ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ນັກ​ຂຽນ​ຂ່າວ ອິນ​ເຕີ​ແນັດ ຫວຽດ​ນາມ ​ທີ່​ໃຊ້ ນາມ​ປາກ​ກາ "ແມ່​ເຫັດ" ມາ​ຮອດ ສ​ຫລ ແລ້ວ


​ທ່ານ​ນາງ ແມ່​ເຫັດ ແລະ​ຄອບ​ຄົວ ທີ່​ສະ​ໜາມ​ບິນ
​ທ່ານ​ນາງ ແມ່​ເຫັດ ແລະ​ຄອບ​ຄົວ ທີ່​ສະ​ໜາມ​ບິນ

ນັກ​ຂຽນ​ຂ່າວ​ລົງ​ອິນ​ເຕີ​ແນັດຕໍ່​ຕ້ານ​ລັດ​ຖະ​ບານຫວຽດ​ນາມ​ຄົນ​ນຶ່ງທີ່ຖືກ​ຄຸກ​ຍ້ອນ ໂຈມ​ຕີ​ລັດ​ຖະ​ບານ​ຄອມ​ມູ​ນິ​ສນັ້ນ ພວມ​ສະ​ເຫຼີມ​ສະ​ຫຼອງມື້​ທຳ​ອິດ ໃນ​ການ​ມີ​ອິດ​ສະ​ຫຼະ​ພາບ​ຂອງ​ທ່ານ​ນາງ ຢູ່​ໃນ​ດິນ​ແດນ​ຂອງ​ສະ​ຫະ​ລັດ.

ທ່ານ​ນາງຫງຽນ ຫງັອກ ຍູ ຄວິນ ໄດ້​ຫ້ອມ​ລ້ອມ​ໄປ​ດ້ວຍ​ຝູງ​ຊົນ​ທີ່​ກະ​ຕື​ລື​ລົ້ນ​ໃນການ​ສະ​ໜັບ​ສະ​ໜຸນ​ທ່ານ​ນາງ ບັນ​ດາ​ສະ​ມາ​ຊິກ​ໃນ​ຄອບ​ຄົວ ແລະ​ພວກ​ນັກ​ຂ່າວເວ​ລາ​ທ່ານ​ນາງ​ເດີນ​ທາງ​ໄປ​ຮອດ​ສະ​ໜາມ​ບິນ​ສາ​ກົນ ຈອດ ບຸ​ຊທີ່​ນະ​ຄອນ​ຮິວ​ສຕັນ ໃນ​ລັດ​ເທັກ​ຊິ​ສ ໃນ​ຕອນ​ເຊົ້າ​ວັນ​ພະ​ຫັດ​ມື້ນີ້ ຊຶ່ງ​ຕິດ​ຕາມ​ໂດຍ​ລູກ​ທີ່​ຍັງ​ໜຸ່ມນ້ອຍ 2 ຄົນ ແລະ​ແມ່​ຂອງ​ທ່ານ
ນ​າງ.

ທ່ານ​ນາງຄວິນ ທີ່ຮູ້​ກັນ​ໃນ​ຊື່​ນາມ​ປາກ​ກາວ່າ “ແມ່​ເຫັດ” ນັ້ນໄດ້​ຂຽນຢ່າງກວ້າງ​ ກ່ຽວ​ກັບ​ເລື້ອງ ສິດ​ທິ​ມະ​ນຸດ ແລະ​ມົນ​ລະ​ພິດ​ທາງດ້ານ​ອຸ​ດ​ສາ​ຫະ​ກຳ ກ່ອນ​ທ່ານ​ນາງ​ຈະ​ຖືກ​ຈັບ​ໃນ​ເດືອນ​ຕຸ​ລາ​ປີ 2016 ແລະ​ຖືກ​ຕັດ​ສິນ​ໃຫ້​ຕິດ​ຄຸກ 10 ປີ.

ທ່ານ​ນາງຫງຽນ ຫງັອກ ຍູ ຄວິນ (ກາງ) ນັກ​ຂຽນ​ຂ່າວ ອິນ​ເຕີ​ແນັດ ທີ່​ສຳ​ຄັນ ພວມ​ຂຶ້ນ​ສານ ທີ່​ຄັນ​ຫວາ ປະ​ເທດ​ຫວຽດ​ນາມ
ທ່ານ​ນາງຫງຽນ ຫງັອກ ຍູ ຄວິນ (ກາງ) ນັກ​ຂຽນ​ຂ່າວ ອິນ​ເຕີ​ແນັດ ທີ່​ສຳ​ຄັນ ພວມ​ຂຶ້ນ​ສານ ທີ່​ຄັນ​ຫວາ ປະ​ເທດ​ຫວຽດ​ນາມ

ການ​ປ່ອຍ​ທ່ານ​ນາງ​ຄວິນບັງ​ເອີນ​ມີ​ຂຶ້ນ​ພ້ອມໆ​ກັນ​ກັບ​ການ​ເດີນ​ທາງ​ໄປ​ຢ້ຽມ​ຢາມຂອງ​ລັດ​ຖະ​ມົນ​ຕີ​ ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ສະ​ຫະ​ລັດ ທ່ານ​ຈິມ ແມັດ​ຕິ​ສ. ກະ​ຊວງ​ຕ່າງ​ປະ​ເທດ​ສະ​ຫະ​ລັດກ່າວ​ໃນ​ວັນ​ພຸດ​ວານນີ້​ວ່າ ທ່ານ​ນາງ​ຄວິນໄດ້ “ກ່າວ ​ຢ່າງ​ຈະ​ແຈ້ງວ່າ” ທ່ານ​ນາງ​ຢາກ​ຈະເດີນ​ທາງ​ ມາ​ສະ​ຫະ​ລັດ ຖ້າ​ທ່ານ​ນາງ​ ຖືກ​ປ່ອຍອອກ​ຈາກ​ຄຸກ.

ທ່ານ​ນາງ​ໄດ້​ກ່າວ​ຕໍ່​ພວກ​ນັກ​ຂ່າວ ບໍ່​ດົນ​ຫຼັງ​ຈາກ​ໄດ້​ເດີນ​ທາງ​ໄປ​ຮອດ​ນະ​ຄອນ​ຮິວ​ສ​ຕັນ​ວ່າ ທ່ານ​ນາງ​ເລືອ​ກ​ເດີນ​ທາງ​ມາ​ສະ​ຫະ​ລັດ ຍ້ອນ​ວ່າ “ບໍ່​ມີ​ຜູ້​ໃດ​ເອົາ​ໃຈໃສ່​ໃນ​ເລື້ອງ​ສິດ​ທິ​ມະ​ນຸດ” ຫຼາຍ​ໄປ​ກວ​ວ່າ​ສະ​ຫະ​ລັດ.

ລັດ​ຖະ​ມົນ​ຕີ ກະ​ຊວງ​ປ້ອງ​ກັນ​ປະ​ເທດ ສ​ຫລ ທ່ານ​ຈິມ ແມັດ​ຕິ​ສ ລົມ​ກັບ ນາຍ​ທະ​ຫານ​ຫວຽດ​ນາມ ທີ່​ຖານ​ທັບ​ບຽນ​ຫົວ ໃກ້​ນະ​ຄອນ​ໂຮ​ຈິ​ມິນ. (ວັນ​ທີ 17 ຕຸ​ລາ 2018)
ລັດ​ຖະ​ມົນ​ຕີ ກະ​ຊວງ​ປ້ອງ​ກັນ​ປະ​ເທດ ສ​ຫລ ທ່ານ​ຈິມ ແມັດ​ຕິ​ສ ລົມ​ກັບ ນາຍ​ທະ​ຫານ​ຫວຽດ​ນາມ ທີ່​ຖານ​ທັບ​ບຽນ​ຫົວ ໃກ້​ນະ​ຄອນ​ໂຮ​ຈິ​ມິນ. (ວັນ​ທີ 17 ຕຸ​ລາ 2018)

ສະ​ພາບ​ການ​ຂອງ​ທ່ານ​ນາງ​ໄດ້​ຮັບ​ຄວາມ​ສົນ​ໃຈ​ຈາກ​ນາໆ​ຊາດ​ໃນ​ປີ​ກາຍນີ້​ເວ​ລາທ່ານ​ນາງ​ໄດ້​ຮັບ​ລາງວັນ​ແມ່​ຍິງ​ກ້າ​ຫານ​ສາ​ກົນ ໂດຍ​ບໍ່​ໄດ້​ໄປ​ຮ່ວມ. ລາງວັນ​ດັ່ງກ່າວ​ແມ່ນ​ມອບ​ໃຫ້​ໂດຍ​ສະ​ຕີ​ໝາຍ​ເລກ​ນຶ່ງ​ຂອງ​ສະ​ຫະ​ລັດ ທ່ານ​ນາງ​ເມ​ລາ​ເນຍ ທ​ຣຳ.

ທ່ານ​ນາງ​ຄວິນ​ແມ່ນ​ນຶ່ງ​ໃນ​ພວກ​ນັກ​ຂຽນ​ຂ່າວ​ລົງ​ອິນ​ເຕີ​ແນັດ​ແລະ​ພວກ​ນັກ​ເຄື່ອນໄຫວ​ຫຼາຍໆ​ສິບ​ຄົນ ທີ່​ຖືກ​ຈັບ​ນັບ​ແຕ່​ປີ 2016 ເປັນ​ຕົ້ນ​ມາ ອັນ​ເປັນ​ສ່ວນ​ນຶ່ງ​ໃນການ​ປາບ​ປາມ​ພວກ​ຄັດ​ຄ້ານ​ໂດຍ​ລັດ​ຖະ​ບານ​ຫວຽດ​ນາມ ໃນ​ຮ​ອບ​ 2 ປີ​ທີ່​ຜ່ານມານີ້.

ກະ​ຊວງ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ຍັງຮຽກ​ຮ້ອງ​ໃຫ້​ລັດ​ຖະ​ບານ​ຫວຽດ​ນາມ “ປ່ອຍ​ພວກ​ນັກ​ໂທດ​ແຫ່ງ​ຈຶດ​ສຳ​ນຶກ​ທັງ​ໝົດໃນ​ທັນ​ທີແລະ​ບໍ່​ມີ​ເງື່ອນ​ໄຂ​ໃດໆ​ທັງ​ສິ້ນ ແລະ​ອະ​ນຸ​ຍາດ​ໃຫ້​ປະ​ຊາ​ຊົນ​ຫວຽດ​ນາມທັງ​ໝົດສາ​ມາດ​ສະ​ແດງ​ອອກ​ທັດ​ສະ​ນະ​ຄວາມ​ເຫັນ​ທາງ​ດ້ານ​ການ​ເມືອງ ​ຂອງ ພວກ​ເຂົາ​ເຈົ້າ ໂດຍ​ປາ​ສະ​ຈາກ​ຄວາມ​ຢ້ານ​ກົວ​ທີ່​ຈະ​ຖືກ​ແກ້​ແຄ້ນ.”

ອົງ​ການ​ນິ​ລະ​ໂທດ​ກຳ​ສາ​ກົນ ຊຶ່ງ​ເປັນ​ກຸ່ມ​ປົກ​ປ້ອງ​ສິດ​ທິ​ມະ​ນຸດໄດ້ຊົມ​ເຊີຍຕໍ່​ຂ່າວການ​ປ່ອຍ​ທ່ານ​ນາງ​ຄວິນ. ທ່ານ​ນິ​ໂກ​ລາ​ສ ເບັກ​ເກີ​ລີນ ຜູ້​ອຳ​ນວຍ​ການ​ຂອງ​ອົງການ​ນິ​ລະ​ໂທດ​ກຳ​ສາ​ກົນ ຮັບ​ຜິດ​ຊ່ອຍ​ກ່ຽວ​ກັບ​ເຂດ​ເອ​ເຊຍ​ຕາ​ເວັນ​ອອກ ແລະຕາ​ເວັນ​ອອກ​ສຽງ​ໃຕ້ ກ່າວ​ວ່າ “ການ​ປ່ອຍ​ໂຕ​ດັ່ງ​ກ່າວ ຍັງ​ເປັນ​ການ​ເຕືອນ​ເຖິງປະ​ຫວັດ​ທີ່​ພວມ​ຊຸດ​ໂຊມ​ລົງຂອງ​ຫວຽດ​ນາມ ກ່ຽວ​ກັບ​ການ​ຈັບ​ກຸມ​ຄຸມ​ຂັງ​ບຸກ​ຄົນໃດ​ກໍ​ຕາມ ທີ່​ຕ້ອງ​ຕິ​ອຳ​ນາດ​ການ​ປົກ​ຄອງ ມີ​ຫຼາຍກວ່າ​ 100 ຄົນ ທີ່​ກຳ​ລັງ​ຖືກ
ຄຸມ​ຂັງ ຍ້ອນ​ໄດ້​ສະ​ແດງ​ຢ່າງ​ເປັນ​ການ​ເປີດ​ເຜີຍ ກ່ຽວ​ກັບ​ຄວາມ​ໃນ​ໃຈ​ຂອງ​ເຂົາເຈົ້າ ໃນ​ການ​ຂຽນ​ລົງ​ອິນ​ເຕີ​ແນັດ​ຫຼື​ທາງ​ເຟ​ສ​ບຸກ.”

​ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG