ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ການເດີນທາງໄປຢ້ຽມຢາມລາວ ຂອງປະທານປະເທດຫວຽດນາມ ຖືືກເບິ່ງກັນວ່າ ເປັນຄວາມພະຍາຍາມ ເພື່ອຮັກສາອິດທິພົນຂອງຕົນໄວ້


ປະທານປະເທດຫວຽດນາມ ທ່ານຫງວຽນ ຊວນ ຟຸດ ເຂົ້າຮ່ວມກອງປະຊຸມສອງຝ່າຍ ກັບຮອງປະທານາທິບໍສະຫະລັດ ທ່ານນາງຄາມາລາ ແຮຣິສ ທີ່ທຳນຽບປະທານປະເທດຫວຽດນາມ ຢູ່ຮາໂນ່ຍ ເມື່ອວັນທີ 25 ສິງຫາ 2021.
ປະທານປະເທດຫວຽດນາມ ທ່ານຫງວຽນ ຊວນ ຟຸດ ເຂົ້າຮ່ວມກອງປະຊຸມສອງຝ່າຍ ກັບຮອງປະທານາທິບໍສະຫະລັດ ທ່ານນາງຄາມາລາ ແຮຣິສ ທີ່ທຳນຽບປະທານປະເທດຫວຽດນາມ ຢູ່ຮາໂນ່ຍ ເມື່ອວັນທີ 25 ສິງຫາ 2021.

ການແຂ່ງຂັນ ທີ່ມີມາເປັນເວລາດົນນານ ລະຫວ່າງຫວຽດນາມ ກັບຈີນ ຊຶ່ງໄດ້ກໍ່ໃຫ້ເກີດຄວາມເຄັ່ງຕຶງມາເປັນເວລາຫຼາຍປີໃນທະເລຈີນໃຕ້ນັ້ນ ຍັງໄດ້ສະແດງ ໃຫ້ເຫັນຢູ່ໃນບ່ອນນຶ່ງທີ່ຕັ້ງຢູ່ໃກ້ຄຽງ ນັ້ນກໍຄື ຢູ່ປະເທດລາວ.

ການເດີນທາງໄປຢ້ຽມຢາມປະເທດລາວຢ່າງເປັນທາງການ ເມື່ອໄວໆມານີ້ ຂອງປະທານປະເທດຫວຽດນາມ ທ່ານຫງວຽນຊວນຟຸກ ສະແດງໃຫ້ເຫັນວ່າ ຫວຽດນາມໄດ້ພະຍາຍາມຢ່າງໃດ ທີ່ຈະຮັກສາທ່າທີ ທີ່ມີມາເປັນເວລາຊ້ານານແລະອິດທິພົນຂອງຕົນ ທ່າມກາງທີ່ມີການຂະຫຍາຍໂຕຂອງຈີນຢູ່ໃນຂົງເຂດ ອີງຕາມຄຳເວົ້າຂອງພວກນັກຊ່ຽວຊານທີ່ກ່າວຕໍ່ວີໂອເອ.

ຄວາມສຳພັນກັບລາວແມ່ນຖືວ່າ ເປັນນຶ່ງໃນນະໂຍບາຍການຕ່າງປະເທດທີ່ມີບູລິມະສິດ ສຳຄັນສຸດສຳລັບຫວຽດນາມ ແລະເວລາ ໃນການເດີນທາງໄປຢ້ຽມຢາມລາວເມື່ອວັນທີ 9 ສິງຫາຜ່ານມາແມ່ນໄດ້ສະທ້ອນໃຫ້ເຫັນເຖິງຄວາມສຳຄັນທີ່ມີມາເປັນເວລາດົນນານ ທີ່ປະເທດທັງສອງ ໄດ້ໃຫ້ແກ່ກັນແລະກັນ. ນີ້ແມ່ນການເດີນທາງໄປຢ້ຽມຢາມຕ່າງປະເທດເທື່ອທຳອິດ ໂດຍເຈົ້າໜ້າທີ່ຂັ້ນສູງຂອງຫວຽດນາມ ນັບແຕ່ໄດ້ມີກອງປະຊຸມໃຫຍ່ ຄັ້ງທີ 13 ຂອງພັກ ໃນທ້າຍເດືອນມັງກອນ
ແລະກໍເປັນການເດີນທາງໄປຢ້ຽມຢາມຕ່າງປະເທດເທື່ອທຳອິດໃນຖານະປະທານປະເທດຂອງຫວຽດນາມ.

ທ່ານຟຸກແມ່ນປະມຸກຂອງຕ່າງປະເທດຄົນທຳອິດ ທີ່ເດີນທາງໄປຢ້ຽມຢາມລາວ ນັບແຕ່ໄດ້ມີກອງປະຊຸມໃຫຍ່ຄັ້ງທີ 11 ຂອງພັກ ເມື່ອກາງເດືອນມັງກອນທີ່ຜ່ານມາ. ການຢ້ຽມຢາມຂອງທ່ານຟຸກ ມີຂຶ້ນ 6 ອາທິດຫຼັງຈາກການເດີນທາງໄປຢ້ຽມຢາມຫວຽດນາມຂອງເລຂາທິການໃຫຍ່ພັກປະຊາຊົນປະຕິວັດລາວ ແລະປະທານປະເທດ ທ່ານທອງລຸນ ສີສຸລິດ.

ຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ທ່ານຫງວຽນ ກັອກ ຢຸງ ກ່າວໃນການໃຫ້ສຳພາດວ່າ “ນີ້ແມ່ນໄດ້ພິສູດໃຫ້ເຫັນວ່າ ປະເທດທັງສອງ ໄດ້ໃຫ້ບູລິມະສິດສູງສຸດຕໍ່ການເສີມຂະຫຍາຍຄວາມເຂັ້ມແຂງ ແລະການພັດທະນາໃນຄວາມສຳພັນອັນຍິ່ງໃຫຍ່ ໃນຄວາມເປັນເອກກະພາບພິເສດແລະການຮ່ວມມືຮອບດ້ານລະຫວ່າງຫວຽດນາມກັບລາວ ແລະຍັງໄດ້ສະແດງໃຫ້ເຫັນເຖິງຄວາມສຳພັນອັນພິເສດ ຊຶ່ງເປັນຄວາມເຊື່ອໝັ້ນ ທີ່ສືບທອດມາລະຫວ່າງກັນແລະກັນ ແບບອ້າຍນ້ອງ.”

ອີງຕາມທ່ານເລ ຮອງ ຮຽບ ເຈົ້າໜ້າທີ່ອະວຸໂສ ຂອງສະຖາບັນ ISEAS-Yusof Ishak ທີ່ຕັ້ງຢູ່ໃນສິງກະໂປແລ້ວ ການເລືອກເດີນທາງໄປຢ້ຽມຢາມລາວເປັນປະເທດທຳອິດຂອງທ່ານ ຫຼັງຈາກໄດ້ເຂົ້າກຳຕຳແໜ່ງແລ້ວແມ່ນໄດ້ສະແດງໃຫ້ເຫັນເຖິງຄວາມສຳຄັນທີ່ຫວຽດນາມໄດ້ໃຫ້ຕໍ່ຄວາມສຳພັນກັບລາວ ແລະຄວາມປາຖະໜາຂອງປະເທດດັ່ງກ່າວ ທີ່ຈະສືບຕໍ່ຮັກສາທ່າທີ ທີ່ມີມາເປັນເວລາຊ້ານານແລະ ອິດທິພົນຂອງຕົນຢູ່ໃນປະເທດລາວໄວ້.

ທ່ານຮຽບກ່າວວ່າ “ສຳລັບຫວຽດນາມແລ້ວ ຄວາມສຳພັນກັບລາວ ແລະກຳປູເຈຍ ແມ່ນມີບົດ ບາດອັນສຳຄັນໃນທຸກໆດ້ານ ໂດຍສະເພາະເມື່ອເວົ້າເຖິງຄວາມໝັ້ນຄົງ ແລະການປ້ອງກັນປະເທດ. ການສືບຕໍ່ຮັກສາຄວາມສຳພັນອັນດີງາມ ກັບປະເທດສອງ ຕະຫຼອດທັງການຮັກສາອິດທິພົນ ໃນລະດັບສູງ ດັ່ງນັ້ນຈຶ່ງເປັນບູລິມະສິດໃນນະໂຍບາຍການຕ່າງປະເທດອັນສູງສຸດຂອງຫວຽດນາມ.

ທ່ານກ່າວຕື່ມວ່າ “ໃນໄລຍະ 10 ປິຜ່ານມາ ເປົ້າໝາຍອັນນີ້ໄດ້ປະເຊີນກັບການທ້າທາຍສຳຄັນ ເນື່ອງຈາກຈີນເພີ້ມທະວີການແຂ່ງຂັນທາງດ້ານຍຸດທະສາດຫຼາຍຂຶ້ນ ຢູ່ໃນປະເທດທັງສອງ.

ທ່ານຮຽບ ກ່າວວ່າ ຈີນ ຊຶ່ງເປັນປະເທດທີ່ຮັ່ງມີກວ່າ ມີເງິນຫຼາຍກວ່າທີ່ຈະລົງທຶນໃນຄວາມສຳພັນກັບລາວ ແລະກຳປູເຈຍ “ໂດຍສະເພາະ ໃນໂຄງການໃຫ້ຄວາມຊ່ວຍເຫຼືອຕ່າງໆ ການກູ້ຢືມເງິນໃນໂຄງການສຳປະທານຕ່າງໆ ແລະການລົງທຶນໃນດ້ານພື້ນຖານໂຄງລ່າງ.”

ຄວາມໄຝ່ຝັນ ໃນການຂະຫຍາຍດິນແດນ ຂອງຈີນ ແລະການເຄື່ອນໄຫວແບບຮຸກຮານ ຢູ່ໃນທະເລຈີນໃຕ້ເມື່ອໄວໆມານີ້ ໄດ້ສ້າງຄວາມກັງວົນໃຈໃຫ້ແກ່ຫວຽດນາມ ອີງຕາມ ທ່ານຫອງ ຫວຽດ ນັກປະຖະກະຖາດ້ານກົດໝາຍ ທີ່ມະຫາວິທະຍາໄລນະຄອນໂຮຈິມິນ. ຄວາມຊົງຈຳຍັງມີຢູ່ ກ່ຽວກັບການໃຫ້ຄວາມສະໜັບສະໜຸນຂອງຈີນ ຕໍ່ພວກຂະເໝນແດງທີ່ປົກຄອງກຳປູເຈຍໃນຊຸມປີ 1970 ນັ້ນ ກ່ອນທີ່ຈະຖືກຂັບໄລ່ ດ້ວຍການບຸກເຂົ້າໄປຊ່ວຍຂອງຫວຽດນາມ.

ທ່ານຫວຽດ ໄດ້ກ່າວເຖິງຂ່າວລືທີ່ເວົ້າວ່າ ຈີນໄດ້ສ້າງຖານທັບລັບ ທາງທະຫານຢູ່ທີ່ຣຽມ ຊຶ່ງຕັ້ງຢູ່ໃນເຂດແຄມຝັ່ງຕາເວັນຕົກສຽງໃຕ້ຂອງກຳປູເຈຍ. ທ່ານກ່າວວ່າ ຖ້າຂ່າວນັ້ນຫາກເປັນຄວາມຈິງ “ມັນຈະມີຜົນກະທົບໃນທາງລົບຕໍ່ຄວາມໝັ້ນຄົງແລະການປ້ອງກັນປະເທດຂອງຫວຽດນາມເຊັ່ນດຽວກັນກັບຄວາມຕັ້ງໃຈຂອງຈີນທີ່ຈະສ້າງຕັ້ງຖານທັບທາງທະຫານຢູ່ໃນແຫ່ງອື່ນໆຂອງໂລກ.”

ທ່ານກ່າວຕື່ມວ່າ “ຍິ່ງໄປກວ່ານັ້ນ ຈີນຍັງໄດ້ເອົາບາດກ້າວຫຼາຍໆຢ່າງ ທີ່ເປັນໄພຂົ່ມຂູ່ຕໍ່ອະທິປະ ໄຕ ຜືນແຜ່ນດິນອັນຄົບຖ້ວນຂອງຫວຽດນາມ ຕະຫລອດທັງຜົນປະໂຫຍດທາງທະເລ ໃນທະເລຕາເວັນອອກ ຫຼືທີ່ເອີ້ນວ່າ ທະເລຈີນໃຕ້. ດັ່ງນັ້ນ ຖ້າຈີນຫາກສາມາດເຮັດຄືນ ໃນກໍລະນີຂະເໝນແດງ ຢູ່ລາວແລະຢູ່ໃນກຳປູເຈຍ ມັນຈະເຮັດໃຫ້ຫວຽດນາມຢູ່ໃນທ່າເສຍປຽບ.”

ຈີນໄດ້ແທນຫວຽດນາມ ໃນຖານະເປັນຜູ້ລົງທຶນທີ່ໃຫຍ່ທີ່ສຸດຢູ່ໃນລາວ. ອີງຕາມຮອງນາຍົກລັດຖະມົນຕີ ແລະລັດຖະມົນຕີກະຊວງແຜນການ ຂອງລາວ ທ່ານສອນໄຊ ສີພັນດອນແລ້ວ ຈີນໃນປັດຈຸບັນນີ້ ແມ່ນລົງທຶນຢູ່ໃນ 813 ໂຄງການ ຊຶ່ງມີມູນຄ່າທັງໝົດຫຼາຍກວ່າ 16 ພັນລ້ານໂດລາ.

ມີລາຍງານວ່າ ທ່ານສອນໄຊໄດ້ກ່າວຕໍ່ກອງປະຊຸມ ລະຫ່າງທຸລະກິດລາວ ແລະຈີນ ເມື່ອວັນທີ 17 ສິງຫາຜ່ານມານີ້ວ່າ “ຈີນຍັງໄດ້ມີບົດບາດອັນສຳຄັນໃນການລົງທຶນ ຢູ່ໃນເຂດເສດຖະກິດພິເສດ ທີ່ລັດຖະບານລາວໄດ້ອະນຸມັດໄປແລ້ວ 89 ໂຄງການ” ຊຶ່ງມີມູນຄ່າທັງໝົດ 215 ລ້ານໂດລາ.

ຫວຽດນາມ ຍັງມີຄວາມກັງວົນເຊັ່ນດຽວກັນ ໃນຂະນະທີ່ລາວຍື່ນມືໄປຫາ ບໍ່ພຽງແຕ່ຈີນເທົ່ານັ້ນ ແຕ່ຍັງມີຣັດເຊຍ ແລະປະເທດອື່ນໆນຳດ້ວຍ. ທ່ານຫວຽດກ່າວຕໍ່ ວີໂອເອວ່າ “ລາວຍັງຢາກມີຄວາມເປັນເອກກະລາດຫຼາຍຂຶ້ນ ດັ່ງນັ້ນ ຈຶ່ງພະຍາຍາມທີ່ຈະຫຼຸດຜ່ອນການເພິ່ງພາອາໄສຫວຽດນາມ ເທື່ອລະເລັກລະນ້ອຍ.”

ທ່ານຫວຽດ ທີ່ໄດ້ຈັບຕາເບິ່ງການເຄື່ອນໄຫວຂອງລະຫວ່າງປະເທດ ແລະກິດຈະການທາງດ້ານການທູດຂອງຫວຽດນາມ ກ່າວວ່າ ພວກຜູ້ນຳຂອງລາວ ຊຸດປັດຈຸ ບັນນີ້ ແມ່ນຍອມຮັບສະພາບ ການໂຕຈິງ ຫຼາຍກວ່າຊຸດທີ່ຜ່ານມາ.

ທ່ານກ່າວວ່າ “ສິ່ງເຫຼົ່ານີ້ທັງໝົດ ໄດ້ເຮັດໃຫ້ຄວາມສຳພັນຫວຽດນາມກັບລາວບໍ່ໄດ້ມີຄວາມເລິກເຊິ່ງຄືກັນກັບແຕ່ກ່ອນ. ນີ້ແມ່ນຫຼັກຖານທີ່ສຳຄັນໃນດ້ານເສດຖະກິດ. ໂຄງການເສດຖະກິດຫຼາຍໆໂຄງການ ລະຫວ່າງປະເທດທັງສອງ ໄດ້ມີການລົງນາມ ມາເປັນເວລາດົນນານແລ້ວ ແຕ່ ວ່າການເຄື່ອນໄຫວແມ່ນຊັກຊ້າຫຼາຍ.”

ຍ້ອນມີເສດຖະກິດທີ່ອ່ອນແອກວ່າຈີນ ຫວຽດນາມ ຈຶ່ງມີວິທີການທີ່ແຕກຕ່າງ ໃນການສືບຕໍ່ປົກປັກຮັກສາແລະການພັດທະນາຄວາມສຳພັນອັນໃກ້ຊິດກັບລາວ.

ທ່ານຮຽບກ່າວວ່າ “ຫວຽດນາມບໍ່ມີຊັບພະຍາກອນຫຼາຍປານໃດ ທີ່ຈະແຂ່ງຂັນກັບຈີນທາງດ້ານເສດຖະກິດ ແຕ່ກໍໄດ້ພະຍາຍາມຢ່າງດີທີ່ສຸດ ເພື່ອດຳເນີິນການໂດຍຜ່ານການລົງທຶນຂອງເອກກະຊົນ ຫຼືຄັດເລືອກໂຄງການໃຫ້ຄວາມຊ່ວຍເຫຼືອຕ່າງໆ. ນອກນັ້ນຫວຽດນາມຍັງໄດ້ພະຍາຍາມ ທີ່ຈະສວຍໂອກາດໃຊ້ມູນເຊື້ອທາງປະຫວັດສາດ ເຊັ່ນວ່າ ຄວາມສຳພັນທີ່ມີມາຕາມປະເພນີ ໂຄງການໃຫ້ທຶນການສຶກສາແກ່ພວກນັກຮຽນ ຫຼືບໍ່ກໍກິດຈະກຳ ການຮ່ວມມືທາງດ້ານເສດຖະກິດອື່ນໆເພື່ອພັດທະນາຄວາມສຳພັນກັບປະເທດທັງສອງ.”

ຄວາມເຊື່ອມໂຍງກັບລາວ ແລະກຳປູເຈຍ ຍັງມີຄວາມສຳຄັນເຊັ່ນດຽວກັນ ໃນການແຂ່ງຂັນຂອງຮາໂນຍກັບປັກກິ່ງ ຢູ່ໃນປະຊາຄົມບັນດາປະຊາຊາດໃນເຂດເອເຊຍຕາເວັນອອກສຽງໃຕ້ ຫຼືອາຊ່ຽນ ແລະບັນຫາທະເລຈີນໃຕ້.

ລາວແລະກຳປູເຈຍ ຍັງຈະສືບຕໍ່ເປັນຂົງເຂດທີ່ມີຄວາມສຳຄັນ “ບ່ອນທີ່ການແຂ່ງຂັນທາງດ້ານຍຸດທະສາດ ລະຫວ່າງຫວຽດນາມແລະຈີນ ຍັງຈະສືບຕໍ່ເພີ້ມທະວີຂຶ້ນ ໃນອະນາຄົດອັນໃກ້ໆນີ້” ນັ້ນຄືຄຳເວົ້າຂອງທ່ານຮຽບທີ່ໄດ້ກ່າວຕໍ່ວີໂອເອ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG