ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ພາວະເສດຖະກິດຕົກຕໍ່າ ທີ່ມີສາເຫດມາຈາກ ໄວຣັສ ລົບກວນເສັ້ນທາງ ສູ່ສະຖານະພາບ ລາຍໄດ້ປານກາງ ຂອງ ອາຊຽນ


ບັນດານັກຄ້າຂາຍ ຢູ່ຕະຫຼາດຮຸ້ນຂອງ ໄທ ໃນ ບາງກອກ, 13 ມີນາ, 2020.
ບັນດານັກຄ້າຂາຍ ຢູ່ຕະຫຼາດຮຸ້ນຂອງ ໄທ ໃນ ບາງກອກ, 13 ມີນາ, 2020.

ດັດຊະນີຕ່າງໆນາໆເຊັ່ນການຂາຍເລປີ້ໂຮງລະຄອນ ແລະ ນັກທ່ອງທ່ຽວ ທີ່ເດີນທາງໄປຮອດສະ ໜາມບິນ ໄດ້ເຮັດໃຫ້ມີທັດສະນະຄະຕິວ່າ ພາວະ ເສດຖະກິດຕົກຕໍ່າແມ່ນກຳລັງຫຍັບໃກ້ເຂົ້າມາໃນບາງປະເທດ ເອເຊຍຕາ ເວັນອອກສຽງໃຕ້ ແລະ ປະເທດອື່ນໆກໍໃກ້ຈະເກີດຂຶ້ນເຊັ່ນກັນ, ສ່ວນ ໃຫຍ່ ແມ່ນຍ້ອນ COVID-19.

ສອງຈາກສິບປະເທດໃນພາກພື້ນດັ່ງກ່າວ ຈະເຫັນຜົນລົບທີ່ເພີ່ມຂຶ້ນໃນຍອດຜະລິດຕະ ພັນລວມພາຍໃນປະເທດ ຫຼື GDP ຂອງປີນີ້, ອີງຕາມຂໍ້ມູນທີ່ຖືກ ເກັບກຳໂດຍບໍລິສັດ Capital Economics, ເຊິ່ງແມ່ນບໍລິສັດຄົ້ນຄວ້າ. ປະ ເທດ ຫວຽດນາມ ແລະ ມຽນມາ ແມ່ນໄດ້ຖືກຍົກ ເວັ້ນ, ໃນຂະນະທີ່ GDP ຂອງປະເທດ ສິງກະໂປ ແມ່ນໄດ້ຫົດຕົວ ໃນສາມເດືອນທຳອິດ ຂອງປີແລ້ວ, ປະເທດ ໄທ, ມາເລເຊຍ ແລະ ຟີລິບປິນ ກໍຈະໄດ້ປະເຊີກັບການສູນເສຍ ທາງເສດຖະກິດທີ່ໃຫຍ່ທີ່ສຸດໃນປີ 2020. ຂໍ້ມູນນີ້ແມ່ນຂີດໝາຍການປ່ຽນແປງ ຂອງໂຊກຊະຕາຢ່າງຫຼວງຫຼາຍ ສຳ ລັບບັນດາປະເທດທີ່ຄັ້ງນຶ່ງເຄີຍເຕີບໂຕຢ່າງ ວ່ອງໄວນັ້ນ, ເຊິ່ງແມ່ນກະແຈສຳຄັນ ຂອງຕ່ອງໂສ້ສະໜອງສິນຄ້າໃນໂລກ.

GDP ໂດຍລວມຈະເພີ່ມຂຶ້ນປະມານ​ 10 ເປີເຊັນໃນ ເອເຊຍຕາເວັນອອກສຽງ ໃຕ້ໃນປີນີ້, ທຽບໃສ່ການຂະຫຍາຍຕົວໃກ້ກັບ 5 ເປີເຊັນເມື່ອປີກາຍນີ້, ອີງຕາມ ການພະຍາກອນຂອງບໍລິສັດ Capital Economics.

ລັດຖະມົນຕີກະຊວງການເງິນ ຟີລິບປິນ ທ່ານ ຄາລອສ ໂດມິງເກສ ໄດ້ກ່າວ ໃນຕົ້ນເດືອນນີ້ວ່າ “COVID-19 ໄດ້ສົ່ງຜົນກະທົບຕໍ່ພວກເຮົາໜັກຫຼາຍ.” ທ່ານ ໄດ້ອະທິບາຍ ກ່ຽວກັບ ຄວາມຈຳ ເປັນສຳລັບລັດຖະບານ ທີ່ຈະສະໜອງການ ຊ່ວຍເຫຼືອທາງເສດຖະກິດໃຫ້ປະຊາຊົນ, ໂດຍເວົ້າວ່າ “ສະນັ້ນ, ໂຄງການແມ່ນ ເພື່ອໃຊ້ຈ່າຍ, ທຳອິດ, ເພື່ອຊ່ວຍເຫຼືອຄອບຄົວທີ່ທຸກຍາກທີ່ສຸດ, ແລ້ວຕໍ່ມາຊ່ວຍ ເຫຼືອບໍລິສັດຂະໜາດນ້ອຍ ແລະ ກາງ, ແລ້ວຕໍ່ມາສະໜອງການສະໜັບສະໜູນ ສຳລັບບໍລິສັດຕ່າງໆທີ່ໄດ້ຮັບການສະໜັບສະໜູນຈາກທະນາຄານຂອງເຂົາເຈົ້າ.

ການຫຼຸດລົງໃນການເດີນທາງ, ການສົ່ງອອກຄືຊິ້ນສ່ວນປະກອບຕ່າງໆ, ແລະ ການສົ່ງເງິນກັບຄືນບ້ານຈາກຄົນ ຟີລິບປິນ ທີ່ອາໄສຢູ່ຕ່າງປະເທດແມ່ນກຳລັງ ເຮັດໃຫ້ເສດຖະກິດມີຄວາມເສຍຫາຍ. ປະເທດດັ່ງກ່າວຍັງໄດ້ປະກາດໃຊ້ກົດລະ ບຽບການກັກບໍລິເວນ ທີ່ເຄັ່ງຄັດທີ່ສຸດໃນພາກພື້ນ, ລວມທັງການຈັບກຸມຜູ້ລ່ວງ ລະເມີດ, ເຊິ່ງຈະສົ່ງຜົນກະທົບຕໍ່ຄວາມສາມາດຂອງ ຟີລິບປິນ ທີ່ຈະຟື້ນຕົວ ຄືນ, ອີງຕາມການກ່າວຂອງບັນດານັກເສດຖະສາດ.

ນີ້ແມ່ນບາງບັນຫາທີ່ມີຢູ່ທົ່ວໄປໃນພາກພື້ນ, ເຊິ່ງພູມອາກາດເຂດຮ້ອນຂອງ ເອ ເຊຍຕາເວັນອອກສຽງໃຕ້ທີ່ດຶງດູດນັກທ່ອງທ່ຽວ ໄດ້ມີສ່ວນຮັບຜິດຊອບທີ່ໃຫຍ່ ຫຼວງຕໍ່ເສດຖະກິດຂອງເຂົາເຈົ້າ, ເຊັ່ນດຽວກັບເປັນທີ່ຕັ້ງທີ່ສຳຄັນສຳລັບການຄ້າ ທົ່ວໂລກ, ການຂົນສົ່ງສິນຄ້າຈາກ ຈີນ ແລະ ປະເທດຂອງເຂົາເຈົ້າເອງໄປທົ່ວ ໂລກ. ນັ້ນໄດ້ເຮັດໃຫ້ການເຕີບໂຕ້ທາງເສດຖະກິດ ທີ່ໄດ້ຮັບການກະຕຸ້ນຈາກ ການຄ້ານັ້ນ ເປັນເຄື່ອງມືຫຼັກທີ່ບັນດາປະເທດກຳລັງພັດທະນາ ໃນເອເຊຍຕາ ເວັນອອກສຽງໃຕ້ນັ້ນກຳລັງໃຊ້ ເພື່ອເລື່ອນສະຖານະພາບຈາກປະເທດທີ່ກຳລັງ ພັດທະນາ ເປັນປະເທດທີ່ມີລາຍໄດ້ປານກາງ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG