຮູ້ກັນ​ວ່າ ວັນ​ນັກ​ລົບ​ເກົ່າ ຫລື Veterans Day. ວັນ​ດັ່ງ​ກ່າວ​ນີ້
ກົງ​ກັບ​ວັນ​ສະ​ຫງົ​ບ​ເສິກ ທີ່​ໃຫ້ກຽດ​ຕິ​ຍົດ​ແກ່ບັນ​ດາທະ​ຫານໆ​ຂອງ​ຊາດ ທີ່ສະ​ຫລອງ​ກັນຢູ່​
ໃນ​ຫລາຍໆ​ປ​ະ​ເທດທົ່ວ​ໂລກ ພ້ອມທັງ​ເປັນຂີດ​ໝາຍ​ຄົບ​ຮອບ​ວັນ​ສະ​ຫງ​ົບ​ເສິກຂອງ ​ສົງ​
ຄາມ​ໂລກ​ຄັ້ງທີ່​ໜຶ່ງ ​ທີ່ໄດ້​ກາຍ​ມາ​ເປັນ​ ວັ​ນນັກ​ລົບ​ເກົ່າຂອງ ສະ​ຫະ​ລັດ ​ທີ່​ໄດ້​ເລີ້ມ​ມາ​ແຕ່​ປີ
1954.

ບັນດາ​ຮ້ານ​ອາຫານ ​ແລະ​ຮ້ານ​ຂາຍ​ເຄຶ່ອງຫຍ່ອຍ​ຕ່າງ​ໆ ຢູ່​ທົ່ວ​ສະຫະລັດ ກຳລັງ​ພາກັນ
​ມອບ​ສິ່ງ​ຂອງໃຫ້ຟຣີ ຫລື​ບໍ່​ກໍຫລຸດ​ລາຄາໃຫ້ ​ແລະ​ບໍລິການ​ແກ່​ບັນດາ ທະຫານ​ແຫ່ງ​ຊາດ
ທີ່​ເປັນນັກ​ລົບ​ເກົ່າ ​ໃນ​ວັນ​ພຸດ​ມື້​ນີ້ ​ເພື່ອ​ໃຫ້​ກຽດ​ແກ່ ວັນນັກ​ລົບ​ເກົ່າ ຊຶ່ງ​ເປັນວັນພັກ​
ແຫ່ງຊາດປະຈຳ​ປີ.

ການສະ​ແດງ​ອອກເຖິງ​ຄວາມ​ເພິ​ງພໍ​ໃຈ ແມ່ນ​ເປັນໄປ​ຕາມ​ປະ​ເພນີຫລາຍ​ກວ່າ ​ແລະ​ການ​ໄວ້ອາ​ໄລ ຮ່ວມ​ທັງການ​ວາງ​ພວງ​ມະລາ​ໂດຍ ປະທານາທິບໍດີ Barack Obama ທີ່​ຂຸມ​ຝັງ
​ສົບ​ທະຫານນິລະນາມ ທີ່ສຸສານແຫ່ງ​ຊາດ ຢູ່​ຟາກ​ແມ່​ນໍ້າ Potomac ຈາກ​ນະຄອນຫລວງ
​ຂອງ​ປະ​ເທດ.

ວັນ​ພັກນັກ​ລົບ​ເກົ່າ ​ເປັນ​ວັນ​ໃຫ້​ກຽດ​ແກ່ ບັນດາ​ຜູ້​ຊາຍ ​ແລະຜູ້ຍິງ ທີ່​ໄດ້​ຮັບ​ໃຊ້​ຢູ່ ໃນ​ກອງ
ທັບ​ສະຫະລັດ ມີ​ມາ​ຕັ້ງ​ແຕ່​ປີ 1919 ​ເວລາ​ປະທານາທິບໍດີ Woodrow Wilson ປະກາດ
​ເອົາ​ວັນ​ທີ 11 ​ເດືອນ​ພະຈິກ ​ເປັນ​ວັນ​ສະຫງົບ​ເສິກ ​ເພື່ອ​ສະຫລອງ​ສີ້​ນສຸດ​ການ​ສູ້​ລົບ ທີ່​ກົງ
​ກັບ​ໜຶ່ງ​ປີ ​ໃນ​ສົງຄາມ​ໂລກ​ຄັ້ງ​ທີ່​ໜຶ່ງ “​ສີ້​ນລົງ ​ຂອງສົງຄາມທັງ​ໝົດ” ລະ​ຫວ່າງ​ເຢຍຣະມັນ
​ແລະ​ບັນດາ​ປະ​ເທດ​ພັນທະ​ມິດ ທີ່​ປະ​ກອບ​ດ້ວຍ ອັງກິດ ຝຣັ່ງ ​ແລະ​ສະຫະລັດ.


ບັດ​ນີ້ເຮົາ​ມາ​ກ່າວ​ເຖິງຄວາມ​ສຳ​ຄັນ​ຂອງບັນດາ​ເຍົາ​ວະ​ຊົນເຊື້ອ​ສາຍ​ລ​າວ ທີ່​ໄດ້​ວາງບົດ
​ບາດອັນ​ສຳ​ຄັນໄວ້ ຢູ່ວັນ​ນັກ​ລົບ​ເກົ່ານີ້. ນັບຕັ້ງ​ແຕ່​ຊາວ​ລາວ​ໄດ້​ເຂົ້າ​ມາ​ຕັ້ງ​ຖິ່ນ​ຖານຢູ່​ໃນ
ສະ​ຫະ​ລັດ ໃນ​ຕອ​ນ​ທ້າຍ​ຂອງ​ສັດ​ຕະ​ສັດທີຊາວ ອັນເປັນ​ເວ​ລາຫລາຍກ່ວ່າສາມ​ທົດ​ສະ
​ວັດ​ທີ່​ຜ່ານ​ມາ. ບັນ​ດາ​ລູກ​ຫລານ​ຜູ້ມີ​ເລືອດ​ເນື້ອເຊື້ອ​ສາຍລາວ ຍິງ ແລະ​ຊາຍ ​ທີ່ໄດ້ມາ
ເຕີ​ບ​ໃຫຍ່ ແລະ​ເກີດ​ຢູ່​ໃນ ສະ​ຫະ​ລັດ. ບັດ​ນີ້​ເຂົາ​ເຈົ້າພ​າ​ກັນໃຫຍ່​ກ້າ​ໜ້າ​ບານ​ ເປັນປະ​
ຊາ​ຊົນ​ຜູ້​ຈົງ​ຮັກ​ພັກ​ດີ​ຂອງ​ຊາດ ຫລາຍ​ໆຄົນພາ​ກັນສະ​ໝັກ​ເຂົ້າ​ເປັນ​ທະ​ຫານ​ຢູ່ໃນ
ເຫລົ່າຕ່າງໆ​ຂອງ ​ກອງ​ທັບສະ​ຫະ​ລັດ ​ຮັບ​ໃຊ້​ປະ​ເທດ​ຊາດ.

ຢູ່ໃນ ສະຫະລັດ ອາເມຣິກາ ຫລັງຈາກຮຽນໆຈົບມັດທະ​ຍົມ ແລ້ວເຂົາ​ເຈົ້າ ກໍສາ​ມາດ
ອາສາສະ​ໝັກ​ເຂົ້າ​ຮັບ​ໃຊ້​ຢູ່​ໃນ​ເຫລົ່າ​ທະ​ຫາ​ນ​ຕ່າງໆ​ຂອງ ກອງ​ທັບ​ສະ​ຫະ​ລັດ​ ເປັນ​ເວ
ລາ​ຫລາຍ​ປີ ຊຶ່ງ​ແລ້ວ​ແຕ່ສັນຍາ ​ເຊັນ​ຈາກ ສີ່​ປີ ຫາ​ຫົກ​ປີ. ​ນອກ​ນັ້ນເຂົາ​ເຈົ້າ​ຍັງ​ໄດ້​ຮັບ
ທຶນ​ສຶກສາ ​ຢູ່ມະ​ຫາ​ວິ​ທະ​ຍາໄລຕ່າງໆ.

ບັດ​ນີ້ເຮົາ​ຂໍ​ແນະ​ນຳ​ໃຫ້​ທ່ານ​ໄດ້​ຮູ້​ຈັກ​ກັບ ວິລະ​ບູ​ລຸດໜຸ່ມ​ນ້ອຍ​ຜູ້​ອົງ​ອາດ​ກ້າ​ຫານ​ເຊື້ອ​ສາຍ
​ລາວ ທ່ານ Timothy​ ວິ​ໄຊ ມີ​ຊື່ນ​ອ້ຍ​ວ່າ Tim ເກີດ​ຢູ່ ສະ​ຫະ​ລັດ ອາເມ​ຣິ​ກາ ສາ​ມາດ​ປາກ
​ພາ​ສາ​ລ​າວ​ໄດ້ດີ​ພໍສົມ​ຄວນ ຫລັ​ງຈາກ​ຮຽນ​ຈົບ​ມັດ​ທະ​ຍົມ Tim ໄດ້​ເຂົ້າ​ມະ​ຫາ​ວິ​ທະ​ຍາ​ໄລ
​ໜຶ່ງ​ປີ ​ຫລັງ​ຈາກ​ນັ້ນ​ໄດ້​ຕັດ​ສິນ​ໃຈ​ສະ​ໜັກເຂົ້າ​ຮັບ​ໃຊ້ ​ເປັນ​ທະ​ຫານ​ນາ​ວິກະ​ໂຍ​ທິນ ​ໃນ
ກອງ​ທັບ​ສະ​ຫະ​ລັດ. Tim ໄດ້​ເລົ່າ​ຄວາມ​ເປັນ​ມາ​ຂອງ​ຊີ​ວິດ​ທີ່ໄດ້​ກາຍ​ມາ​ເປັນ​ຄົນ​ພິ​ການ
​ໃນ​ຂະນະ​ທີ່​ລໍຖ້າການເດີນທາງ​ໄປ​ສູ້​ລົບທີ​ປະ​ເທດ​ອີຣັກ ດັ່ງ​ນີ້ :

Timothy ວິໄຊ ອະດີດ ທະຫານນາວີກະໂຍທິນ ສະຫະລັດ
Timothy ວິໄຊ ອະດີດ ທະຫານນາວີກະໂຍທິນ ສະຫະລັດ

ລິງໂດຍກົງ

Tim ກ່າວ​ຕໍ່​ໄປ​ວ່າ “ຂ້າພະ​ເຈົ້າ​ໄປ​ລອຍ​ນໍ້າ​ຢູ່​ທະ​ເລໃນ​ວັນພັກ ຂ້າພະ​ເຈົ້າ​ໄດ້​ໂດດລົງ​
ໄປ​ໃສ່​ຟອງ​ທະ​ເລ ​ຫົວ​ໄດ້​ໄປ​ຕຳ​ເອົາ​ດິນ​ຊາຍ​ເຮັດ​ໃຫ້​ກະ​ດູກ​ຄໍ​ຫັກ​ສີ່​ບ່ອນ ​ແລະ​ໄດ້​ກາຍ​
ມາ​ເປັນຄົນ​ພິການ ​ຈາກ​ໜ້າ​ເອີກ​ລົງ​ໄປ​ຫາ​ຕີນ​ເໜັງ​ຕີງ​ບໍ່​ໄດ້ ​ເວລາ​ນັ້ນ ຂ້າພະ​ເຈົ້າ​ຕຽມ
​ຈະ​ໄປ​ປະຕິ​ບັດ​ງານ​ຢູ່​ເທດ​ອີ​ຣັກ ປັດ​ຈຸ​ບັນ​ນີ້ ຂ້າພະ​ເຈົ້າ ​ມີ​ຂອບ​ເຂ​ດຈຳກັດ​ສຳລັບ​ການ
​ເໜັງ​ຕີ​ງ​ຂອງແຂນ ​ແລະ​ນິ້ວມື​ເໜັງ​ບໍ່​ໄດ້.”

​ຊີ​ວິດ​ຂອງການ​ເປັນ​ຄົນ​ພິ​ການ ບໍ່​ໄດ້​ສ້າງ​ຄວາມ​ທໍ້​ຖອຍແກ່​ Tim ລາວ​ຍິງ​ດຳ​ເນີນ ຄວາມມີ​ມາ​ນະ​ອົດ​ທົນ ແລະ​ໃຊ້​ຊິ​ວິດອັນຈຳ​ກັດ​ໃຫ້​ເປັນ​ປະ​ໂຫຍດ​. ​ບັດ​ນີ້ Tim ໄດ້​ກາຍ​ມາ​ເປັນ​ນັກ​ກິ​ລາ wheel chair rugby ຫລື ນັກ​ກິລາ ຣັກບີ ຂີ່​ລົດພິການ Tim ​ໄດ້​ອະທິບາຍ​ກ່ຽວ​ກັບ​ກິລາ​ສະ​ນິດ​ນີ້​ວ່າ :

Timothy ວິໄຊ ນັກກິລາ wheelchair rugby
Timothy ວິໄຊ ນັກກິລາ wheelchair rugby

ລິງໂດຍກົງ


"ຂ້າພະ​ເຈົ້າ ຫລີ້ນ​ກິລາ​ທີ່ຮ້ອງວ່າ wheel chair rugy ຫລື​ຂີ່​ລົດ​ພິການ​ ຫລີ້ນ​ບານ
rugby ຢູ່​ໃນເດີ່ນ​ basket ball ​ເປັນ​ທິມ​ເພື່ອ​ນຳ​ເອົາ​ໝາກບານ​ເຂົ້າ​ໄປ​ສູ່​ປະຕູໄຊ
​ໃນ​ນາມທີ່ເປັນຝ່າຍ​ປ້ອງ​ກັນ ຝ່າຍ​ກົງກັນຂ້າມ​ຕ້ອງ​ພະ​ຍາມ​ຕຳ ​ແລະ​ຍູ້​ເ​ຜູ້​ຂີ່​ລົດ​ພິ
ການ​ນັ້ນ​ຕົກ​ອອກ​ຈາກ​ລົດຂອງ​ລາວ ມັນ​ອາ​ດຈະ​ເຈັບ​ຢູ່​ເລັກ​ນ້ອຍ ​ແຕ່​ພວກ​ເຮົາ​ໄດ້
​ຮັບ ​ຄວາ​ມມ່ວນ​ຊື່ນຫລາຍ​ທີ່​ສຸດ. ຄວາມ​ຈິງ​ແລ້ວລົດ​ທີ່​ພວກ​ເຮົາ​ໃຊ້​ຫລີ້ນ​ກິລາສະ​
ນິດ​ນີ້ ​ເປັນ​ລົດ​ພິ​ເສດ​ໂດຍ​ສະ​ເພາະ ບາ​ງຄັ້ງ​ມັນ​ເຮັດ​ໃຫ້​ລົດ​ຂອງ​ພວກ​ເຮົາ​ປີ້ນ. ພວກ
​ນັກ​ກິລາ ທີ່​ຫລີີ້ນ​ນຳ​ກັນບໍ່​ໄດ້​ໝາຍ​ຄວາ​ມວ່າ​ເຂົາ​ເຈົ້າເຄີ​ຍ​ໄດ້ເປັນທະຫານ ​ແຕ່​ສ່ວນ​
ໃຫຍ່​ແລ້ວ​ເປັນ​ພົນລະ​ເຮືອນ​ ທີ່ພິການ​ດ້ວຍ​ກັນ.”

ປັດຈຸບັນ​ນີ້ Tim ຢູ່​ເມື​ອງ Mobile ລັດ Alabama ບ່່ອນ​ທີ່ Tim ກຳລັງ​ເຈາະ​ຈົງ​ໃສ່​ການ​ເຝິກ​ແອ​ບກິລາ ທີ່ຕຽມ​ການ​ເຂົ້າ​ແຂ່ງຂັນ Para Olympic ​ໃນ​ປີໜ້າ 2016 ຢູ່​ທີ່​ລັດ Alabama ນີ້​ເອງ ຊຶ່ງ Tim ​ໄດ້​ອະທິບາຍ​ຕໍ່​ໄປ​ວ່າ :

Timothy ວິໄຊ ກຳລັງຫລີ້ນກິລາ wheelchair rugby
Timothy ວິໄຊ ກຳລັງຫລີ້ນກິລາ wheelchair rugby

ລິງໂດຍກົງ

“ຂ້າພະ​ເຈົ້າຍ້າຍ​ມາຢູ່ເມືອງ Birmingham ລັດ Alabama ປີ​ກາຍ​ນີ້ ​ເພື່ອ​ເຝິກຊ້ອມ​
ກັບ​ທິມ ແຫ່ງ​ຊາດ ສະຫະລັດ ຂ້າພະ​ເຈົ້າ​ມີ​ຄວາມ​ຫວັງ​ທີ່​ຈະ​ຫລີ້ນ​ຢູ່​ໃນ ທິມໂອ​ລິ​ມປິກ
ແຫ່ງ​ຊາດທີ່​ຈະ​ມີ​ການ​ແຂ່ງຂັນໃນ​ເດືອນ​ເມສາ ​ປີ 2016 ທີ່​ເມືອງ Birmingham ຊຶ່ງ​
ກິລາ​ນີ້​ຮ້ອງ​ວ່າ para Olympic ທີ່ມີ​ການ​ແຂ່ງ​ຂັນ​ກັນທຸກ​ສີ່​ປີ ຫລັງ​ຈາກ ການ​ແຂ່ງ​ຂັນ
​ກິລາ​ໂອ​ລິ​ມປິກ​ລະດຄຮ້ອນ.

ອະດີ​ດນັກ​ລົບ​ເກົ່າ ທີ່​ໜ້າ​ສັນລະ​ເສີນ​ອີກ​ທ່ານ​ໜຶ່ງ​ກໍ​ຄື ທ່ານ Denne ສີ​ມມະ​ທອງ ​ຕິດຕາມ
​ຄອບ​ຄົວເຂົ້າ​ມາ​ຕັ້ງ​ຖິ່ນ​ຖານ​ຢູ່ໃນ ສະ​ຫະ​ລັດ​ໃນ​ປີ 1981 ເວ​ລາ​ນັ້ນ​ມີ​ອາ​ຍຸ​ໄດ້​ພຽ​ງແຕ່ສາມ
ປີ ເກີດ​ທີ່​ແຂວງ​ສະ​ຫ​ວັນ​ນະ​ເຂດ. Denne ເປັນ​ຊາຍ​ໜຸ່ມ​ລາວ​-ອາ​ເມ​ຣິ​ກັນ ​ທີ່ມັກ​ພະຈົ​ນ
​ໄພ ມັກ​ມ່ວນ ແລະ​ບໍ່ມີ​ຄວາມ​ຢ້ານ​ກົວ ສາ​ມາດ​ປາກ​ພາ​ສາ​ລ​າວ​ໄດ້​ດີ​. ຫລັງ​ຈາກ​ຮຽນ​ຈົບ
​ມັດ​ທະ​ຍົມ ລາວ​ໄດ້​ອາ​ສາ​ສະ​ໝັກ​ເຂົ້າ​ຮັບ​ໃຊ້ ຢູ່​ໃນ​ກອ​ງທັບ​ສະ​ຫະ​ລັດ ເປັນ​ທະ​ຫານ​ນາ
​ວີກະ​ໂຍ​ທິນ ຫລື Marines. Denne ມີຮ່າງ​ສູງ​ພຽງ​ແຕ່ ສີ່​ຟິດ​ປາຍ ແຕ່​ວ່າ​ ຄວາມ​ສູງ​ບໍ່​ໄດ້
​ເປັນ​ອຸບ​ປະ​ສັກກີດ​ກັ້ນ ຂັດ​ຂວາ​ຕໍ່​ຄວາມຢາກ​ຮັບ​ໃຊ້ຢູ່ໃນ​ກອງ​ທັບນາ​ວີກະ​ໂຍ​ທິນ.
Denne ໄດ້​ເລົ່າ​ຊີ​ວິດ​ຄວາມ​ເປັນ​ມາ​ເບື້ອງ​ຕົ້ານ​ຕໍ່ ວີ​ໂອ​ເອ ດັ່ງ​ນີ້ :

Denne ສິມມະທອງ ອະດີດທະຫານນະວີກະໂຍທິນ
Denne ສິມມະທອງ ອະດີດທະຫານນະວີກະໂຍທິນ

ລິງໂດຍກົງ

ຫລັງ​ຈາກ Denne ​ໄດ້​ລາ​ອອກ​ຈາກການ​ຮັບ​ໃຊ້ເປັນ​ທະ​ຫານແລ້ວ ບັດ​ນີ້​ໄດ້​ເຂົ້າຮໍ່າຮຽນ​ຕໍ່​ເພື່ອ​ເອົາ​ປະລິນຍາ​ຝ່າຍ​ໃດ​ຝ່າຍ​ໜຶ່ງ ດ້ວຍ​ຄວາມ​ອຸປະກາລະ​ທຶນ ຈາກກອງທັບສະຫະລັດ
Denne ​ໄດ້​ກ່າວ​ຕໍ່​ໄປ​ວ່າ :

Denne ສິມມະທອງ ທີ່ຫ້ອງຂ່າວ ວີໂອເອ
Denne ສິມມະທອງ ທີ່ຫ້ອງຂ່າວ ວີໂອເອ

ລິງໂດຍກົງ

ການ​ເຂົ້າ​ຮັບ​ໃຊ້​ເປັນ​ທະຫານ​ສະ​ລັດ ຕ້ອງ​ໄດ້​ເດີນທາງ​ໄປ​ຢູ່​ຫລາຍ​ປະ​ເທດ ​ແລະ​ເປັນ​ກຳ​ໄລ​ຊີວິດ ຊຶ່ງ Denny ​ໄດ້​ກ່າວ​ປະສົບ​ການ​ບັ້ນ​ນີ້​ສູ່​ຟັງ​ວ່າ :

Denne ສິມມະທອງ ອະດີດທະຫານ ນາວີກະໂຍທິນ ສະຫະລັດ
Denne ສິມມະທອງ ອະດີດທະຫານ ນາວີກະໂຍທິນ ສະຫະລັດ

ລິງໂດຍກົງ

Denny ເຖິງ​ແມ່ນ​ວ່າ​ໄດ້​ມາ​ເຕີບ​ໃຫຍ່​ຢູ່າ​ໃນສະຫະລັດ ເປັນ​ດວລາ​ດົນ​ນານ ​ແຕ່​ໄດ້​ສະ​ແດງ​ອອກ​ມາ ​ໃນ​ຄວາມ​ເປັນ​ລູກ​ລາວ​ຫລານ​ລາວ​ທີ່​ແທ້​ຈິງ ສາມາດ​ປາກ​ພາສາ​ດ້ວຍ​ສຳນຽງ​ສະຫວັນ​ນະ​ເຂດ ​ແລະມັກ​ອາຫານ​ລາວ ຊຶ່ງ Denn ​ໄດ້​ກວ່າ​ມ້ວນ​ທ້າ​ນດັ່ງ​ນີ້ :

ອະດິດບັນດາ ທະຫານນາວີກະໂຍທິນ Denne ແລະ ໄຊຈະເລີນສຸກ
ອະດິດບັນດາ ທະຫານນາວີກະໂຍທິນ Denne ແລະ ໄຊຈະເລີນສຸກ

ລິງໂດຍກົງ

ຄະນະ​ຈັດ​ທໍາລາຍ​ການ ຊີວິດ​ຊາວ​ລາວ​ຂໍ​ສະ​ແດງ​ຄວາມ​ຂອບ​ໃຈ​ມາ​ຍັງ ທ່ານ Tim ​ແລະ Denne ທີ່​ໄດ້​ແບ່ງປັນ​ປະສົບ​ການ​ຊີວິດ​ຂອງ ການ​ເປັນ​ທະຫານ​ນາວີກະ​ໂຍທິນ ຫລື Marines ​ຕິດຕາມມາດ້ວຍບັນດາ ນາຍທະຫານໆຂອງຊາດ ໃນອະດີດ ແລະປັດຈຸບັນ ທຸກໆຄົນ ເນື່ອງ​ໃນ​ໂອກາດ ການສະຫລອ ວັນນັກ​ລົບ​ເກົ່າ ຫລື Veterans Day.

XS
SM
MD
LG