ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຫວຽດນາມ ສະເໜີຮ່າງກົດໝາຍ ແນໃສ່ການຕໍ່ສູ້ ກັບການປ່ຽນແປງດິນຟ້າອາກາດ


ພາກສ່ວນນຶ່ງຂອງຫວຽດນາມ ໃນການຮັກສາປ່າໄມ້.
ພາກສ່ວນນຶ່ງຂອງຫວຽດນາມ ໃນການຮັກສາປ່າໄມ້.

ຫວຽດນາມ ໄດ້ສະເໜີຮ່າງກົດໝາຍເພື່ອກ້າວໄປສູ່ເປົ້າໝາຍ ການຫລຸດຜ່ອນໃນການປ່ອຍ
ແກັສເຮືອນແກ້ວໃຫ້ສອດຄ່ອງ ກັບສົນທິສັນຍາວ່າດ້ວຍດິນຟ້າອາກາດປາຣີ ຊຶ່ງຈະຫລຸດ
ຄວາມເປັນຫ່ວງຂອງປະເທດ ໃນການກາງຕໍ່ອາໄສຖ່ານຫີນທີ່ເພີ້ມຂຶ້ນຢ່າງວ່ອງໄວ ທີ່ອາດ
ຈະຂັດຂວາງຕໍ່ຄວາມພະຍາຍາມດັ່ງກ່າວ.

ຮ່າງກົດໝາຍດັ່ງກ່າວ ຮວມທັງຮ່າງກົດໝາຍປົກປ້ອງສິ່ງແວດລ້ອມ ແລະດຳ ລັດ ໃນລະດັບທີ່ຕໍ່າກວ່າ ຈາກກະຊວງສິ່ງແວດລ້ອມ. ພ້ອມກັນແລ້ວ ເຂົາເຈົ້າກະກຽມ ໃຫ້ຫວຽດນາມຫລຸດຜ່ອນ ການປ່ອຍແກັສເຮືອນແກ້ວທີ່ເປື້ອນເປິ.

ກົດໜາຍເຫຼົ່ານີ້ເມື່ອຮວມກັນແລ້ວ ຈະນຳໃຊ້ໃນສີ່ຍຸດທະສາດທີ່ສຳຄັນຄື ຄວບຄຸມ ແລະ
ຈຳກັດການຄ້າ ຫ້າມນຳໃຊ້ບັນດາສານເຄມີ ທີ່ທຳລາຍເຂດໂອໂຊນ ກົດລະບຽບໃນການ
ປ່ອຍແກັສຂອງບໍລິສັດ ແລະບັນທຶກຂໍ້ມູນກ່ຽວກັບການປ່ອຍ ແລະມາດຕະການວັດແທກ
ເພື່ອຫລຸດຜ່ອນການປ່ອຍແກັສດັ່ງກ່າວ.

ບັນດາຂໍ້ສະເໜີເຫຼົ່ານີ້ເປັນການເລີ້ມຕົ້ນທີ່ດີ ແຕ່ຫວຽດນາມຕ້ອງໄດ້ເອົາມາດຕະການທີ່
ສະເພາະເຈາະຈົງເພີ້ມ ເພື່ອຫັນປ່ຽນຕົນເອງໃຫ້ເປັນ “ເສດຖະກິດການໃຊ້ຖ່ານຫີນຕໍ່າ”
ອີງຕາມຫ້ອງການດ້ານກົດໝາຍ Baker Mckenzie ໃນປະ ເທດ Vietnam ທີ່ໄດ້ອອກ
ລາຍງານວິເຄາະຮ່າງກົດໝາຍນີ້.

ລາຍງານກ່າວວ່າ “ເຖິງແມ່ນວ່າມີຄວາມຕ້ອງການຢ່າງຮີບດ່ວນ ເພື່ອຮັບມືກ່ຽວກັບບັນ
ຫາທ້າທາຍໃນການປ່ຽນແປງຂອງດິນຟ້າອາກາດໂດຍຜ່ານການຫັນປ່ຽນທາງດ້ານເສດ
ຖະກິດ ແລະການພັດທະນາແບບຍືນຍົງ ໄດ້ຖືກຮັບຮູ້ກໍຈິງຢູ່ ແຕ່ ຫວຽດນາມຕ້ອງມີນະ
ໂຍບາຍທີ່ສະເພາະເຈາະຈົງ ການໃຫ້ສິນນ້ຳໃຈ ແລະການແນະນຳທີ່ຖືກຕ້ອງທາງ
ກົດໝາຍ.

ຮ່າງກົດໝາຍສະບັບນີ້ແມ່ນຮວມທັງມາດຕະການຫລຸດຜ່ອນການປ່ອຍແກັສເຮືອນແກ້ວ
ໂດຍແນໃສ່ເລື້ອງປ່າໄມ້ ເຊັ່ນວ່າການຕັດໄມ້ທຳລາຍປ່າ ແລະໃຊ້ຕົ້ນໄມ້ເພື່ອດູດເອົາທາດ
ຄາບອນໄດອອກຊາຍ.

Vietnam has introduced legislation to advance its greenhouse gas reduction goals as per the Paris climate accord, decreasing worries the fast-growing nation’s reliance on coal would stymie those efforts.

The legislation includes a draft Law on Environmental Protection and a lower-level decree from the Environment Ministry. Together, they prepare Vietnam to decrease its emissions of greenhouse gases.

The combined laws use four main strategies: cap and trade; a ban on chemicals that destroy the ozone; corporate emission reporting rules; and a database of both emissions and the measures to decrease them.

The proposals are a good start, but Vietnam will need to get more specific to turn itself into a “low carbon economy,” according to law firm Baker McKenzie Vietnam, which issued a report analyzing the legislation.

“Although the need for urgent action on climate change through economic transition and sustainable development has been recognized, Vietnam needs specific policies, incentives and legal guidelines,” the report reads.

The legislation includes measures to decrease emissions by focusing on forests, namely reforestation, and using trees to lock in carbon dioxide. One of the nonprofit groups working with Vietnam to promote community forest management is the Association of Southeast Asian Nations-Swiss Partnership on Social Forestry and Climate Change.

Social forestry gives more control of woodlands to people living around them, decreasing deforestation and corporate control of resources.

XS
SM
MD
LG