ລາຍງານຂອງອົງການສະຫະປະຊາຊາດໄດ້ກ່າວວ່າ ນັກຮຽນຈຳນວນເຄິ່ງນຶ່ງໃນທົ່ວ
ໂລກ ອາຍຸປະມານ 13-15 ປີ ປະເຊີນກັບຄວາມຮຸນແຮງຢູ່ໂຮງຮຽນ ອັນມີລວມທັງ
ການຂົ່ມເຫັງ, ການລົງໂທດທາງຮ່າງກາຍ, ການຍິງກັນຢູ່ໂຮງຮຽນ ແລະ ສົງຄາມ.
ພຸດທະສອນ ມີລາຍລະອຽດ ກ່ຽວກັບ ເລື່ອງນີ້ມາສະເໜີທ່ານໃນອັນດັບຕໍ່ໄປ.
ລາຍງານຂອງອົງການ UNICEF ກ່າວວ່າ “ສຳລັບນັກຮຽນຫຼາຍລ້ານຄົນໃນທົ່ວໂລກ
ນັ້ນ, ສະພາບແວດລ້ອມໃນໂຮງຮຽນ ບໍ່ແມ່ນບ່ອນທີ່ປອດໄພສຳລັບການຮ່ຳຮຽນ ແລະ
ເຕີບໂຕ. ມັນເປັນເຂດອັນຕະລາຍ ບ່ອນທີ່ເຂົາເຈົ້າຮ່ຳຮຽນດ້ວຍຄວາມຢ້ານກົວ.”
ລາຍງານນັ້ນກ່າວວ່າ ການຂົ່ມເຫັງກັນ ກໍແມ່ນນຶ່ງໃນບັນຫາທີ່ໃຫຍ່ທີ່ສຸດໃນໂຮງຮຽນ,
ທີ່ມີນັກຮຽນ 1 ໃນຈຳນວນ 3 ຄົນໃດ ເຄີຍມີປະສົບການມາ. ໃນບັນດາປະເທດອຸດສາ
ຫະກຳນັ້ນ, ນັກຮຽນ 17 ລ້ານຄົນທີ່ມີ ອາຍຸ 13 ຫາ 19 ປີ ໄດ້ຍອມຮັບວ່າ ຕົນເອງ ໄດ້
ຂົ່ມເຫັງຄົນອື່ນໃນໂຮງຮຽນ.
ຊົນເຜົ່າກຸ່ມນ້ອຍ, ເດັກນ້ອຍພິການ, ແລະ ສະມາຊິກຢູ່ຊຸມຊົນຄົນຮັກຮ່ວມເພດ ແມ່ນ
ມີຄວາມເປັນໄປໄດ້ສູງກວ່າກຸ່ມອື່ນໆ ທີ່ຈະຖືກຂົ່ມເຫັງ. ໃນປະເທດ ອັງກິດ, 30 ເປີ
ເຊັນ ຫາ 50 ເປີເຊັນຂອງນັກຮຽນໜຸ່ມນ້ອຍ ຜູ້ທີ່ຖືກລະບຸວ່າ ເປັນຄົນຮັກຮ່ວມເພດນັ້ນ
ໄດ້ປະສົບກັບການຖືກຂົ່ມເຫັງ.
ລາຍງານໄດ້ກ່າວວ່າ ພວກເດັກຊາຍ ມີຄວາມເປັນໄປໄດ້ຫຼາຍກວ່າ ທີ່ຈະປະສົບກັບ
ການຖືກຂົ່ມເຫັງ ເຊິ່ງລວມມີການໃຊ້ຄວາມຮຸນແຮງຕໍ່ຮ່າງກາຍ ຫຼື ການຂົ່ມຂູ່ຕ່າງໆ.
ພວກເດັກຍິງ ກໍແມ່ນມີຄວາມເປັນໄປໄດ້ຫຼາຍກວ່າ ທີ່ຈະຕົກເປັນຜູ້ເຄາະຮ້າຍຂອງການ
ຂົ່ມເຫັງໃນຮູບແບບທາງ “ຈິດ ຫຼື ຄວາມສຳພັນ, ເຊັ່ນການເຜີຍແຜ່ຂໍ້ມູນທີ່ຜິດໆ ກ່ຽວກັບ
ເຂົາເຈົ້າ ຫຼື ຖືກປິດກັ້ນຈາກກຸ່ມສັງຄົມຕ່າງໆ ອີງຕາມລາຍງານນັ້ນ.
ການຂົ່ມເຫັງທາງຄອມພິວເຕີ ທີ່ຖືກອະທິບາຍວ່າ “ການທຳຮ້າຍແບບຕັ້ງໃຈ ແລະ ຢ່າງ
ຊ້ຳແລ້ວຊ້ຳອີກ” ເຊິ່ງມີສາເຫດມາຈາກການໃຊ້ຄອມພິວເຕີ, ໂທລະສັບມືຖື ແລະ ອຸປະ
ກອນອີເລັກໂທຣນິກອື່ນໆ ແມ່ນກຳລັງມີເພີ່ມຂຶ້ນ. ຜົນທີ່ອອກມາ ແມ່ນພວກຜູ້ເຄາະ
ຮ້າຍອາດມີບັນຫາຕິດເຫຼົ້າ ແລະ ຢາເສບຕິດ ຫຼື ມີຄວາມລຳບາກກັບການບ້ານ. ບາງ
ຄົນໄດ້ພະຍາຍາມຂ້າໂຕເອງຕາຍ, ອີງຕາມການລາຍງານນັ້ນ.
ການຄົ້ນຄວ້າໄດ້ພົບເຫັນວ່າ ໄດ້ມີລາຍງານວ່າ ນັກຮຽນປະມານ 1 ສ່ວນ 3 ຫຼື 150 ລ້ານ
ຄົນໃນທົ່ວໂລກ ອາຍຸຕັ້ງແຕ່ 13 ຫາ 15 ປີ ເຄີຍມີສ່ວນຮ່ວມໃນການຕີກັນ. ຂໍ້ມູນຈາກ
25 ປະເທດ ໄດ້ສະແດງໃຫ້ເຫັນວ່າ 20 ເປີເຊັນ ຂອງພວກເດັກຍິງ ແລະ ເດັກຊາຍ 50
ເປີເຊັນລາຍງານວ່າ ຖືກນັກຮຽນຄົນອື່ນທຳຮ້າຍຮ່າງກາຍຢ່າງໜ້ອຍເທື່ອນຶ່ງໃນລະ
ຫວ່າງປີທີ່ຜ່ານມາ.
ອົງການ UNICEF ກ່າວວ່າ ຈຳນວນເຄິ່ງນຶ່ງຂອງເດັກນ້ອຍ ໃນໄວຮຽນທຸກຄົນ ແມ່ນ
ອາໄສຢູ່ໃນປະເທດຕ່າງໆ ບ່ອນທີ່ການລົງໂທດນັກຮຽນດ້ວຍການຂ້ຽນຕີແມ່ນຖືກອະນຸ
ຍາດ. ອົງການດັ່ງກ່າວໄດ້ກະປະມານວ່າ ເດັກນ້ອຍປະມານ 720 ລ້ານຄົນ ບໍ່ໄດ້ຖືກ
ປົກປ້ອງຈາກຄວາມຮຸນແຮງແນວນີ້. ໃນຫ້ອງຮຽນບາງບ່ອນ, ນາຍຄູ ແລະ ເຈົ້າໜ້າທີ່
ໂຮງຮຽນຄົນອື່ນໆ “ມັກຈະເປັນແຫຼ່ງທີ່ມາ ຂອງສະພາບແວດລ້ອມໃນການຮ່ຳຮຽນທີ່
ເປັນຕາຢ້ານ.”
ຄົນໜຸ່ມນ້ອຍປະມານ 158 ລ້ານຄົນ ຕົກຢູ່ພາຍໃຕ້ຄວາມຮຸນແຮງ ຫຼື ຂົງເຂດທີ່ໄດ້ຮັບ
ຜົນກະທົບຈາກຄວາມຂັດແຍ້ງກັນ. ສຳລັບນັກຮຽນພວກນີ້, ຫ້ອງຮຽນຕ່າງໆອາດຈະບໍ່
ແມ່ນບ່ອນທີ່ປອດໄພກວ່າຊຸມຊົນອື່ນໆທີ່ເຂົາເຈົ້າອາໄສຢູ່.
ອົງການສະຫະປະຊາຊາດເວົ້າວ່າ ມັນໄດ້ມີການໂຈມຕີໂຮງຮຽນໃນທົ່ວໂລກໂດຍກົງ
ຫຼາຍກວ່າ 500 ຄັ້ງ. ເກືອບ 400 ຄັ້ງໄດ້ເກີດຂຶ້ນໃນປະເທດສາທາລະນະລັດ ປະຊາ
ທິປະໄຕ ຄອງໂກ, ໃນຂະນະທີ່ການໂຈມຕີ 26 ຄັ້ງ ແມ່ນໄດ້ຖືກພົບເຫັນຢູ່ປະເທດ
ຊູດານໃຕ້. ໃນປະເທດສາທາລະນະລັດ ອາຣັບ ຊີເຣຍ ມີລາຍງານວ່າເກີດການໂຈມຕີ
67 ຄັ້ງ. ການໂຈມຕີໂຮງຮຽນຢ່າງໜ້ອຍ 20 ຄັ້ງ ໄດ້ເກີດຂຶ້ນໃນປະເທດ ເຢເມນ. ໃນ
ການໂຈມຕີພວກນີ້ ຫຼາຍຄັ້ງແມ່ນຮຸນແຮງເຖິງຊີວິດ, ອີງຕາມອົງການ UNICEF.
ການຍິງກັນຢູ່ໂຮງຮຽນຍັງໄດ້ກາຍເປັນຮູບແບບຂອງຄວາມຮຸນແຮງທີ່ສຳຄັນໃນຫຼາຍ
ຂົງເຂດ. ໃນລະຫວ່າງເດືອນພະຈິກ 1991 ແລະ ເດືອນພຶດສະພາ ປີ 2018, ການຍິງ
ກັນຢູ່ໂຮງຮຽນ 70 ຄັ້ງ ຖືກລາຍງານວ່າ ໄດ້ເກີດຂຶ້ນໃນ 14 ປະເທດ. ການຍິງກັນໃນ
ແຕ່ລະຄັ້ງຈະປະກອບມີຜູ້ເຄາະຮ້າຍ 2 ຄົນ ຫຼືຫຼາຍກວ່ານັ້ນ, ພ້ອມກັບຜູ້ເສຍຊີວິດຢ່າງ
ໜ້ອຍ 1 ຄົນ.
ອົງການ UNICEF ໄດ້ຄິດໄລ່ຄວາມເສຍຫາຍທາງຮ່າງກາຍ, ທາງຈິດໃຈ ແລະ ເສດ
ຖະກິດຈາກຄວາມຮຸນແຮງໃນໂຮງຮຽນເປັນເງິນຢູ່ 7 ພັນຕື້ໂດລາ.
ອົງການ UNICEF ໄດ້ຮຽກຮ້ອງໃຫ້ລັດຖະບານທັງຫຼາຍພັດທະນາ ແລະ ບັງຄັບໃຊ້
ກົດໝາຍ ແລະ ນະໂຍບາຍຕ່າງໆທີ່ເພັ່ງເລັງໃສ່ການເຮັດໃຫ້ພວກນັກຮຽນປອດໄພຢູ່
ໂຮງຮຽນ, ພ້ອມກັບປະສົບການໃນໂລກອອນໄລນ໌ຂອງເຂົາເຈົ້າ.
ອົງການດັ່ງກ່າວຍັງໄດ້ເປີດການໂຄສະນາທາງອິນເຕີແນັດ, ເອີ້ນວ່າ #ENDviolence,
ເປັນຄວາມພະຍາຍາມທີ່ຈະຍົກຄວາມສຳນຶກ ແລະ ຂະຫຍາຍການສະໜັບສະໜູນ
ຈາກສາທາລະນະລັດ ສຳລັບການຕໍ່ສູ້ກັບຄວາມຮຸນແຮງ ແລະ ການຂົ່ມເຫັງກັນໃນ
ໂຮງຮຽນ.