ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການ​ອຸ​ທ​ິດ​ຕົນ ​ຂອງ ວິ​ມາ​ລາ​ ເຂົ້າ​ໃນ​ພາ​ລະ​ກິດ ສົ່ງ​ເສີມບົດ​ບາດ ຂອງຊາວອາ​ເມ​ຣິ​ກັນ ເຊື້ອ​ສາຍເອ​ເຊຍ ໃນວົງການ ການ​ເມືອງ ສ​ຫລ


ວິ​ມາ​ລາ ພົງ​ສະ​ຫວັນ, ຫົວ​ໜ້າ​ດ້ານໂຄງ​ການ ແລະການ​ພົວພັນ​ກັບ​ປະ​ຊາ​ຄົມ​ຂອງ APAICS, ເປັນ​ປະ​ທານ​ຮ່ວ​ມໃນ​ກອງ​ປະ​ຊຸມ​ຝຶກ​ອົບ​ຮົມ​ທີ່​ແນ​ໃສ່​ຍົກ​ສູງ​ຄວາມ​ເຂົ້າ​ໃຈ​ຂອງ ຊາວ​ອາ​ເມ​ຣິ​ກັນ ເຊື້ອ​ສາຍ​ເອ​ເຊຍ ໃນ​ການ​ໂຄ​ສະ​ນາ​ຫາ​ສຽງຢູ່​ນະ​ຄອນ​ຊີ​ອາ​ໂຕ, ລັດ​ວໍ​ຊິງ​ຕັນ, 16 ກໍ​ລະ​ກົດ, 2019
ວິ​ມາ​ລາ ພົງ​ສະ​ຫວັນ, ຫົວ​ໜ້າ​ດ້ານໂຄງ​ການ ແລະການ​ພົວພັນ​ກັບ​ປະ​ຊາ​ຄົມ​ຂອງ APAICS, ເປັນ​ປະ​ທານ​ຮ່ວ​ມໃນ​ກອງ​ປະ​ຊຸມ​ຝຶກ​ອົບ​ຮົມ​ທີ່​ແນ​ໃສ່​ຍົກ​ສູງ​ຄວາມ​ເຂົ້າ​ໃຈ​ຂອງ ຊາວ​ອາ​ເມ​ຣິ​ກັນ ເຊື້ອ​ສາຍ​ເອ​ເຊຍ ໃນ​ການ​ໂຄ​ສະ​ນາ​ຫາ​ສຽງຢູ່​ນະ​ຄອນ​ຊີ​ອາ​ໂຕ, ລັດ​ວໍ​ຊິງ​ຕັນ, 16 ກໍ​ລະ​ກົດ, 2019

ທ່ານ​ນາງວິ​ມາ​ລາ ພົງ​ສະ​ຫວັນ, ລູກ​ຫລານ​ອົບ​ພະ​ຍົບ​ລາວ ທີ່​ມາ​ຕັ້ງ​ຖິ່ນ​ຖານ​ໃນລັດໂຣດ​ໄອ​ແລນ ​ໄດ້ອຸ​ທິດ​ຕົນ​ເພື່ອ​ຮັບ​ໃຊ້​ປະ​ຊາ​ຄົມ​ຂອງ​ຕົນ ໂດຍ​ການ​ປະ​ກອບ​ສ່ວນ ​ສົ່ງ​ເສີມຊາວ​ອາ​ເມ​ຣິ​ກັນເຊື້ອ​ສາຍ​ເອ​ເຊຍ ແລະ​ເຊື້ອ​ສາຍ​ຊົນ​ເຜົ່າ​ທີ່ອາ​ໄສຢູ່​ໃນ​ເກາະ​ດອນ​ມະຫາ​ສະ​ໝຸດ​ປາ​ຊິ​ຟິກໃຫ້​ໄດ້​ເຂົ້າ​ໄປ​ຮັບ​ຕຳ​ແໜ່ງ​ຕ່າງໆ ທີ່​ມີ​ຄວາມສຳ​ຄັນ​ທາງ​ການ​ເມືອງ​ຂອງ​ສະ​ຫະ​ລັດ. ບົວ​ສະ​ຫວັນ ຈະ​ນຳ​ເອົາເລື້ອງ​ລາວ​ທີ່​ໜ້າ​ພູມ​ໃຈອັນນີ້ຂອງ​ປະ​ຊາ​ຄົມ​ລາວ ​ໃນ​ສະ​ຫະ​ລັດ ມາ​ສະ​ເໜີ​ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ.

​ການ​ສົ່ງ​ເສີມ​ລະ​ບອບ​ການ​ປົກ​ຄອງ​ທີ່​ມີປະ​ຊາ​ທິ​ປະ​ໄຕ​ຢູ່ໃນ​ສະ​ຫະ​ລັດກໍ​ຄືການ​ຮັກ​ສາ​ຄວາມ​ກ້ຳ​ເກິ່ງ​ກັນ​ລະ​ຫວ່າງ 3 ຝ່າຍ ຊຶ່ງ​ກໍ​ຄື ຝ່າຍ​ນິ​ຕິ​ບັນ​ຍັດ, ຝ່າຍ​ຕຸ​ລາ​ການ ແລະ​ຝ່າຍ​ບໍ​ລິ​ຫານ. ຝ່າຍ​ນິ​ຕິ​ບັນ​ຍັດຂອງ​ສະ​ຫະ​ລັດ​ແມ່ນ​ລັດ​ຖະ​ສະ​ພາ ຊຶ່ງ​ມີ​ໜ້າ​ທີ່​ຕົ້​ນ​ຕໍ​ຄື ​ສ້າງ​ກົດ​ໝາຍເພື່ອ​ຄຸ້ມ​ຄອງ​ສັງ​ຄົມແລະ​ມີ​ສະ​ມາ​ຊິກ​ຂອງ​ຕົນ​ຢູ່​ໃນ​ທັງ​ລະ​ດັບ​ທ້ອງ​ຖິ່ນ ແລະ​ລັດ​ຖະ​ບານກາງ.​ ເພື່ອຈະໃຫ້​ໄດ້​ເປັນສະ​ມາ​ຊິກ ຂອງ​ລັດ​ຖະ​ສະ​ພາ​ ຫລື ​ເຂົ້າ​ໄປ​ເປັນ​ຜູ້​ຕາງ​ໜ້າໃຫ້​ປະ​ຊາ​ຄົມ ​ຂອງ​ຕົນ​ຢູ່​ໃນ​ວົງ​ການ​ການ​ເມືອງຂອງ​ສະ​ຫະ​ລັດນັ້ນ ບໍ່​ແມ່ນ​ເລື້ອງ​ງ່າຍສຳ​ລັບ​ ກຸ່ມ​ຊົນ​ສ່ວນ​ນ້ອຍ​ເຊັ່ນ ຊາວ​ອາ​ເມ​ຣິ​ກັນ​ທີ່​ມີ​ເຊື້ອ​ເອ​ເຊຍ. ສະ​ນັ້ນ ທ່ານ​ນາງວິ​ມາ​ລາ ພົງ​ສະ​ຫວັນ, ແມ່ຍິງອາ​ເມ​ຣິ​ກັນ​ເຊື້ອ​ສາຍລາວ ​ມາ​ຈາກ​ລັດ​ໂຣດໄອ​ແລນ ຈຶ່ງ​ໄດ້​ອຸ​ທິດ​ຕົນເຮັດ​ວຽກ​ງານ​ຈົນ​ໄດ້​ເຂົ້າ​ໄປມີ​ບົດ​ບາດ​ຢູ່​ໃນ​ສະ​ຖາ​ບັນ​ສຶກ​ສາ​ກ່ຽວ​ກັບລັດ​ຖະ​ສະ​ພາ​ຂອງຄົນ​ອາ​ເມ​ຣິ​ກັນ​ເຊື້ອ​ສາຍ​ເອ​ເຊຍ ແລະ​ຊົນ​ເຜົ່າ​ຢູ່​ໃນ​ເຂດມະ​ຫາ​ສະ​ໝຸດ​ປາ​ຊີ​ຟິກ ຫລື APAICS, ຊຶ່ງ​ເປັນ​ອົງ​ການ​ຈັດ​ຕັ້ງ​ບໍ່​ຫວັງ​ຜົນ​ກຳ​ໄລ​ຢູ່ນະ​ຄອນ​ຫລວງ ວໍ​ຊິງ​ຕັນ ທີ່ແນ​ໃສ່​ໃຫ້​ການ​ຊ່ວຍ​ເຫລືອ​ແກ່​ຊາວ​ອາ​ເມ​ຣິ​ກັນ​ເຊື້ອ​ສາຍ​ເອເຊຍ​ໃຫ້​ໄດ້ ເຂົ້າໄປ​ເປັນ​ຜູ້​ຕາງ​ໜ້າ​ປະ​ຊາ​ຄົມ​ຂອງ​ເຂົາ​ເຈົ້າຢູ່ໃນ​ຫ້ອງ​ການລັດ​ຖະສະ​ພາ ແລະ ຫ້ອງ​ການ​ລັດ​ຖະ​ບານຢູ່​ທຸກ​ລະ​ດັບ.

​ປັດ​ຈຸ​ບັນ​ທ່ານ​ນາງ​ເປັນ​ຫົວ​ໜ້າ​ດ້ານໂຄງ​ການ ແລະການ​ພົວພັນ​ກັບ​ປະ​ຊາ​ຄົມ ຊຶ່ງ​ທ່ານ​ນາງ ໄດ້​ເລົ່າ​ເຖິງວຽກງານຂອງ​ທ່ານ​ນາງ​ສູ່​ຟັງ​ວ່າ:

“ວຽກ​ຂະ​ນ້ອຍ​ເຮັດດຽວນີ້​ແມ່ນຊ່ວຍ​ຄົນ​ເຂົ້າ​ໄປ​ເຮັດ​ວຽກ​ກັບ​ລັດ​ຖະ​ບານ ຄື​ຫາ​ສຽງ ​ຄັນ​ເຂົາ​ເຈົ້າ​ຢາກ​ຫາ​ສຽງ​ແລ່ນ (ລົງ​ແຂ່ງ​ຂັນ) ເປັນເຈົ້າ​ໜ້າ​ທີ່ ​ທີ່​ໄດ້​ຮັບ​ການ​ເລືອກ​ຕັ້ງຢູ່​ໃນ​ລັດ ແລະກໍ​ຢູ່​ໃນ​ລະ​ດັບ​ເມືອງ.”

ວິ​ມາ​ລາ ພົງ​ສະ​ຫວັນ ກ່າວ​ຄຳ​ປາ​ໄສ ຢູ່​ໃນ​ກອງ​ປະ​ຊຸມ​ຝຶກ​ອົບ​ຮົມ​ໃນ​ດ້ານ​ການ​ສ້າງ​ເວ​ທີ​ຫາ​ສຽງ ໃຫ້​ຄັ້ງ​ນຶ່ງ​ໃນປີ 2018
ວິ​ມາ​ລາ ພົງ​ສະ​ຫວັນ ກ່າວ​ຄຳ​ປາ​ໄສ ຢູ່​ໃນ​ກອງ​ປະ​ຊຸມ​ຝຶກ​ອົບ​ຮົມ​ໃນ​ດ້ານ​ການ​ສ້າງ​ເວ​ທີ​ຫາ​ສຽງ ໃຫ້​ຄັ້ງ​ນຶ່ງ​ໃນປີ 2018

​ເມື່ອ​ຖາມ​ເຖິງເຫດ​ຜົນ​ວ່າ​ເປັນ​ຫຍັງ​ທ່ານ​ນາງ​ຈຶ່ງ​ຢາກ​ມາ​ເຮັດ​ວຽກ​ນີ້ທ່ານນາງ ຕອບວ່າ:

“ເປັນ​ທີ່​ຈະ​ແຈ້ງ​ຢູ່​ແລ້ວວ່າ ຂະ​ນ້ອຍ​ເປັນ​ໃຜ​ຜູ້​ນຶ່ງ​ທີ່​ສະ​ໜັບ​ສະ​ໜູນໃຫ້ແມ່​ຍິງ​ອາ​ເມ​ຣິ​ກັນ​ເຊື້ອ​ສາຍ​ເອ​ເຊຍ ໂດຍ​ສະ​ເພາະ​ແມ່ນແມ່​ຍິງ​ທີ່​ມີ​ເຊື້ອ​ສາຍ​ເອ​ເຊຍ​ຕາ​ເວັນ​ອອກ​ສຽງ​ໃຕ້ໃຫ້ເຂົ້າ​ໄປ​ເປັນ​ຜູ້​ນຳ. ຄວາມ​ຟັກ​ໄຝ່ຂອງ​ຂະ​ນ້ອຍ​ກໍມີ​ແຕ່ວ່າ ພວກ​ເຮົາ​ຕ້ອງມີ​ຜູ້​ຕາງ​ໜ້າທີ່​ເປັນ​ຄົນ​ທີ່​ຄື​ພວກ​ເຮົາ​ຫລາຍ​ຂຶ້ນ ​ຢູ່ໃນ​ຫ້ອງ​ການ​ລັດ​ຖະ​ສະ​ພາ, ໃນ​ໂຮງ​ຮຽນ ແລະ ຫ້ອງ​ການ​ລັດ​ຖະ​ບານ​ຕ່າງໆ. ຂ້າ​ນ້ອຍ​ຄິດ​ວ່າ ສຳ​ລັບ​ຕົນ​ເອງ​ແລ້ວ​ ຄວາມ​ຄິດນີ້ ແມ່ນ​ມາ​ຈາກ​ການ​ທີ່​ເຕີບໃຫຍ່​ຢູ່​ໃນ​ຄອບ​ຄົວ​ຂອງ​ຊາວ​ອົບ​ພະ​ຍົບທີ່​ວ່າ ເວ​ລ​າ​ໄປ​ໂຮງ​ຮຽນ​ຂ້າ​ນ້ອຍບໍ່​ມີ​ນາຍ​ຄູ​ເຊື້ອ​ສາຍ​ເອ​ເຊຍ, ບໍ່​ມີ​ນາຍ​ຄູ​ແມ່ຍິງເຊື້ອ​ສາຍ​ເອ​ເຊຍ ຊຶ່ງ​ຂ້າ​ນ້ອຍ​ຄິດ​ວ່າມັນ​ເປັນ​ບັນ​ຫາ. ພວກ​ເຮົາ ຕ້ອງ​ການ​ຝຶກ​ຄົນ​ໃຫ້​ເຂົ້າ​ໄປ​ຢູ່​ໃນ​ຕຳ​ແໜ່ງ​ປະ​ເພດນັ້ນ ເພື່ອ​ພວກ​ເຂົາ​ເຈົ້າຈະ​ສາ​ມາດ​ຮັບ​ໃຊ້​ປະ​ຊາ​ຊົນ. ສ່ວນ​ຕົວ​ຂອງ​ຂ້າ​ນ້ອຍ​ເອງ​ ກໍ​ລົງ​ສະ​ໝັກ​ແຂ່ງ​ຂັນ ​ເພື່ອ​ໃຫ້​ໄດ້​ຮັບ​ການ​ເລືອກ​ຕັ້ງ​ໄປ​ດຳ​ລົງ​ຕຳ​ແໜ່ງ​ຢູ່​ຫ້ອງ​ການຂອງຄະ​ນະ​ກໍ​ມະ​ການ​ຂອງໂຮງ​ຮຽນ​ເຊັ່ນ​ກັນ ​ຕອນຂະ​ນ້ອຍ​ມີ​ອາ​ຍຸ 22 ປີ. ທັງ​ນີ້ ຂະ​ນ້ອຍ​ຄິດ​ວ່າ ກໍ​ຍ້ອນບໍ່ມີ​ໃຜ​ເປັນ​ຄະ​ນະ​ກຳ​ມະ​ການ​ຂອງ​ໂຮງ​ຮຽນ​ຢູ່​ໃນ​ເມືອງ​ຂະ​ນ້ອຍ​ຕອນນັ້ນ ຈຶ່ງບໍ່​ມີ​ໃຜ​ສົນ​ໃຈ​ຍົກ​ເອົາ​ບັນ​ຫາຂອງ​ພວກ​ເຮົາ​ມາ​ສົນ​ທະ​ນາ​ກັນ, ບໍ່​ມີ​ໃຜ​ທີ່​ເຂົ້າ​ໃຈ​ພວກ​ເຮົາ​ຢ່າງ​ແທ້​ຈິງ. ຂະ​ນ້ອຍ​ຄິດ​ວ່າບໍ່​ມີ​ໃຜ​ດອກທີ່​ຈະ​ເຮັດ​ແນວນີ້. ສະ​ນັ້ນ ຂະ​ນ້ອຍ​ຈຶ່ງ​ຕັດ​ສິນ​ໃຈ​ລົງ​ສະ​ໝັກ​ແຂ່ງ​ຂັນ ໃຫ້​ຖືກ​ເລືອກ​ຕັ້ງໃຫ້​ໄປ​ຮັບ​ໃຊ້​ຢູ່​ໃນ​ຫ້ອງ​ການນັ້ນ. ໂດຍ​ຢູ່​ໃນ​ຕຳ​ແໜ່ງນັ້ນ ຂະ​ນ້ອຍ​ກໍ​ສາ​ມາດເປັນ​ປາກ ເປັນ​ສຽງ​ໃຫ້​ແກ່​ນັກ​ຮຽນທີ່​ຄື​ພວກ​ເຮົາ ​ຖ້າບໍ່​ດັ່ງ​ນັ້ນແລ້ວ​ກໍ​ຈະ​ບໍ່​ມີ​ໃຜເຂົ້າ​ໃຈ​ເຂົາ​ເຈົ້າໄດ້.”

ແຮງດົນ​ໃຈ​ອີກ​ອັນ​ນຶ່ງທີ່​ຢາກ​ເຮັດ​ໃຫ້​ແມ່​ຍິງເຊື້ອ​ສາຍ​ລາວ​ຄົນ​ນີ້ ສົນ​ໃຈ​ເຮັດ​ວຽກ​ໃນ​ດ້ານນີ້ ​ກໍເນື່ອງ​ຈາກ​ເຫັນ​ວ່າຊາວ​ໜຸ່ມ​ຢູ່​ໃນ​ເມືອງວູນ​ຊອກ​ເກັດ, ລັດໂ​ຣດ​ໄອ​ແລນ​ທີ່ ​ທ່ານ​ນາງ​ອາ​ໄສ ແລະ​ເຂົ້າ​ໂຮງ​ຮຽນ​ຢູ່​ມາ​ແຕ່ຕອນ​ຍັງ​ນ້ອຍນັ້ນ ມີ​ອັດ​ຕາ​ການ​ອອກ​ໂຮງ​ຮຽນ​ກ່ອນ​ຈົບ​ໂຮງ​ຮຽນ​ມັດ​ທະ​ຍົມ​ຕອນປາຍຂອງ​ພວກ​ນັກ​ຮຽນ​ອາ​ເມ​ຣິ​ກັນ​ ເຊື້ອ​ສາຍ​ເອ​ເຊຍ​ສູງ​ຫລາຍ ສະ​ນັ້ນ ທ່ານ​ນາງ​ຈຶ່ງ​ຢາກ​ຫາ​ທາງ​ຊ່ວຍ​ແກ້​ໄຂບັນ​ຫາ​ຂອງປະ​ຊາ​ຄົມ​ທີ່​ທ່ານ​ນາງ​ມາ​ຈາກນັ້ນ. ແຮງ​ຈູງ​ໃຈ​ອັນ​ນັ້ນ ໄດ້​ຜັກ​ດັນ​ໃຫ້ວິ​ມາ​ລາ​ບໍ່​ພຽງ​ແຕ່ຮຽນ​ຈົບ​ປະ​ລິນ​ຍາ​ຕີ ດ້ານ​ລັດ​ຖະ​ສາດ ແລະ​ປະ​ລິນ​ຍາ​ໂທ​ດ້ານ​ການ​ບໍ​ລິ​ຫານ ແລະ​ການ​ປົ​ກ​ຄອງ​ໃນ​ລັດ​ຖະ​ບານ​ເທົ່າ​ນັ້ນ ແຕ່​ຍັງ​ສືບ​ຕໍ່​ແຂ່ງ​ຂັນ​ໃຫ້​ໄດ້​ມາ​ເຮັດ​ວຽກ​ຢູ່​ໃນ​ອົງ​ການ​ທີ່​ໃຫຍ່ ແລະ​ມີ​ຄວາມ​ສາ​ມາດ​ເຮັດ​ໃຫ້​ມີ​ການ​ປ່ຽນ​ແປງ​ຫລາຍກວ່ານັ້ນ ຢູ່​ໃນ​ອົງ​ການ APAICS ທີ່​ຕັ້ງ​ຢູ່​ນະ​ຄອນ​ຫລວງວໍ​ຊິງ​ຕັນ ບ່ອນ​ທີ່​ທ່ານ​ນາງ​ຈະ​ສືບ​ຕໍ່​ເຮັດ​ພາ​ລະ​ກິດ​ອັນ​ຍິ່ງ​ໃຫຍ່ກວ່າ​ເກົ່າ. ທ່ານ​ນາງ​ເລົ່າສູ່​ຟັງ​ດັ່ງ​ນີ້:

“ແມ່ນ​ແຕ່​ຕະ​ຫລອດ​ຊີ​ວິດ​ແຫ່ງການ​ເຮັດ​ວຽກ​ງານຂອງ​ຂະ​ນ້ອຍ ກໍ​ມີ​ແຕ່​ເຮັດ​ແນ​ວໃດເພື່ອ​ຈັດ​ຕັ້ງ​ປະ​ຊາ​ຄົມ​ໃຫ້​ຮູ້​ຈັກ​ພະ​ລັງ​ອຳ​ນາດ​ອັນ​ນັ້ນ. ຂະ​ນ້ອຍບໍ່​ເຄີຍ​ຄິດ​ວ່າ​ຈະ​ລົງ​ສະ​ໝັກ​ເພື່ອ​ໃຫ້​ຖືກ​ເລືອກ​ຕັ້ງ​ໄປ​ປະ​ຈຳ​ຢູ່​ຫ້ອງ​ການ​ໃດ​ນຶ່ງໃນ​ຕອນ​ອາ​ຍຸ 22 ປີດອກ. ແຕ່​ວ່າ ມັນ​ກໍ​ໄດ້​ສອນ​ໃຫ້​ຄົນ​ຮູ້​ຈັກ​ວ່າ​ມີ​ຫລາຍ​ຕຳ​ແໜ່ງ​ຢູ່​ທີ່​ເຂົາ​ເຈົ້າ​ສາ​ມາດ​ໄປ​ມີ​ສ່ວນປະ​ກອບໄດ້. ຂະ​ນ້ອຍ​ມີ​ແຕ່​ຄິດ​ກ່ຽວ​ກັບ​ເລື້ອງນີ້ ແມ່ນ​ແຕ່​ຢູ່​ວໍ​ຊິ​ງຕັນ​ດີຊີ​ໜີ້ ກໍ​ມີ​ບັນ​ຫາ​ຄວາມບໍ່​ສ​ະ​ເໝີ​ພາບ​ກັນ​ລະ​ຫວ່າງ​ຄ່າ​ຈ້າງ​ຂອງ​ແມ່​ຍິງ​ກັບ​ຜູ້​ຊາຍ​ຄົນ​ຂາວ. ສະ​ນັ້ນ​ ​ມີ​ຫລາຍ​ບັນ​ຫາ​ທີ່​ປະ​ຊາ​ຄົມ​ພວກ​ເຮົາ​ປະ​ເຊີນ​ຢູ່ ພວກ​ເຮົາຕ້ອງ​ການໃຫ້​ມີປາກມີ​ສຽງ ໃຫ້​ມີຄົນ​ເວົ້າ​ກ່ຽວ​ກັບ​ເລື້ອງ​ເຫລົ່າ​ນີ້. ​ອັນ​ນີ້ ເປັ​ນ​ແຮງ​ທີ່​ຈູງ​ໃຈ​ຂອງ​ຂະ​ນ້ອຍ​ມາ​ຕະ​ຫລອດ.”

ເມື່ອ​ຖາມ​ຕົວ​ຢ່າງ​ຂອງ​ໂຄງ​ການ​ທີ່​ທ່ານ​ນາງ​ນຳ​ພາ​ປະ​ຕິ​ບັດ ທ່ານ​ນາງ​ເລົ່າກ່ຽວ​ກັບ​ການ​ຝຶກ​ອົບ​ຮົມ​ຄັ້ງ​ນຶ່ງ​ຢູ່​ລັດ​ເມ​ນິ​ໂຊ​ຕາສູ່​ຟັງ​ວ່າ:

"ສິ່ງ​ນຶ່ງ​ທີ່​ພວກ​ເຮົາ​ເຮັດ​ກໍ​ຄືເຮັດ​ວຽກ​ຮ່ວມ​ກັບ​ພວກ​ຜູ້​ນຳ​ໃນ​ປະ​ຊາ​ຄົມ ໃນ​ການ​ຈັດ​ການ​ຝຶກ​ອົບ​ຮົມທີ່​ຈັດ​ຂຶ້ນ​ໃນ​ເດືອນ​ສິງ​ຫາ​ຜ່ານ​ມາ ໃຫ້​ແກ່​ຄົນ​ທີ່​ຢາກ​ລົງ​ສະ​ໝັກ​ແຂ່ງ​ຂັນ​ເຂົ້າ​ໄປ​ຮັບ​ຕຳ​ແໜ່ງ​ໃນ​ຫ້ອງ​ການ​ຂອງ​ລັດ​ຖະ​ສະ​ພາ. ການ​ຝຶກ​ອົບ​ຮົມ​ດຳ​ເນີນ​ໄປ​ເປັນ​ເວ​ລາ 2 ວັນ ຊຶ່ງ​ລວມ​ມີ​ວິ​ທີສ້າງ​ຈຸດ​ມຸ້ງ​ໝາຍ​ຂອງ​ການໂຄ​ສະ​ນາ​ຫາ​ສຽງ, ການ​ຫາ​ເງິນ​ສະ​ໜັບ​ສະ​ໜຸນ, ການ​ຈັດ​ຕັ້ງ​ການ​ຫາ​ສຽງ, ວິ​ທີ​ບໍ​ລິ​ຫານ​ພວກ​ອາ​ສາ​ສະ​ໝັກ, ການ​ສື່​ສານ​ຢ່າງ​ມີ​ປະ​ສິດ​ທິ​ຜົນ. ວິ​ທີ​ການ​ທີ່​ພວກ​ເຮົາ​ເຮັດ​ກໍ​ຄື ​ພວກ​ເຮົາ​ໂອ້​ລົມ​ກັບ​ຜູ້​ນຳ​ໃນ​ປະ​ຊາ​ຄົມ​ທ້ອງ​ຖິ່ນ​ທີ່​ພວກ​ເຮົາ​ຮູ້ ເພື່ອ​ລະ​ດົມ​ຄົນ​ໃຫ້ໄປ​ເຂົ້າ​ຮ່ວມ​ການ​ຝຶກ​ອົບ​ຮົມ. ເມື່ອ​ເຂົາ​ເຈົ້າ​ເຂົ້າ​ໄປຝຶກ​ອົບ​ຮົມ​ແລ້ວ ເຂົາ​ເຈົ້າ​ກໍ​ມີ​ເຄື່ອງ​ມື​ທີ່​ພວກ​ເຂົາ​ເຈົ້າ​ຕ້ອງ​ການ​ເພື່ອ​ລົງ​ສະ​ໝັກແຂ່ງ​ຂັນ​ເຂົ້າ​ໄປ​ກຳ​ຕຳ​ແໜ່ງ​ໃນຫ້ອງການ​ລັດ​ຖະ​ສະ​ພາ ເພື່ອ​ໃຫ້​ພວກ​ເຮົາ​ມີຜູ້​ຕາງ​ໜ້າ​ຫລາຍ​ຂຶ້ນ ແລະມີ​ປະ​ຊາ​ທິ​ປະ​ໄຕຫລາຍ​ຂຶ້ນ ຢູ່​ໃນບ່ອນ​ຕ່າງໆ ເຊັ່ນ​ລັດ​ເມ​ນິ​ໂຊ​ຕາ.”


ເພື່ອ​ຈະ​ໃຫ້​ຊາວ​ອາ​ເມ​ຣິ​ກັນ​ເຊື້ອ​ສາຍ​ເອເຊຍ ແລະ​ເຊື້ອ​ສາຍ​ຂອງ​ຊົນ​ເຜົ່າຈາກ ເກ​າະຕ່າງໆ​ໃນ​ເຂດ​ມະ​ຫາສະ​ໝຸດ​ປາ​ຊີ​ຟິກ​ໄດ້​ຮັບ​ການ​ຝຶກ​ອົບ​ຮົມ​ດ້ານນີ້​ຢ່າງ​ທົ່ວ​ເຖິງ​ນັ້ນ ທ່ານ​ນາງວິ​ມາ​ລາ​ເວົ້າ​ສູ່​ຟັງ​ວ່າ:

“ໃນ​ປີນີ້ພວກ​ເຮົາ​ຈະ​ຈັດ​ຝຶກ​ອົບ​ຮົມ​ຢູ່ໃນເຂດ​ຮ່ອມ​ພູ​ໃນ​ລັດ​ຄາ​ລິ​ຟໍ​ເນຍ, ລັດນີວ​ເຈີ​ຊີ, ເມືອງ​ຊີ​ອາ​ໂຕ​ຂອງ​ລັດ​ວໍ​ຊິງ​ຕັນ, ລັດ​ເວ​ຈີ​ເນຍ ແລະ​ແຫ່ງ​ອື່ນໆ ຢູ່​ທົ່ວ​ປະ​ເທດ ເພື່ອ​ຊ່ວຍ​ຄົນ ໂດຍ​ສະ​ເພາະ​ແລ້ວ​ແມ່ນ​ຊາວ​ອາ​ເມ​ຣິ​ກັນ​ເຊື້ອ​ສາຍ​ເອ​ເຊຍ ທີ່ບໍ່​ມີ​ໂຄງ​ການ​ຝຶກ​ອົບ​ຮົມ​ແບບນີ້​ຫລາຍ​ປານ​ໃດ ເພື່ອ​ຊ່ວຍ​ໃຫ້​ພວກ​ເຂົາ​ເຈົ້າ​ໄດ້​ຮັບ​ເຄື່ອງ​ມື​ ຫລື​ ຄວາມ​ຮູ້​ທີ່​ຈຳ​ເປັນ​ເພື່ອ​ຈະ​ລົ​ງສະ​ໝັກ​ແຂ່ງ​ຂັນໃຫ້​ໄດ້​ເຂົ້າ​ໄປ​ດຳ​ລົງ​ຕຳ​ແໜ່ງ​ໃນ​ຫ້ອງ​ການ​ໃດ​ນຶ່ງ​ຂອງ​ລັດ​ຖະ​ສະ​ພາ​ໄດ້.”

ສະ​ຫລຸບ​ແລ້ວ ທ່ານ​ນາງວິ​ມາ​ລາ ລູກ​ຫລານ​ອົບ​ພະ​ຍົບ​ລາວ ທີ່​ມາ​ຕັ້ງ​ຖິ່ນ​ຖານ​ໃນ​ສະ​ຫະ​ລັດໄດ້​ເຫັນ​ສະ​ພາບ​ການ​ທີ່​ຂາດ​ຄົນ​ກຳ​ຕຳ​ແໜ່ງ​ໃນ​ຫ້ອງ​ການຕ່າງໆ ຂອງ​ສະ​ຫະ​ລັດ ທັງ​ໃນ​ລະ​ດັບ​ທ້ອງ​ຖິ່ນ ແລະ​ລະ​ດັບ​ສູນ​ກາງ ທີ່​ພາ​ໃຫ້​ປະ​ຊາ​ຄົມເຊື້ອ​ສາຍ​ເອ​ເຊຍ​ຢູ່​ໃນ​ເຂດທີ່​ທ່ານ​ນາງ​ອາ​ໄສ​ຢູ່ພົບ​ຫລາຍບັນ​ຫາ. ສະ​ນັ້ນ ທ່ານ​ນາງ​ຈຶ່ງໄດ້ອຸ​ທິດ​ຕົນ​ເພື່ອ​ຮັບ​ໃຊ້​ປະ​ຊາ​ຄົມ​ຂອງ​ຕົນໂດຍ​ການ​ປະ​ກອບ​ສ່ວນ​ສົ່ງ​ເສີມຊາວ​ອາ​ເມ​ຣິ​ກັນເຊື້ອ​ສາຍ​ເອ​ເຊຍ ແລະ​ເຊື້ອ​ສາຍ​ຊົນ​ເຜົ່າ​ທີ່ອາ​ໄສຢູ່​ໃນ​ເກາະ​ໃນ​ມະຫາ​ສະ​ໝຸດ​ປາ​ຊິ​ຟິກ ໃຫ້​ໄດ້​ເຂົ້າ​ໄປ​ຮັບ​ຕຳ​ແໜ່ງ​ຕ່າງໆ ທີ່​ມີ​ຄວາມສຳ​ຄັນ​ທາງ​ການ​ເມືອງ​ຂອງ​ສະ​ຫະ​ລັດ.

ເບິ່ງວີ​ດິ​ໂອກ່ຽວ​ກັບ​ຫລັກ​ເກນ​ສຳ​ຄັນ 5 ຢ່າງ ​ໃນ​ການ​ລົງ​ສະ​ໝັກ ຫາ​ສຽງ​ເລືອກ​ຕັ້ງຂອງວິ​ມາ​ລາ (ໄດ້​ຮັບອະ​ນຸ​ຍາດ​ຈາກວິ​ມາ​ລາ)

ອ່ານ​ບົດ​ສະ​ຫລຸບ​ເລື້ອງນີ້​ເປັນ​ພາ​ສາ​ອັງ​ກິດ​ຢູ່​ລຸ່ມນີ້

Lao Young Women Found Her Passion for Asian-American Representation in Elected Office Fulfilled while Working in Washington DC

Lao-American young woman Vimala Phongsavanh, Director of Program and Community Engagement in Asian Pacific American Institute for Congressional Students (APAICS), a non-partisan non-profit organization based in Washington, D.C. have been playing a big role in democracy promotion efforts in Asian-American and Pacific Islanders’ communities. As a minority woman growing up in a refugee family, she has been motivated to contribute in this endeavor by the lack of representation of Asian-Americans in school and public offices in Woonsocket, Rode Island, where she lived and faced the highest drop-out rate of Asian-American young men and young women. Before coming to work at the national non-profit organization dedicated to promoting Asian Pacific American participation and representation at all levels of political process, from community service to elected officer, Vimala ran for elected office in her university when she was as young as twenty-two. She said, “I ran for an office myself when I was twenty two year old. I work at School Committee in my city at the time. And I said know no one really is going to talk about our issues, no one really understand so, acknowledging that no one else is going to do this so I decided to run for the office. In that position I was able to be a voice for students who are like us, otherwise no one would understand their issues.”

XS
SM
MD
LG